ໄຕຣລັກສະນະ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


25 มิถุนายน 2560

ໄຕຣລັກສະນະ



ໄຕຣລັກສະນະ


    ໄຕຣລັກສະນະ (three characteristics of existence) ໝາຍ​ເຖິງ​ ສະພາບ​ທີ່​ເປັນ​ປົກກະຕິ​ວິ​ໃສ ​ຫລື ​ເປັນ​ໄປ​ຕາມ​ທຳມະຊາດ ເພາະ​ທຸກ​ສິ່ງ​ເທິງ​ໂລກ​ຈະ​ຢູ່ໃນ​ກົດ ​ ຫລື ​ພາ​ວະ​ເຊັ່ນ​ນີ້​ຄືກັນ​ທັງ​ໝົດ​ ໄຕຣລັກສະນະ​ ຈຶ່ງ​ເປັນ​ຫຼັກ​ສັດຈະທຳ​ທາງ​ພຣະ​ພຸດ​ທະສາສະນາ​ ທີ່​ມຸ້ງ​ສອນ​ໃຫ້​ເຂົ້າໃຈ​ຊີວິດ​ທີ່​ເປັນ​ໄປ​ຕາມ​ທຳມະດາ ​ຕາມ​ຄວາມ​ເປັນ​ຈິງ​ ເຮັດໃຫ້​ເກີດ​ຄວາມ​ເຂົ້າໃຈ​ວ່າ ​ຊີວິດ​ເປັນ​ຢ່າງໃດ​ ເກີດ​ຄວາມ​ຮູ້​ເທົ່າ​ທັນ​ ແລະ​ ຮັບ​ຮູ້​ຕໍ່​ທຸກ​ອາການ​ຂອງສິ່ງທີ່ກໍາລັງເກີດຂື້ນຕໍ່ຕົນ.


   ໃນ​ພຣະ​ພຸດ​ທ​ສາສະນາ ​ມີ​ຫຼັກ​ສັດຈະທຳ​ ຫລື​ ຄຳ​ສອນ​ທີ່​ສຳຄັນ​ສຳລັບ​ພຸດ​ທະ​ສາສະ​ນິກະ​ຊົນ​ຢູ່​ເປັນ​ຈໍານວນ​ຫລາຍ​ ໂດຍ​ໄຕຣລັກສະນະ​ເປັນ​ຫຼັກ​ຄຳ​ສອນ​ທີ່​ສຳຄັນ​ປະ​ການ​ໜຶ່ງ ​ທີ່​ມຸ້ງເນັ້ນ​ໃຫ້​ລະ​ນຶກ​ເຖິງ​ຄວາມ​ເປັນ​ປົກກະຕິ​ທຳມະດາ​ຂອງ​ສັບພະສິ່ງ​ເທິງ​ໂລກ​ ກົງກັບ​ຄຳ​ວ່າ​ ເກີດ​ຂຶ້ນ​ ຕັ້ງ​ຢູ່​ ແລະ​ ດັບ​ໄປ​ ເປັນ​ອາການ​ສາ​ມັນຂອງ​ທຸກ​ສັບພະສິ່ງ ​ທັງ​ນາມມະ​ທຳ​ ແລະ ​ຮູບປະ​ທຳ​

    ຄຳ​ວ່າ​ ໄຕຣລັກສະນະ ເປັນ​ຄຳ​ສັນ​ສະກິດ (ສະ​ກົດ​ດ້ວຍ​ຕົວ​ອັກສອນ​ໂຣ​ມັນ​ແບບ​ຖ່າຍ​ສຽງ​ໄດ້​ເປັນ​ tri-laksana) ກົງ​ກັບ​ຄຳ​ບາ​ລີ​ວ່າ:​ ຕິ​ລັກ​ຂະນະ​ (ti-lakhana) ຊຶ່ງ​ມາ​ຈາກ​ຄຳ​ວ່າ​ ໄຕຣລັກສະະນະ​ ຫລື​ ຕິ​ ແປວ່າ​ 3 ລວມກັບ​ຄຳ​ວ່າ:​ ລັກສະນະ​ ຫລື​ ລັກ​ຂະນະ​ ທີ່​ແປວ່າ:​ ລັກສະນະ​ (ທີ່​ເປັນ​ສາ​ມັນທັ່ວ​ໄປ​) ເມື່ອເອົາມາລວມເຂົ້າກັນ​ແລ້ວ ​ຈຶ່ງ​ໝາຍ​ຄວາມ​ວ່າ:​ ລັກສະນະ​ທີ່ເປັາ​ສາ​ມັນທົ່ວ​ໄປ​ 3 ປະ​ການ​ ຄື:

1. ອະ​ນິດ​ຈັງ​/ອ​ະນິດ​ຈະ​ຕາ​ (impermanence)
   ອ​ະນິດ​ຈັງ​/ອະ​ນິດ​ຈະ​ຕາ​ ແຫ່ງໄຕຣລັກສະນະ​ 3 ຄື:​ ຄວາມ​​ບໍ່​ທ່ຽງ​ ໝາຍ​ເຖິງ​ ຄວາມ​ບໍ່​ທ່ຽງ​ ຄວາມ​ບໍ່​ຖາວອນ​ຄົງ​ທີ່​ແນ່ນອນ​ ຄວາມ​ບໍ່​ຄົງ​ທີ່​ຢູ່​ໄດ້​ໃນ​ສະພາບ​ເດີມ​ຕະຫລອດ​ໄປ​ ພາ​ວະ​ທີ່ເກິດຂື້ນ​ແລ້ວ​ເສື່ອມ​ສະຫ​ລາຍ​ປັ່ນປ່ວນ​ໄປ​ ກ່າວ​ຄື​ ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ໂລກ​ມີ​ການ​ປ່ຽນ​ແປງ​ຢູ່​ສະເໝີ​ ບໍ່​ມີ​ສິ່ງ​ໃດ​ຢຸດ​ນິ່ງ​ຄົງ​ທີ່​ຢູ່​ຢ່າງ​ເດີມ​ໄດ້​ຕະຫລອດ​ໄປ​ ຂຶ້ນ​ຢູ່​ກັບ​ວ່າ​ຈະ​ປ່ຽນ​ແປງ​ຊ້າ​ ຫລື​ ປ່ຽນ​ແປງ​ໄວ​ເທົ່າ​ນັ້ນ​ ແຕ່​ທີ່​ແນ່ນອນກໍ່​ຄື​ສິ່ງ​ຕ່າງ​ໆ​ ທັງ​ໝົດ​ຈະ​ຖືກ​ການ​ເວລາ​ເຮັດໃຫ້​ປ່ຽນ​ແປງ​ປ່ຽນ​ສະພາບ​ໄປ​ຢ່າງ​ແນ່ນອນ​ ສິ່​ງ​ໃດ​ມີ​ການ​ເກີດ​ຂຶ້ນ​ໃນ​ຕອນ​ຕົ້ນ​ ສິ່ງ​ນັ້ນ​ແມ່ນ​ຈະ​ຄົງ​ມີ​ຢູ່ໃນ​ທ່າມ​ກາງ​ ແຕ່​ກໍ​ຍັງ​ຕ້ອງ​ມີ​ຄວາມ​ເສື່ອມ​ສະຫ​ລາຍ​ດັບ​ໄປ​ໃນ​ທີ່ສຸດ​ ນີ້​ນັບ​ເປັນ​ສິ່ງ​ທຳມະດາ​ແທ້​ຂອງ​ໂລກ​

   ຫຼັກອະນິດຈະ​ຕາ​ (ຄວາມ​ບໍ່​ທ່ຽງ​) ຈະ​ປາກົດ​ຂຶ້ນ​ເມື່ອ​ສັບພະສິງ​ບໍ່​ວ່າ​ຈະ​ມີ​ຮູບ​ຮ່າງ​ (ຮູບປະ​ທຳ​) ຫລື ​ບໍ່​ມີ​ຮູບ​ຮ່າງ​ (ອະ​ຮູບປະ​ທຳ​) ກໍ​ຕາມ​ ມີ​ການ​ເກີດ​ຂຶ້ນ​ ຕັ້ງ​ຢູ່​ ແລະ ​ດັບ​ສູນສ​ະຫລາຍ​ໄປ​ ຖ້າ​ບຸກ​ຄົນ​ໃສ່​ໃຈ​ພິຈາລະນາ​ໃຫ້​ດີ​ໃນ​ຕົນເອງ​ ແລະ ​ສັບພະສິງ​ອ້ອມ​ຂ້າງ​ກໍ​ຈະ​ເຫັນ​ໄດ້​ ຄົນ​ເຮົາ​ມັກ​ຈະ​ເຂົ້າໄປ​ຢຶດ​ຕິດ​ສິ່ງ​ຕ່າງ​ໆ​ ຈົນ​ເກີດ​ຄວາມ​ເຂົ້າໃຈ​ຜິດ​ຄິດວ່າ​ ສິ່ງ​ທີ່ຕົນເຫັນ​ ຫລື ​ກ່ຽວ​ຂ້ອງ​ມີ​ຕົວ​ຕົນ​ແທ້ໆ​ ແລ້ວ​ຖື​ຫມັັ້ນ​ຢຶດ​ຫມັ້ນ​ພະຍາຍາມ​ຮັກສາ​ປ້ອງ​ກັນ​ບໍ່​ໃຫ້​ສິ່ງ​ທີ່ຕົນ​ຊອບ ພໍ​ໃຈ​ ຮັກ​ໃຄຣ່​ ປ່ຽນ​ແປງ​ໄປ​ ແຕ່​ຖ້າ​ເປັນ​ສິ່ງ​ທີ່ຕົນ​ບໍ່​ມັກ​ ຫລື​ບໍ່​ຮັກ​ໃຄຣ່​ ກໍ່ຈະ​ພະຍາຍາມ​ໃຫ້​ສິ່ງ​ນັ້ນ​ໆ​ ປ່ຽນ​ແປງ​ໄປ​ໃນ​ທາງ​ທີ່​ດີ​ ພາ​ວະ​ຂອງ​ຄວາມ​ບໍ່​ທ່ຽງ​ມີ​ສະພາບ​ເປັນ​ກາງ​ໆ​ ບໍ່​ດີ​ ບໍ່​ຊົ່ວ​ ຂຶ້ນ​ຢູ່​ກັບ​ການ​ສົມ​ມຸດ​ ແຕ່​ບໍ່​ວ່າ​ຈະ​ເປັນ​ການ​ປ່ຽນ​ແປງ​ແບບ​ຈະເລີນ​ ຫລື​ ເສື່ອມ​ ກໍ​ຄື​ຄວາມ​ບໍ່​ທ່ຽງ​ປ່ຽນ​ແປງ​ນັ້ນ​ເອງ​

     ພະພຸດ​ທ​ະສາສະນາ​ສອນ​ຫຼັກ​ອະ​ນິດຈະ​ຕາ​ ບໍ່​ແມ່ນ​ໃຫ້​ຄົນ​ຢຶດ​ຕິດ ​ຫລື ​ຫຼີກ​ໜີ​ຄວາມ​ບໍ່​ທ່ຽງ​ ແຕ່​ສອນ​ເພື່ອ​ໃຫ້​ບຸກ​ຄົນ​ເຫັນ​ ຫລື ​ເຂົ້າໃຈ​ກົດ​ທຳມະຊາດ​ຂອງ​ຄວາມ​ບໍ່​ທ່ຽງ​ວ່າ​ ທຸກ​ສິ່ງ​ເປັນ​ໄປ​ພາຍໃຕ້​ກົດ​ຂອງ​ການ​ປ່ຽນ​ແປງ​ ບໍ່​ຄົງ​ທີ່​ຖາວອນ​ຢູ່​ຢ່າງ​ເດີມ​ໄດ້​ຕະຫລອດ​ໄປ​ ເມື່ອ​ຄົນເຮົາ​ເຫັນ​ ແລະ​ ເຂົ້າໃຈ​ກົດ​ທຳມະຊາດ​ນີ້​ແລ້ວ ​ກໍ່ຈະ​ເກີດ​ຄວາມ​ຮູ້​ເທົ່າ​ທັນ​ ສາມາດ​ດຶງ​ເອົາ​ຄຸນຄ່າ​ຂອງ​ຄວາມ​ຈິງ​ຂໍ້​ນີ້​ມາ​ປະຕິບັດ​ດຳ​ເນີນ​ຊີວິດ​ໄດ້​ຢ່າງ​ເໝາະ​ສົມ​ ໂດຍ​ການ​ບໍ່​ເຂົ້າໄປ​ຢຶດ​ໝັ້​ນ​ວ່າ​ເປັນ​ “ຕົວ​ນັ້ນ​ ສິ່ງ​ນັ້ນ​ ສິ່ງ​ນີ້​” ອັນ​ຈະ​ເຮັດໃຫ້​ເກີດ​ຄວາມ​ຢຶດ​ໝັ້ນ​ຕໍ່ໄປ​ວ່າ​ “ຂອງ​ເຮົາ​” ແລະ​ ໂດຍ​ການ​ບໍ່​ປະຫ​ມາດ​ໃນ​ການ​ເວລາ​ ໃນ​ຊີວິດ​ ແລະ ​ໄວ​ ເປັນ​ຕົ້ນ​ ການ​ຮູ້ ​ແລະ ​ເຂົ້າໃຈ​ຈົນ​ເກີດ​ຄວາມ​ຮູ້​ເທົ່າ​ທັນ​ຕໍ່​ກົດ​ເກນຂອງ​ຄວາມ​ບໍ່​ທ່ຽງ​ຢ່າງ​ນີ້​ ຈະ​ຊ່ວຍ​ໃຫ້​ບຸກ​ຄົນ​ບໍ່​ເກີດ​ຄວາມ​ທຸກ​ເກີນ​ສົມຄວນ​ໃນ​ຍາມ​ເມື່ອ​ເກີດ​ຄວາມ​ເສື່ອມ​ ຄວາມ​ສູນ​ເສຍ ​ຫລື ​ພັດພາກ​ຂຶ້ນ​ກັບ​ຕົນ​ ແລະ ​ບໍ່​ຫຼົງ​ຈົນ​ເກີດ​ຄວາມ​ປະຫ​ມາດ​ໃນ​ຄວາມ​ຈະເລີນ​ ແລະ ​ຄວາມ​ສຸກ​ສະບາຍ​

    ຄວາມ​ບໍ່​ທ່ຽງ​ ຄວາມ​ບໍ່​ຄົງ​ທີ່​ ປ່ຽນ​ແປງ​ ຂອງ​ຫຼັກ​ອ​ະນິດ​ຈະ​ຕາ​ ປາກົດ​ຂະນະ​ທີ່​ສັບພະສິ່ງ​ເກີດ​ຂຶ້ນ​ ຕັ້ງ​ຢູ່​ ແລະ​ ດັບ​ສະ​ຫ​ລາຍ​ໄປ​ໃນ​ 3 ຈັງ​ຫວະ​ ຄື​ ສິ່ງ​ທີ່​ເປັນ​ຮູບ​​ປະທຳ​ມີ​ການ​ປ່ຽນ​ແປງ​ເກີດ​ຂຶ້ນ​ ສັງເກດ​ໄດ້​ຈາກ​ 3 ຈັງ​ຫວະ​ນີ້​ ຄື​:
1)
ອຸປະ​ຈ​ະ​ຍະ​ ມີ​ການ​ເກີດ​ຂຶ້ນ​
2)
ສັນ​​ຕະ​ຕິ​ ມີ​ການ​ສືບ​ຕໍ່​
3)
ຊະນະຕາ ມີ​ການ​ຕາຍ​ ແຕກ​ດັບ​ ແລະ ​ສະຫ​ລາຍ​ໄປ​

ສ່ວນ​ສິ່ງ​ທີ່​ເປັນ​ນາມມະ​ທຳ​ມີ​ການ​ປ່ຽນ​ແປງ​ເກີດ​ຂຶ້ນ​ສັງເກດ​ໄດ້​ຈາກ​ 3 ຈັງ​ຫວະ​ ຄື​:
1)
ອຸບ​ປາ​ທະ​ ມີ​ການ​ເກີດ​ຂຶ້ນ​ຂອງ​ຄວາມ​ຮູ້ສຶກ​ຈຳ​ໄດ້​ໝາຍ​ຮູ້​ ຄິດ​ນຶກ​ ແລະ ​ຮັບ​ຮູ້​ໃນ​ທາງ​ຈິດ​
2)
ຖິ​ຕິ​ ມີ​ການຕັ້ງ​ຢູ່​ຊົ່ວ​ຂະນະ​ຂອງ​ຄວາມ​ຮູ້ສຶກ​ຈຳ​ໄດ້​ໝາຍ​ຮູ້​ ຄິດ​ນຶກ​ ແລະ​ ຮັບ​ຮູ້​ໃນ​ທາງ​ຈິດ​
3)
ພັງ​ຄະ​ ມີ​ການ​ແຕກ​ດັບ​ສີ້ນສຸດ​ໄປ​ຂອງ​ຄວາມ​ຮູ້ສຶກ​ຈຳ​ໄດ້​ໝາຍ​ຮູ້​ ຄິດ​ນຶກ​ ແລະ ​ຮັບ​ຮູ້​ໃນ​ທາງ​ຈິດ​

2. ທຸ​ກ​ຂັງ​/ທຸກ​ຂະ​ຕາ​ (stress and conflict)
   ທຸ​ກ​ຂັງ​/ທຸກ​ຂ​ະຕາ​ ແຫ່ງ​ໄຕຣລັກສະນະ 3 ຄື​: ຄວາມ​ເປັນ​ທຸກ​ ໝາຍ​ເຖິງ​ ຄວາມ​ຜິດ​ຫວັງ​ທີ່​ເກີດ​ຈາກ​ສິ່ງ​ທີ່​ບໍ່​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ຕົນເອງ​ ທັງຫມົດ​ເຖິງ​ພາ​ວະ​ທີ່​ຖືກ​ບີບ​ຄັ້ນ​ດ້ວຍ​ການ​ເກີດ​ຂຶ້ນ​ຂອງ​ເຫດ​ອັນ​ບໍ່​ເພິ່ງ​ປະສົງ​ ເກີດ​ສະພາບ​ຝືນ​ທົນ​ ແລະ ​ຂັດ​ແຍ້ງ​ຢູ່ໃນ​ຕົວ​ ກ່າວ​ຄື​ ສິ່ງ​ຕ່າງ​ໆ​ ທີ່​ມີ​ອົງ​ລ້ວນ​ມີ​ປະກອບ​ຈາກ​ປັດ​ໄຈ​ຕ່າງ​ໆ ​ທີ່​ບໍ່​ສາມາດ​ດຳ​ລົງ​ຢູ່​ຕາມ​ສະພາບ​ເດີມ​ໄດ້​ ມີ​ປ່ຽນ​ແປງ​ ເສື່ອມ​ຖອຍ​ ແລະ ​ສະຫ​ລາຍ​ໄປ​ຕາມ​ການ​ເວລາ​

    ຫຼັກທຸກ​ຂະ​ຕາ​ (ຄວາມ​ເປັນ​ທຸກ​) ຈະ​ປາກົດ​ຂຶ້ນ​ເມື່ອ​ສັບພະສິ່ງ​ບໍ່​ວ່າ​ຈະ​ມີ​ຮູບ​ຮ່າງ​ (ຮູບປະ​ທຳ​) ຫລື​ ບໍ່​ມີ​ຮູບ​ຮ່າງ​ (ອ​ະຮູບປະ​ທຳ​) ກໍ​ຕາມ​ ກຳ​ລັງ​ຕັ້ງ​ຢູ່ ​ຫລື ​ດຳ​ເນີນ​ໄປ​ ຖ້າ​ບຸກ​ຄົນ​ໃສ່​ໃຈ​ພິຈາລະນາ​ໃຫ້​ດີ​ໃນ​ຕົນເອງ​ ແລະ ​ສັບພະສິ່ງ​ອ້ອມ​ຂ້າງ​ກໍ​ຈະ​ໄດ້​ເຫັນ​ຄຳ​ວ່າ​ ທຸກ​” ທີ່​ໝາຍ​ເຖິງ​ໃນ​ຫລັກໄຕຣລັກສະນະ ​ຫລື ​ສາ​ມັນລັກສະນະ​ນີ້​ ມີ​ຄວາມຫມາຍ​ກວ້າງ​ທົ່ວ​ໄປ​ ໄດ້ແກ່​ສິ່ງ​ມີ​ຊີວິດ​ ແລະ ​ບໍ່​ມີ​ຊີວິດ​ ມີ​ການ​ຈັດ​ແບ່ງ​ປະ​ເພດ​ຂອງ​ທຸກ​ໄວ້​ຫຼາຍ​ແບບ​ນຳກັນ​ ແຕ່​ຢ່າງໃດ​ກໍ​ຕາມ​ເມື່ອ​ພິຈາລະນາ​ໃນ​ເລື່ອງ​ຂອງ​ທຸກ​ ມີ​ຂໍ້​ຄວນ​ເຮັດ​ຄວາມ​ເຂົ້າໃຈ​ຢູ່​ 2 ປະ​ການ​ ຄື​:

1.
ປະການທີຫນຶ່ງ
   ທຸກ​ໃນ​ໄຕຣລັກສະນະ​ ກັບ​ ທຸກ​ໃນ​ອະ​ຣິຍະ​ສັດ​ 4 ກ່າວ​ຄື​ ທຸກ​ທີ່​ປາກົດ​ຢູ່ໃນ​ໝວດ​ທຳ​ສຳຄັນ​ 3 ໝວດ​ ຄື​:
 1.1 ເວທະນາ​ ເອີ້ນວ່າ:​ “ທຸກ​ຂ​ະເວທະ​ນາ​” ປະກອບ​ດ້ວຍ​ ເວທະນາ​ 3 ຄື​:
  - ທຸກ​
  - ສຸກ​
  - ອຸ​ເປກ​ຂາ​ ແລະ ​ເວທະ​ນາ​ 5
  - ທຸກ​
  - ສຸກ​
  - ໂທມ​ະນັດ​
  - ໂສມ​ະນັດ​
  - ອຸ​ເປກ​ຂາ​
1.2
ໄຕຣລັກສະນະ ເອີ້ນວ່າ:​ “ທຸກ​ຂະລັກ​ສ​ະນະ​”
  - ອ​ະນິດ​ຈັງ​
  - ທຸກ​ຂັງ​
  - ອ​ະນັດ​ຕາ​
1.3
ອະ​ຣິຍະ​ສັດ​ 4 ເອີ້ນວ່າ: “ທຸກ​ຂັງ​ຣິຍະ​ສັດ​”
  - ທຸກ​
  - ສະ​ມຸ​ທັຍ​
  - ນິ​ໂຣດ
  - ມັກ​ຄ໌

2. ປະ​ການ​ທີສອງ
   ລັກສະນະ​ຂອງ​ທຸກ​ທີ່​ກ່ຽວ​ຂ້ອງ​ກັບ​ຊີວິດ​ຄົນ​ເຮົາ​ມັກ​ເປັນ​ທຸກ​ໃນ​ອ​ະຣິຍະ​ສັດ​ 4 ເພາະ​ເປັນ​ທຸກ​ທີ່​ເກີດ​ຈາກ​ສະພາບ​ຈິດ​ທີ່ປຸງ​ແຕ່ງ​ຂຶ້ນ ​ດ້ວຍ​ປຸ​ຖຸຊົນ​ບໍ່​ສາມາດ​ຫຼີ​ກລຽງ​ໄດ້​ ສ່ວນ​ທຸກ​ທີ່​ກ່ຽວ​ຂ້ອງ​ໃນ​ໄຕຣລັກສະນະ 3 ເປັນ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ດຳ​ເນີນ​ຊີວິດ​ ຫລື ​ການ​ງານ​ອາ​ຊີບ​ໂດຍ​ກົງ​

  ດັ່ງ​ນັ້ນ,​ ທຸກ​ໃນ​ຂໍ້​ນີ້ ​ຈຶ່ງ​ໝາຍ​ເຖິງ​ ທຸກ​ໃນໄຕຣລັກສະນະ ​ທີ່​ໝາຍ​ທັງຫມົດ​ທັງ​ສິ່ງ​ມີ​ຊີວິດ​ຄື​ ມະນຸດ ​ແລະ ​ສັດ​ ແລະ​ ສິ່ງທີ່ບໍ່​ມີ​ຊີວິດ​ ເຊັ່ນ​: ບ້ານ​ເຮືອນ​ ພູເຂົາ​ ກ້ອນ​ຫິນ​ ແລະ ອື່ນໆ​ ຊຶ່ງ​ຕ້ອງ​ມີ​ຄວາມ​ທຸກ​ ມີ​ການ​ຊຸດ​ໂຊມ​ ຫລື ​ແກ່​ຊະລາ​ເປັນ​ທຳມະດາ​ ທຸກ​ຊະນິດ​ນີ້​ສຳພັນ​ກັບ​ກ່ຽວຂ້ອງກັບ​ຫຼັກ​ອ​ະນິດ​ຈະ​ຕາ​ ເປັນ​ຕົ້ນ​ວ່າ​ ຄວາມ​ຄົງ​ທົນ​ຢູ່ໃນ​ສະພາບ​ເດີມ​ບໍ່​ໄດ້​ ເປັນ​ທຸກ​ກໍ​ເພາະ​ສັບພະສິ່ງ​ມີ​ການ​ປ່ຽນ​ແປງ​ເຫດ​ແຫ່ງ​ປັດ​ໄຈ (ອ​ະນິດ​ຈັງ​)

3. ອະ​ນັດ​ຕາ​/ອ​ະນັດ​ຕະ​ຕາ​ (soullessness ornon-self)
  ອະ​ນັດ​ຕາ​/ອະ​ນັດ​ຕະ​ຕາ​ ແຫ່ງ​ໄຕຣລັກສະນະ 3 ຄື:​ ຄວາມ​ເປັນ​ອະ​ນັດ​ຕາ​ ໝາຍ​ເຖິງ​ ຄວາມ​ບໍ່​ແມ່ນ​ຕົວ​ຕົນ​ ຫລື​ ຄວາມ​ບໍ່​ມີ​ຕົວ​ຕົນ​ແທ້​ຈິງ​ຂອງ​ສັບພະສິ່ງ​ ແລະ​ ບໍ່​ສາມາດ​ຄວບ​ຄຸມ​ໃຫ້​ຄົງ​ຢູ່​ໄດ້​ຕາມ​ຄວາມ​ມຸ້ງ​ໝາຍ​ຂອງ​ຕົນ​ ກ່າວ​ຄື​ ຊີວິດ​ ຫລື ​ຮ່າງກາຍ​ນີ້​ ບໍ່ອາດ​ກ່າວ​ໄດ້​ວ່າ​ເປັນ​ຕົວ​ຕົນ​ແທ້​ຈິງ​ຂອງ​ບຸກ​ຄົນ​ບໍ່ແມ່ນເຂົາ ຫລື ບໍ່ແມ່ນເຮົາ ເພາະ​ທີ່​ເຮົາ​ເບິ່ງ​ເຫັນ​ເປັນ​ຮູບ​ຮ່າງ​ ຫລື ​ເປັນ​ຊີວິດ​ນີ້​ກໍ​ເພາະ​ມີ​ການລວມ​ກັນ​ຂອງ​ຂັນ​ທ໌​ 5 ຄື:​
 1. ຮູບ​ ຫລື​ ຮູບ​ຂັນ​ທ໌​ 1 ອັນ​ເປັນ​ສ່ວນ​ຮູບ ​ຫລື ​ກາຍ​ ມີ​ສ່ວນ​ປະກອບ​ຄື​ ມະຫາ​ພູຕະ​ຮູບ​ 4 ຄື​:
 - ດິນ​
 - ນ້ຳ​
 - ລົມ​
 - ໄຟ​
 2. ອຸປະ​ທາຍະ​ຮູບ​ 24 ແລະ ​ນາມ​ ຫລື​ ນາມ​ຂັນ​ທ໌​ 4 ສ່ວນ​ ຄື:​
 - ເວທະນາ​
 - ສັນຍາ​
 - ສັງ​ຂານ​
 - ວິນຍານ​
   ນາມຂັນ​ທ໌​ທັງ​ 4 ນີ້​ ເປັນ​ສ່ວນ​ນາມ ​ຫລື​ ຈິດ​ ເມື່​ສ່ວນ​ປະກອບ​ດ້ານ​ຮູບ​ຂັນ​ທ໌ ​ຫລື ​ນາມ​ຂັນ​ທ໌​ທັງ​ 5 ປະກອບ​ລວມ​ກັນ​ເຂົ້າ​ແລ້ວ ຈຶ່ງ​ເປັນ​ຮູບ​ຮ່າງ ​ຫລື ​ຊີວິດ​ເກີດ​ຂຶ້ນ​ກ່ອນ​ໃນ​ເບື້ອງ​ຕົ້ນ​ ຢູ່​ໄດ້​ພຽງ​ຊົ່ວ​ຂະນະ​ເທົ່າ​ນັ້ນ​ ແລະ​ ເກີດ​ການ​ປ່ຽນ​ແປງ​ ຊຸດ​ໂຊມ​ ຈົນ​ໃນ​ທີ່ສຸດ ​ກໍ່ແຕກ​ດັບ​ສະຫ​ລາຍ​ສູນ​ສິ້ນ​ ຊຶ່ງ​ເປັນ​ໄປ​ຕາມ​ກົດ​ເກນຂອງ​ທຳມະຊາດ​ທີ່ເກິດຂື້ນ​ກັບ​ທຸກ​ສັບພະສິ່ງ​.

   ດັ່ງນັ້ນ,ສັບພະສິ່ງ​ ໝາຍ​ເຖິງ​ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ມີ​ຢູ່​ເທິງ​ໂລກ​ ແລະ ​ໃນ​ຈັກກະວານ​ ລວມ​ທັງ​ຈັກກະວານ​ເອງ​ດ້ວຍ​ ກໍ່​ຕົກ​ຢູ່​ພາຍໃຕ້​ຄວາມ​ເປັນ​ອະ​ນັດ​ຕາ​ເຊັ່ນ​ກັນ​ ໂດຍ​ສະຫລຸບ​ກໍ​ຄື​ ບໍ່​ມີ​ສິ່ງ​ໃດ​ເລີຍທີ່​ບໍ່​ເປັນ​ອະ​ນັດ​ຕາ​

   ທັງ​ນີ້​ ຄຳ​ວ່າ​ ສັບພະສິ່ງ​ ທີ່​ມີ​ຄວາມຫມາຍ​ຄອບ​ຄຸມ​ສັບພະສິ່ງ​ທີ່​ວ່າ​ນີ້​ເປັນ​ 2 ປະ​ເພດ​ ຄື​:
 1. ສິ່ງ​ທີ່​ເປັນ​ສັງ​ຂະຕະ​ທຳ​ ຄື​ ສິ່ງ​ທີ່​ມີ​ເງື່ອນ​ໄຂ​ປັດ​ໄຈປຸງ​ແຕ່ງ​ໃຫ້​ເກີດ​ຂຶ້ນ​ ດຳ​ລົງຢູ່ ​ ເສື່ອມ​ລົງ​ ແລະ ​ດັບ​ສະຫ​ລາຍ​ໄປ​ ມີ​ລັກສະນະ​ສະເພາະ​ຕົນ
 ​​2. ສິ່ງ​ທີ່​ເປັນ​ອະ​ສັງ​ຂະຕະທຳ​ ຄື​ ສິ່ງ​ທີ່ຄົງ​ຢູ່​ໄດ້​ດ້ວຍ​ຕົວ​ເອງ​ ບໍ່ຕ້ອງ​ມີ​ເງື່ອນ​ໄຂ​ປັດ​ໄຈ​ຫຍັງ​ ບໍ່​ຕ້ອງ​ອາໄສ​ສິ່ງ​ໃດ​ອື່ນ​ໆ​ ມີ​ລັກສະນະ​ກົງ​ກັນ​ຂ້າມ​ກັບ​ສັງ​ຂະຕະທຳ​ ຄື​ ບໍ່​ມີ​ການ​ເກີດ​ ບໍ່​ມີ​ການ​ດັບ​ສະຫ​ລາຍ​ ແລະ ​ເມື່ອ​ດຳ​ລົງ​ຢູ່​ ກໍ່​ບໍ່​ມີ​ການ​ປ່ຽນ​ແປງ​ປາກົດ​ ໄດ້​ແກ່​: ນິບ​ພານ​

   ໄຕຣລັກສະນະທັງ 3 ປະ​ການ​ ຄື​: ອ​ະນິດ​ຈັງ​ ທຸກ​ຂັງ​ ​ອະ​ນັດ​ຕາ​ ເປັນ​ສິ່ງ​ທີ່ຊາວ​ພຸດ​ເພິ່ງລະນຶກໄດ້ ​ ຫາກ​ເກີດ​ທຸກ​ ຄື​ ຄວາມ​ທຸກ​ທີ່​ເກີດ​ຊ້ຳ​ໄປ​ຊ້ຳ​ມາ​ແລ້ວ​ ໃຫ້​ເພິ່ງ​ໃຊ້​ປັນຍາ​ເບິ່ງໃຫ້​ເຫັນ​ຊຶ່ງ​ຄວາມ​ບໍ່​ທ່ຽງ​ຂອງ​ສັບພະສິ່ງ​ເທິງ​ໂລກ​ ຄື​ ອ​ະນິດ​ຈັງ​ ຊຶ່ງ​ຈະ​ນຳ​ໄປ​ສູ່​ຄວາມ​ເຫັນ​ແຈ້ງ​ໃນ​ອະ​ນັດ​ຕາ​ ຄື​ ຄ​ວາມ​ບໍ່​ມີ​ຕົວ​ຕົນ​ທີ່​ບໍ່​ມີ​ສິ່ງ​ໃດ​ຄົງ​ຢູ່​ໄດ້​ໂດຍ​ບໍ່​ມີ​ມື້​ເສື່ອມ​ສະຫ​ລາຍ​

   ຢ່າງໃດ​ກໍ່​ຕາມ​ຫຼັກ​ສັດຈະທຳໄຕຣລັກສະນະ​ພຣະ​ພຸດ​ທະ​ສາສະນາ​ ຍັງ​ເປັນ​ຫຼັກ​ທຳ​ທີ່​ກ່າວເຖິງ​ທຸກ​ສັບພະສິ່ງ​ເທິງ​ໂລກ​ໃບ​ນີ້​ ມີທັງສິ່ງທີ່​ເປັນ​ຮູບປະ​ທຳ​ ແລະ ​ນາມມະ​ທຳ​ແລ້ວແມ່ນຕົກ​ຢູ່ໃນ​ສະພາ​ວະ​ດຽວ​ກັນ​ ຄື​: ມີ​ການ​ເກີດ​ຂຶ້ນ​ ການຕັ້ງ​ຢູ່​ ແລະ​ ການ​ດັບສູນ​ ບໍ່​ມື້​ໃດ​ກໍ່ມື້​ໜຶ່ງ​ ອັນ​ເປັນ​ກົດ​ຂອງ​ທຳມະຊາດ​ທີ່​ບໍ່​ອາດ​ປະຕິເສດ​ໄດ້​