Webmaster ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


1 มิถุนายน 2560

Webmaster ແມ່ນຫຍັງ



Webmaster ແມ່ນຫຍັງ


  Webmaster (ເວັບ​ມາສເຕີ​ຣ໌​) ຄື:​ ຜູ້​ທີ່​ມີ​ຫນ້າທີ່​ຮັບ​ຜິດຊອບ​ໃນ​ເລື່ອງ​ຕ່າງ​ໆ ​ຂອງ​ເວັບ​ໄຊ​ ທັງດ້ານ​ການສ້າງ​ ແລະ ​ອອກ​ແບບ​ເວັບ​ໄຊ​ ການ​ພັດທະນາ​ປັບ​ປຸງ​ຄຸນສົມບັດ​ໃໝ່​ໆ​ ການ​ປັບ​ແຕ່ງ​ເວັບ​ໄຊ​ໃຫ້​ຮອງ​ຮັບ​ມາດຕະຖານ​ໃໝ່​ໆ​ ການ​ຊ່ອມ​ແຊມບຳ​ລຸງຮັກສາ​ຂໍ້​ມູນ ​ແລະ ​ລະບົບ​ຄອມພິວເຕີຂອງ​ເວັບ​ໄຊ​​ ການ​ອັບ​ເດດ​ເນື້ອ​ຫາ,​ ການ​ສຳ​ຮອງ​ຂໍ້​ມູນ​ ຈົນ​ໄປ​ເຖິງ​ການ​ເບິ່ງ​ແຍງ​ການ​ຕະ​ຫລາດ​, ການ​ໂຄສະນາປະຊາສຳພັນ ​ ແລະ​ ການ​ຫາ​ລາຍ​ໄດ້​ ເປັນ​ຕົ້ນ.​ Webmaster ອາດຈະ​ເອີ້ນອີກ​ຊື່​ໜຶ່ງ​ໄດ້​ວ່າ​: ຜູ້​ເບິ່ງ​ແຍງ​ເວັບ​ໄຊ​(Website administrator)
  Webmaster ມີ​ສ່ວນ​ສຳຄັນ​ຫລາຍ​ໃນ​ເວັບ​ໄຊ​​ໃນ​ປະຈຸບັນ​ ເນື່ອງ​ຈາກ​ເປັນ​ຜູ້​ກຳນົດ​ຮູບ​ແບບ​ການ​ຕິດ​ຕໍ່​ລະຫວ່າງ​ຜູ້​ໃຊ້ ​ແລະ ​ເວັບ​ໄຊ​​ ໃນ​ຂະນະ​ທີ່​ Webmaster ບາງ​ຄົນ​ຍັງມີ​ບົດ​ບາດ​ໃນ​ການ​ກຳນົດ​ແນວ​ທາງ​ແລະ ​ຮູບ​ແບບ​ການ​ເຮັດ​ວຽກງານ​ຂອງ​ເວັບ​ໄຊ​​ນັ້ນ​ໆ​ອີກ​ດ້ວຍ​

ຄຸນສົມບັດ​ຂອງ​ Webmaster

1. ຮັກ​ການສຶກສາ​ຄົ້ນ​ຄວ້າ​ ແລະ​ຄວາມ​ຮູ້​ໃໝ່​ (Learning)
2.
ຮັກ​ງາມ​ ຮັກ​ສ​ນຸກ​ ຮັກ​ເພື່ອນ​ມະນຸດ​ ແລະ​ມອງ​ໂລກ​ໃນ​ແງ່​ດີ​ (Love)
3.
ມີ​ເປົ້າ​ໝາຍ​ໃນ​ການ​ພັດທະນາ​ເວັບ​ຊັດເຈນ​ (Objective)
4.
ມີ​ລະບຽບ​ວິ​ນັຍ​ໃນ​ການ​ໃຊ້​ຊີວິດ​ ແລະ​ການ​ທໍາ​ງານ​ (Rule)
5.
ພະຍາຍາມ​ເຫັນ​ປະໂຫຍດ​ສ່ວນ​ທັງຫມົດ​ຫລາຍ​ຂຶ້ນ​ (Public)

ຫນ້າທີ່​ຂອງ​ເວັບ​ມາສ​ເຕີ​

1. ເວັບ​ມາສ​ເຕີ​ຣ໌​ (Webmaster): ເຮັດ​ຫນ້າທີ່​ວາງ​ແຜນ​ ອອກ​ແບບ​ສ່ວນ​ເນື້ອ​ຫາ​ເວັບ​ໄຊ​ ປັບ​ປຸງ​ຂໍ້​ມູນ​ທີ່​ໄດ້​ຈາກ​ຜູ້​ໃຊ້​ ພັດທະນາ​ເທັກ​ນິກ​ ຫລື ​ຮູບ​ແບບ​ຂອງ​ເວັບ​ໃຫ້​ທັນ​ສະໄໝ​ ຈົນໄປ​ເຖິງ​ບໍລິຫານ ​ແລະ ​ຈັດ​ເກັບ​ຂໍ້​ມູນ​ໃຫ້ເປັນ​ລະບຽບ​ ເຂົ້າ​ເຖິງ​ງ່າຍ​

2.
ເຈົ້າ​ຫນ້າທີ່​ເຄືອ​ຂ່າຍ​ (Network controller): ເຮັດ​ຫນ້າທີ່​ຕິດ​ຕັ້ງ​ໃຫ້​ຄອມພິວເຕີ​ພາຍ​ໃນ​ອົງ​ກອນທັງ​ໝົດ​ຮູ້​ຈັກ​ກັນ​ ຫລື ​ຮູ້​ຈັກ​ກັບ​ເຄືອ​ຂ່າຍ​ນອກ​ລະບົບ​ເຊັ່ນ:​ ອິນ​ເທີ​ເນັດ​ ຫລື​ ສາ​ຂາ​ຍ່ອຍ​ຂອງ​ບໍລິສັດ​ ເປັນ​ຕົ້ນ​ ສາມາດ​ແບ່ງ​ປັນ​ຊັບ​ຍາກ​ອນ​ ເຊັ່ນ​: ເຄື່ອງ​ພິມ​ ຫລື ​ສື່​ເກັບ​ຂໍ້​ມູນ​ ໃຫ້​ໃຊ້​ຮ່ວມ​ກັນ​ ແລະ ​ການ​ບຳ​ລຸງ​ຖືຮັກສາ​ລະບົບ​ ເຊັ່ນ​: ການ​ຍ້າຍ​, ການ​ຕິດ​ຕັ້ງ​ໃໝ່​, ການ​ແກ້​ບັນຫາ​ທີ່​ກ່ຽວກັບ​ໂປຣ​ແກຣມ​ ເປັນ​ຕົ້ນ​

3.
ຜູ້​ເບິ່ງ​ແຍງ​ເຄື່ອງ​ບໍລິການ​ (Server administrator): ເຮັດ​ຫນ້າທີ່​ເຮັດໃຫ້​ຄອມພິວເຕີ​ສາມາດ​ບໍລິການ​ໄດ້​ ເຊັ່ນ​: ບໍລິການ​ web, e-mail, ftp, dhcp, radius, dns, proxy ຫລື​ webboard ເປັນ​ຕົ້ນ​ ຜູ້​ເບິ່ງ​ແຍງ​ຈະ​ສາມາດ​ຕິດ​ຕັ້ງ​ ບຳ​ລຸງ​ຮັກສາ​ ໃຫ້​ເຄື່ອງ​ບໍລິການ​ສາມາດ​ເຮັດວຽກ​ໄດ້​ຕະຫລອດ​ເວລາ​ ຈົນ​ໄປ​ເຖິງ​ການ​ກວດ​ສອບ​ການ​ເຂົ້າ​ເຖິງ​ ຫລື​ ການ​ເຮັດ​ວຽກງານ​ທີ່​ບໍ່​ຖືກ​ຕ້ອງ​ຂອງ​ຜູ້​ບຸກລຸກ​ ຊຶ່ງ​ອາດ​ເກີດ​ຈາກ​ hacker ຫລື​ virus ເປັນ​ຕົ້ນ​

4.
ຜູ້​ວິ​ເຄາະ​ ແລະ​ ອອກ​ແບບ​ລະບົບ​ ແລະ​ ນັກ​ຂຽນ​ໂປຣ​ແກຣມ​ (System analysis and design ແລະ​ programmer):  ເຮັດ​ຫນ້າທີ່​ສຶກ​ສາ​ບັນຫາ​ຂອງ​ຜູ້​ໃຊ້​ ວິ​ເຄາະ​ລະບົບ​ເດີມ​ ແລະ ​ອອກ​ແບບ​ລະບົບ​ໃໝ່​ໄປ​ຈົນ​ເຖິງ​ ການ​ພັດທະນາ​ໂປຣ​ແກຣມ​ບຳ​ລຸງ​ຖືຮັກສາ​ ແລະ ​ຈັດ​ເຮັດ​ຄູ່​ມື​ ເພາະ​ວ່າ ນັກ​ຄອມພິວເຕີ​ໃນ​ອົງ​ກອນ​ຂະໜາດ​ນ້ອຍ​ຈຳນວນ​ຫລາຍ​ ເຮັດວຽກ​ພຽງ​ຄົນ​ດຽວ​ ແຕ່​ຕ້ອງ​ຮັບ​ຜິດຊອບ​ທຸກ​ງານ​ທີ່​ກ່ຽວກັບ​ຄອມພິວເຕີ​ໃນ​ອົງ​ກອນ​

5. ເຈົ້າ​ຫນ້າທີ່​ເທັກ​ນິກ ​(Technical support): ເຮັດ​ຫນ້າທີ່​ແກ້​ບັນຫາ​ທາງ​ເທັກ​ນິກ​ ເຊັ່ນ:​ ຄອມພິວເຕີ​ເສຍ​ ຫລື ​ບັນຫາ​ອື່ນ​ທີ່​ກ່ຽວ​ຂ້ອງ​ ບາງ​ອົງ​ກອນ​ອາດ​ມີ​ Harddisk ຫລື​ mouse ສຳ​ຮອງ​ ໄວ້​ປ່ຽນ​ໃຫ້​ຜູ້​ໃຊ້​ໃນ​ກໍລະນີ​ມີ​ບັນຫາ​ ຜູ້​ເຮັດ​ຫນ້າທີ່​ແກ້​ບັນຫາ​ຄອມພິວເຕີ​ມັກ​ມີ​ອຸປະກອນ​ສຳ​ຮອງ​ເກັບ​ໄວ້​ ເພາະວ່າ ​ປະຈຸບັນ​ຄອມພິວເຕີ​ບໍ່ໄດ້​ມີ​ບັນຫາ​ສະເພາະ​ດ້ານ​ໂປຣ​ແກຣມ​ພຽງ​ຢ່າງ​ດຽວ​ ຖ້າ​ມີ​ບັນຫາ​ ເຊັ່ນ:​ ເຄື່ອງ​ຍຸດ​ເຮັດວຽກ ​(Hang) ເລື້ອຍໆ​ ຫລື​ ໂປຣ​ແກຣມ​ໃຊ້​ງານ​ບໍ່​ໄດ້​ຕາມ​ປົກກະຕິ​ ເຈົ້າ​ຫນ້າທີ່​ກໍ​ຕ້ອງ​ກໍ່ການ​ຕິດ​ຕັ້ງ​ໂປຣ​ແກຣມ​ໃໝ່​ທັງ​ໝົດ ​(Format) ຊຶ່ງ​ເປັນ​ວິທີ​ແກ້​ບັນຫາ​ກັບ​ເຄື່ອງ​ຄອມພິວເຕີ​ທີ່​ໃຊ້​ມາ​ດົນ​ ແລະ​ ປະ​ມວນ​ຜົນ​ໄດ້​ຊ້າ​

6.
ຜູ້​ເບິ່ງ​ແຍງ​ຈົດຫມາຍ​ເອເລັກໂຕນິກ (Postmaster): ເຮັດ​ຫນ້າທີ່​ເບິ່ງ​ແຍງ​ຂໍ້​ມູນ​ຂອງ​ຜູ້​ໃຊ້​ ໂດຍ​ເນັ້ນ​ໃນ​ເລື່ອງ​ຂອງ​ຈົດຫມາຍ​ເອເລັກໂຕນິກ ​ເປັນ​ຫຼັກ​ ເຊັ່ນ:​ ການສ້າງ​ລະຫັດ​ຜູ້​ໃຊ້​ ເບິ່ງ​ແຍງ​ຜູ້​ໃຊ້​ທີ່​ໃຊ້​ງານ​ບໍ່​ຖືກ​ຕ້ອງ​ ຈົນໄປ​ເຖິງ​ການເຮັດໃຫ້​ເຄື່ອງ​ບໍລິການ​ຈົດຫມາຍ​ເຮັດວຽກ​ໄດ້​ຕະຫລອດ​ເວລາ​

ບັນຫາ​ຂອງ​ເວັບ​ມາສ​ເຕີ​ 9 ລັກສະນະ​



1. ອັດຕາ​ການ​ຮັບ​-ສົ່ງ​ຂໍ້​ມູນ​ (Data transfer) ຫລື​ ຈຳນວນ​ການ​ເຂົ້າ​ເວັບ​ໄຊ​ຫລາຍ​ເກີນ​ຂໍ້​ຈຳ​ກັດ​
ຂອງ​ຜູ້​ໃຫ້​ບໍລິການ​
2.
ພື້ນ​ທີ່​ເກັບ​ຂໍ້​ມູນ​ (Storage) ມີ​ຂະໜາດ​ນ້ອຍ​ເກີນ​ໄປ​ ເຮັດໃຫ້​ເກັບ​ຂໍ້​ມູນ​ເພີ່ມ​ບໍ່​ໄດ້​
3.
ຜູ້​ບຸກລຸກ​ (Hacker) ເຂົ້າ​ມາ​ເຈາະ​ລະບົບ​ ຈາກ​ບໍລິການ​ທີ່​ເວັບ​ມາສ​ເຕີ​ເປີດ​ບໍລິການ​ ແຕ່​ບໍ່​
ສາມາດ​ຄວບ​ຄຸມ​
4.
ເປີດ​ບໍລິການ​ທີ່​ຍັງ​ບໍ່​ສົມບູນ​ (Incomplete services) ມັກ​ເປັນ​ບໍລິການ​ທີ່​ພັດທະນາ​ຂຶ້ນ​ໃຊ້​ເອງ​
ແຕ່​ບໍ່​ໄດ້​ທົດສອບ​ໃຫ້​ດີ​
5.
ບໍ່​ຮູ້​ວິທີ​ການ ​(Unknown) ທີ່​ຈະ​ພັດທະນາ​ເວັບ​ໄຊ​​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ດ້ານ​ບໍລິການ​
6. ບໍ່​ມີ​ເວລາ​ພັດທະນາ​ຕໍ່​ (No time) ເພາະ​ມີ​ງານ​ອື່ນ​ທີ່​ສຳຄັນ​ກວ່າ​ຕ້ອງ​ເຮັດ​
7.
ເຄື່ອງ​ບໍລິການ​ລົ້ມແຫລວ ​(No service) ເພາະ​ຜູ້​ໃຫ້​ບໍລິການ​ເຊົ່າ​ພື້ນ​ທີ່​ສ້າງ​ເວັບ ​(Webhosting) ບໍ່​ຂະຫຍາຍ​ສັກ​ຍະພາບ​
8.
ເປີດ​ບໍລິການ​ແຕ່​ບໍ່​ມີ​ຜູ້​ເຂົ້າ​ມາ​ໃຊ້​ບໍລິການ​ (Low hits) ເພາະ​ບໍ່​ເຂົ້າໃຈ​ວິທີ​ການ​ປະ​ຊາ​ສຳພັນ​ ຫລື​ ເນື້ອ​ຫາ​ບໍ່​ຈູງ​ໃຈ​
9.
ມີ​ລາຍ​ໄດ້​ບໍ່​ພໍ​ກັບ​ຄ່າ​ໃຊ້​ຈ່າຍ​ (Low income)




ແຫລ່ງອ້າງອິງຈາກ: