ສາສະນາພຸດ
1. ກຳເນີດ
ພຸດສາສະນາກຳເນີດຂຶ້ນທີ່
ປະເທດ ອິນເດຍ ເມື່ອປະມານກ່ອນ ຄ.ສ 543 ປີ ເກີດຂຶ້ນໃນຍຸກທີ່ກຳລັງມີການສະແຫວງຫາວິທີການດັບທຸກກັນຢູ່ທົ່ວໄປ
ໂດຍຜູ້ສົນໃນຍຸກນັ້ນຈະນັບຖືສາສະນາພຣາມກັນຢູ່ໂດຍສ່ວນຫລາຍ
2. ສິ່ງທີ່ເຄົາລົບສູງສຸດ
ພຸດທສາສະນາເປັນສາດສະຫນາປະເພດ
ອະເທວະນິຍົມ ຄືບໍ່ຍອມຮັບວ່າມີເທບພະເຈົ້າໃດໆ ວ່າມີອຳນາດສູງສຸດ
ແຕ່ຈະຍອມຮັບກົດທຳມະຊາດ (ທຳມະ ຫລື ທັມ)
ວ່າເປັນສິ່ງສູງສຸດທີ່ມີລັກສະນະຄ້າຍກັບພະເຈົ້າຂອງສາດສະຫນາປະເພດເທວະນິຍົມ
3.
ສາດສະດາ
ສາດສະດາຄື ພະພຸດທະເຈົ້າ
ຊຶ່ງເດີມຄື ເຈົ້າຊາຍສິດທັດຖະ ທີ່ອອກບວດຄົ້ນຫາສັຈຈະທັມ ຈົນກະທັ້ງໄດ້ຄົ້ນພົບຄວາມຈິງຂອງທຳມະຊາດໃນເລື່ອງການດັບທຸກຂອງຈິດໃຈຕາມຫຼັກເຫດຜົນ
(ຫລື ຕາມຫຼັກວິທະຍາສາດ) ໄດ້ຢ່າງຖາວອນ
4. ຄຳພີ
ຄືພຣະໄຕຣປີດົກ ອັນປະກອບດ້ວຍ ຄື:
1.
ພຣະວິນັຍປີດົກ
ຊຶ່ງລວບລວມເລື່ອງສິນຂອງພິກສຸ ແລະ ພິກສຸນີເອົາໄວ້ທັງໝົດ (The Basket
of Discipline)
2.
ພຣະສູຕັນຕະປີດົກ
ຊຶ່ງລວບລວມຄຳສອນຂອງພະພຸດທະເຈົ້າ ແລະ ພະສາວົກເອົາໄວ້ (The Basket of Discourses)
3.
ພຣະອະພິທັມປີດົກ
ຊຶ່ງລວບລວມຫຼັກປັດຊະຍາທີ່ພະສາວົກລຸ້ນຫຼັງໆ ແຕ່ງຂຶ້ນໄວ້ (The Basket of Sublime, Higher or Extra Doctrine)
5. ສະຫລຸບຫຼັກຄຳສອນ
ຄຳສອນຂອງພຸດທtສາສະນາມີຢູ່ 2 ລະດັບຄື:
1. ລະດັບຊາວບ້ານ
ຊຶ່ງມີຫຼັກການຢູ່ຫລວງຫລາຍ ຊຶ່ງສະຫລຸບຢູ່ທີ່ການມີສິນ ມີເມດຕາ
ມີຄວາມຂະຫຍັນອົດທົນ ແລະ ຮູ້ຈັກໃຊ້ເຫດຜົນໃນການດຳເນີນຊີວິດ
ເປັນຕົ້ນ
2. ລະດັບສູງ ຊຶ່ງໄດ້ແກ່ຫຼັກອະຣິຍະສັດ
4 ອັນເປັນຫຼັກທັມໃນການດັບທຸກ ແລະ ຈັດເປັນຫົວໃຈຂອງຄຳສອນທັງໝົດ
ຊຶ່ງສະຫລຸບຢູ່ທີ່ການເຮັດຈິດໃຫ້ວ່າງຈາກກິເລດທັງປວງ
ໂດຍມີສິນເປັນພື້ນຖານ ທັງຫມົດທັງ ມີສະມາາທິເປັນກຳລັງ ແລະ ມີປັນຍາເປັນຕົວຄວບຄຸມ.
6. ຈຸດໝາຍສູງສຸດ
ຈຸດໝາຍສູງສຸດຂອງພຸດທະສາສະນາ
ຄື "ນິບພານ" ຫລື ຄວາມບໍ່ມີທຸກຢ່າງຖາວອນໃນຊີວິດປະຈຸບັນຊຶ່ງເປັນຈຸດໝາຍສູງສຸດ
ສ່ວນຈຸດໝາຍຮອງລົງມາຄື ການມີຊີວິດຢູ່ໂດຍໃຫ້ມີຄວາມທຸກນ້ອຍທີ່ສຸດ.
7. ຄວາມເຊື່ອ ແລະ ຫຼັກປະຕິບັດ
ພຸດທະສາສະນາສອນວ່າ
ທຸກສິ່ງເປັນໄປຕາມທຳມະຊາດ (ຫລື ທຳມະດາ) ຂອງມັນເອງ
ຄື ເປັນໄປຕາມເຫດຕາມປັດຈັຍ (ປັດໃຈຄືເຫດຍ່ອຍໆ) ທີ່ຜັກດັນກັນໄປເລື້ອຍໆ
ໂດຍບໍ່ມີຕົວຕົນ ຫລື ຜູ້ໃດມາບັນດົນບັນດານ ດັ່ງນັ້ນ, ການປະຕິບັດ ກໍຄືການປະຕິບັດຫນ້າທີ່ຂອງຕົນໆ
ໃຫ້ຖືກຕ້ອງຕາມທີ່ທຳມະຊາດກຳນົດມາ ຢ່າມີຄວາມເຫັນແກ່ຕົວ
ຈົ່ງເຫັນແກ່ຜູ້ອື່ນ ຫລື ເຫັນແກ່ທຳມະຊາດ
8. ນິກາຍ
ປະຈຸບັນມີຢູ່
2 ນິກາຍໃຫຍ່ໆ ຄື:
1. ມະຫາຍານ
ຫລື ອາຈາຣິຍະວາດ ຊຶ່ງປ່ຽນແປງຄຳສອນເດີມຈົນຫາຫຼັກເດີມໄດ້ຍາກ
2. ຫີນະຫານ ຫລື
ເຖຣະວາດ ຊຶ່ງຢຶດຖືພຣະໄຕຣປີດົກດັ້ງເດີມມາປະຕິບັດ
9. ປະເທດທີ່ນັບຖື
ນິກາຍມະຫາຍານກໍ່ມີ
ປະເທດຈີນ,
ໄຕ້ຫວັນ, ຫວຽດນາມ ສ່ວນເຖຣະວາດກໍ່ມີ ປະເທດ ສີລັງກາ, ມຽນມາ, ລາວ, ກຳປູເຈຍ , ໄທ ແລະ ມີຫລາຍໃນປະເທດຕ່າງໆ
10. ປະເພນີ
ດັ້ງເດີມນັ້ນ ບໍ່ມີ
ແຕ່ພາຍຫຼັງເກີດມີຂຶ້ນ ເຊັ່ນ: ປະເພນີການທອດກະຖິນ, ທອດຜ້າປ່າ ແລະ ການເຮັດບຸນຕາມມື້ສຳຄັນທາງສາສະນາ
11. ຜູ້ສືບທອດ
ໄດ້ແກ່ພຣະພິກສຸ
(ນັກບວດຊາຍ) ທີ່ຖືສິນ 227 ຂໍ້ ທັງຫມົດ ລວມມີສາມະເນນ ຖືສິນ 10 ແຕ່ກ່ອນມີພິກສຸນີ
(ນັກບວດຍິງ) ຖືສິນ 310 ຂໍ້ ຊຶ່ງປະຈຸບັນທາງນິກາຍເຖຣະວາດຖືວ່າ ພິກສຸນີໄດ້ໝົດສິ້ນໄປແລ້ວ
ແຕ່ທາງມະຫາຍານຖືວ່າຍັງຄົງມີຢູ່ ແລະ ລວມທັງອຸບາສົກ (ພໍ່ອອກ),
ອຸບາສິກາ (ແມ່ອອກ) ລວມກັນແລ້ວເອີ້ນວ່າ: ພຸດທະບໍລິສັດ 4
12. ວັນສຳຄັນທາງສາສະນາ
ວັນສຳຄັນທາງສາສະນາມີຢູ່
4 ວັນຄື:
1.ວັນວິສາຂາບູຊາ ເປັນວັນຄ້າຍວັນປະສູດ ຕຣັສຮູ້ ແລະ ປະຣິນິບພານຂອງພະພຸດທະເຈົ້າ
2.
ວັນອາສາຣະຫະບູຊາ ເປັນວັນທີ່ພຣະພຸດທະເຈົ້າຊົງສະແດງປະຖົມມະເທດສະນາ.
3.ວັນມາຄະບູຊາ ເປັນວັນທີພຣະອໍຣະຫັນຕ໌ຈຳນວນຫລາຍ ມາປະຊຸມພ້ອມກັນໂດຍບໍ່ໄດ້ນັດໝາຍ.
13. ສະຖານທີ່ສຳຄັນ
ໄດ້ແກ່ສັງເວຊະນີຍະສະຖານ
4 ແຫ່ງ ຄື:
1.
ສະຖານທີ່ ພຣະພຸດທະເຈົ້າຊົງປະສູດ
2.
ສະຖານທີ່ ພຣະພຸດທະເຈົ້າຊົງຕັດສະຮູ້
3.
ສະຖານທີ່ ພຣະພຸດທະເຈົ້າຊົງສະແດງປະຖົມມະເທດສະຫນາ
4.
ສະຖານທີ່ ພຣະພຸດທະເຈົ້າຊົງປະຣິນິບພານ.