Flash Drive ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


2 มิถุนายน 2560

Flash Drive ແມ່ນຫຍັງ



Flash Drive ແມ່ນຫຍັງ

    Flash Drive ຄື​ ອຸປະກອນ​ຫນ່ວຍ​ຄວາມ​ຈໍາ ​ທີ່​ສາມາດ​ເກັບ​ຂໍ້​ມູນ​ໄວ້​ພາຍ​ໃນ​ໄດ້​ ໂດຍ​ມີ​ Flash Memory ທີ່​ມີ​ຂະໜາດ​ນ້ອຍ​ແຕ່​ຄວາມ​ຈຸ​ສູງ​ຫລາຍ​ຢູ່​ພາຍ​ໃນ​ ສາມາດ​ບັນ​ທຶກ​ຂໍ້​ມູນ​ (ທັງ​ການ​ຂຽນ​ ແລະ​ລົບ​) ໄດ້​ບໍ່​ຈໍາ​ກັດ​ຈໍາ​ນວນຄັ້ງ ໂດຍ​ໃຊ້​ໄຟ​ຈາກ​ຊ່ອງ​ສຽບ​ USB ລ້ຽງ​ສະເພາະ​ເວລາ​ເອີ້ນໃຊ້​ງານ​ເທົ່າ​ນັ້ນ​ ສາມາດ​ຖອດ​ອອກຈາກ​ຊ່ອງ​ສຽບ​ USB ໄດ້​ໂດຍ​ທີ່​ຂໍ້​ມູນ​ພາຍ​ໃນ​ຍັງ​ມີ​ຢູ່​ ມີ​ຂະໜາດ​ນ້ອຍ​ຫລາຍ​ ບາງ​ເບົາ​ ພົກ​ພາ​ສະ​ດວກ​ ເວລາ​ໃຊ້​ງານ​ກໍ​ພຽງ​ແຕ່​ສຽບ​ເຂົ້າ​ຊ່ອງ​ USB ຂອງ​ຄອມພິວເຕີ​ເທົ່າ​ນັ້ນ​ ບໍ່​ຕ້ອງ​ລົງ​ Driver ໃດ​ໆ​ ເພີ່ມເຕີມ​ (Windows XP, 7 , 8, Linux ແລະ​ Mac OSX)

   Flash Drive ໃນ​ປະຈຸບັນ​ຖືກ​ອອກ​ແບບ​ໃຫ້​ມີ​ຄວາມ​ຈຸ​ສູງ​ (ຫລາຍກວ່າ​ 100 GB) ມີ​ໃຫ້​ເລືອກ​ຫຼາກ​ຫຼາຍ​ຢີ່​ຫໍ້​ ຫຼາຍ​ຫຼາຍ​ດີ​ໄຊ​ນ໌​ ມີ​ທັງ​ແບບ​ແຟ​ຊັ່ນ​ສວຍ​ງາມຫຼູຫຼາ​ Flash Drive ຍັງມີ​ຊື່​ເອີ້ນ​ອື່ນ​ອີກ​ຫຼາຍ​ຊື່​ ເຊັ່ນ:​ Handy drive, Thumb drive, USB flash drive ແລະ​ USB flash memory drive ເປັນ​ຕົ້ນ​ ແຕ່​ຊື່​ຢ່າງ​ເປັນ​ທາງ​ການ​ຂອງ​ເຈົ້າ​ Flash drive ຄື: USB Mass Storage Device

ຂໍ້​ດີຂອງ Flash drive

-
ມີ​ຂະໜາດ​ນ້ອຍ​ ພົກ​ພາ​ງ່າຍ​ ບໍ່​ກິນ​ເນື້ອ​ທີ່​ຈັດ​ເກັບ​
-
ຄວາມ​ຈຸ​ຂໍ້​ມູນ​ສູງ​ ປະຈຸບັນ​ມີ​ຄວາມ​ຈຸ​ຕັ້ງ​ແຕ່​ 4GB – 128GB
-
ສາມາດ​ເກັບ​ຂໍ້​ມູນ​ໄດ້​ທຸກ​ປະ​ເພດ​ ທັງ​ແຟ້ມ​ຂໍ້​ມູນ​ທົ່ວ​ໄປ​ ໜັງ​ ເພງ​ ຮູບ​ພາບ​ ວິ​ດີ​ໂອ​
-
ໃຊ້​ໄດ້​ກັບ​ຄອມພິວເຕີ​ທຸກ​ປະ​ເພດ​ ແລະ​ ທຸກລະບົບປະຕິບັດການ
-
ສຽບ​ປຸ໊ບ​ ໃຊ້​ໄດ້​ປັ໊ບ​ ບໍ່​ຕ້ອງ​ໃຊ້​ driver ຫລື​ ໄຟ​ຈາກ​ພາຍນອກ​ມາ​ລ້ຽງ​
-
ໃຊ້​ງານ​ຜ່ານ​ຊ່ອງ​ USB ຊຶ່ງ​ມີ​ໃນ​ຄອມພິວເຕີ​ທຸກ​ເຄື່ອງ​
-
ທົນ​ທານ​ ເສຍ​ຍາກ​ຫລາຍ​ ຕົກ​ບໍ່​ແຕກ​
-
ອາ​ຍຸ​ການ​ໃຊ້​ງານ​ຄົງທົນຍາວນານ ​ ເສຍ​ຍາກ​ ຂຽນ ​ແລະ ​ລົບ​ຂໍ້​ມູນ​ໄດ້​ບໍ່​ຈຳ​ກັດ​ຈຳນວນ​ເທື່ອ​
-
ໃຊ້​ຕົວ​ເກັບ​ຂໍ້​ມູນ​ແບບ​ Flash memory ຈຶ່ງ​ສາມາດ​ເອີ້ນ​ຂໍ້​ມູນ​ໄດ້​ໄວ​ຫລາຍ​
-
ສາມາດ​ຫລິ້ນ​ເພລງ​ MP3, ວິ​ດີ​ໂອ ​ແລະ ​ໜັງ​ໂດຍ​ກົງ​ຈາກ​ Flash drive ໄດ້​ເລີຍ