ອົງ​​ປະກອບ​ຂອງ​ສາສະນາ​ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


24 มิถุนายน 2560

ອົງ​​ປະກອບ​ຂອງ​ສາສະນາ​



ອົງ​​ປະກອບ​ຂອງ​ສາສະນາ​  


   ສາສະນາ​ໃນ​ຖານະ​ປາກົດ​ການ​ທາງ​ຈິດ ​ແລະ ​ທາງ​ສັງຄົມ​ ເປັນ​ບໍ່ເກີດ​ຂອງ​ຄຸນຄ່າ ​ແລະ ​ວັດທະນະທຳ​ ແລະ ​ມີ​ຄວາມ​ສຳພັນ​ກັບ​ຊີວິດ​ຂອງ​ມະນຸດ​ຢ່າງ​ແໜ້ນ​ແຟ້ນ​ ຊຶ່ງ​ມີ​ຄວາມ​ເລິກ​ລຶກ​ ແລະ ​ມີ​ອົງ​ປະກອບຢ່າງ​ຫລວງ​ຫລາຍ​ຫຼາຍ​ ແຕ່​ທີ່​ຖື​ວ່າ​ສຳຄັນ​ທີ່ສຸດ​ມີ ​ 7 ປະ​ການ​ຄື​:


1.​ ສາດສະ​ດາ​ ຄື​: ຜູ້​ກໍ່​ຕັ້ງ​ສາດສະຫນາ​ ເຊັ່ນ​: ພຣະ​ພຸດ​ທະ​ສາສະນາ​ມີ​ພຣະ​ພຸດ​ທະ​ເຈົ້າ​ເປັນ​ສາດສະ​ດາ​ ສາດສະຫນາ​ຄຣິດ​​ມີ​ພະ​ເຍຊູ​ເປັນ​ສາດສະ​ດາ​

2.​ ຫລັກຄໍາສອນ ຫລື ຄຳພີ​ ຄື:​ ຫຼັກ​ທຳ​ຄຳ​ສັ່ງ​ສອນ​ ເຊັ່ນ​ ພະ​ພຸດ​ທະ​ສາສະນາ​ມີ​ພຣະໄຕຣປີດົກ ສາສະນາ​ຄຣິດ​​ມີ​ຄຳພີ​​ໄບ​ເບີນ​

3.​ ສາວົກ​ ຫລື ນັກບວດ ຄື:​ ຜູ້​ເຜີຍ​ແຜ່​ ເຊັ່ນ​: ​ພຸດ​ທະ​ສາສະນາ​ມີ​ພຣະພິກຂຸ ສາມະເນນ ສາສະນາ​ຄຣິດ​​ມີ​ບາດ​ຫຼວງ​

4.​ ສາສະນາສະ​ຖານ​ ຄື:​ ສະຖານ​ທີ່​ປະກອບ​ພິທີກຳ​ ເຊັ່ນ:​ ພຣະ​ພຸດ​ທ​ະສາສະນາ​ມີ​ວັດ ສາສະນາ​ຄຣິດ​ມີ​ໂບດ

5.​ ພິທີກຳ​ ຫລື ສາສະນາພີທີ ຄື​: ການ​ປະຕິບັດ​ພິທີກຳ​ຕ່າງ​ໆ​ ເຊັ່ນ​: ພຣະ​ພຸດ​ທ​ະສາສະນາ​ມີ​ການ​ວຽນ​ທຽນ​ ສາສະນາ​ຄຣິດ​ມີ​ພິທີ​ການ​ລ້າງ​ບາບ​

6.​ ສັນຍະລັກ​ ຄື​: ເຄື່ອງ​ໝາຍ​ແທນ​ສາສະນາ​ນັ້ນ​ໆ​ ເຊັ່ນ​: ພະ​ພຸດ​ທ​ສາສະນາ​ມີ​ທຳມະຈັກ​ເປັນ​ສັນຍະລັກ​ ສາສະນາ​ຄຣິດ​ມີ​ໄມ້ກາງເຂນເປັນ​ສັນຍະລັກ​

7. ສາສະນິກະຊົນ ຄື: ບຸກຄົນຜູ້ນັບຖືເຫລື້ອມໃສສັດທາໃນສາສະນານັ້ນໆ.