ພະສົງຄ໌/ພະພິກສຸ ແລະ ອະລັຊຊີ
ພຣະສົງຄ໌ ຫລື
ພຣະພິກສຸ ໝາຍເຖິງ ຜູ້ສະລະການຄອງເຮືອນ ຄອງຊັບເພື່ອອອກບວດ ແລະ
ຖືວັດປະຕິບັດຕາມພະທັມມະວິນັຍ ອັນເປັນຄຳສອນຂອງພະພຸທທະເຈົ້າ ເພື່ອຍັງໃຫ້ຕົນ ແລະ
ຜູ້ອື່ນໃຫ້ຮູ້ແຈ້ງໃນທັມ
ພຣະສົງຄ໌ ຫລື ພຣະພິກສຸ
ຫາກແປຕາມຖານສັບດັ້ງເດີມ ປະກອບດ້ວຍ:
• ສົງຄ໌ ມາຈາກພາສາບາລີຄຳວ່າ: ສັງຄະ
ແປວ່າ: ໝູ່ ຫລື ຄະນະ
• ພິກສຸ ມາຈາກພາສາບາລີຄຳວ່າ: ພິກຂຸ ແປວ່າ: ຜູ້ຂໍ ຄື ຜູ້ສະລະຕົນ ສະລະຊັບສົມບັດຈາກການຄອງເຮືອນ (ຄະຣາວາດ) ເພື່ອອຸທິດຕົນເພື່ອການບຳເພັນທັມ ແລະ ຍັງໃຫ້ຜູ້ອື່ນເຖິງຊຶ່ງກຸສົລດ້ວຍການອອກຂໍພັດຕາຫານຂອງຜູ້ອື່ນ

• ພິກສຸສົງຄ໌ ມາຈາກພາສາບາລີ ຄຳວ່າ:
ພິກຂຸ +
ສັງຄະ
ແປວ່າ: ໝູ່ແຫ່ງຜູ້ຂໍ
• ພຣະ ມາຈາກຮາກສັບພາສາບາລີ ຄຳວ່າ: ວະຣະ ແປວ່າ: ປະເສີດ
• ພະສົງຄ໌ ມາຈາກພາສາບາລີ ຄຳວ່າ: ພະຣະ + ສັງຄະ ແປວ່າ: ຜູ້ຂໍອັນປະເສີດ
• ພະພິກສຸ ມາຈາກພາສາບາລີ ຄຳວ່າ: ພະຣະ + ພິກຂຸ ແປວ່າ: ໝູ່ແຫ່ງຜູ້ປະເສີດ

ພະສົງຄ໌ ຫລື ພະພິກສຸ ຖືເປັນໜຶ່ງໃນຣັດຕະນະທັງສາມ ຄື
ພະພຸທ ພະທັມ ແລະ ພະສົງຄ໌
ອັນເປັນອົງຄ໌
ສາມ ທີ່ສຳຄັນໃນພະພຸດທສາສະນາ ທີ່ຍັງໃຫ້ພະພຸດທສາສະນາປາກົດຂຶ້ນ ດຳເນີນຢູ່ ແລະ
ດຳລົງຢູ່ຈົນເຖິງປະຈຸບັນ ແລະ ໃນອະນາຄົດ
ພະສົງຄ໌
ຫລື ພະພິກສຸ ຖືເປັນສາວົກຂອງພະພຸທທະເຈົ້າ ທີ່ຕ້ອງຖືວັດປະຕິບັດຕາມພຣະທັມມະວິນັຍອັນປະກອບດ້ວຍສິລ
ຈຳນວນ 227
ຂໍ້
ເພື່ອຍັງໃຫ້ຕົນເປັນຜູ້ຈະເລີນ ພ້ອມກັບສຶກສາພຣະທັມຄຳສອນໃຫ້ຮູ້ແຈ້ງ ແລະ ຍັງໃຫ້ຜູ້ອື່ນເຂົ້າເຖິງຊຶ່ງພຣະທັມນັ້ນ
ດ້ວຍການເຜີຍແຜ່ພຣະທຳຄຳສອນແກ່ປຸຖຸຊົນທັງຫຼາຍ
ອະລັຊຊີ
ເປັນຄຳສັບທີ່ໃຊ້ເອີ້ນນັກບວດໃນສາສະນາ ຜູ້ບໍ່ປະພຶດປະຕິບັດຕາມຫຼັກທຳຄຳສອນຂອງພະສາດສະດາ
ເປັນຜູ້ປະພຶດຜິດຈາກທໍານອງຄອງທັມທີ່ຍັງໃຫ້ສາສະນາເສື່ອມເສຍ ບໍ່ມີຄວາມລະອາຍຕໍ່ສິ່ງທີ່ກະທຳນັ້ນ
ເຊັ່ນ: ອະລັຊຊີໃນພຣະພຸທທະສາສະນາ
ຄື: ພະສົງຄ໌
ທີ່ບໍ່ປະພຶດຕາມພະທັມມະວິນັຍຊຶ່ງຍັງໃຫ້ພຣະທັມມະວິນັຍຂາດ ເຊັ່ນ: ພະສົງຄ໌ທີ່ເສບເມຖຸນ, ດື່ມສຸຣາເມຣັຍ,
ຂ້າສັດ ເປັນຕົ້ນ
ອະລັຊຊີ
ແປວ່າ: ຜູ້ບໍ່ມີຄວາມລະລາຍ
ມີຖານສັບມາຈາກພາສາບາລີ ປະກອບດ້ວຍ:
– ອະ ແປວ່າ: ບໍ່
– ລັຊຊະ ແປວ່າ: ຄວາມລະອາຍ
– ອະ ແປວ່າ: ບໍ່
– ລັຊຊະ ແປວ່າ: ຄວາມລະອາຍ
ພຣະສົງຄ໌
2
ປະເພດ
1. ສົມມຸດຕິສົງຄ໌
ສົມມຸດຕິສົງຄ໌ ຄື ພຣະສົງຄ໌ທົ່ວໄປຕັ້ງແຕ່ 4 ຮູບ ຂຶ້ນໄປ ທີ່ໄດ້ຮັບການອຸປະສົມບົດຕາມພຸດທານຸຍາດ ເຊິ່ງໄດ້ປະຕິບັດຕາມຫຼັກທຳຄຳສອນຂອງພະພຸດທະອົງຄ໌ ທີ່ຍັງບໍ່ໄດ້ບັນລຸໂລກຸດຕະລະທັມ ເປັນພຣະອໍຣະຫັນຕ໌ຕາມພະພຸດທອົງຄ໌ ໝູ່ພຣະສົງຄ໌ເຫຼົ່ານີ້ ເອີ້ນວ່າ: ສົມມຸດຕິສົງຄ໌

2. ພະອະຣິຍະສົງຄ໌
ພະອະຣິຍະສົງຄ໌ ຄື: ໝູ່ແຫ່ງພິກສຸຜູ້ທີ່ໄດ້ຟັງທຳຄຳສອນທີ່ອອກຈາກພຣະໂອດຂອງພະພຸດທະເຈົ້າໂດຍກົງ ແລະ ຍັງໃຫ້ຕົນຮູ້ແຈ້ງຕາມທັມນັ້ນ ຄື: ບັນລຸໂລກຸດຕະລະທັມເປັນພະອໍຣະຫັນຕ໌ ຕາມພະພຸດທະອົງຄ໌ ປະກອບດ້ວຍ ຄູ່ແຫ່ງບຸຣຸດ 4 ຄູ່ ຕາມມັຄ ແລະ ຜົລ ຄື:
– ພະໂສດາບັນ 1 ຄູ່ ຄື: ຜູ້ມີສຸປະຕິປັນໂນ ເປັນຜູ້ປະຕິບັດດີປະຕິບັດງາມ ປະກອບດ້ວຍພຣະໂສດາປະຕິມັກ 1 ແລະ ພຣະໂສດາປະຕິຜົລ 1
– ພະສະກະທາຄາມິ 1 ຄູ່ ຄື: ຜູ້ມີອຸຊຸປະຕິປັນໂນ ເປັນຜູ້ປະຕິບັດກົງປະຕິບັດຖືກຕ້ອງ ປະກອບດ້ວຍພຣະສະກະທາຄາມິມັຄ 1 ແລະ ພຣະສະກະທາຄາມິຜົລ 1
– ພະອະນາຄາມິ 1 ຄູ່ ຄື: ຜູ້ມີຍາຍະປະຕິປັນໂນ ເປັນຜູ້ປະຕິບັດຊອບ ປະກອບດ້ວຍພຣະອະນາຄາມິມັຄ 1 ແລະ ພຣະອະນາຄາມິຜົລ 1
– ພະອໍຣະຫັນຕ໌ 1 ຄູ່ ຄື: ຜູ້ມີສາມີຈິປະຕິປັນໂນ ເປັນຜູ້ປະຕິບັດເໝາະສົມ ປະກອບດ້ວຍພຣະອໍຣະຫັນຕົມັຄ 1 ແລະພະອົນຫັນຕ໌ຜົລ 1

ອະຣິຍະບຸກຄົນ ຄື:
ບຸກຄົນຜູ້ປະເສີດທັງທີ່ເປັນປຸຖຸຊົນ
ຫລື ພຣະສົງຄ໌ ທີ່ລະແລ້ວໃນສັງໂຢດອັນເປັນກິເລສທີ່ຜູກມັດຕົນໄວ້ໃນພົບພູມຕ່າງໆ (ໂລກພູມ
ນະຣົກພູມ ເທວະພູມ ແລະ ພຣົມພູມ)
ມັຄ ຄື: ຍານທີ່ຊ່ວຍໃຫ້ລະຊຶ່ງສັງໂຢດ
ເພື່ອໃຫ້ເປັນອະຣິຍະບຸກຄົນໃນລະດັບຊານຕ່າງໆ
ຜົລ ຄື: ກຸສົລທີ່ເກີດຈາກການລະແລ້ວຊຶ່ງສັງໂຢດຕ່າງໆ ທີ່ພຣະບຸກຄົນເພີ່ງສະເຫວີຍ

ສັງໂຢດ 10 ຫລື ກິເລສ 10
1. ສັງກາຍະທິດຖິ ຄື: ການຢຶດໝັ່ນໃນຮ່າງກາຍວ່າເປັນຂອງຕົນ
ບໍ່ມີມື້ດັບຫາຍ
2. ວິຈິກິດສາ ຄື: ຄວາມສົງໄສໃນຫຼັກທັມຄຳສອນຂອງພະພຸດທອົງຄ໌ ຄື ເຫັນຜິດ ເຊື່ອຜິດ ເຊື່ອໃນຫຼັກການອື່ນທີ່ບໍ່ມີເຫດ ແລະ ຜົນ
3. ສີລັພພະຕະປຣາມາສ ຄື: ການສຳຄັນຜິດ ຫລື ປະພຶດໃນສິນ
4. ກາມຣາຄະ ຄື: ການຢຶດໝັ່ນໃນກາມາຣົມ ຄື ຄວາມຕ້ອງການຂອງຕົນ ເປັນໂລພະ ຄື ຄວາມໂລບ
5. ປະຕິຄະ ຄື: ຄວາມຂຸ່ນເຄືອງ ສະແດງພະຍາບາດ ເປັນໂທສະ ຄື ຄວາມໂກດ
6. ຮູປະຣາຄະ ຄື: ຢຶດໝັ່ນໃນຮູບ ສຽງ ກິ່ນ ຣົສ ແລະ ໂຜດຖັບພະ ເປັນໂມຫະ ຄື ຄວາມຫຼົງ
7. ອະຮູປະຣາຄະ ຄື: ຢຶດໝັ່ນໃນສິ່ງບໍ່ມີຮູບ ເປັນນາມມະທັມ ຈັບຕ້ອງບໍ່ໄດ້ ເຊັ່ນ: ຄຳສັນລະເສີນ ຄວາມຮັກ ອາລົມປາຖະຫນາຂອງຕົນ ເປັນຕົ້ນ (ກຳນົດລະໂດຍໃຊ້ອຸເປກຂາ ແຫ່ງພຣົມມະວິຫານ 4)
8. ມານະ ຄື: ຄວາມຢຶດໝັ່ນຖືມັ່ນໃນນາມສົມມຸດທີ່ທ່ານຕັ້ງໃຫ້ (ອາຈາຣຍ໌, ຄູ, ນັກຮຽນ) ແລະ ສຳຄັນຕົນວ່າດີກວ່າ ຕໍ່າກວ່າ ຫລື ແຕກຕ່າງຈາກເຂົາຢ່າງໃດ
9. ອຸທທັຈຈະ ຄື: ມີຈິດຟຸ້ງຊ່ານ ບໍ່ມີສະມາທິ
10. ອະວິຊຊາ ຄື: ຄວາມບໍ່ຮູ້ຄວາມຈິງອັນປະເສີດ ຄື ອະຣິຍະສັດ 4

ລຳດັບຊານແຫ່ງການບັນລຸ
1. ໂສດາບັນ ຄື:
ຜູ້ທີ່ລະແລ້ວຊຶ່ງສັງໂຢດໃນຂໍ້
1-3 ພຽງເທື່ອດຽວ
ແຕ່ຍັງບໍ່ບັນລຸຊານອື່ນທີ່ສູງກວ່າ ຜູ້ບັນລຸຊານນີ້ ຍັງຕ້ອງວຽນວ່າຍຕາຍເກີດໃນພົບພູມ
2. ສະກະທາຄາມີ ຄື: ຜູ້ທີ່ລະແລ້ວຊຶ່ງສັງໂຢດໃນຂໍ້ 1-3 ດ້ວຍການສັ່ງສົມໃນຊາດດຽວ ຫລື ຫຼາຍຊາດ ຈົນເກືອບລະແລ້ວຊຶ່ງ ຣາຄະ ໂທສະ ໂມຫະ ແຕ່ຍັງບໍ່ບັນລຸຊານອື່ນທີ່ສູງກວ່າ ຜູ້ບັນລຸຊານນີ້ ຍັງຕ້ອງວຽນວ່າຍຕາຍເກີດໃນພົບພູມ
3. ອະນາຄາມີ ຄື: ຜູ້ທີ່ລະແລ້ວຊຶ່ງສັງໂຢດໃນຂໍ້ 1–5 ຜູ້ບັນລຸຊານນີ້ ດ້ວຍການສັ່ງສົມໃນຊາດດຽວ ຫລືຫຼາຍຊາດ ຍັງຕ້ອງວຽນວ່າຍຕາຍເກີດໃນພົບພູມ ທັງນີ້ ລະດັບອະນາຄາມີຕ່າງຈາກລະດັບສະກະທາຄາມີໃນພຽງຂໍ້ 4 ແລະ 5 ຊຶ່ງຜູ້ທີ່ລະແລ້ວຊຶ່ງຂໍ້ 4 ມັກເປັນຜູ້ສະຫລະແລ້ວຊຶ່ງການຄອງເຮືອນ ຄື ອອກບວດເປັນພິກສຸໃນພຸທທະສາສະນາ
4. ອໍຣະຫັນຕ໌ ຄື: ຜູ້ທີ່ລະແລ້ວຊຶ່ງສັງໂຢດທັງ 10 ຂໍ້ ເອີ້ນວ່າ: ບັນລຸອໍຣະຫັນຕ໌ ຫລື ເຂົ້າສູ່ພຣະນິບພານ ຜູ້ບັນລຸຊານນີ້ ບໍ່ມີການວຽນວ່າຍຕາຍເກີດໃນພົບພູມອີກຕໍ່ໄປ...