Hacker ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


4 มิถุนายน 2560

Hacker ແມ່ນຫຍັງ



Hacker ແມ່ນຫຍັງ

     ແຮັກ​ເກີ​​ (Hacker) ຄື​ ບຸກ​ຄົນ​ທີ່​ມີ​ຄວາມ​ສົນ​ໃຈ ​ໃນ​ກົນ​ໄກ​ການ​ເຮັດ​ວຽກງານ​ຂອງ​ລະບົບ​ປະຕິບັດການ​ເທິງ​ຄອມພິວເຕີ​ຢ່າງ​ເລິກເຊິ່ງ​ ແຮັກ​ເກີ​​ສ່ວນ​ໃຫຍ່​ຕ້ອງ​ມີ​ຄວາມ​ຮູ້​ທຽບ​ເທົ່າ​ ຫລື ​ເໜືອ​ກວ່າ​ໂປຣ​ແກຣມ​ເມີ​ ໂດຍ​ຈະ​ເປັນ​ເຊັ່ນ​ນັ້ນ​ໄດ້​ ເພາະ​ພວກ​ເຂົາ​ມີ​ຄວາມເອົາ​ໃສ່​ໃຈ​ທີ່​ຈະ​ນຳ​ຄວາມ​ຮູ້​ພື້ນ​ຖານ​ທີ່​ຜູ້​ອື່ນ​ເບິ່ງ​ວ່າ​ທຳມະດາ​ມາປະ​ຍຸກໃຊ້​ ທັງ​ນີ້ ​ເພື່ອ​ໃຫ້​ເກີດ​ແນວ​ຄວາມ​ຄິດ​ສ້າງສັນ​ໃໝ່​ໆ​ ​ຢູ່​ໃນ​ສັງຄົມ​ດິ​ຈິຕອລ​ຢູ່​ຕະຫລອດ​ເວລາ​ ແຮັກ​ເກີ​​ຈະ​ມີ​ຄວາມ​ເຂົ້າໃຈ​ໃນ​ຈຸດ​ອ່ອນ​ຂອງ​ລະບົບ ​ແລະ ​ທີ່​ມາ​ຂອງ​ຈຸດ​ອ່ອນ​ນັ້ນ​ໆ​ ເນື່ອງ​ຈາກ​ຄອຍ​ຖ້າ​ຕິດ​ຕາມ​ຂ່າວ​ສານ ​ແລະ​ ຄວາມ​ຮູ້​ໃໝ່​ໆ​ ຢູ່​ຕະຫລອດ​ເວລາ​ ການ​ກະທຳ​ໃດ​ໆ​ ທີ່​ເກີດ​ຈາກ​ການສຶກສາ​ຂອງ​ແຮັກ​ເກີ​​ຈະ​ຕ້ອງ​ແນ່​ໃຈ​ແລ້ວ​ວ່າ​ ບໍ່​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ແກ່​ຂໍ້​ມູນ​

     ແຮັກເກີ​​ (Hacker) ໝາຍ​ເຖິງ​ ບຸກ​ຄົນ​ຜູ້​ທີ່​ເປັນ​ອັດ​ສະລິຍະ​ ມີ​ຄວາມ​ຮູ້​ໃນ​ລະບົບ​ຄອມພິວເຕີ​ເປັນ​ຢ່າງ​ດີ​ ສາມາດ​ເຂົ້າໄປ​ເຖິງ​ຂໍ້​ມູນ​ໃນ​ຄອມພິວເຕີ​ ໂດຍ​ເຈາະ​ຜ່ານ​ລະບົບ​ຮັກສາ​ຄວາມ​ປອດ​ໄພ ຂອງ​ຄອມພິວເຕີ​ໄດ້​ ກຸ່ມ​ພວກ​ນີ້​ຈະ​ອ້າງ​ວ່າ​ ຕົນ​ມີຈັນຍາບັນ ​ ບໍ່​ຫາ​ຜົນ​ປະໂຫຍດ​ຈາກ​ການ​ບຸກລຸກ​ ແລະ ​ປະ​ນາມ​ພວກ​ Cracker
     ແຮັກ​ເກີ​ (Hacker) ຄື​ ບຸກ​ຄົນ​ຜູ້​ຊຶ່ງ​ສາມາດ​ປະ​ຍຸກ​ເອົາ​ຄວາມ​ຮູ້​ທຳມະດາ​ ໃຫ້​ກາຍ​ເປັນ​ເຄື່ອງ​ມື​ພິເສດ​ ຊຶ່ງ​ສາມາດ​ນຳ​ໄປ​ໃຊ້​ປະໂຫຍດ​ໃນ​ທາງ​ທີ່​ສຸ​ຈະລິດ​ໄດ້​
     ແຕ່​ດຽວ​ນີ້​ ຄຳ​ວ່າ​ Hacker ໝາຍ​ເຖິງ​ Security Professional ທີ່​ຄອຍ​ຖ້າ​ໃຊ້​ຄວາມ​ສາມາດ​ຊ່ວຍ​ກວດ​ກາ​ລະບົບ​ ແລະ ​ແຈ້ງ​ເຈົ້າ​ຂອງ​ລະບົບ​ວ່າ ​ມີ​ຊ່ອງ​ໂຫວ່​ບ່ອນ​ໃດ​​ ອາດ​ເວົ້າ​​ວ່າ​ເປັນ​ Hacker ທີ່​ມີອະລິຍະ​ທຳ​ນັ້ນ​ເອງ​ ໃນ​ຕ່າງ​ປະເທດ ​ມີ​ວິ​ຊາ​ທີ່​ສອນ​ເຖິງ​ການ​ເປັນ​ Ethical Hacker ຫລື​ ແຮັກ​ເກີ​​ແບບ​ມີອະລິຍ​ະທຳ​ ຊຶ່ງ​ແຮັກ​ເກີ​​ແບບ​ນີ້​ເອີ້ນ​ອີກ​ຢ່າງ​ວ່າ:​ White Hat Hacker ກໍ​ໄດ້​ ສ່ວນ​ພວກ​ທີ່​ນິ​ໄສ​ບໍ່​ດີ​ເຮົາ​ຈະ​ເອິ້ນວ່າ: Cracker ຫລື​ Black Hat Hacker ຊຶ່ງ​ກໍ​ຄື​ ມີ​ຄວາມ​ສາມາດ​ເໝືອນ​ Hacker ທຸກ​ປະ​ການ​ ພຽງ​ແຕ່​ພຶດຕິກຳ​ຂອງ​ Cracker ນັ້ນ​ຈະ​ເປັນ​ການ​ກະທຳ​ທີ່​ຂາດ​ຈະລິຍະ​ທັມ​ ເຊັ່ນ:​ ລັກ​ຂໍ້​ມູນ​ ຫລື​ເຂົ້າໄປ​ທຳລາຍ​ລະບົບ​ຄອມພິວເຕີ​ໃຫ້​ເຮັດວຽກ​ບໍ່​ໄດ້​ ເປັນ​ຕົ້ນ​.

Cracker

     ແຄັກເກີ ຄື ​ບຸກ​ຄົນ​ທີ່​ບຸກລຸກ​ ຫລື ​ລົບກວນ​ລະບົບ​ຄອມພິວເຕີ​ທີ່​ຢູ່​ຫ່າງ​ໄກ​ ດ້ວຍ​ເຈດຕະນາ​ບໍ່ດີ​ cracker ເມື່ອ​ບຸກລຸກ​ເຂົ້າ​ສູ່​ລະບົບ​ ຈະ​ທຳລາຍ​ຂໍ້​ມູນ​ທີ່​ສຳຄັນ​ ເຮັດໃຫ້​ຜູ້​ໃຊ້​ບໍ່​ສາມາດ​ໃຊ້​ງານ​ຄອມພິວເຕີ​ ຫລື ​ຢ່າງ​ນ້ອຍ​ເຮັດໃຫ້​ເກີດ​ປັນຫາ​ໃນ​ລະບົບ​ຄອມພິວເຕີ​ຂອງ​ເປົ້າ​ໝາຍ​ ໂດຍ​ກະທຳ​ຂອງ​ cracker ມີ​ເຈດຕະນາ​ບໍ່ດີ​ເປັນ​ສຳຄັນ​ ຄຳ​ຈຳ​ກັດ​ຄວາມ​ເຫຼົ່າ​ນີ້​ຖືກ​ຕ້ອງ​ ແລະ ​ອາດ​ໃຊ້​ໂດຍ​ທົ່ວ​ໄປ​ໄດ້​ ຢ່າງໃດ​ກໍ​ຕາມ​ຍັງມີ​ບົດ​ທົດສອບ​ອື່ນ​ອີກ​ ເປັນ​ບົດ​ທົດສອບ​ທາງ​ກົດ​ໝາຍ​ ໂດຍ​ການ​ໃຊ້​ເຫດຜົນ​ທາງ​ກົດ​ໝາຍ​ເຂົ້າ​ມາ​ໃຊ້​ໃນ​ສົມ​ການ​

      ວິທີ​ການ​ທີ່​ Hacker ແລະ​ Cracker ໃຊ້​ເຂົ້າໄປ​ກໍ່​ກວນ​ໃນ​ລະບົບ​ Internet ມີ​ຫຼາຍ​ວິທີ​ ແຕ່​ວິທີ​ທີ່​ນິຍົມ​ຫລາຍ​ມີ​ 3 ວິທີ​ ດັ່ງ​ນີ້​:
1.
Password Sniffers: ເປັນ​ໂປຣ​ແກຣມ​ນ້ອຍ​ໆ​ທີ່​ຊ່ອນ​ຢູ່ໃນ​ເຄືອ​ຂ່າຍ​ ແລະ ​ຖືກ​ສັ່ງ​ໃຫ້​ບັນ​ທຶກ​ການ​ Log on ແລະ​ ລະຫັດ​ຜ່ານ​ (Password) ແລ້ວ​ນຳ​ໄປ​ເກັບ​ໃນ​ແຟ້ມ​ຂໍ້​ມູນ​ລັບ​
2. Spooling
: ເປັນ​ເທັກ​ນິກ​ການ​ເຂົ້າ​ສູ່​ຄອມພິວເຕີ​ທີ່​ຢູ່​ໄລຍະ​ທາງ​ໄກ ໂດຍ​ການ​ປອມ​ແປງ​ທີ່​ຢູ່​ອິນ​ເຕີ​ເນັດ​ (Internet Address) ຂອງ​ເຄື່ອງ​ທີ່​ເຂົ້າ​ໄດ້​ງ່າຍ ​ຫລື​ ເຄື່ອງ​ທີ່​ເປັນ​ມິດ​ ເພື່ອ​ຄົ້ນ​ຫາ​ຈຸດ​ທີ່​ໃຊ້​ໃນ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ ວິທີ​ການ​ຄື​ ການ​ໄດ້​ມາ​ເຖິງ​ສະຖານ​ະພາບ​ທີ່​ເປັນ​ແກ່ນ​ ຫລື ​ຮາກ​ (Root) ຊຶ່ງ​ເປັນ​ການ​ເຂົ້າ​ສູ່​ລະບົບ​ຂັ້ນ​ສູງ​ສຳລັບ​ຜູ້​ບໍລິຫານ​ລະບົບ​ ເມື່ອ​ໄດ້​ຮາກ​ແລ້ວ​ຈະ​ສ້າງ​ Sniffers ຫລື ​ໂປຣ​ແກຣມ​ອື່ນ​ທີ່​ເປັນ​ Back Door ຊຶ່ງ​ເປັນ​ທາງ​ກັບ​ລັບ​ໆ​ໃສ່​ໄວ້​ໃນ​ເຄື່ອງ​
3. The Hole in the Web
: ເປັນ​ຂໍ້​ບົກຜ່ອງ​ໃນ​ World-Wide-Web (WWW ) ຊຶ່ງ​ເປັນ​ສ່ວນຫນຶ່ງ​ທີ່​ຢູ່ໃນ​ອິນ​ເຕີ​ເນັດ​ ເນື່​ງ​ຈາກ​ໂປຣ​ແກຣມ​ທີ່​ໃຊ້​ໃນ​ການ​ປະຕິບັດການ​ຂອງ​ Website ຈະ​ມີ​ຫຼຸມ​ ຫລື ​ຊ່ອງ​ວ່າງ​ທີ່​ຜູ້​ບຸກລຸກ​ສາມາດ​ເຮັດ​ທຸກ​ຢ່າງ​ທີ່​ເຈົ້າ​ຂອງ​ Site ສາມາດເຮັດໄດ້.

ປະເພດຂອງ Hacker

     ແຮັກເກີ​ ໝວກ​ຂາວ​ (White Hat Hacker): ອັນ​ນີ້​ເປັນ​ສາຍ​ຄຸນນະ​ທຳ​ທີ່​ມີ​ຄວາມ​ຊ່ຽວ​ຊານ​ໃນ​ການ​ເຈາະ​ລະບົບ​ ເພື່ອ​ຫາ​ຈຸດ​ອ່ອນ​ ແລະ ​ວາງ​ລະບົບ​ປ້ອງ​ກັນ​ ຊຶ່ງ​ສ່ວນ​ໃຫຍ່​ແຮັກ​ເກີ​​ສາຍ​ນີ້ ​ຈະ​ຖືກ​ວ່າ​ຈ້າງ​ໂດຍ​ບໍລິສັດ​ ຫລື ​ຫນ່ວຍ​ງານ​ຂອງ​ລັດຖະບານ​ ແຮັກ​ເກີ​ໝວກ​ຂາວ​ທີ່​ດັ່ງ​ໆ​ ກໍ​ຄື​ Tsutomu Shimomura ຜູ້​ທີ່​ເຄີີຍ​ຮ່ວມ​ມື​ກັບ​ FBI ໄລ່​ຈັບ​ສຸດ​ຍອດ​ແຮັກ​ເກີ​ຂອງ​ໂລກ​ມາ​ແລ້ວ​ ແຖມ​ຍັງ​ຂຽນ​ຫນັງສື​ຊື່​ TakeDown ກ່ອນ​ຈະ​ຖືກ​ນຳ​ໄປ​ເຮັດ​ເປັນ​ໜັງ​ອີກ​ດ້ວຍ​

     ແຮັກເກີ ​ໝວກ​ດຳ​ (Black Hat Hacker): ສາຍ​ມືດ​ໝົ່ນ​ທີ່​ຄອຍ​ຖ້າ​ເຈາະ​ລະບົບ​ຢ່າງ​ຜິດ​ກົດຫມາຍ​ ພເອມ​ກັບ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ເກີດ​ໃນ​ລະບົບ​ຂໍ້​ມູນ​ຄອມພິວເຕີ​ ເອີ້ນວ່າ: ​ພະຍາຍາມ​ເຮັດ​ທຸກ​ວິທີ​ໃຫ້​ລະບົບ​ພັງ​ພິ​ນາດ​ ທັງ​ແບບ​ເຮັດ​ເພື່ອ​ເງີນ​ ແລະ​ ເຮັດ​ຫລິ້ນ​ເພື່ອຄວາມມ່ວນ​ ແຮັກ​ເກີ​​ຕົວ​ແສບ​ໆ​ ໃນ​ສາຍ​ນີ້​ມີ​ຫລວງ​ຫລາຍ​ ແຕ່​ເຮົາ​ຂໍຍົກໃຫ້​ Robert Tappan Morris ຄົນທໍາອິດ​ທີ່​ສ້າງ​ວອມ​ (Worm) ຂຶ້ນ​ມາ​ປ່ວນ​ລະບົບ​ ໂດຍ​ MorrisWorm ຂອງ​ທ່ານ​ໄດ້​ທຳລາຍ​ຄອມພິວເຕີ​ໄປ​ຫລາຍກວ່າ​ 6,000 ເຄື່ອງ​ທົ່ວ​ໂລກ​
     ແຮັກ​ເກີ​ ​ໝວກ​ເທົາ​ (Gray Hat Hacker): ເຄິ່ງ​ກາງ​ທີ່​ດີ ​ແລະ ​ບໍ່​ດີ​ ແບບ​ວ່າ​ຍັງ​ບໍ່​ຕັດ​ສິນ​ໃຈ​ວ່າ​ຈະ​ເລືອກ​ເປັນ​ແຮັກ​ເກີ​​ສາຍ​ໃດ​ ສ່ວນ​ຫລາຍ​ຈະ​ທົດລອງ​ເຈາະ​ລະບົບ​ຂໍ້​ມູນ​ຕ່າງ​ໆ​ ຈາກ​ນັ້ນ​ກໍ​ເອົາ​ຂໍ້​ບົກຜ່ອງ​ເພື່ອນໍາ​ໄປ​ໂພດ​ອອນ​ໄລ​ນ໌​ ແລ້ວ​ກໍ​ປ່ອຍ​ໃຫ້​ເຈົ້າ​ຂອງ​ເວັບ​ ຫລື​ ໂປຣ​ແກຣມ​ເມີ​ຫາ​ວິທີ​ປ້ອງ​ກັນ​ພວກ​ໝວກ​ດຳ​ກັນ​ເອົາ​ເອງ​ Adian Lamo ຄື​ຊື່​ຕົ້ນ​ໆ​ ທີ່​ນຶກ​ອອກ​ ໝໍ​ນິ້​ເປັນ​ແຮັກ​ເກີ​​ສາຍ​ເທົາ​ທີ່​ເຄີຍ​ເຈາະ​ຂໍ້​ມູນ​ຂອງ​ The New York Times, Yahoo ແລະ​ Microsoft ມາ​ແລ້ວ​

    ແຮັກ​ເກີ​ ​ໝວກ​ເຫຼືອງ (Yellow Hat Hacker) ເພີ່ມ​ຂຶ້ນ​ມາ​ ຊຶ່ງ​ແທນ​ຄ່າ​ຂອງ​ທອງ​ ຫລື ​ເງີນ​ຕ​ຣາ​ ເວົ້າໃຫ້​ແຈ້ງ​ຄື ​ແຮັກ​ເກີ​ປະ​ເພດ​ທີ່​ເຮັດ​ໄດ້​ທຸກ​ຢ່າງ​ເພື່ອ​ເງີນ​.