ກອນກ່າວພຣະລັດຕະນະໄຕຣ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


12 มิถุนายน 2561

ກອນກ່າວພຣະລັດຕະນະໄຕຣ


ກອນກ່າວພຣະລັດຕະນະໄຕຣ



   ນະມັດສະການພຣະຄຸນເຈົ້າ
ທີ່ເຄົາລົບຢ່າງສູງ
ສະບາຍດີທຸກຄົນ
ທີ່ມາງານບຸນມື້ນີ້
ຜະລາໄດ້ມີມາພໍ້ໜ້າ
ວາດສະນາຫຼາຍໄດ້ມາຮ່ວມ
ມາຕຸ້ມໂຮມເປັນພີ່ນ້ອງ
ມາຕີຄ້ອງຮ່ວມບຸນ.
   ຂອບໃຈທີ່ຍື່ນໄມ
ທີ່ອາຕະມາໄດ້ເວົ້າໃສ່
ບໍ່ຫ່ວງໄມເອົາໄວ້
ໃຈເພິ່ນນັ້ນຈັ່ງແມ່ນດີ
ພໍ່ອອກແມ່ອອກມາມື້ນີ້
ກະຍ້ອນວ່າເພິ່ນມີສັດທາ
ນຳເຂົ້າປາອົງບຸນ
ມາຮ່ວມກັນໃນງານນີ້.
   ຫາແນວດີມາເວົ້າ
ເອົາຄໍາອວຍພອນມາເສີ່ມສົ່ງ
ເຖິງອົງອິນທາຢູ່ຟ້າ
ເທວະດາຖ້ວນທຸກພຣະອົງ
ໃຫ້ຊ່ວຍລົງບັນທຶກໄວ້
ໃຜທານນຳອີ່ຫຍັງແນ່.
ຊ່ວຍເບິ່ງແຍງຜູ້ເຮັດບຸນທຸກທ່ານ
ໃຫ້ເມື່ອບ້ານປອດໄພ
   ກັບຊ່ວຍດົນບັນດານໃຫ້
ໄດ້ມີເປັນທຸກສິ່ງຢ່າງ
ສຸກສົມຫວັງຄູ່ດ້ານ
ເງິນງານພ້ອມຄູ່ສູ່ອັນ
ຄັນເຈົ້າລະຈາກໂລກນີ້
ໄດ້ຂຶ້ນສູ່ເມືອງສະຫວັນ
ຢູ່ນຳກັນກັບອົງອິນທາ
ຕັ້ງຖິ່ນຖານຢູ່ເມືອງຟ້າ.
   ເປັນເທວະດາສະນຸກຍິ່ງ
ຕິ້ງລິງຕິງມ່ວນຊື່ນ
ອາຍຸຍືນຮອດຮ້ອຍ
ໝົດບຸນແລ້ວຈັ່ງຕ່າວລົງ
ຈາກສະຫວັນແລ້ວໂງໂຄ້ງ
ລົງມາເກີດໃນເມືອງຄົນ
ຄວາມທຸກຈົນຢ່າຊິມີ
ເປັນເສດຖີພັນລ້ານ.
   ດ້ວຍຜົນທານທີ່ເຮັດໄວ້
ດ້ວຍປັດໄຈທີ່ທານທອດ
ໃຫ້ຮອດຍາດພີ່ນ້ອງ
ຫົນຫ້ອງຄູ່ສູ່ຄົນ
ອາດຕະມາກະສິດົ້ນ
ຄຳອວຍພອນໄປໃຫ້
ຢ່າຊິເຄືອງຜູ້ຂ້າເວົ້າ
ສັດທາເຈົ້າຈົ່ງຈະເລີນ...ແທ້ເນີ!

ไม่มีความคิดเห็น:

แสดงความคิดเห็น