HTTP ແລະ HTTPS ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


2 มิถุนายน 2560

HTTP ແລະ HTTPS ແມ່ນຫຍັງ



HTTP ແລະ HTTPS ແມ່ນຫຍັງ


    HTTP ຫຍໍ້​ມາ​ຈາກຄໍາວ່າ:​ Hypertext Transfer Protocol ຄື​ ໂປຣໂຕຄອລ​ສື່​ສານ​ສຳລັບ​ການ​ແລກ​ປ່ຽນ​ຂໍ້ມູນ​ຜ່ານ​ອິນ​ເຕີ​ເນັດ ໂດຍ​ຫຼັກ​ການແລ້ວ​ໃຊ້​ໃນ​ການ​ຮັບ​ເອກະສານ​ຂໍ້ຄວາມ​ຫຼາຍ​ມິ​ຕິ ​ທີ່​ນຳ​ໄປ​ສູ່​ການ​ເຊື່ອມ​ຕໍ່​ກັບ​ World Wide Web (WWW) ຈະ​ໃຊ້​ເມື່ອ​ເອີ້ນ​ໂປຣ​ແກຣມ​ web browser ເຊັ່ນ​: Firefox, Google Chrome, Safari, Opera ແລະ​ IE Microsoft Internet Explorer ເອີ້ນເບິ່ງ​ຂໍ້​ມູນ​ ຫລື ​ເວັບ​ເພຈ​ ໂປຣ​ແກຣມ​ບ​ຣາວ​ເຊີ​ ດັ່ງ​ກ່າວ​ຈະ​ໃຊ້​ໂປຣ​ໂຕຄອນ​ HTTP ຊຶ່ງ​ໂປຣ​ໂຕຄອນນີ້ ​ເຮັດໃຫ້​ເ​ຊິ​ບເວີ​ສົ່ງ​ຂໍ້​ມູນ​ມາ​ໃຫ້​ບ​ຣາວ​ເຊີ​ຕາມ​ຕ້ອງ​ການ​ ແລະ​ ບ​ຣາວ​ເຊີ​​ຈະ​ນຳ​ຂໍ້​ມູນ​ມາ​ສະແດງ​ຜົນລັບເທິງຈໍ​ພາບ​ໄດ້​ຢ່າງ​ຖືກ​ຕ້ອງ​
   ໃນ​ການ​ແລກ​ປ່ຽນ​ຂໍ້​ມູນ​ກັນ​ລະຫວ່າງ​ Server ແລະ​ Client ຂອງ​ World Wide Web (Server) ໂດຍ​ສົ່ງ​ຂໍ້​ມູນ​ແບບ​ Clear text ຄື​ ຂໍ້​ມູນ​ບ່ອນ​ເຮັດວຽກ​ສົ່ງ​ໄປ​ນັ້ນ​ ບໍ່​ໄດ້​ກໍ່ການ​ເຂົ້າ​ລະ​ຫັດ​ ເຮັດໃຫ້​ສາມາດ​ຖືກ​ດັກ​ຈັບ​ ແລະ ​ອ່ານ​ຂໍ້​ມູນ​ໄດ້​ງ່າຍ​
    http ເປັນ​ການ​ພັດທະນາ​ຮ່ວມ​ກັນ​ໂດຍ​ World Wide Web Consortium ຊຶ່ງ​ເປັນ​ຫນ່ວຍ​ງານ​ເບິ່ງ​ແຍງ​ມາດຕະຖານ​ເວັບ​ ແລະ ​ຄະນະ​ເຮັດວຽກ​ຈາກ​ Internet Engineering Task Force ໂດຍ​ອອກ​ມາ​ເປັນ​ຊຸດ​ເອກະສານ​ RFC ເອກະສານ​ເນື້ອ​ທີ່​ສຳຄັນ​ຄື​ RFC 2616 ຊຶ່ງ​ເປັນ​ມາດຕະຖານ​ http 1.1 ທີ່​ໃຊ້​ກັນ​ຢ່າງ​ກວ້າງ​ຂວາງ​ໃນ​ປະຈຸບັນ​
    http ເປັນ​ ໂປຣ​ໂຕູູຄອລທີ່​ໃຊ້​ຮ້ອງ​ຂໍ​/ຕອບ​ກັບ​ ລະຫວ່າງ​ເຄື່ອງ​ລູກ​ຂ່າຍ​ທີ່​ໃຊ້​ເວັບ​ບ​ຣາ​ເຊີ​ ກັບ​ເຄື່ອງ​ແມ່​ຂ່າຍ​ທີ່ເອີ້ນວ່າ​: ເວັບ​ເ​ຊິ​ບເວີ​ ໂດຍ​ເຮັດວຽກ​ເທິງ​ໂປຣ​ໂຕຄອນ TCP ຕາມ​ພອດທີ່​ກຳນົດ​ (ປົກກຕິ​ໃຊ້​ພອດ​ 80).

ຮູບແບບຂອງ HTTP
1.   ເປັນ​ໂປຣ​ໂຕຄອນຫຼັກ​ທີ່​ໃຊ້​ໃນ​ການ​ແລກ​ປ່ຽນ​ຂໍ້​ມູນ ​(HTML) ກັນ​ລະຫວ່າງ​ Web Server ແລະ​ Web Client(Browser)
2.   ໃຊ້​ URL (Uniform Resoure Locator) ໃນ​ການ​ເຂົ້າ​ເຖິງ​ເວັບ​ໄຊ​​(Web Site)  ຊຶ່ງ​ຈະ​ຂຶ້ນ​ຕົ້ນ​ດ້ວຍ​ http:// ຕາມ​ດ້ວຍ​ຊື່​ຂອງ​ເວັບ​ໄຊ​  
3.   ເຮັດວຽກ​ທີ່ພອດ​(port) 80 (ມາດຕະ​ຖານ​)
4.   ສົ່ງ​ຂໍ້​ມູນ​ເປັນ​ແບບ​ Clear text ຄື​ ບໍ່​ມີ​ການ​ເຂົ້າ​ລະຫັດ​ຂໍ້​ມູນ​ໃນ​ລະຫວ່າງ​ການ​ສົ່ງ​ (None-Encryption) ຈຶ່ງ​ສາມາດ​ຖືກ​ດັກ​ຈັບ​ໄດ້​ ແລະ​ ອ່ານ​ຂໍ້​ມູນ​ນັ້ນ​ຮູ້​ເລື່ອງ​ 


HTTPS

     HTTPS ຫຍໍ້​ມາ​ຈາກຄໍາວ່າ:​ Hypertext Transfer Protocol Secure ຫລື​ Hypertext Transfer Protocol Over SSL (Secure Socket Layer) ເປັນ​ການ​ເຮັດ​ວຽກງານຄືກັນ​ກັບ​ HTTP ທຳມະດາ​ ແຕ່​ເຮັດ​ຢູ່​ເທິງ​ SSL ເພື່ອ​ໃຫ້​ເກີດ​ຄວາມ​ປລອດ​ໄພ​ໃນ​ການ​ສົ່ງ​ຂໍ້​ມູນ​ຫລາຍ​ຍິ່ງ​ຂຶ້ນ.


ຮູບແບບຂອງ HTTPS


1.   ການ​ໃຊ້​ງານ​ URL ຈະ​ເຂົ້າ​ຕົ້ນ​ດ້ວຍ​ https://  ຕາມ​ດ້ວຍ​ຊື່​ຂອງ​ເວັບ​ໄຊ​
2.   ເຮັດວຽກ​ທີ່ພອດ ​(port) 443 (ມ​າ​ດຕະຖານ​)
3.   ສົ່ງ​ຂໍ້​ມູນ​ເປັນ​ແບບ​ Cipher text ຄື​ ມີ​ການ​ເຂົ້າ​ລະ​ຫັດ​ຂໍ້​ມູນ​ໃນ​ລະຫວ່າງ​ການ​ສົ່ງ​ (Encryption) ສາມາດ​ຖືກ​ດັກ​ຈັບ​ໄດ້​  ແຕ່​ອ່ານ​ຂໍ້​ມູນ​ນັ້ນ​ບໍ່​ຮູ້​ເລື່ອງ​ 
4.   ມີການເຮັດ​ Authentication ເພື່ອ​ກວດ​ສອບ​ຢືນຢັນ​ບອກຕົວ​ຕົນ​

      ເວັບ​ໄຊ​​ທີ່​ມີ​ https ຈະ​ເພີ່ມ​ຄວາມ​ປອດ​ໄພ​ໃນ​ການ​ຮັບ​ສົ່ງ​ຂໍ້​ມູນ​ໃຫ້​ກັບ​ເຮົາ​ຫລາຍ​ຂຶ້ນ​ໃນ​ຂະນະ​ທີ່​ເຮົາ​ເຮັດວຽກ​ອອນ​ໄລ​ນ໌​ ເພາະວ່າ​ https ຈະ​ຊ່ວຍ​ປົກ​ປ້ອງ​ຂໍ້​ມູນ​ສຳຄັນ​ທີ່​ສົ່ງ​ອອກຈາກ​ຄອມພິວເຕີ​ຂອງ​ເຮົາ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີເນັດ​ເຂົ້າໄປ​ຢັງ​ເ​ຊິ​ຟ​ເວີ​​ຂອງ​ໜ້າ​ ຮ້ານ​ອອນ​ໄລ​ນ໌​ ເຮັດໃຫ້​ອາດຊະຍາກອນ​ຄອມພິວເຕີ​ບໍ່​ສາມາດ​ນຳ​ຂໍ້​ມູນ​ໄປ​ໃຊ້​ງານ​ໄດ້​ ແຕ່​ສຳລັບ​ເວັບ​ໄຊ​ຕ໌​ສ່ວນ​ໃຫຍ່​ທີ່​ໃຊ້​ http ອາດຊະຍາກອນ​ຄອມພິວເຕີ​ຈະ​ສາມາດ​ລັກ​ຂໍ້​ມູນ​ທີ່​ຖືກ​ສົ່ງ​ ຈາກ​ຄອມພິວເຕີ​ຂອງ​ເຮົາ​ໄປ​ຢັງ​ເວັບ​ໄຊ​ E-Commerce​ (ເ​ຊິ​ຟ​ເວີ​ຣ໌​ຂອງ​ໜ້າ​ຮ້ານ​ອອນ​ໄລ​ນ໌​) ໄດ້​ຢ່າງ​ງ່າຍ​ດາຍ​.




Top of Form
Bottom of Form