Virus Computer ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


4 มิถุนายน 2560

Virus Computer ແມ່ນຫຍັງ



Virus Computer ແມ່ນຫຍັງ

     ໄວ​ຣັສ​ຄອມພິວເຕີ (Computer Virus) ຄື​ ໂປຣ​ແກຣມ​ ຫລື​ ຊອບແວ ຫລື ​ຊຸດ​ຄຳ​ສັ່ງ​ຄອມພິວເຕີ​ຊະນິດ​ໜຶ່ງ​ ທີ່​ຖືກ​ພັດທະນາ​ຂຶ້ນ​ມາ​ດ້ວຍ​ວັດ​ຖຸ​ປະສົງ​ຮ້າຍ​ ສ້າງ​ບັນຫາ​ ແລະ ​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕ່າງ​ໆ​ ໃຫ້ກັບ​ເຄື່ອງ​ຄອມພິວເຕີ​ ໂດຍ​ທີ່​ໄວ​ຣັສຄອມພິວເຕີ​ສາມາດ​ສ້າງ​ບັນຫາ​ໄດ້​ຕັ້ງ​ແຕ່​ການ​ກໍ່​ກວນ​ ໄປ​ຈົນ​ເຖິງ​ທຳລາຍ​ຄອມພິວເຕີ​ ແລະ ​ລະບົບ​ເຄືອ​ຂ່າຍ​ໄດ້​

    ໄວ​ຣັສ​ຄອມພິວເຕີ​ມີ​ຄວາມ​ສາມາດ​ໃນ​ການ​ Copy ຕົວ​ເອງ​ ເພື່ອ​ການ​ແຜ່ກະ​ຈາຍ​ຕົວ​ເອງ​ໄປ​ຍັງ​ເຄື່ອງ​ຄອມພິວເຕີ​ເຄື່ອງ​ອື່ນ​ໆ​ ໂດຍ​ທີ່​ໄວ​ຣັສຄອມພິວເຕີ​ນັ້ນ​ ສາມາດ​ແຜ່ກ​ະ​ຈາຍ​ໄດ້​ຫຼາຍ​ຊ່ອງ​ທາງ​ ເຊັ່ນ:​ ຝັງ​ຕົວ​ເອງ​ມາກັບ​ໄຟ​ລ໌​ຂໍ້​ມູນ​ທີ່​ແຈກ​ຈ່າຍ​ກັນ​ ແຜ່ກະ​ຈາຍ​ຜ່ານ​ອີ​ເມ​ລ໌​ ແຜ່ນ​ບັນ​ທຶກ​ຂໍ້​ມູນ​ປະ​ເພດ​ຕ່າງ​ໆ​ ແຕ່​ໃນ​ປະຈຸບັນ​ ໄວ​ຣັສ​ຄອມພິວເຕີ​ນັ້ນ​ ສາມາດ​ແຜ່ກ​ະ​ຈາຍ​ໄດ້​ຢ່າງ​ວ່ອງໄວ​ ໂດຍ​ອາໄສ​ເຄືອ​ຂ່າຍ​ອິນເຕີເນັດ

    ໄວ​ຣັ​ສ​ຄອມພິວເຕີ​ບາງ​ຊະນິດ​ ເມື່ອ​ຕິດ​ເຂົ້າ​ກັບ​ຄອມພິວເຕີ​ເຄື່ອງ​ໃດ​ ອາດຈະ​ເກັບ​ຕົວ​ໄວ້ໂດຍ​ບໍ່​ສະແດງ​ອາການ​ໃດ​ໆ​ ແຕ່​ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ໄວ້​ໃນ​ໂປຣ​ແກຣມ​ ກໍ​ຈະ​ສະແດງ​ອາການ​ທັນ​ທີ​ ເຊັ່ນ:ການ​ລົບ​ຂໍ້​ມູນ,ການ​ລັກ​ຂໍ້​ມູນ,ການ​ສົ່ງ​ຂໍ້​ມູນ​ຈຳນວນ​ຫລາຍ​ອອກ​ໄປ​ຍັງ​ຄອມພິວເຕີ​ປາຍ​ທາງ​ ເຮັດໃຫ້​ເຄື່ອງ​ປາຍ​ທາງຫ​ລົ່ມ​ ບໍ່​ສາມາດ​ເຮັດວຽກ​ໄດ້​ ໄວ​ຣັສຄອມພິວເຕີ​ຈຳ​ພວກ​ນີ້​ເຮົາ​ເອີ້ນວ່າ:ລະ​ເບີດ​ ຫລື​ ລະ​ເບີດ​ເວລາ​ (Bomb) ນັ່ງ​ເອງ​.

ປ​​ະ​ເພດ​ຂອງ​ໄວ​ຣັສຄອມພິວເຕີ​

-
ບູດ​ເຊກ​ເຕີ​ຣ໌​ ໄວ​ຣັສ​ (Boot sector viruses)
-
ໂປຣ​ແກຣມ​ ໄວ​ຣັສ​ (Program viruses)
-
ມ້າ​ໂທຣ​ຈັນ​ (Trojan horse)
-
ໂພ​ລີມໍ​ຟິກ​ ໄວ​ຣັສ​ (Polymorphic viruses)
-
ສ​ເຕນ​ລ ​ໄວ​ຣັສ (Stealth viruses)

ອາ​ກາ​ນຂອງ​ຄອມພິວເຕີ​ທີ່​ຕິດ​ໄວ​ຣັສ​

-
ເຄື່ອງ​ເປີດ​ບໍ່​ຕິດ​ ຫລື ​ໃຊ້​ເວລາ​ໃນ​ການ​ບູດ (Boot) ​ເຄື່ອງ​ດົນ​ຫລາຍ​ຜິດ​ສັງເກດ​
-
ເຄື່ອງ​ປິດ​ຕົວ​ເອງ​ໂດຍ​ບໍ່​ຮູ້​ສາ​ເຫດ​
-
ເຄື່ອງ​ Restart ເອງ​ໂດຍ​ບໍ່​ໄດ້​ສັ່ງ​
-
ຂໍ້​ມູນ​ຫາຍ​ໄປ​ເອງ​ ຫລື ​ບໍ່​ສາມາດ​ເປີດ​ໄຟລ໌​​ນັ້ນ​ໄດ້​
-
ເມົາ​ສ໌ ​ແລະ ​ແປ້ນ​ພິມ​ເຮັດວຽກ​ຜິດ​ປົກກະຕິ ​ຫລື ​ບໍ່​ເຮັດວຽກ​ເລີຍ​
-
ສະແດງ​ Error ຫລື ​ຂໍ້ຄວາມ​ຕ່າງ​ໆ ​ເທິງ​ໜ້າຈໍ​ໂດຍ​ບໍ່​ມີ​ສາ​ເຫດ​
-
ລຳ​ໂພງ​ມີ​ສຽງ​ເວົ້າ​ ຫລື​ ສຽງ​ເພລງ​ອອກ​ມາ​ໂດຍ​ບໍ່​ໄດ້​ເປີດ​ໂປຣ​ແກຣມ​ໃຊ້​ງານ​
-
ຂະໜາດ​ຂອງ​ໄຟ​ລ໌​ຂໍ້​ມູນ​ ຫລື ​ໄຟ​ລ໌​ໂປຣ​ແກຣມ​ປ່ຽນ​ໄປ​ ແລະ ​ບໍ່​ສາມາດ​ຮຽກ​ໃຊ້​ງານ​ໄດ້​
-
ເຄື່ອງ​ເຮັດວຽກ​ຊ້າ​ຫລາຍ​ ໂດຍ​ບໍ່​ເຄີຍ​ເປັນ​ມາ​ກ່ອນ​
-
ໂປຣ​ແກຣມ​ຕ່າງ​ໆ​ ເຮັດວຽກ​ຜິດ​ພ້ຽນ​ໄປ​ຈາກ​ປົກກະຕິ​
- ໃຊ້​ເວລາ​ດົນ​ຜິດ​ປົກກະຕິ​ໃນ​ການ​ເອີ້ນໃຊ້ໂປຣ​ແກຣມ​ຂຶ້ນ​ມາ​ເຮັດວຽກ​
- ຂະໜາດ​ຂອງ​ໂປຣ​ແກຣມ​ໃຫຍ່​ຂຶ້ນ​
- ວັນ​ເວລາ​ຂອງ​ໂປຣ​ແກຣມ​ປ່ຽນ​ໄປ​
- ເກີດ​ອັກສອນ​ ຫລື ​ຂໍ້ຄວາມ​ປະ​ຫຼາດ​ເທິງ​ໜ້າຈໍ
- ເຄື່ອງ​ສົ່ງ​ສຽງ​ອອກ​ທາງ​ລຳ​ໂພງ​ໂດຍ​ບໍ່​ໄດ້​ເກີດ​ຈາກ​ໂປຣ​ແກຣມ​ທີ່​ໃຊ້​ຢູ່​
- ແປ້ນ​ພິມ​ເຮັດວຽກ​ຜິດ​ປົກກະຕິ​ ຫລື ​ບໍ່​ເຮັດວຽກ​ເລີຍ
- ຂະໜາດ​ຂອງ​ຫນ່ວຍ​ຄວາມ​ຈຳ​ທີ່​ເຫຼືອນ​ນ້ອຍ​ກວ່າປົກກະຕິ​ ໂດຍ​ຫາ​ເຫດຜົນ​ບໍ່​ໄດ້​
- ໄຟ​ລ໌​ສະແດງ​ສ​ຖາ​ນະ​ການ​ເຮັດ​ວຽກງານ​ຂອງ​ດິດ​​ຕິດ​ຄ້າງ​ດົນ​ກວ່າ​ທີ່​ເຄີຍ​ເປັນ​
- ໄຟ​ລ໌​ຂໍ້​ມູນ ​ຫລື ​ໂປຣ​ແກຣມ​ທີ່​ເຄິຍ​ໃຊ້​ຢູ່​ກໍ​ຫາຍ​ໄປ​
- ເຄື່ອງ​ເຮັດວຽກ​ຊ້າ