Wireless VS Wi-Fi - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


2 มิถุนายน 2560

Wireless VS Wi-Fi



Wireless ແລະ Wi-Fi ແມ່ນຫຍັງ

    Wireless  
ໝາຍ​ເຖິງ​ ລັກສະນະ​ຂອງ​ການ​ໃຊ້​ງານ​ອຸປະກອນ​ດ້ານ​ສື່​ສານ​ໂທລະຄົມມະນາຄົມ​ ແປ​ວ່າ: ບໍ່ມີ​ສາຍ​ ສະ​ນັ້ນ, ​ອຸປະກອນ​ຫຍັງ​ກໍ​ຕາມ ​ທີ່​ຕິດ​ຕໍ່​ສື່​ສານ​ກັນ​ໂດຍ​ບໍ່​ໃຊ້​ສາຍ​ສັນຍາ​ນ ຖື​ ວ່າ​ອຸປະກອນ​ນັ້ນ ​ເປັນ​ Wireless ຄືກັນ​ ເພາະ​ສະ​ນັ້ນ​, ຈະ​ເອີ້ນ​ຫຍັງ​ກໍ່ໄດ້ ບໍ່​ຜິດ​ Wireless ຫລືWi-Fi ກໍ່ໄດ້.


ປະໂຫຍດ​ຂອງ​ລະບົບ​ Wireless LAN
          1.
ສະ​ດວກ​ໃນ​ການ​ເຄື່ອນ​ຍ້າຍ​ ຕິດ​ຕັ້ງ​ ເນື່ອງ​ຈາກ​ Wireless LAN ບໍ່​ຈຳ​ເປັນ​ຕ້ອງ​ມີ​ສາຍ​ເຄ​ເບີ້ລ​ໃນ​ການ​ຕໍ່​ພວງ​
          2.
ງ່າຍ​ໃນ​ການ​ຕິດ​ຕັ້ງ​ ເພາະ​ບໍ່​ຈຳ​ເປັນ​ຕ້ອງ​ຕິດຕັ້ງ​ສາຍ​ເຄ​ເບີ້ລ
          3.
ຫລຸດ​ຄ່າ​ໃຊ້​ຈ່າຍ​ ເນື່ອງ​ຈາກ​ບໍ່​ຕ້ອງ​ຈຳ​ເປັນ​ຕ້ອງ​ເສຍ​ຄ່າ​ບຳ​ລຸງ​ຮັກສາ​ ໃນ​ໄລຍະຍາວ
          4.
ສາມາດ​ຂະຫຍາຍ​ເຄືອ​ຂ່າຍ​ໄດ້​ບໍ່​ຈຳ​ກັດ​

ຂໍ້​ເສຍ​ຂອງ​ລະບົບ​ Wireless LAN
          1.
ສົ່ງ​ສັນຍາ​ນ​ໄດ້​ໃນ​ໄລຍະ​ທາງ​ບໍ່​ໄກ​ເທົ່າໃດ​
          2.
ມີ​ສັນຍາ​ນ​ລົບກວນ​ສູງ​
          3.
ຕ້ອງ​ແຊ​ຣ໌​ກັນ​ໃຊ້​ຊ່ອງ​ສັນຍາ​ນຄື້ນ​ຄວາມ​ຖີ່​ດຽວ​ກັນ​
          4.
ຍັງມີ​ ຫຼາຍ​ມາດຕະຖານ​ ຕາມ​ຜູ້​ຜະລິດ​ ແຕ່​ບໍລິສັດ​ ເຮັດໃຫ້​ມີ​ບັນຫາ​ໃນ​ການ​ໃຊ້​ງານ​ ຮ່ວມ​ກັນ​
          5.
ລາ​ຄາ​ແພງ​ກວ່າ​ລະບົບ​ເຄືອ​ຂ່າຍ​ແບບ​ມີ​ສາຍ​
          6.
ມີ​ຄວາມ​ໄວ​ບໍ່​ສູງ​ເທົ່າໃດ​

Wi-Fi ແມ່ນຫຍັງ

    Wi-Fi (wireless fidelity ) ໝາຍເຖິງອົງກອນ ທີ່ເຮັດຫນ້າທີ່ທົດສອບຜະລິດຕະພັນ ລະບົບເຄືອຂ່າຍແບບຂາດສາຍ​ (Wireless Lan) ພາຍໃຕ້ເທັກໂນໂລຢີການສື່ສານມາດຕາຖານIEEE 802.11 ວ່າ ອຸປະກອນແຕ່ລະຢີ່ຫໍ້ກັນນັ້ນ ສາມາດຕິດຕໍ່ສື່ສານກັນໄດ້ໂດຍບໍ່ມີບັນຫາຊຶ່ງເມື່ອອຸປະກອນເຫຼົ່ານັ້ນຜ່ານການກວດສອບເປັນທີ່ຮຽບຮ້ອຍແລ້ວອຸປະກອນກໍຈະຖືກປະທັບກາສັນຍະລັກWi-Fi Certified ຮັບຮອງວ່າອຸປະກອນສ່ວນນັ້ນ ສາມາດຕິດຕໍ່ສື່ສານກັບອຸປະກອນຕົວອື່ນທີ່ມີກາສັນຍະລັກWi-Fi certified ໄດ້​.

ຄວາມແຕກຕ່າງກັນ ລະຫວ່າງ Wireless VS Wi-Fi


     ສະຫລຸບຄື: Wireless ແລະ Wi-Fi ຫມາຍເຖິງ ເຄືອຂ່າຍບໍ່ມີສາຍ (Wireless LAN : WLAN) ທີ່​ເປັນ​ເທັກ​ໂນ​ໂລ​ຢີ​ທີ່​ຊ່ວຍ​ໃນ​ການ​ຕິດ​ຕໍ່​ສື່​ສານ ​ລະຫວ່າງ​ກຸ່ມ​ຂອງ​ເຄື່ອງ​ຄອມພິວເຕີ ​ຫລື ​ອຸປະກອນ​ທີ່​ສາມາດ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ໄດ້​ຢ່າງ​ ເຊັ່ນ:smartphone, tabletໃຫ້​ສາມາດ​ສື່​ສານ​ກັນ​ໄດ້​ຜ່ານ​ Access point ຈົນໄປເຖິງ​ການ​ຕິດ​ຕໍ່​ສື່​ສານ ​ລະຫວ່າງ​ເຄື່ອງ​ຄອມພິວເຕີ ​ກັບ​ອຸປະກອນ​ເຄືອ​ຂ່າຍ​ຄອມພິວເຕີ​ ໂດຍ​ການ​ເຊື່ອມ​ຕໍ່​ແບບ​ WLAN ນີ້ ​ຈະ​ປາສະຈາກ​ການ​ໃຊ້​ສາຍ​ສັນຍາ​ນໃນ​ການ​ເຊື່ອມ​ຕໍ່​ ແຕ່​ຈະ​ໃຊ້​ຄື້ນ​ວິທະຍຸເປັນ​ຊ່ອງ​ທາງ​ການ​ສື່​ສານ​ແທນ​ ການ​ຮັບ​ສົ່ງ​ຂໍ້​ມູນ​ລະຫວ່າງ​ກັນ ຈະ​ຜ່ານ​ອາ​ກາດ​ ເຮັດໃຫ້​ບໍ່​ຕ້ອງ​ຕໍ່ສາຍ​ສັນຍາ​ນ​ ແລະ ​ຕິດ​ຕັ້ງ​ໃຊ້​ງານ​ໄດ້​ສະ​ດວກ​ຂຶ້ນ​ ຊຶ່ງ​ແຕກ​ຕ່າງ​ຈາກ​ລະບົບ​ LAN ທີ່​ຈະ​ຕ້ອງ​ໃຊ້​ສາຍ​ LAN ເປັນ​ຕົວ​ເຊື່ອມ​ຕໍ່​ຄອມພິວເຕີ​ເຂົ້າ​ກັບ​ເຄືອ​ຂ່າຍ​ນັ້ນ​ເອງ​.

ປະເພດຂອງອຸປະກອນເຄືອຂ່າຍ Wi-Fi

1.   802.11a  ມາດຕະ​ຖານ​ນີ້​ ຈະ​ມີ​ຄວາມ​ໄວ ​ ແລະ ​ຄວາມ​ສະຖຽນລະພາບ​ຂອງ​ການ​ເຊື່ອມ​ຕໍ່​ສູງ​  ແຕ່​ບໍ່​ສາມາດ​ທີ່​ຈະ​ເຮັດວຽກ​ຮ່ວມ​ກັບ​ 802.11b ໄດ້​ ສຳລັບ​ 802.11a ນີ້​ ສາມາດ​ທີ່​ຈະ​ສົ່ງ​ຖ່າຍ​ຂໍ້​ມູນ​ໄດ້​ ທີ່​ຄວາມ​ໄວ​ສູງ​ເຖິງ​ 54 Mbps ແລະ​ ເຮັດວຽກ​ທີ່​ຄວາມ​ຖີ່​ 5 GHz
2.       802.11b  ມາດຕະ​ຖານ​ນີ້ ​ຈະ​ນິຍົມ​ໃຊ້​ຕາມ​ສະຫ​ນາມ​ບິນ​ໃຫຍ່​ໆ​  ຫລື ​ບໍລິການ​ໃນ​ຮ້ານ​ອິນ​ເຕີ​​ເນັດ​ຄາ​ເຟ່​ ຊຶ່ງ​ຈະ​ເຮັດວຽກ​ທີ່​ຄວາມ​ຖີ່​ 2.4 GHz (ເປັນ​ຄວາມ​ຖີ່​ດຽວ​ກັບ​ມື​ຖື​ ແລະ ​ໄມ​ໂຄຣ​ເວ​ຟ​ ຊຶ່ງ​ບໍ່​ມີ​ອັນຕະລາຍ​) ແລະ​ ສາມາດ​ທີ່​ຈະ​ສົ່ງ​ຖ່າຍ​ຂໍ້​ມູນ​ໄດ້​ທີ່​ຄວາມ​ໄວ​ເຖິງ​ 11 Mbps
3.       802.11g  ມາດຕະ​ຖານ​ນີ້ ​ເຮັດວຽກ​ໄດ້​ທີ່​ຄວາມ​ຖີ່ ​ 2.4 GHz ແລະ ​ສາມາດ​ເຂົ້າ​ກັບ​ມາດຕະຖານ​ 802.11b ແຕ່​ມີ​ອັດຕາ​ການ​ສົ່ງ​ຖ່າຍ​ຂໍ້​ມູນ​ໄດ້ ​ທີ່​ຄວາມ​ໄວ​ສູງ​ສຸດ​ເຖິງ ​ 54 Mbps ມັກ​ນຳ​ມາ​ໃຊ້​ກັບ​ງານ​ທີ່​ຕ້ອງ​ການ​ຄວາມ​ແນ່ນອນ​ ແລະ​ ຄວາມ​ໄວ​ໃນ​ການ​ເຊື່ອມ​ຕໍ່​ທັງຫມົດ ຈົນ​ເຖິງ​ການ​ແຊ​ຣ໌​ໄຟ​ລ໌​ຂະໜາດ​ໃຫຍ່​.