Webboard ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


18 มิถุนายน 2560

Webboard ແມ່ນຫຍັງ



Webboard ແມ່ນຫຍັງ 

    WebBoard ຄື​ ເວັບ​ໄຊ​​ທີ່​ເຮັດ​ຫນ້າທີ່​ໃນ​ລັກສະນະ​ເປັນ​ ກະ​ດານ​ສົນທະນາ​ ເປັນ​ກະ​ດານ​ແຈ້ງ​ຂ່າວ​ສານ​ ຂໍ້​ມູນ​ ແລະ​ ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ ໂດຍ​ໃຊ້​ຮູບ​ແບບ​ການ​ສະແດງ​ຜົນ​ HTML ທີ່​ນິຍົມ​ໃຊ້​ໃນ​ World Wide Web (WWW) ຊຶ່ງ​ WebBoard ອະນຸຍາດ​ໃຫ້​ຜູ້​ຢ້ຽມ​ຊົມ​ເວບ​ໄຊ​ ແລະ ​ຜູ້​ພັດທະນາ​ເວບ​ໄຊ​​ສາມາດ​ຕັ້ງ​ຫົວຂໍ້​ກະ​ທູ້​ ເພື່ອປະກາດ​ຂ່າວ​ສານ​ ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ໄດ້​ ໂດຍ​ທັ່ວ​ໄປ​ມັກເອີ້ນ​ເວັບ​ບອດ ​(webboard) ວ່າ ບອດ ຫລື​ ກະ​ດານ​ຂ່າວ​ສານ​ ກະ​ດານ​ຂ່າວ​ສານ​ນັ້ນ​ຍັງມີ​ຊື່​ເອີ້ນ​ອື່ນ​ອີກ​ຫລວງ​ຫລາຍ​ ເຊັ່ນ​ ກະ​ດານ​ສົນທະນາ​ອອນ​ໄລ​ນ໌​, ເວັບ​ບອດ​, ຟໍ​ຣັມ​, ເມດ​ເຊດ​ບອດ, ບຸລ​ເລດ​ອິນ​ບອດ​,ດິດ​ຄັດ​ຊັນ​ບອດ​ ຕົວ​ຢ່າງ​ເວັບບອດ Punlao, Pantip..

   ກະ​ດານ​ຂ່າວ​ສານ​ແບ່ງ​ໄດ້​ເປັນ​  3 ສ່ວນ​ຕາມ​ລັກສະນະ​ການ​ຕິດ​ຕໍ່​ລະຫວ່າງ​ຜູ້​ຕິດ​ຕໍ່​ ຄື​:
1.
ສ່ວນ​ຂອງ​ ຜູ້​ໃຊ້​ທີ່​ເຂົ້າ​ລະບົບ​ໂດຍ​ການປ້ອນ​ຊື່ ​ແລະ ​ລະ​ຫັດ​ຜ່ານ​ - ຜູ້​ບໍ່​ປະສົງ​ອອກ​ນາມ​
2.
ສ່ວນ​ຂອງ​ ຜູ້​ເບິ່ງ​ແຍງ​ລະບົບ​ທົ່ວ​ໄປ ​ຫລື​ ສູງ​ສຸດ​ - ແຜງ​ປຸ່ມ​ຄຳ​ສັ່ງ​ຕ່າງ​ໆ​ ທີ່​ໃຊ້​ຈັດການ​ກັບ​ກະ​ດານ​ຂ່າວ​ສານ​
3.
ສ່ວນ​ຂອງ​ ຜູ້​ເບິ່ງ​ແຍງ​ລະບົບ​ສູງ​ສຸດ​ - ຖານ​ຂໍ້​ມູນ​ຂອງ​ກະ​ດານ​ຂ່າວ​ສານ​

  ປະໂຫຍດ​ຂອງ​ການ​ໃຊ້​ Webboard
-
ເປັນ​ຊ່ອງ​ທາງ​ໃນ​ການ​ຕິດ​ຕໍ່​ ປະ​ກາດ​ຂ່າວ​ສານ​ ຂໍ້​ມູນ​ ແລະ ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ໄດ້​
-
ເຮັດໃຫ້​ເກີດ​ສັງຄົມ​ ໃນ​ການ​ສົນທະນາ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ ລະຫວ່າງ​ກຸ່ມ​ຜູ້​ຢ້ຽມ​ຊົມ​
-
ຜູ້​ພັດທະນາ​ໂຮມ​ເພຈ​ ສາມາດ​ໃຊ້​ເປັນ​ຊ່ອງ​ທາງ​ໃນ​ການ​ ປະ​ກາດ​ຂ່າວ​ໃໝ່​ໆ​ ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ຜູ້​ອື່ນ​ໄດ້​
-
ງ່າຍ​ໃນ​ການ​ໃຊ້​ງານ​ ແມ່ນ​ຈະ​ເປັນ​ຜູ້​ເລີ່ມ​ຕົ້ນ​ ເມື່ອ​ທຽບ​ກັບ​ການ​ໃຊ້​  mailing lists ຫລື​ News Group.