OTG USB ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


2 มิถุนายน 2560

OTG USB ແມ່ນຫຍັງ


OTG USB ແມ່ນຫຍັງ

     ຄື​ ສາຍ​ທີ່​ເຮັດໃຫ້​ສາມາດ​ໃຊ້​ງານ​ USB storage  ຮ່ວມ​ກັບ​ອຸປະກອນ​ທີ່​ໃຊ້​ລະບົບ​ປະຕິບັດການ​ Android ໄດ້​ ເພື່ອ​ເອີ້ນ​ໃຊ້​ງານ​ຂໍ້​ມູນ​ຕ່າງ​ໆ​ ທີ່​ເກັບ​ເອົາ​ໄວ້​ໃນ​ USB storage ໃຫ້​ສາມາດ​ເບິ່ງ​ໃນ​ smart phone ຫລື​ tablet.
ສ່ວນ​ປະກອບ​ຂອງ​ສາຍ​ OTG

  OTG USB ປະກອບ​ໄປ​ດ້ວຍ​ 2 port ທີ່​ແຕກ​ຕ່າງ​ກັນ​ ຄື​ USB Port ແລະ​ Micro-USB Port
1. USB Port: ມີ​ລັກສະນະ​ເປັນ​ Port ແບບ​ຕົວ​ເມຍ​ຊຶ່ງ​ເຮັດ​ຫນ້າທີ່​ເປັນ​ຕົວ​ທີ່​ໃຫ້​ອຸປະກອນ​ຕ່າງ​ໆ​ ເຂົ້າ​ມາ​ເຊື່ອມ​ຕໍ່​ ເຊັ່ນ​ ສາຍ​ USB ຈາກ​ຄີບອດ, ຈອຍ​ເກມ​ສ໌​, ຈົນກ​ະ​ທັ່ງ​ Flash drive
2. Micro-USB Port: ເປັນ​ສ່ວນ​ທີ່​ເຊື່ອມ​ຕໍ່​ກັບ​ smart phone ຫລື​ tablet ຂອງ​ເຮົາ​ນັ້ນ​ເອງ​

ການ​ເຊື່ອມ​ຕໍ່​ OTG (On-The-Go)

Mouse: ເປັນ​ອຸປະກອນ​ພື້ນ​ຖານ​ທີ່​ສຽບ​ແລ້ວ​ໃຊ້​ງານ​ໄດ້​ທັນ​ທີ​ໂດຍ​ບໍ່​ຕ້ອງ​ເຮັດ​ຫຍັງ​ ເມື່ອ​ສຽບ​ແລ້ວ​ກໍ​ຈະ​ມີ​ Cursor ຂຶ້ນ​ຢູ່​ເທິງ​ຈໍ​ຄືກັນກັບ​ກັບ​ເທິງ​ຄອມພິວເຕີ​
Keyboard: ເປັນ​ອີກ​ໜຶ່ງ​ອຸປະກອນ​ພື້ນ​ຖານ​ທີ່​ສຽບ​ແລ້ວ​ໃຊ້​ງານ​ທັນ​ທີ​ ໂດຍ​ບໍ່​ຕ້ອງ​ເຮັດ​ຫຍັງ​ ໂດຍ​ອຸປະກອນ​ແອນ​ດ​ອຍ​​ຈະ​ເບິ່ງ​ເປັນ​ Hardware Keyboard ທັນ​ທີ​ ສາມາດ​ກົດ​ປຸ່ມ​ທິດ​ທາງ​ເພື່ອ​ເລື່ອນ​ Cursor ເທິງ​ໜ້າຈໍໄດ້​


Gamepad: ຫລື​ ຈອຍ​ເກມ​ນັ້ນ​ເອງ​ ຊຶ່ງ​ຈອຍ​ເກມ​ມາດຕະຖານ​ຈະ​ຮອງ​ຮັບ​ຢູ່​ແລ້ວ​ ແຕ່​ກໍ​ຈະ​ມີຈອຍ​ເກມ​ບາງ​ລຸ້ນ​ພິເສດ ທີ່​ຈະ​ຕ້ອງ​ກວດເບິ່ງອີກ​ເທື່ອ​ວ່າ​ ເຄື່ອງ​ນັ້ນ​ໆ​ ຮອງ​ຮັບ​ ຫລື ​ບໍ່​ ຢ່າງ​ ເຊັ່ນ​: PS3 Controller ທີ່​ເຄື່ອງ​ Sony ຮອງ​ຮັບ​ ແຕ່​ກໍ​ມີ​ບາງ​ລຸ້ນ​ທີ່​ບໍ່​ຮອງ​ຮັບ​ (ເຄື່ອງ​ທີ່​ Root ແລ້ວ​ຈະ​ສາມາດ​ກວດເບິ່ງ​ໄດ້​ທີ່​ /system/usr/keylayout) ເມື່ອ​ສຽບ​ແລ້ວ​ກໍ​ສາມາດ​ກົດ​ປຸ່ມ​ທິດ​ທາງ​ເພື່ອ​ເລື່ອນ​ Cursor ຫລື ​ກົດ​ປຸ່ມ​ຕ່າງ​ໆ​ ແທນ​ການ​ສໍາຜັດໜ້າຈໍ ຫລື​ ກົດ​ປຸ່ມ
Ethernet network adapter: ອຸປະກອນ​ແປງ​ຊ່ອງ​ USB ໃຫ້​ກລາຍ​ເປັນ​ Ethernet ສຳລັບ​ສຽບ​ສາຍ​ LAN RJ-45 ທີ່​ຈະ​ມີ​ຢູ່​ເທິງ​ອຸປະກອນ​ບາງ​ລຸ້ນ​ເທົ່າ​ນັ້ນ​ ໂດຍ​ສະເພາະ​ Tablet ຈີນ​ທີ່​ມີ​ເມ​ນູ​ Settings > Ethernet ໃຫ້​ເລືອກ​ ແລະ ​ອາດຈະ​ບໍ່​ໄດ້​ຮອງ​ຮັບ​ກັບ​ອຸປະກອນ​ແບບ​ນີ້​ທຸກ​ຕົວ​ ເພາະ​ຂຶ້ນ​ຢູ່​ກັບ​ຊິບ​ທີ່​ໃຊ້​ວ່າ​ຮອງ​ຮັບ​ກັບ​ອຸປະກອນ​ແອນ​ດ​ອຍ​ລຸ້ນ​ນັ້ນ​ໆ​ ຫລື ​ບໍ່​ ເຊັ່ນ:​ Realtek ຫລື​ Atheros ເປັນ​ຕົ້ນ​

AirCard: ອຸປະກອນ​ທີ່​ໃຊ້​ຫລິ້ນ​ເນັດ​ມື​ຖື​ໄດ້​ນັ້ນ​ເອງ​ ຊຶ່ງ​ເທິງ​ Tablet ບາງ​ລຸ້ນ​ທີ່​ມີ​ແຕ່​ WiFi ຈະ​ສາມາດ​ນຳ​ AirCard ມາ​ສຽບ​ແລ້ວ​ໃຊ້​ເນັດ​ຜ່ານ​ຊິມ​ໄດ້​ ເຊັ່ນ:​ Asus Nexus 7 2012 ລຸ້ນ​ WiFi ເປັນ​ຕົ້ນ​.


USB Hub: ອຸປະກອນ​ຕໍ່​ພວງ​ USB ເພື່ອ​ເພີ່ມ​ຊ່ອງ​ຕໍ່​ອຸປະກອນ​ USB ນັ້ນ​ເອງ​ ເພ​າະ​ວ່າ​ອຸປະກອນ​ແອນ​ດ​ອຍ​ມີ​ຊ່ອງ​ Micro USB ພຽງ​ຊ່ອງ​ດຽວ​ ຖ້າ​ຢາກ​ຈະ​ເຮັດ​ USB Host ກັບ​ອຸປະກອນ​ຫຼາຍ​ໆ​ຕົວ​ກໍ​ຈະ​ຕ້ອງ​ໃຊ້​ USB Hub ຊ່ວຍ​ອີກ​ທີ​ໜຶ່ງ​
Flash Drive (Thumb Drive): ອຸປະກອນຍອດນິຍົມ ​ສຳລັບ​ຊາວ​ແອນ​ດອຍ​ທີ່​ໃຊ້​ສາຍ​ OTG ຈົນ​ມີ​ຜູ້​ໃຊ້​ບາງ​ຄົນ​ເຂົ້າໃຈ​ວ່າ​ສາຍ​ OTG ມີ​ໄວ້​ຕໍ່​ກັບ​ Flash Drive ເທົ່າ​ນັ້ນ​ ໂດຍ​ການ​ຕໍ່​ກັບ​ Flash Drive ຈະ​ຕ້ອງ​ໃຊ້​ແອບ​ເຂົ້າ​ມາ​ຊ່ວຍ​ ເຊັ່ນ:​ ES File Explorer, Paragon ຫລື Nexus Media Importer ແຕ່​ໃນ​ບາງ​ລຸ້ນ​ທີ່​ມີ​ File Explorer ໃນ​ຕົວ​ກໍ​ອາດຈະ​ຮອງ​ຮັບ​ຢູ່​ແລ້ວ​ ເຊັ່ນ​: Samsung ເປັນ​ຕົ້ນ​ ດັ່ງ​ນັ້ນ​ອາດຈະ​ບໍ່​ຕ້ອງ​ລົງ​ແອບ​ເພີ່ມ​ກໍ​ໄດ້​ ເພາະ​ວ່າ ແອບ​ທີ່​ມາ​ກັບ​ເຄື່ອງ​ຮອງ​ຮັບ​ຢູ່​ແລ້ວ​.

External Hard Drive: ການ​ໃຊ້​ງານ​ຄືກັນກັບ​ກັບ​ Flash Drive ເພາະວ່າ ​ເປັນ​ Mass Storage ຄືກັນ​ ແຕ່​ວ່າ​ External Hard Drive ຈະ​ກິນ​ໄຟ​​ຫລາຍ​ ດັ່ງ​ນັ້ນ, ​ທາງ​ທີ່​ດີ​ຄວນ​ຫາ​ສາຍ​ OTG ທີ່​ສາມາດ​ຈ່າຍ​ໄຟ​ລ້ຽງ​ແຍກ​ດ້ວຍ​






ແຫລ່ງອ້າງອິງຈາກ: