ຄວາມໝາຍຂອງ ມັນຕິມີເດຍ (Multimedia)
ມັນຕິມີເດຍ
ຄື: ລະບົບສື່ສານຂໍ້ມູນຂ່າວສານຫຼາຍຊະນິດ ໂດຍຜ່ານສື່ທາງຄອມພິວເຕີຊຶ່ງປະກອບດ້ວຍ ຂໍ້ຄວາມ, ຖານຂໍ້ມູນ, ຕົວເລກ,
ກຣາຟິກ, ພາບ, ສຽງ ແລະ ວີດີໂອ.
ມັນຕິມີເດຍ
ຄື,: ການໃຊ້ຄອມພິວເຕີສື່ຄວາມຫມາຍໂດຍການປະສົມຜະສານສື່ຫຼາຍຊະນິດ ເຊັ່ນ: ຂໍ້ຄວາມ, ກຣາຟ,
ພາບສິນປ໌ (Graphic
Art),
ສຽງ (Sound), ພາບເຄື່ອນໄຫວ (Animation) ແລະ ວີດິໂອໂອ ເປັນຕົ້ນ. ຖ້າຜູ້ໃຊ້ສາມາດຄວບຄຸມສື່ເຫຼົ່ານີ້ໃຫ້ສະແດງອອກມາຕາມຕ້ອງການໄດ້
ລະບົບນີ້ຈະເອີ້ນວ່າ: ມັນຕິມີເດຍ-ສຳພັນ (Interactive
Multimedia)
ມັນຕິມີເດຍ
ຄື: ໂປຣແກຣມຊອຟແວຣ໌ ທີ່ອາໄສຄອມພິວເຕີເປັນສື່ໃນການນຳສະເໜີໂປຣແກຣມປະຍຸກ
ຊຶ່ງລວມໄປເຖິງການນຳສະເໜີຂໍ້ຄວາມສີສັນ ພາບ ກຣາຟຟິກ (Graphic
images) ພາບເຄື່ອນໄຫວ (Animation)
ສຽງ (Sound) ແລະ ຫນັງວິດີໂອ (Full
motion Video) ສ່ວນມັນຕິມີເດຍປະຕິສຳພັນ
(Interactive
Multimedia) ຈະເປັນໂປຣແກຣມປະຍຸກ ທີ່ຮັບການຕອບສະຫນອງຈາກຜູ້ໃຊ້ໂດຍໃຊ້ຄີບອດ
(Keyboard) ເມົາສ໌
(Mouse) ຫລື ຕົວຊີ້ (Pointer) ເປັນຕົ້ນ.
ດັ່ງນັ້ນ, ຈຶ່ງສາມາດສະຫລຸບຄວາມຫມາຍຂອງ ມັນຕິມີເດຍ
ໄດ້ວ່າ: ມັນຕິມີເດຍ ຄື: ການໃຊ້ຄອມພິວເຕີຮ່ວມກັບໂປຣແກຣມຊອຟແວຣ໌ໃນການສື່ຄວາມຫມາຍ
ໂດຍການປະສົມຜະສານສື່ຫຼາຍຊະນິດ ເຊັ່ນ: ຂໍ້ຄວາມ ກຣາຟິກ (Graphic)
ພາບເຄື່ອນໄຫວ (Animation) ສຽງ (Sound) ແລະ ວິດີໂອ (Video) ເປັນຕົ້ນ.
ອົງປະກອບຂອງ
ມັນຕິມີເດຍ
1.1.
ຂໍ້ຄວາມ ຫລື ຕົວອັກສອນ
(Text)
ຂໍ້ຄວາມ ຫລື ຕົວອັກສອນຖືວ່າເປັນອົງປະກອບພື້ນຖານທີ່ສຳຄັນຂອງມັນຕິມີເດຍ ລະບົບມັນຕິມີເດຍທີ່ນຳສະເໜີຜ່ານຈໍພາບຂອງເຄື່ອງຄອມພິວເຕີ ນອກຈາກນີ້, ຈະມີຮູບແບບ ແລະ ສີຂອງຕົວອັກສອນໃຫ້ເລືອກຢ່າງຫລວງຫລາຍຕາມຄວາມຕ້ອງການຂອງເຮົາ
ແລ້ວຍັງສາມາດກຳນົດຄຸນລັກສະນະຂອງການມີປະຕິສຳພັນ (ໂຕ້ຕອບ) ໃນລະຫວ່າງການນຳສະເໜີໄດ້ອີກດ້ວຍ.
1.2 ພາບນິ່ງ (Still Image)
ພາບນິ່ງເປັນພາບທີ່ບໍ່ມີການເຄື່ອນໄຫວ
ເຊັ່ນ: ພາບຖ່າຍ,
ພາບວາດ, ພາບລາຍເສັ້ນ
ເປັນຕົ້ນ. ພາບນິ່ງນັບວ່າມີບົດບາດຕໍ່ລະບົບງານມັນລຕິມີເດຍຫລາຍກວ່າຂໍ້ຄວາມ ຫລື
ຕົວອັກສອນ ທັງນີ້ເນື່ອງຈາກພາບຈະໃຫ້ຜົນໃນເຊີງການຮຽນຮູ້ ຫລື ຮັບຮູ້ດ້ວຍການເບິ່ງເຫັນໄດ້ດີກວ່າ ນອກຈາກນີ້, ຍັງສາມາດຖ່າຍທອດຄວາມຫມາຍໄດ້ເລິກເຊິ່ງຫລາຍກວ່າຂໍ້ຄວາມ ຫລື ຕົວອັກສອນນັ້ນເອງ ຊຶ່ງຂໍ້ຄວາມຫລື ຕົວອັກສອນຈະມີຂໍ້ຈຳກັດທາງດ້ານຄວາມແຕກຕ່າງຂອງແຕ່ລະພາສາ ແຕ່ພາບນັ້ນ ສາມາດສື່ຄວາມຫມາຍໄດ້ທຸກຊົນຊາດ ພາບນິ່ງມັກຈະສະແດງຢູ່ເທິງສື່ຊະນິດຕ່າງໆ ເຊັ່ນ: ໂທລະພາບ, ຫນັງສືພິມ ຫລື ວາລະສານວິຊາການ ເປັນຕົ້ນ.
1.3 ພາບເຄື່ອນໄຫວ (Animation)
ພາບເຄື່ອນໄຫວ
ໝາຍເຖິງ
ພາບກຣາຟິກທີ່ມີການເຄື່ອນໄຫວເພື່ອສະແດງຂັ້ນຕອນ ຫລື
ປະກົດການຕ່າງໆ ທີ່ເກີດຂື້ນຢ່າງຕໍ່ເນື່ອງ ເຊັ່ນ: ການເຄື່ອນທີ່ຂອງອະຕອມພາຍໃນໂມເລກຸນ ຫລື ການເຄື່ອນທີ່ຂອງລູກສູບຂອງເຄື່ອງຈັກ
ເປັນຕົ້ນ.
ທັງນີ້ ເພື່ອສ້າງສັນຈິນຕະນາການໃຫ້ເກີດແຮງຈູງໃຈຈາກຜູ້ຮັບຊົມການຜະລິດພາບເຄື່ອນໄຫວຈະຕ້ອງໃຊ້ໂປຣແກຣມທີ່ມີຄຸນສົມບັດສະເພາະທາງ
ຊຶ່ງອາດມີບັນຫາເກີດຂຶ້ນຢູ່ດ້ວຍກ່ຽວກັບຂະໜາດຂອງໄຟລ໌ ທີ່ຕ້ອງໃຊ້ພື້ນທີ່ໃນການຈັດເກັບຫລາຍກວ່າພາບນິ່ງຫຼາຍເທົ່ານັ້ນເອງ.
1.4 ສຽງ (Sound)
ສຽງເປັນອົງປະກອບໜຶ່ງທີ່ສຳຄັນຂອງມັນຕິມີເດຍ ໂດຍຈະຖືກຈັດເກັບຢູ່ໃນຮູບຂອງສັນຍານດິຈິຕອລ ຊຶ່ງສາມາດຫລິ້ນຊ້ຳກັບໄປກັບມາໄດ້ ໂດຍໃຊ້ໂປຣແກຣມທີ່ອອກແບບມາໂດຍສະເພາະສຳລັບເຮັດວຽກດ້ານສຽງ ຫາກໃນງານມັນຕິມີເດຍມີການໃຊ້ສຽງທີ່ເຮັດໃຫ້ເກີດຄວາມສົນໃຈ
ແລະ ສອດຄ້ອງກັບເນື້ອຫາໃນການນຳສະເໜີ ຈະຊ່ວຍໃຫ້ລະບົບມັລຕິມີເດຍນັ້ນເກີດຄວາມສົມບູນແບບຫລາຍຍິ່ງຂຶ້ນນອກຈາກນີ້,
ຍັງຊ່ວຍສ້າງຄວາມຫນ້າສົນໃຈ ແລະ ໜ້າຕິດຕາມໃນເລື່ອງຕ່າງໆ ໄດ້ເປັນຢ່າງດີ ທັງນີ້ເນື່ອງຈາກສຽງຈະມີອິດທິພົນຕໍ່ຜູ້ໃຊ້ຫລາຍກວ່າຂໍ້ຄວາມ
ຫລື ພາບນິ່ງນັ້ນເອງ
ດັ່ງນັ້ນ, ສຽງຈຶ່ງເປັນອົງປະກອບທີ່ຈຳເປັນສຳລັບມັນຕິມີເດຍ ຊຶ່ງສາມາດນຳເຂົ້າສຽງຜ່ານທາງໄມໂຄໂຟນ ແຜ່ນຊີດີ ເທບສຽງແລະ ວິທະຍຸ ເປັນຕົ້ນ.
1.5 ວິດີໂອ (Video)
ວີດີໂອເປັນອົງປະກອບຂອງມັນຕິມີເດຍທີ່ມີຄວາມສຳຄັນເປັນຢ່າງຫລາຍ ເນື່ອງຈາກວີດີໂອໃນລະບົບດິຈິຕອນ ສາມາດນຳສະເໜີຂໍ້ຄວາມ ຫລື ຮູບພາບ (ພາບນິ່ງ ຫລື ພາບເຄື່ອນໄຫວ) ປະກອບກັບສຽງໄດ້ສົມບູນຫລາຍກວ່າອົງປະກອບຊະນິດອື່ນໆ ຢ່າງໃດກໍຕາມ ບັນຫາຫຼັກຂອງການໃຊ້ວີດິໂອດ້ວຍເວລາທີ່ເກິດຂື້ນຈິງ
(Real
Time) ຈະຕ້ອງປະກອບດ້ວຍຈຳນວນພາບບໍ່ຕ່ຳກວ່າ 30 ພາບຕໍ່ວິນາທີ (Frame/Second) ຖ້າຫາກການປະມວນຜົນພາບດັ່ງກ່າວ ບໍ່ໄດ້ຜ່ານຂະບວນການບີບອັດຂະໜາດສັນຍານມາກ່ອນ ການນຳສະເໜີພາບພຽງ 1 ນາທີ
ອາດຕ້ອງໃຊ້ຫນ່ວຍຄວາມຈຳຫລາຍກວ່າ 100 MB ສົ່ງຜົນໃຫ້ໄຟລ໌ມີຂະໜາດໃຫຍ່ເກີນໄປ ເຮັດໃຫ້ປະສິດທິພາບໃນການເຮັດວຽກງານດ້ອຍຕາມໄປດ້ວຍ ຈົນກະທັ້ງ ເທັກໂນໂລຢີການບີບອັດຂະໜາດຂອງພາບໄດ້ມີການພັດທະນາມາຢ່າງຕໍ່ເນື່ອງ ເຮັດໃຫ້ພາບວີດິໂອສາມາດເຮັດວຽກໄດ້ມີປະສິດທິພາບຫລາຍຍິ່ງຂຶ້ນ ແລະ ກາຍເປັນສື່ທີ່ມີບົດບາດສຳຄັນຕໍ່ລະບົບມັນຕິມີເດຍ
(Multimedia
System).
ປະເພດຂອງສື່ມັນຕິມີເດຍ
1.
ເທັກໂນໂລຢີກ່ຽວກັບສຽງ
(Audio
Technology): ຊຶ່ງທັງຫມົດທັງສຽງເວົ້າ ແລະ ສຽງດົນຕີ ຕັ້ງແຕ່ການປະມວນຜົນ
ການສະແດງຜົນ ການຈັດການຕ່າງໆ ເຊັ່ນ: ການບີບອັດສັນຍານ ການສື່ສານ ການສົ່ງສັນຍານ
2.
ກ່ຽວກັບວີດິໂອ
(Video
Technology): ໄດ້ແກ່ ການປະມວນຜົນ ການປັບແຕ່ງ ການໃຊ້ງານ ການເອີ້ນຫາ
ສືບຄົ້ນ ການສົ່ງກະຈາຍ ມາດຕະຖານການບີບອັດສັນຍານ ການເຂົ້າລະຫັດ ແລະ ຖອດລະຫັດ
ການສົ່ງຂໍ້ມູນ ການເຮັດວຽກງານຮ່ວມກັບສື່ອື່ນໆ
3.
ເທັກໂນໂລຢີຮູບ
(Image
Technology): ເປັນການພັດທະນາ ແລະ ປະຍຸກໃຊ້ພາບ ການຈັດການຟໍຣ໌ແມດ ບ່ອນເກັບພາບ
ການຄົ້ນຫາ ການສ້າງ ແລະ ຕົກແຕ່ງພາບ
4.
ເທັກໂນໂລຢີຂໍ້ຄວາມ
(Text
Technology): ກ່ຽວກັບຂໍ້ຄວາມ ຫລື ຕົວອັກສອນ ທັງການໃຊ້
ແລະລັກສະນະຮູບແບບຂອງຂໍ້ຄວາມແບບຕ່າງໆ
5. ເທັກໂນໂລຢີພາບເຄື່ອນໄຫວ ແລະ ພາບສາມມິຕິ
(Animation & 3D Technology): ເປັນເທັກໂນໂລຢີກ່ຽວກັບການສະແດງຜົນດ້ານພາບເຄື່ອນໄຫວ
ທັງແບບ 2
ມິຕິ ແລະ 3 ມິຕິ ການສ້າງພາບ
ເໝືອນຈິງ (VR-Visual Reality) ການສ້າງ ຕົກແຕ່ງ ປະມວນຜົນ ການໃຊ້ງານ
5.
ເທັກໂນໂລຢີການພັດທະນາ
(Authoring
System Technology) ຄື: ເທັກໂນໂລຢີທີ່ໄດ້ພັດທະນາເພື່ອສ້າງເຄື່ອງມືສຳລັບງານພັດທະນາມັນຕິມີເດຍ ໃນຮູບຂອງຊອຟແວຣ໌ຊ່ວຍໃນການນຳຂໍ້ມູນ ເນື້ອຫາ (Content) ເຂົ້າໄປເກັບຕາມສື່ຮູບແບບຕ່າງໆ ທີ່ວາງໄວ້
ເພື່ອນຳສະເໜີ ເຊັ່ນ: ການໃຊ້ເຄື່ອງມືຕ່າງໆ ຫລື ການສ້າງເຄື່ອງມືໃໝ່ໆ
6.
ເທັກໂນໂລຢີກັບລະບົບການສຶກສາ ເປັນການສຶກສາເພື່ອນຳເອົາເທັກໂນໂລຢີມັນຕິມີເດຍມາປະຢຸກໃຊ້ກັບລະບົບການສຶກສາ ໃນຮູບຂອງ CAI-Computer Aided Instruction,
CBT-Computer Based Training ຕະຫລອດຈົນງານປະຊາສຳພັນ ໂຄສະນາ ສ້າງຫນັງ
8.
ເທັກໂນໂລຢີການຜະລິດ (Publishing Technology): ເປັນການນຳເອົາມັນຕິມີເດຍມາໃຊ້ດ້ານ
ງານພິມ ເພື່ອເພີ່ມຊີວິດຊີວາໃຫ້ກັບງານພິມ
ມີຮູບແບບທີ່ໂດດເດັ່ນ ແລະຶນຳສະເໜີ ຫລືຶຶ ພິມລົງສື່ໄດ້ຫຼາຍຮູບແບບ ເຊັ່ນ: DTP-Desktop
Publishing, CD-Rom Title & Publishing
9. ເທັກໂນໂລຢີການກະຈາຍ (Broadcasting
& Conferencing) ສົ່ງກ່ຽວຂ້ອງກັບການເຜີຍແຜ່ຂໍ້ມູນ
ເຜີຍແຜ່ສັນຍານ ເຊັ່ນ: Conference,
Multicasting Backbone ເປັນຕົ້ນ.
10. ເທັກໂນໂລຢີການຈັດເກັບຂໍ້ມູນ (Storage
Technology): ເນື່ອງດ້ວຍຂໍ້ມູນດ້ານມັນຕິມີເດຍມັກຈະມີຂະໜາດໃຫຍ່ ເຮັດໃຫ້ຕ້ອງກ່ຽວຂ້ອງກັບສື່ບັນທຶກຂໍ້ມູນຢ່າງຫຼີກລ້ຽງບໍ່ໄດ້
ທັງກ່ຽວກັບຮູບແບບຂອງສື່ ຮູບແບບການບີບອັດຂໍ້ມູນ
ຮູບແບບການບັນທຶກຂໍ້ມູນ
11.
ເທັກໂນໂລຢີ WWW & Hyper Text ໂດຍຈະຊ່ວຍໃຫ້ເກີດການເຜີຍແຜ່ສື່ມັນຕິມີເດຍໃນຮູບແບບທີ່ນິຍົມຫລາຍທີ່ສຸດ
ແລະ ໄວທີ່ສຸດຜ່ານລະບົບ WWW ແລະ ມີລະບົບໂຕ້ຕອບດ້ວຍເທັກໂນໂລຢີHyper Text
& Hyper Media
12.
ເທັກໂນໂລຢີຄັງຂໍ້ມູນ (Media
Archives) ຊຶ່ງກ່ຽວກັບການຈັດເກັບຂໍ້ມູນປະລິມານຫລາຍໆ ແລະການເອີ້ນຄົ້ນພາຍຫຼັງ
ເຊັ່ນ: Photo
& Image Server, AVI archives ເທັກໂນໂລຢີທີ່ກ່າວມາຂ້າງຕົ້ນ ເປັນສ່ວນປະກອບທີ່ສຳຄັນກັບເທັກໂນໂລຢີມັນຕິມີເດຍ ຊຶ່ງຈະຊ່ວຍໃຫ້ເທັກໂນໂລຢີມັລຕິມີເດຍມີຄຸນຄ່າ ແລະ ເປັນທີ່ຍອມຮັບຢ່າງກວ້າງຂວາງ.
ຮູບແບບຂອງບົດຮຽນຄອມພິວເຕີມັນຕິມີເດຍ
1.
ໃຊ້ເພື່ອການສອນ
(Teaching)
ເປັນໂປຣແກຣມທີ່ສ້າງຂຶ້ນມາໃນລັກສະນະຂອງບົດຮຽນໂປຣແກຣມ ເປັນການຮຽນການສອນຂອງຄູ ກ່າວຄື: ຈະມີບົດນຳ (Introduction) ແລະ ມີຄຳອະທິບາຍ (Explanation) ຊຶ່ງປະກອບດ້ວຍຕົວທິດສະດີ ກົດເກນ ຄຳອະທິບາຍ ແລະ ແນວຄິດທີ່ຈະສອນ
ຫລັງຈາກທີ່ນັກຮຽນໄດ້ສຶກສາໃນແງ່ມຸມຕ່າງໆ ແລ້ວມີການສະແດງຜົນຍ້ອນກັບ
(Feedback)
ການກະທຳຂອງນັກຮຽນວ່າ ເຮັດໄດ້ພຽງໄດ ຢ່າງໃດເພື່ອໃຫ້ຄູຜູ້ສອນມີຂໍ້ມູນໃນການເສີມຄວາມຮູ້ໃຫ້ກັບນັກຮຽນບາງຄົນໄດ້
2.
ໃຊ້ໃນການຝຶກ ແລະ
ປະຕິບັດ (Drill
and Practice) ແບບການຝຶກ ແລະ ແບບປະຕິບັດນີ້ສ່ວນໃຫຍ່ຈະໃຊ້ເສີມ
ເມື່ອຄູຜູ້ສອນໄດ້ສອນ ໄດ້ສອບບົດຮຽນບາງຢ່າງແລ້ວ ຈາກນັ້ນ ໃຫ້ນັກຮຽນເຮັດແບບຝຶກຫັດເພື່ອວັດລະດັບຄວາມຮູ້ ຫລື ໃຫ້ນັກຮຽນມາຝຶກຈົນເຖິງລະດັບທີ່ຍອມຮັບໄດ້ ບົດຮຽນປະເພດນີ້ຈຶ່ງປະກອບດ້ວຍ ຄຳຖາມ ຄຳຕອບທີ່ຈະໃຫ້ນັກຮຽນເຮັດແບບຝຶກ ແລະ ປະຕິບັດ
ການຕຽມຄຳຖາມຈຶ່ງຈະຕ້ອງຕຽມໄວ້ຫລາຍໆ ຊຶ່ງຜູ້ຮຽນຄວນຈະໄດ້ສຸ່ມຂຶ້ນມາເອງ ໂດຍສາມາດຈຳຄຳຕອບ ຫລື ແອບໄປເບິ່ງຄຳຕອບມາກ່ອນ
ຫລື ຈຳໄດ້ຈາກການເຮັດໃນເທື່ອທຳອິດ ອາດຕ້ອງໃຊ້ຫຼັກຈິດວິທະຍາເພື່ອກະຕຸ້ນໃຫ້ນັກຮຽນຢາກເຮັດ ແລະ ຕື່ນເຕັ້ນກັບການເຮັດແບບຝຶກຫັດນັ້ນ ຊຶ່ງອາດແຊກຮູບພາບເຄື່ອນໄຫວ ຫລື ຄຳເວົ້າໂຕ້ຕອບ
ທັງຫມົດ ທັງອາດມີການແຂ່ງຂັນ ເຊັ່ນ: ຈັບເວລາ ຫລື ສ້າງຮູບແບບໃຫ້ຕື່ນເຕັ້ນຈາກການມີສຽງ
ເປັນຕົ້ນ.
3.
ສະຖານນະການຈຳລອງ
(Simulations)
ໂປຣແກຣມປະເພດນີ້ ເປັນໂປຣແກຣມທີ່ຈຳລອງສະຖານນະການໃຫ້ໃກ້ຄຽງກັບສະຖານນະການໃນຊີວິດຈິງຂອງຜູ້ຮຽນ ໂດຍມີເຫດການສົມມຸດຕ່າງໆ ຢູ່ໃນໂປຣແກຣມ ແລະ ນັກຮຽນສາມາດທີ່ຈະປ່ຽນແປງ ຫລື ຈັດກະທຳ (Manipulate) ໄດ້ ສາມາດມີການໂຕ້ຕອບ ແລະ ມີຕັວແປ ຫລື ທາງເລືອກຫຼາຍໆ ທາງ ເພື່ອໃຫ້ນັກຮຽນສາມາດເລືອກໄດ້ຢ່າງສຸ່ມເພື່ອສຶກສາຜົນທີ່ເກີດຈາກທາງເລືອກດຽວເຫຼົ່ານັ້ນ ນອກຈາກນັ້ນ ໃນບົດຮຽນການສ້າງພາບພົດເປັນສິ່ງສຳຄັນ
ແລະ ຈຳເປັນ
ການທົດລອງທາງຫ້ອງປະຕິບັດການໃນການຮຽນການສອນຈຶ່ງມີຄວາມສຳຄັນ ແຕ່ຫຼາຍວິຊາບໍ່ສາມາດທົດລອງໃຫ້ເຫັນຈິງໄດ້ ເຊັ່ນ:
ການເຄື່ອນທີ່ຂອງລູກປືນໃຫຍ່ ການເດິນທາງຂອງສຽງ ການຫັກເຫຂອງຄື້ນແມ່ເຫຼັກໄຟຟ້າ ຫລື ປະກົດການທາງເຄມີ ທັງຫມົດ ທັງຊີວວິທະຍາທີ່ຕ້ອງໃຊ້ເວລາດົນຫຼາຍມື້ຈຶ່ງປາກົດຜົນ ບັນຫາເຫຼົ່ານີ້ສາມາດໃຊ້ຄອມພິວເຕີຈຳລອງແບບໃຫ້ຜູ້ຮຽນໄດ້ເຫັນຈິງ
ແລະ ເຂົ້າໃຈໄດ້ງ່າຍ
4.
ໃຊ້ໃນການສົນທະນາ
(Dialogue)
ເປັນການຮຽນການສອນແບບການສອນໃນຫ້ອງຮຽນ ຄື: ພະຍາຍາມໃຫ້ເປັນການເວົ້າຈາລະຫວ່າງຜູ້ສອນ ແລະ ຜູ້ຮຽນ ພຽງແຕ່ວ່າ ແທນທີ່ຈະໃຊ້ສຽງກໍເປັນອັກສອນເທິງຈໍພາບ ແລ້ວມີການສອນດ້ວຍການຕັ້ງບັນຫາຖາມ ລັກສະນະການໃຊ້ແບບທົດສອບຖາມກໍເປັນການແກ້ບັນຫາຢ່າງໜຶ່ງ
ເຊັ່ນ: ບົດຮຽນວິຊາເຄມີ ອາດຖາມຫາສານເຄມີບາງຊະນິດ
ຜູ້ຮຽນອາດໂຕ້ຕອບໂດຍການໃສ່ຊື່ສານເຄມີໃຫ້ເປັນຄຳຕອບ
5.
ໃຊ້ໃນການໄຕ່ຖາມ
(Inquiry)
ບົດຮຽນຄອມພິວເຕີສາມາດໃຊ້ໃນການຄົ້ນຫາຂໍ້ເທັດຈິງ
ມະໂນທັດ
ຫລື ຂ່າວສານທີ່ເປັນປະໂຫຍດ
ໃນແບບໃຫ້ຂໍ້ມູນຂ່າວສານນີ້ ບົດຮຽນຄອມພິວເຕີຈະມີແຫຼ່ງເກັບຂໍ້ມູນທີ່ມີປະໂຫຍດ ຊຶ່ງສາມາດສະແດງໄດ້ທັນທີ
ເມື່ອຜູ້ຮຽນຕ້ອງການດ້ວຍລະບົບງ່າຍໆ ທີ່ຜູ້ຮຽນສາມາດເຮັດໄດ້ພຽງແຕ່ກົດໝາຍເລກ
ຫລື ໃສ່ລະຫັດ
ຫລື ໃຊ້ຕົວຍ່ອຍຂອງແຫຼ່ງຂໍ້ມູນນັ້ນໆ ການໃສ່ລະຫັດ
ຫລື ໝາຍເລກຂອງຜູ້ຮຽນນີ້ ຈະເຮັດໃຫ້ຄອມພິວເຕີສະແດງຂໍ້ມູນ
ຊຶ່ງຈະຕອບຄຳຖາມຂອງຜູ້ຮຽນໄດ້ຕາມຄວາມຕ້ອງການ
6.
ໃຊ້ໃນການສາທິດ
(Demonstration)
ການສາທິດໂດຍໃຊ້ຄອມພິວເຕີ ມີລັກສະນະຄ້າຍກັບການສາທິດຂອງຄູ
ແຕ່ການສາທິດໂດຍໃຊ້ຄອມພິວເຕີຈະຫນ້າສົນໃຈຫລາຍກວ່າ ເພາະຄອມພິວເຕີໃຊ້ເສັ້ນກຣາຟທີ່ສວຍງາມ
ຕະຫລອດທັງສີ ແລະ ສຽງ ຄູສາມາດນຳຄອມພິວເຕີມາໃຊ້ເພື່ອສາທິດກ່ຽວກັບວິຊາກນິດສາດ ແລະ ວິຊາວິທະຍາສາດໄດ້ຫຼາຍຂະແໜງ ເຊັ່ນ: ສາທິດກ່ຽວກັບການໂຄຈອນຂອງດາວເຄາະໃນລະບົບສຸຣິຍະ ການໝຸນວຽນຂອງເລືອດ ການສົມດຸນຂອງສົມຜົນ ເປັນຕົ້ນ.
7.
ການແກ້ບັນຫາ (Problem
Solving) ບົດຮຽນຄອມພິວເຕີປະເພດນີ້ ຈະເນັ້ນໃຫ້ຝຶກຄິດຕັດສິນໃຈ ຊຶ່ງຈະມີການກຳນົດເກນແຕ່ລະຂໍ້ ເຊັ່ນ:
ໃນວິຊາວິທະຍາສາດ ແລະ ວິຊາຄະນິດສາດ ຜູ້ຮຽນຈຳເປັນຢ່າງຍິ່ງທີ່ຈະຕ້ອງເຂົ້າໃຈ
ແລະ ມີຄວາມສາມາດໃນການແກ້ບັນຫາ ຄື: ຜູ້ຮຽນຈະຕ້ອງເລືອກສູດມາໃຊ້ໃຫ້ກົງກັບບັນຫາ ຜູ້ຮຽນອາດຕ້ອງທົດເລກໃນເຈ້ຍຄຳຕອບກ່ອນ
ທີ່ຈະເລືອກຂໍ້ທີ່ຖືກໄດ້ ຊຶ່ງການເຮັດເຊັ່ນນີ້ ຜູ້ສອນອາດບໍ່ໄດ້ຕ້ອງການພຽງຄຳຕອບທີ່ຖືກພຽງຢ່າງດຽວ
ຍັງຕ້ອງການຂັ້ນຕອນທີ່ຜູ້ຮຽນເຮັດ ເຊັ່ນ: ຖ້າເລືອກຂໍ້ ຂ.ແປວ່າ
ໃຊ້ສູດຜິດ
ຖ້າເລືອກຂໍ້ ຄ.ແປວ່າ ຄິດໄລ່ຜິດ ຖ້າເລືອກຂໍ້ ງ.ແປວ່າ
ບໍ່ເຂົ້າໃຈເລີຍ ເປັນຕົ້ນ
ການແກ້ບັນຫາບາງຂໍ້ກວ່າທີ່ຜູ້ຮຽນຈະຕອບໄດ້ຈະຕ້ອງໃຊ້ຄອມພິວເຕີນັ້ນຊ່ວຍແກ້ບັນຫາດ້ວຍ ເພາະເປັນການຄິດໄລ່ທີ່ສະລັບຊັບຊ້ອນ
ຊຶ່ງເທົ່າກັບເປັນການວັດດ້ວຍວ່າ ຜູ້ຮຽນມີຄວາມຮູ້ທາງຄອມພິວເຕີຫລາຍນ້ອຍພຽງໃດ
8.
ໃຊ້ເປັນເກມສ໌
(Games)
ເກມສ໌ຄອມພິວເຕີທີ່ໃຊ້ເພື່ອການຮຽນການສອນນັ້ນ ເປັນສິ່ງທີ່ໃຊ້ເພື່ອຈູງໃຈຜູ້ຮຽນໄດ້ເປັນຢ່າງດີ ໂປຣແກຣມປະເພດນີ້ ເປັນແບບພິເສດຂອງແບບຈຳລອງສະຖານນະການ ໂດຍມີເຫດການທີ່ມີການແຂ່ງຂັນ
ຊຶ່ງສາມາດທີ່ຈະຫລິ້ນໄດ້ ໂດຍນັກຮຽນພຽງຄົນດຽວ ຫລື ຫຼາຍຄົນ ມີການແຂ່ງຂັນ ແລະ ການຮ່ວມມື ມີການໃຫ້ຄະແນນ ຢ່າງໃດກໍຕາມການຂຽນໂປຣແກຣມປະເພດນີ້ຕ້ອງລະວັງໃຫ້ມີຄຸນຄ່າທາງການສຶກສາ ໂດຍຕ້ອງມີຈຸດມຸ້ງໝາຍເນື້ອຫາ ແລະ ຂະບວນການທີ່ເໝາະສົມກັບຫຼັກສູດ
9.
ການທົດສອບ (Testing
Application) ການໃຊ້ບົດຮຽນຄອມພິວເຕີມັກຕ້ອງທັງຫມົດ ການທົດສອບເປັນການວັດຜົນສັມລິດຂອງຜູ້ຮຽນໄປດ້ວຍ ໂດຍຜູ້ເຮັດຈະຕ້ອງຄຳນຶງເຖິງຫຼັກການຕ່າງໆ ຄື
ການສ້າງຂໍ້ຕອບ ການຈັດການສອນ ການກວດໃຫ້ຄະແນນວິເຄາະຂໍ້ຕອບເປັນລາຍຂໍ້ ການສ້າງຄັງຂໍ້ຕອບ ແລະ ການຈັດໃຫ້ຜູ້ສອນສຸ່ມເລືອກຂໍ້ຕອບເອງໄດ້
ຈະເຫັນໄດ້ວ່າ
ບົດຮຽນຄອມພິວເຕີທີ່ນຳໄປໃຊ້ກັບການຮຽນການສອນແຕ່ລະປະເພດນັ້ນ ຈະຕ້ອງຄຳນຶງເຖິງວັດຖຸປະສົງໃນການນຳໄປໃຊ້
10. ແບບທັງຫມົດວິທີການຕ່າງໆ ເຂົ້ານຳກັນ (Combination) ຄອມພິວເຕີສາມາດສ້າງວິທີການສອນຫຼາຍແບບທັງຫມົດກັນໄດ້ຕາມທຳມະຊາດຂອງການຮຽນການສອນ ຊຶ່ງມີຄວາມຕ້ອງການວິທີການສອນຫຼາຍໆແບບ
ຄວາມຕ້ອງການນີ້ຈະມາຈາກການກຳນົດວັດຖຸປະສົງໃນການຮຽນການສອນ ຜູ້ຮຽນ ຫລື ອົງປະກອບ ແລະ ພາລະກິດຕ່າງໆ
ໂປຣແກຣມຄອມພິວເຕີໂປຣແກຣມໜຶ່ງໆ ອາດຈະມີທັງລັກສະນະທີ່ໃຊ້ເປັນການສອນ
(Teaching)
ເກມສ໌ (Games ) ການໄຕ່ຖາມ (Inquiry) ທັງຫມົດ ທັງການແກ້ບັນຫາ
(Problem
Solving) ແລະ ການຝຶກປະຕິບັດ (Drill and Practice).
ไม่มีความคิดเห็น:
แสดงความคิดเห็น