Router ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


2 มิถุนายน 2560

Router ແມ່ນຫຍັງ



Router ແມ່ນຫຍັງ



     ເຣົາ​ເຕີ​​ (ອັງກິດ: router) ເປັນ​ອຸປະກອນຄອມພິວເຕີ ທີ່​ເຮັດ​ຫນ້າທີ່​ຫາ​ເສັ້ນ​ທາງ​ ແລະ​ ສົ່ງ​(forward) ແພັກເກັດຂໍ້ມູນລະຫວ່າງ​ເຄືອຂ່າຍຄອມພິວເຕີ ໄປ​ຍັງ​ເຄືອ​ຂ່າຍ​ປາຍ​ທາງ​ທີ່​ຕ້ອງ​ການ  
ດັ່ງ​ນັ້ນ​, ການ​ເຊື່ອມ​ຕໍ່​ຄອມພິວເຕີ​ດ້ວຍ​ Router ເຮັດໃຫ້​ເຮົາ​ສາມາດ​ເຊື່ອມ​ຕໍ່​ຄອມພິວເຕີ​ໄດ້​ຫລາຍກວ່າ​ໜຶ່ງ​ເຄື່ອງ​ໃນ​ເວລາ​ດຽວ​ກັນ​ ຊຶ່ງ​ Router ນັ້ນ ​ຈະ​ມີ​ຊອບແວ​ທີ່​ໃຊ້​ໃນ​ການ​ຄວບ​ຄຸມ​ການ​ເຮັດ​ວຽກງານ​ເອີ້ນວ່າ:​ Internetwork Operating System (IOS) ແລະ ​ຕົວ​ Router ຈະ​ມີ​ຊ່ອງ​ທີ່​ໃຊ້​ສຽບ​ຕໍ່​ສາຍ​ສັນຍານເອີ້ນວ່າ:​ Port LAN ຊຶ່ງ​ໂດຍ​ທົ່ວ​ໄປ​ມັກ​ມີ​ 4 Ports ຫລື​ ຫລາຍກວ່າ​ ໃນ​ Router 1 ຕົວ​ 

ຊະນິດຂອງ Router

1. ເຣົາ​ເຕີ​​ (Router): ເຮົາ​ເຕີ​​ຊະນິດ​ນີ້ ​ເປັນ​ເຣົາ​ເຕີ​​ທີ່​ບໍ່​ສາມາດ​ເຊື່ອມ​ຕໍ່​ອິນ​ເຕີ​​ເນັດ​ໄດ້​ດ້ວຍ​ຕົວ​ເອງ​ ການ​ເຮັດ​ວຽກງານ​ຈຳ​ເປັນ​ຕ້ອງ​ມີ​ອຸປະກອນ​ອື່ນ​ໆ ​ເສີມ​ການ​ເຮັດ​ວຽກງານ​ດ້ວຍ​ ແຕ່​ຂໍ້​ດີ​ຂອງ​ເຣົາ​ເຕີ​​ແບບ​ນີ້  ​ຄື​ເຮັດວຽກ​ຕາມ​ຫນ້າທີ່​ໄດ້​ຢ່າງ​ເຕັມ​ທີ່ ​ແລະ ​ບໍ່​ຄ່ອຍ​ມີ​ຂໍ້​ຜິດ​ພາດ​ໃນ​ການ​ເຮັດ​ວຽກງານ​

2.
ໂມ​ເດັມ​ເຣົາ​ເຕີ​​ (Modem Router/ ADSL Modem): ໂມ​ເດັມ​ປະ​ເພດ​ນີ້​ ຈະ​ເຫັນ​ຢູ່ໃນ​​ຕະຫຼາດ​ຢ່າງຫລວງ​ຫລາຍ​ ເປັນ​ປະສົມ​ຄວາມ​ສາມາດ​ຂອງ​ໂມ​ເດັມ​ ແລະ ​ເຣົາ​ເຕີ​​ໄວ້​ນຳກັນ​ ຊຶ່ງ​ເຮັດໃຫ້​ສະ​ດວກ​ສະບາຍ​ໃນ​ການ​ໃຊ້​ງານ​ ໂດຍ​ໂມ​ເດັມ​ເຮົາ​ເຕີ​​ນີ້​ ສາມາດ​ເຊື່ອມ​ຕໍ່​ອິນ​ເຕີ​​ເນັດ​ຄວາມ​ໄວ​ສູງ​ໄດ້​ດ້ວຍ​ຕົວ​ເອງ​ ແລະ ​ກະ​ຈາຍ​ຂໍ້​ມູນ​ຕ່າງ​ໆ ​ໄປ​ຍັງ​ເຄື່ອງ​ຄອມພິວເຕີ​ບ່ອນ​ເຮັດວຽກ​ເຊື່ອມ​ຕໍ່​ຢູ່​ໄດ້​ໃນ​ທັນ​ທີ​ ສ່ວນ​ຫລາຍ​ແລ້ວ​ໂມ​ເດັມ​ເຮົາ​ເຕີ​ຈະ​ມີ​ Port LAN ມາ​ໃຫ້​ 4 ຊ່ອງ​ນຳກັນ​ຊຶ່ງ​ເປັນ​ພື້ນ​ຖານ​ຂອງ​ອຸປະກອນ​ຊະນິດ​ນີ້​

3.
ໄວ​​ເລສໂມ​ເດັມ​ເຣົາ​ເຕີ​ (Wireless ADSL Modem Router): ເຣົາ​ເຕີ​​ຊະນິດ​ນີ້​ ຈະ​ເຮັດວຽກ​ໄດ້​ຄືກັນກັບ​ໂມ​ເດັມ​ເຣົາ​ເຕີ​ທຸກ​ປະ​ການ​ ພຽງ​ແຕ່​ມີ​ຄວາມ​ສາມາດ​ໃນ​ການ​ປ່ອຍ​ສັນຍາ​ນ​ wireless ໃຫ້​ກັບ​ອຸປະກອນ​ທີ່​ສາມາດ​ຮັບ​ wireless ໄດ້​ ໂດຍ​ພື້ນ​ຖານ​ຂອງ​ອຸປະກອນ​ຊະນິດ​ຈະ​ມີ​ Port LAN 4 ພອດແລະ ​ມີ​ເສົາ​ສັນຍາ​ນ​ທີ່​ໃຊ້​ໃນ​ການ​ກະ​ຈາຍ​ສັນຍາ​ນໄວ​ໄຟ​ຈຳນວນ​ 2 ເສົາ​. Router ປະ​ເພດ​ນີ້​ຖື​ວ່າ​ມີ​ຄວາມສະດວກ​ສະບາຍ​ຫລາຍ​ ແລະ​ ໃນ​ປະຈຸບັນ​ເປັນ​ທີ່​ນິຍົມ​ໃຊ້​ງານ​ກັນ​ຫລາຍ​ໃນ​ຕ​ະຫລາດ​

4.
ໄວ​ເລສ​ເຣົາ​ເຕີ​​ (Wireless Router): ເປັນ​ເຣົາ​ເຕີ​​ທີ່​ບໍ່​ສາມາດ​ເຊື່ອມ​ຕໍ່​ອິນ​ເຕີ​​ເນັດ​ໄດ້​ດ້ວຍ​ຕົວ​ເອງ​ຄືກັນ​ກັບ​ປະ​ເພດ​ທໍາອິດ ແຕ່​ເຣົາ​ເຕີ​ປະ​ເພດ​ນີ້​ສາມາດ​ກະ​ຈາຍ​ສັນຍາ​ນ​ອິນ​ເຕີ​ເນັດ​ທີ່​ໄດ້ຮັບ​ດ້ວຍ​ລະບົບ​ wireless ໄດ້​ ແລະ ​ຍັງ​ກະ​ຈາຍ​ສັນຍາ​ນ​ຜ່ານ​ສາຍ​ນຳ​ສັນຍາ​ນຈາກ​ Port LAN ທັງ​ 4 ພອດ ​ທີ່​ມີ​ການ​ຕິດ​ຕັ້ງ​ມາ​ກັບ​ຕົວ​ອຸປະກອນ​ດ້ວຍ.

ຫນ້າທີ່​ຫຼັກ​ຂອງ​ Router   

     ຫນ້າທີ່​ຫຼັກ​ຂອງ​ Router ຄື​ ການ​ຫາ​ເສັ້ນ​ທາງ​ໃນ​ການ​ສົ່ງ​ຜ່ານ​ຂໍ້​ມູນ​ທີ່​ດີ​ທີ່ສຸດ​ ແລະ ​ເປັນ​ຕົວ​ກາງ​ໃນ​ການ​ສົ່ງ​ຕໍ່​ຂໍ້​ມູນ​ໄປ​ຍັງ​ເຄືອ​ຂ່າຍ​ອື່ນ​ ທັງ​ນີ້​ Router ສາມາດ​ເຊື່ອມ​ໂຍງ​ເຄືອ​ຂ່າຍ​ທີ່​ໃຊ້​ສື່​ສັນຍາ​ນ​ຫຼາຍ​ແບບ​ແຕກ​ຕ່າງ​ກັນ​ໄດ້ ​ບໍ່​ວ່າ​ຈະ​ເປັນ​ Ethernet, Token Rink ຫລື​ FDDI ທັງ​ໆ​ ທີ່​ໃນ​ແຕ່​ລະ​ລະບົບ​ຈະ​ມີ​ packet ເປັນ​ຮູບ​ແບບ​ຂອງ​ຕົນເອງ​ຊຶ່ງ​ແຕກ​ຕ່າງ​ກັນ​ ໂດຍ​ໂປຣ​ໂຕຄອນ​ທີ່​ເຮັດວຽກ​ໃນ​ລະ​ດັບ​ເທິງ​ ຫລື​ Layer 3 ຂຶ້ນ​ໄປ​ ເຊັ່ນ:​ IP, IPX ຫລື​ AppleTalk ເມື່ອ​ມີ​ການ​ສົ່ງ​ຂໍ້​ມູນ​ກໍ​ຈະ​ບັນ​ຈຸ​ຂໍ້​ມູນ​ນັ້ນ​ເປັນ​ packet ໃນ​ຮູບ​ແບບ​ຂອງ​ Layer 2 ຄື:​ Data Link Layer ເມື່ອ​ Router ໄດ້ຮັບ​ຂໍ້​ມູນ​ມາ​ກໍ​ຈະ​ກວດ​ເບິ່ງ​ໃນ​ packet ເພື່ອຈະ​ຮູ້ວ່າ​ໃຊ້​ໂປຣ​ໂຕຄອນ​ແບບ​ໃດ​ ຈາກ​ນັ້ນ ​ກໍ​ຈະ​ກວດ​ເບິ່ງ​ເສັ້ນ​ທາງ​ສົ່ງ​ຂໍ້​ມູນ​ຈາກ​ຕາ​ລາງ​ Routing Table ວ່າ​ຈະ​ຕ້ອງ​ສົ່ງ​ຂໍ້​ມູນ​ນີ້​ໄປ​ຍັງ​ເຄືອ​ຂ່າຍ​ໃດ​ຈຶ່ງ​ຈະ​ຕໍ່ໄປ​ເຖິງ​ປາຍ​ທາງ​ໄດ້​ ແລ້ວ​ຈຶ່ງ​ບັນ​ຈຸ​ຂໍ້​ມູນ​ລົງ​ເປັນ​ Packet ຂອງ​ Data Link Layer ທີ່​ຖືກ​ຕ້ອງ​ອີກ​ເທື່ອ​ ເພື່ອ​ສົ່ງ​ຕໍ່ໄປ​ຢັງ​ເຄືອ​ຂ່າຍ​ປາຍ​ທາງ​

ປະໂຫຍດ​ຂອງ​ເຮົາ​ເຕີ​ຣ໌​ (Router)


1.
ເຣົາ​ເຕີ​​ສາມາດ​ຊ່ວຍ​ເພີ່ມ​ການ​ໃຊ້​ງານ​ຂອງ​ລະບົບ​ເຄືອ​ຂ່າຍ​ໄດ້​ ເພາະ​ເຣົາ​ເຕີ​ໜຶ່ງ​ຕົວ​ສາມາດ​ເຊື່ອມ​ຕໍ່​ກັບ​ເຄື່ອງ​ຄອມພິວເຕີ​ໄດ້​ຫລາຍກວ່າ​ 1 ເຄື່ອງ​ເຮັດໃຫ້​ເຮົາ​ສາມາດ​ເຊື່ອມ​ໂຍງ​ເຄືອ​ຂ່າຍ​ໄດ້​ຫລາຍ​ຕາມ​ລັກສະນະ​ການ​ໃຊ້​ງານ​
2.
ເຣົາ​ເຕີ​ທີ່​ສາມາດ​ປ່ອຍ​ສັນຍາ​ນ​ WiFi ຫລື ​ wireless ​ໄດ້​ນັ້ນ ​ຍັງ​ຊ່ວຍ​ໃຫ້​ປະ​ຢັດ​ຄ່າ​ໃຊ້​ຈ່າຍ​ໃນ​ການຕໍ່​ສາຍ​ນຳ​ສັນຍາ​ນ ແລະ ​ເຮັດໃຫ້​ເກີດ​ຄວາມສະດວກ​ສະບາຍ​ໃນ​ການ​ໃຊ້​ງານ​ ນອກ​ຈາກ​ນັ້ນ, ​ເຣົາ​ເຕີ​​ຍັງມີ​ຄວາມ​ປອດ​ໄພຂອງ​ຂໍ້​ມູນ​ທີ່​ສົ່ງ​ຜ່ານ​ wireless ອີກ​ດ້ວຍ​
3.
ເຣົາ​ເຕີ​ບາງ​ລຸ້ນ ​ມີ​ການ​ຕິດ​ຕັ້ງ​ໂປຣ​ແກຣມ​ປ້ອງ​ກັນ​ໄວ​ຣັສ​ມາ​ໃຫ້​ດ້ວຍ​ ເຮັດໃຫ້​ເກີດ​ຄວາມ​ປອດ​ໄພໃນ​ການ​ໃຊ້​ງານ​ ນອກ​ຈາກ​ນັ້ນ​ ເຣົາ​ເຕີ​ຈະ​ສາມາດ​ປ້ອງ​ກັນ​ຂໍ້​ມູນ​ທີ່​ມີ​ການ​ສົ່ງ​ຜ່ານ​ເຣົາ​ເຕີ​​ໄດ້​ອີກດ້ວຍ.​