Web Server ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


1 มิถุนายน 2560

Web Server ແມ່ນຫຍັງ



Web Server ແມ່ນຫຍັງ


   Web server ຄື​ ໂປຣ​ແກຣມ​ທີ່ຢູ່ ແລະ ​ເຮັດວຽກ​ເທິງ​ເຄື່ອງ​ຝັ່ງ​ Server (Host) ເຮັດ​ຫນ້າທີ່​ໃນ​ການ​ຮັບ​ຄຳ​ສັ່ງ​ຈາກ​ການ​ຮ້ອງ​ຂໍ​ຂອງ​ຝັ່ງ ​ Client (ໂດຍ​ຜ່ານ​ທາງ​ Browser) ແລະ ​ປະ​ມວນ​ຜົນ​ການ​ເຮັດ​ວຽກງານ​ຈາກ​ການ​ຮ້ອງ​ຂໍ​ດັ່ງ​ກ່າວ​ ແລ້ວ​ສົ່ງ​ຂໍ້​ມູນ​ກັບ​ໄປ​ຍັງ​ເຄື່ອງ​ຂອງ​ Client ທີ່​ຮ້ອງ​ຂໍ​ ສະຫລຸບ​ງ່າຍໆ​ ກໍ​ຄື​ Web server ຄື​ໂປຣ​ແກຣມ​ທີ່​ຄອຍ​ຖ້າ​ໃຫ້​ບໍລິການ​ແກ່​ Client ທີ່​ຮ້ອງ​ຂໍ​ຂໍ້​ມູນ​ເຂົ້າ​ມາ​ໂດຍ​ຜ່ານ​ Browser ເວັບ​ທີ່​ຂຽນ​ດ້ວຍ​ ASP ນັ້ນ​ຈະ​ເຮັດວຽກ​ໄດ້​ກໍ​ຈະ​ຕ້ອງ​ມີ​ Web server ເປັນ​ຕົວ​ Run ອີກ​ເທື່ອໜຶ່ງ​ ດັ່ງ​ນັ້ນ, ​ຖ້າ​ເຮົາ​ຕ້ອງ​ການ​ໃຫ້​ເຄື່ອງ​ຂອງ​ເຮົາ​ສາມາດ​ Run ASP ໄດ້​ເຮົາ​ຈະ​ຕ້ອງ​ຈຳ​ລອງ​ເຄື່ອງ​ຄອມພິວເຕີ​ຂອງ​ເຮົາ​ໃຫ້ເປັນ​ Server ໂດຍ​ໃຊ້​ໂປຣ​ແກຣມ​ Web Server.

ຂັ້ນ​ຕອນ​ການ​ເອີ້ນໃຊ້​ງານ​ Web server ເພື່ອ​ເຂົ້າ​ເວັບ​ໄຊ​

- User
ປ້ອນ​ທີ່​ຢູ່​ເວັບ​ໄຊ​​ ຫລື​ URL (Uniform Resource Locator) http://www.comgeeks.net ໂດຍ​ໃຊ້​ໂປຣ​ແກຣມ​ເວັບ​ເບ​ຣາ​ວ໌​ເຊີ​ຣ໌​ ເຊັ່ນ​ Internet Explorer, Firefox, Chrome, Safari ແລະ​ Opera ເປັນ​ຕົ້ນ​
- ໂປຣ​ແກຣມ​ເວັບ​ບ​ຣາ​ວ​ເຊີ​ຣ໌​ຈະ​ກວດ​ສອບ​ຊື່​ເວັບ​ໄຊ​​, Name server ຂອງ​ໂດ​ເມນ​ນັ້ນ​, ກວດ​ສອບ​ Web server ທີ່​ເວັບ​ໄຊ​ນັ້ນ​ຖືກ​ເກັບ​ຢູ່​ ພ້ອມ​ທັງ​ແປງ​ URL ນັ້ນ​ເປັນ​ໝາຍ​ເລກ​ IP Address ຂອງ​ Web server ນັ້ນ​
-
ໂປຣ​ແກຣມ​ເວັບ​ບຣາວເຊີ​ຣ໌​ກໍ່ການ​ຕິດ​ຕໍ່​ກັບ​ເຄື່ອງ​ Web server ຊຶ່ງ​ຕາມ​ປົກກະຕິ​ຈະ​ໃຊ້​ Protocol TCP, ພອດ 80
-
ເມື່ອ​ໄດ້ຮັບ​ອະນຸຍາດ​ໃຫ້​ກໍ່ການ​ເຊື່ອມ​ຕໍ່​ກັບ​ Web server ແລະ​ເວັບ​ໄຊ​ຕ໌​ ໂປຣ​ແກຣມ​ເວັບ​ເບ​ຣາ​ວ໌​ເຊີ​ຣ໌​ຈະ​ໃຊ້​ Protocol HTTP ໃນ​ການ​ຮຽກ​ເບິ່ງ​ຂໍ້​ມູນ​ໃນ​ເວັບ​ໄຊ​ຕ໌​ນັ້ນ​
-
ທັງ​ 4 ຂັ້ນ​ຕອນ​ຂ້າງ​ຕົ້ນ​ ຈະ​ໃຊ້​ເວລາ​ພຽງ​ສ່ຽວ​ວິ​ນາ​ທີ​ເທົ່າ​ນັ້ນ​

ຊອບແວບໍລິຫານ​ເວັບ​ໄຊ​​ທີ່​ນິຍົມ​ໃຊ້​ເທິງ​ Web server ມີ​ດັ່ງ​ນີ້​:

1. Apache HTTP Server
ຈາກ​ Apache Software Foundation
2. Internet Information Server (IIS)
ຈາກ​ Microsoft
3. Sun Java System Web Server
ຈາກ​ Sun Microsystems
4. Zeus Web Server
ຈາກ​ Zeus Technology

ເຄື່ອງ​ຄອມພິວເຕີ​ທີ່​ນິຍົມ​ນຳ​ມາ​ເຮັດ​ Web server ມີ​ທັງ​ແບບ​ Rack ແລະ​ ແບບ​ Desktop server ໂດຍ​ລະບົບປະຕິບັດການທີ່​ນິຍົມ​ໃຊ້​ມີ​ຢູ່​ 2 ຕົວ​ຄື​: Windows Server ແລະ​ Linux Server
    ຫມາຍເຫດ ເມື່ອ​ທຽບ​ກັບ​ລະບົບ​ Network ຫລື​ ລະບົບ​ເຄືອ​ຂ່າຍ​ທັ່ວ​ໄປ​ Web server ເຮັດ​ຫນ້າທີ່​ເໝືອນ​ໂຮດ​ຕ໌​ ຫລື​ Server ສ່ວນ​ຜູ້​ໃຊ້​ງານ​ເວັບ​ໄຊ​ປຽບ​ເຫມືອນ​ເຄື່ອງ​ລູກ​ຂ່າຍ​.