USB ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


2 มิถุนายน 2560

USB ແມ່ນຫຍັງ


USB ແມ່ນຫຍັງ
    USB ຄື ພອດ​ (Port) ຫລື ​ຊ່ອງ​ທາງ​ໃນ​ການ​ເຊື່ອມ​ຕໍ່​ ແລະ​ ສື່​ສານ​ລະຫວ່າງຄອມພິວເຕີ ກັບ​ອຸປະກອນ​ພາຍນອກ​ອື່ນ​ໆ​ ເຊັ່ນ:​ ເຄື່ອງ​ພິມ​ (Printer), ເມົາ​ສ໌​ (Mouse), ແປ້ນ​ພິມ​ (Keyboard), ກ້ອງ​ດິ​ຈິຕອລ​ ສ​ມາ​ດທ໌​ໂຟນ ​ແລະ​ ແທບ​ເລັດ​, ແອ​ຣ໌​ກາ​ດ​ (Aircard), ໂມ​ເດັມ​ (Modem), ເຄື່ອງ​ສະ​ແກນ​ (Scanner) ຊະນິດ​ຕ່າງ​ໆ​ ທັງໝົດ ຈົນໄປເຖິງ​ອຸປະກອນ​ ແລະ ​ເຄື່ອງ​ມື​ເຄື່ອງ​ຈັກ​ທັນ​ສະໄໝ​ໃໝ່​ເກືອບທຸກ​ຊະນິດ​ ຈຶ່ງ​ຖື​ໄດ້​ວ່າ​ USB port ຄື ​ຊ່ອງ​ທາງ​ການ​ສື່​ສານ​ລະຫວ່າງ​ຄອມພິວເຕີ​ ກັບ ​ອຸປະກອນ​ພາຍນອກ​ທີ່​ສຳຄັນ​ທີ່ສຸດ​ ແລະ ​ໄດ້ຮັບ​ຄວາມ​ນິຍົມ​ສູງ​ທີ່ສຸດ

    USB (ອ່ານ​ວ່າ​: ຍູ​ເອດ​ບີ​) ຫຍໍ້​ມາ​ຈາກ​ຄໍາວ່າ: Universal Serial Bus ຊຶ່ງ​ເປັນ​ຂໍ້​ກຳນົດ​ມາດຕະຖານ​ຂອງ​ບັດ​ການ​ສື່​ສານ​ແບບ​ອ​ນຸກົມ ເພື່​ໃຊ້​ໃນ​ການ​ເຊື່ອມ​ຕໍ່​ກັບ​ອຸປະກອນ​ ຊຶ່ງ​ໂດຍ​ທົ່ວ​ໄປ​ແລ້ວຈະ​ໃຊ້​ກັບ​ຄອມພິວເຕີ​ ແຕ່ກໍ​ສາມາດ​ໃຊ້​ໄດ້​ກັບ​ອຸປະກອນ​ອື່ນ​ໄດ້ ເຊັ່ນ:​ ເຊດ​ທອບ​ບອກ​ຊ໌​ (set-top boxes), ເຄື່ອງ​ຫລິ້ນ​ເກມ​ (game consoles) ແລະ ​ພີ​ດີ​ເອ​ (PDAs). USB ຖືກ​ພັດທະນາ​ຂຶ້ນ​ມາ​ຕັ້ງ​ແຕ່​ ປີ​ ຄ.​ສ.​ 1996 ແລະ​ ເລີ່ມ​ມີ​ການ​ນຳ​ອອກ​ມາ​ໃຊ້​ໃນ​ເຊີງ​ພາ​ນິດ ​ຕັ້ງ​ແຕ່​ລຸ້ນ​ USB 1.1 ຊຶ່ງ​ຕໍ່​ມາ​ໄດ້​ມີ​ການ​ພັດທະນາ​ໃຫ້​ມີ​ຄວາມ​ໄວ​ສູງ​ຂຶ້ນ​ ໂດຍ​ປ່ຽນ​ເວີ​ຣ໌​ຊັ່ນ​ເປັນ​ USB 2.0 ແລະ​ 3.0 ຕາມ​ລຳ​ດັບ​ ໂດຍ​ຄວາມ​ໄວ​ໃນ​ການ​ຮັບ​ສົ່ງ​ຂໍ້​ມູນ​ທີ່​ສູງ​ຂຶ້ນ​ດັ່ງ​ນີ້:
↪ USB 1.1 ມີ​ຄວາມ​ໄວ​ໃນ​ການ​ຮັບ​ສົ່ງ​ຂໍ້​ມູນ​ 12 Mbps
USB 2.0 ມີ​ຄວາມ​ໄວ​ໃນ​ການ​ຮັບ​ສົ່ງ​ຂໍ້​ມູນ​ 480 Mbps ສູງ​ກວ່າ​ USB 1.1 40 ເທົ່າ​
USB 3.0 ມີ​ຄວາມ​ໄວ​ໃນ​ການ​ຮັບ​ສົ່ງ​ຂໍ້​ມູນ ​5 Gbps ສູງ​ກວ່າ​ USB 2.0 10 ເທົ່າ​

ຂໍ້​ດີ​ຂອງ​ພອດ​ USB

-
ເປັນ​ Hot Plug ແລະ​ Plug & Play ports ໝາຍ​ເຖິງ​ສາມາດ​ຕໍ່​ພ່ວງ​ອຸປະກອນ​ແລ້ວ​ໃຊ້​ງານ​ໄດ້​ທັນ​ທີ​ ບໍ່​ຕ້ອງ​ປິດ​-ເປີດ​ເຄື່ອງ​ໃໝ່​
-
ສາມາດ​ຕໍ່​ພ່ວງ​ອຸປະກອນ​ພາຍນອກ​ໄດ້​ເຖິງ​ 127 ອັນ ​ຕໍ່​ຄອມພິວເຕີ​ໜຶ່ງ​ເຄື່ອງ​
-
ສາມາດ​ຕໍ່​ພົ່ງ​ອຸປະກອນ​ສະໄໝ​ໃໝ່​ໄດ້​ເກືອບ​ທຸກ​ຊະນິດ​ ໂດຍ​ບໍ່​ຕ້ອງ​ປັບ​ແຕ່ງ​ຄ່າ​ຫຍັງ​ຂອງ​ພອດ​ USB ເລີຍ
-
ສາມາດ​ຈ່າຍ​ໄຟ​ໃຫ້​ອຸປະກອນ​ຂະໜາດ​ 5V (USB 2.0) ແລະ​ 10V (USB 3.0) ໃຫ້​ກັບ​ອຸປະກອນ​ຕ່າງ​ໆ​ໄດ້​ ເຮົາ​ຈຶ່ງ​ສາມາດ​ຊາ​ດ​ໄຟ​ໃຫ້​ກັບ​ສະ​ມາ​ດທ໌ໂຟນ ​ແລະ ​ແທບ​ເລັດ​ຜ່ານ​ USB Port ຂອງ​ເຄື່ອງ​ຄອມພິວເຕີ​ໄດ້​
-
ຊ່ອງ​ມີ​ຂະໜາດ​ສະເພາະ​ ບໍ່​ຕ້ອງ​ກັງ​ວົນ​ການ​ສຽບ​ຜິດ​ພອດ ຫລື ​ຜິດ​ເບື້ອງ
-
ຮອງ​ຮັບ​ການ​ສົ່ງ​ສັນຍາ​ນ​ຜ່ານ​ສາຍ​ເຄ​ເບີນ​ໄດ້​ເຖິງ​ 5 ແມັດ​
-
ສາມາດ​ກຳນົດ​ຄ່າ​ຕຳແໜ່ງ​ແອດ​ເດສ​ຂອງ​ອຸປະກອນ​ຕ່າງ​ໆ​ ໄດ້​ໂດຍ​ອັດຕະ​ໂນ​ມັ​ດ.