XML ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


18 มิถุนายน 2560

XML ແມ່ນຫຍັງ



XML ແມ່ນຫຍັງ

      XML ຫຍໍ້​ມາ​ຈາກ​ Extensible Markup Language ຄື​ ພາສາ​ໜຶ່ງ​ທີ່​ໃຊ້​ໃນ​ການ​ສະແດງ​ຜົນ​ຂໍ້​ມູນ​ ຊຶ່ງ​ພາສາ​ທີ່​ໃຊ້​ກຳນົດ​ຮູບ​ແບບ​ຂອງ​ຄຳ​ສັ່ງ​ພາສາ​ HTML ຫລື ​ທີ່​ເອີ້ນວ່າ​ Meta Data ຊຶ່ງ​ຈະ​ໃຊ້​ສຳລັບ​ກຳນົດ​ຮູບ​ແບບ​ຂອງ​ຄຳ​ສັ່ງ​ Markup ຕ່າງ​ໆ​ ຖ້າ​ປຽບທຽບ​ກັບ​ພາສາ​ HTML ຈະ​ແຕກ​ຕ່າງ​ກັນ​ທີ່​ HTML ຖືກ​ອອກ​ແບບ​ມາ​ເພື່ອ​ການ​ສະແດງ​ຜົນຢ່າງດຽວ​ເທົ່າ​ນັ້ນ​ ເຊັ່ນ​ໃຫ້​ສະແດງ​ຜົນ​ຕົວ​ນ້ອຍ​ ຕົວ​ໜາ​ ຕົວ​ອຽງ​ ເໝືອນ​ທີ່​ເຮົາ​ເຄີຍ​ເຫັນ​ໃນ​ເວັບ​ເພຈ​ທົ່ວ​ໄປ​ ແຕ່​ພາສາ​ XML ນັ້ນ​ຖືກ​ອອກ​ແບບ​ມາ​ເພື່ອ​ເກັບ​ຂໍ້​ມູນ​ ໂດຍ​ທັງ​ຂໍ້​ມູນ ​ແລະ ​ໂຄງ​ສ້າງ​ຂອງ​ຂໍ້​ມູນ​ນັ້ນ​ໆ ​ໄວ້​ນຳກັນ​ ສ່ວນ​ການ​ສະແດງ​ຜົນ​ກໍ​ຈະ​ໃຊ້​ພາສາ​ສະເພາະ​ຊຶ່ງ​ກໍ​ຄື​  XSL (Extensible Stylesheet Language)

      ພາສາ​ XML ມີ​ໂຄງ​ສ້າງ​ທີ່​ປະກອບ​ດ້ວຍ​ແທັກ​ເປີດ​ ແລະ​ ແທັກ​ປິດ​ ເຊັ່ນ​ດຽວ​ກັບ​ພາສາ​ HTML ແຕ່​ພາສາ​ XML ເຮົາສາມາດ​ສ້າງ​ແທັກ​ທັງຫມົດ​ທັງ​ກຳນົດ​ໂຄງ​ສ້າງ​ຂອງ​ຂໍ້​ມູນ​ໄດ້​ເອງ​ ຊຶ່ງ​ຄວາມ​ສາມາດ​ກົງ​ນີ້​ຕັວ​ພາສາ​  ເຮັດ​ບໍ່​ໄດ້​ເພາະ​ພາສາ​ HTML ຖືກ​ກຳນົດ​ແທັກ​ຕາຍ​ຕົວ​ໂດຍ​ W3C ຫລື​  World Wide Web Consortium ອາດ​ກ່າວ​ໄດ້​ວ່າ​ XML ເປັນ​ສ່ວນ​ເສີມ​ຂອງ​ HTML ເພາະ​ຕົວ​ XML ບໍ່​ສາມາດ​ສະແດງ​ຜົນ​ໄດ້​ໃນ​ຕົວ​ຂອງ​ມັນ​ເອງ​ ຫາກ​ຕ້ອງ​ການ​ສະແດງ​ຜົນ​ທີ່​ຖືກ​ຕ້ອງ​ ຈະ​ຕ້ອງ​ມີ​ການ​ໃຊ້​ຮ່ວມ​ກັບ​ພາສາ​ອື່ນ​ ເຊັ່ນ​ HTML,JSP, PHP , ASP ຫລື ​ພາສາ​ອື່ນ​ໆ​ ທີ່ສະໜັບ​ສະໜຸນ​  XML ຈະ​ມີ​ນາມ​ສະ​ກຸນ​ເປັນ​ .XML ສາມາດ​ສ້າງ​ຂຶ້ນ​ຈາກ​ໂປຣ​ແກຣມ​ປະ​ເພດ​ Text Editor ໃດ​ກໍ​ໄດ້​ ເຊັ່ນ:​ Notepad, Editplus, DreamWeaver, MS Word ເປັນ​ຕົ້ນ​

       ສິ່ງ​ທີ່​ຖື​ໄດ້​ວ່າ​ເປັນ​ສະເໜ່ຂອງ​ XML ນັ້ນ​ຈະ​ເປັນ​ຄວາມສະດວກ​ໃນ​ການ​ຈັດການ​ດ້ານ​ລະບົບ​ການ​ຕິດ​ຕໍ່​ກັບ​ຜູ້​ໃຊ້​ຈາກ​ໂຄງ​ສ້າງ​ຂອງ​ຂໍ້​ມູນ​ ເຮົາ​ສາມາດ​ນຳ​ຂໍ້​ມູນ​ຈາກ​ຫຼາຍ​ແຫຼ່ງ​ມາ​ສະແດງ​ຜົນ​ ແລະ ​ປະ​ມວນ​ຜົນ​ຮ່ວມ​ກັນ​ໄດ້​ ບໍ່​ວ່າ​ຈະ​ເປັນ​ຂໍ້​ມູນ​ລູກ​ຄ້າ​ ລາຍ​ການ​ສັ່ງ​ຊື້​ ຜົນ​ການ​ວິ​ໃຈ​ ລາຍ​ການ​ຮັບ​ຊຳ​ລະ​ເງີນ​ຂໍ້​ມູນ​ເວດ​ລະ​ບຽນ​ ລາຍ​ການ​ສິນ​ຄ້າ​ ຫລື ​ຂໍ້​ມູນ​ຂ່າວສານ​ອື່ນ​ໆ​ ກໍ​ສາມາດ​ແປງ​ໃຫ້ເປັນ​ XML ໄດ້​ ແລະ ​ໃນ​ສ່ວນ​ຂອງ​ຂໍ້​ມູນ​ສາມາດ​ປັບ​ໃຫ້ເປັນ​ HTML ໄດ້​ ສຳລັບ​ປະໂຫຍດ​ໃນ​ການ​ໃຊ້​ງານ​ນັ້ນ​ ເຮົາ​ຈະ​ສາມາດ​ນຳ​ມາ​ໃຊ້​ສຳລັບ​ການ​ເຂົ້າ​ເຖິງ​ລະບົບ​ຂໍ້​ມູນ​ຂະໜາດ​ໃຫຍ່​ໃຊ້​ກັບ​ລະບົບ​ເຄືອ​ຂ່າຍ​ໃນ​ອົງ​ກອນ ຫລື​ ອິນ​ເຕີ​ຣ໌​ເນັດ​ເພື່ອ​ເບິ່ງ​ຂໍ້​ມູນ​ ຫລື ເອີ້ນໃຊ້​ຂໍ້​ມູນ​ທີ່​ໃຫ້​ການ​ສະແດງ​ຜົນ​ທາງ​ໜ້າຈໍ​ທີ່ກໍານົດໄວ້

ຈຸດ​ເດັ່ນ​ຂອງ​ XML
1.
ບິ່ງ​ເອກະສານ​ໄດ້​ງ່າຍ​ ສະ​ດວກ​ ແລະ ​ໄດ້​ຜົນ​ດີີ​ເໝືອນ​ HTML
2. ສະໜັບ​ສະໜູນ​ການ​ປະ​ຍຸກໃຊ້​ກັບ​ງານ​ຕ່າງ​ໆ​ ແລະ ​ສະໜັບ​ສະໜູນ​ໂປຣ​ແກຣມ​ປະ​ຍຸກ​ຕ່າງ​ໆ​
3. ຂຽນ​ງ່າຍ​
4. ອ່ານ​ໄດ້​ດ້ວຍ​ມະນຸດ​ ໂດຍ​ບໍ່​ຕ້ອງ​ອາໄສ​ໂປຣ​ແກຣມ ​ຫລື​ ເຄື່ອງ​ມື​ຊ່ວຍ​ແປ
5. ການ​ຂຽນ​ XML ເຮັດ​ໄດ້​ດ້ວຍ​ການ​ໃຊ້​ Text editor ທົ່ວ​ໄປ​ ແລະ ​ບໍ່​ຕ້ອງ​ການ​ເຄື່ອງ​ມື​ທີ່​ຊັບ​ຊ້ອນ​
6. ໃຊ້​ເປັນ​ຕົວ​ຄວບ​ຄຸມ​ຂໍ້​ມູນ​ (Meta data) ຈຶ່ງ​ເປັນ​ແນວ​ທາງ​ໃນ​ການ​ຂົນ​ສົ່ງ​ຂໍ້​ມູນ​ ແລະ​ ສ້າງ​ການ​ເຊື່ອມ​ໂຍງ​ລະຫວ່າງ​ແອບ​ພລິ​ເຄ​ຊັ່ນ​ໄດ້​ງ່າຍ​
7. ສະໜັບ​ສະໜູນ​ UNICODE ເຮັດໃຫ້​ໃຊ້​ໄດ້​ກັບ​ຫຼາກ​ຫຼາຍ​ພາສາ​ ແລະ ​ປະສົມ​ກັນ​ໄດ້​ຫຼາກ​ຫຼາຍ​ພາສາ​
8. ດຶງ​ເອກະສານ​ XML ມາ​ໃຊ້​ງານ​ໄດ້​ງ່າຍ​ ແລະ​ ໃຊ້​ຮ່ວມ​ກັບ​ໂປຣ​ແກຣມ​ປະ​ຍຸກ​ອື່ນ​ໄດ້​ງ່າຍ​ ເຊັ່ນ​ ໂປຣ​ແກຣມ​ DB2, Oracle, SAP ເປັນ​ຕົ້ນ​
9. ນຳ​ໄປ​ປະ​ຍຸກໃຊ້​ໃນ​ການ​ດຳ​ເນີນ​ກິດຈະກຳ​ເທິງ​ເຄືອ​ຂ່າຍ​ໄດ້​ຫລາຍ​ ເຊັ່ນ​: E-Business, EDI, E-Commerce, ການ​ຈັດການ​ Supply chain / Demand chain management, ການ​ດຳ​ເນີນ​ການ​ແບບ​ intranet ແລະ​ Web Base Application.