ໂອ​ວາດ​ປາຕິໂມກ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


25 มิถุนายน 2560

ໂອ​ວາດ​ປາຕິໂມກ



ໂອ​ວາດ​ປາຕິໂມກ


   ໂອວາດປາຕິໂມກ ເປັນ​ຫຼັກ​ຄຳ​ສອນ​ທີ່​ເປັນ​ຫົວ​ໃຈ​ຂອງ​ພຣະ​ພຸດ​ທະ​ສາສະນາ ​ທີ່​ພຣະ​ພຸດ​ທະ​ອົງໄດ້ປະທານແກ່ທີ່ປະຊຸມພຣະພິກຂຸສົງຄ໌ 1,250 ອົງຄ໌ ທີ່ມາປະຊຸມກັນໂດຍບໍ່ໄດ້ນັດຫມາຍ ທີ່ ວັດເວຣຸວັນມະຫາວິຫານ ໃນວັນເພັງ ເດືອນ 3 (ວັນມາຄະບູຊາ)  ​ໂອວາດປາຕິໂມກທີ່ຊົງສະແດງໃນວັນນັ້ນ ຖືເປັນຫລັກທັມຄໍາສັ່ງສອນທີ່ສໍາຄັນ ຫລື ເປັນ​ຫຼັກ​ຄຳ​ສອນ​ທີ່​ເປັນ​ຫົວ​ໃຈ​ຂອງ​ພຣະ​ພຸດ​ທ​ສາສະນາ ຫລັກທັມດັ່ງກ່າວ ແບ່ງ​ເປັນ​ 3 ສ່ວນ​ ຄື:​ ຫຼັກ​ທຳ​ 3 ອຸດົມ​ການ​​ 4 ແລະ​ ວິທີ​ການ​ 6.

 
 
ຫຼັກ​ການ​ 3 ໄດ້​ແກ່:​
       1.
ສັບ​ພະ​ປາ​ປັດ​ສະ​ ອະ​ກະ​ຣະ​ນັງ​ = ການບໍ່​ເຮັດ​ຄວາມ​ຊົ່ວ​ທັງປວງ​ ( not to do any evil)
       2
. ກຸ​ສະ​ລັດ​ສູ​ປະ​ສັມ​ປະ​ທາ​ = ການເຮັດ​ແຕ່​ຄວາມ​ດີ​ (to do good; to cultivate good)
       3
. ສະ​ຈິດ​ຕະ​ປະ​ຣິ​ໂຍທະ​ປະ​ນັງ​ = ການເຮັດ​ຈິດ​ຂອງ​ຕົນ​ໃຫ້​ຜ່ອງໃສ ​ (to purify the mind)
  
ອຸດົມ​ການ​​ 4 ໄດ້​ແກ່​:
       1.
ຄວາມ​ອົດ​ທົນ​ ຄື ​ການ​ອົດ​ກັ້ນ​ ເມື່ອປະສົບກັບສິ່ງທີ່ບໍ່ຊອບໃຈ
       2.
ຄວາມ​ບໍ່​ບຽດ​ບຽນ​ ຄື​ ການ​ງົດ​ເວັ້ນ​ຈາກ​ການທຳຮ້າຍ​ ລົບກວນ ຫລື ບັງ​ບຽນ​ຜູ້​ອື່ນ​
       3.
ຄວາມ​ສະຫງົບ​ ຄື​ ປະຕິບັດ​ຕົນ​ໃຫ້​ສະຫງົບ​​ທາງ​ກາຍ​ ວາ​ຈາ​ ແລະ ​ໃຈ​
       4.
ນິບ​ພານ​ ຄື​ ການ​ດັບ​ທຸກ​ທີ່​ເປັນ​ເປົ້າ​ໝາຍ​ສູງ​ສຸດ​ໃນ​ພຸດ​ທະ​ສາສະນາ​ ຊຶ່ງ​ຈະ​ເກີດ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ດຳ​ເນີນ​ຊີວິດ​ຕາມ​ມັກ​ມີ​ອົງ​ຄ໌​ແປດ​
  
ວິທີ​ການ​ 6 ໄດ້​ແກ່​:
       1.
ການບໍ່​ວ່າ​ຮ້າຍ​ ຄື​ ບໍ່​ກ່າວ​ໃຫ້​ຮ້າຍ​ຜູ້ອື່ນ
       2.
ການບໍ່​ທຳ​ຮ້າຍ​ ຄື​ ບໍ່​ບຽດ​ບຽນ​ຜູ້​ອື່ນ​
       3.
ຄວາມສັງລວມ​ໃນ​ປາ​ຕິ​ໂມກ​ຂ໌​ (ຮັກສາຄວາມປະພຶດໃຫ້ໜ້າເຫຼື້ອມໃສ)
       4.
ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ (ເສບປັຈຈັຍສີ່ຢ່າງຮູ້ປະມານພໍພຽງ)
       5.
ທີ່ນັ່ງນອນອັນ​ສະຫງັດ (ສັນໂດດບໍ່ຄຸກຄີດ້ວຍໝູ່ຄະນະ)
       6.
ຝຶກ​ຫັດ​ຈິດ​ໃຈ​ໃຫ້​ສະຫງົບ​ ຄື ​ການ​ຝຶກ​ຈິດ​ ໝັ່ນ​ທຳ​ສ​ະມາ​ທິ​ພາວະ​ນາ​.