ຄຳປ່າວເທວະດາ (ສັກເຄ) - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


12 มิถุนายน 2561

ຄຳປ່າວເທວະດາ (ສັກເຄ)


ຄຳປ່າວເທວະດາ  (ສັກເຄ)

ຜະລິດຕະວາ  ນະເມດຕັງ  ສະເມດຕາ
ພະທັນຕາ  ອະວິກຂິດຕາ  ຈິດຕາ  ປະລິດຕັງ  ພະນັນຕຸ
     ສັກເຄ  ກາເມ ຈະລູເປ ຄິລິສິຂະ ລະຕະເຕ  ຈັນຕະລິກເຂ  ວິມາເນ  ທິເປລັດເຖ  ຈະ  ຄະເມ  ຕະລຸວະນະຄະຫະເນ ເຄຫະວັດຖຸ (ຖ້າສັກເຄຢູ່ບ້ານໃຫ້ວ່າ ເຄຫະວັດຖຸເມເຂດເຕ ຖ້າຢູ່ວັດວ່າ  ອາລາມເມເຂດເຕ ເມເຂດເຕ  ພູມມາ  ຈະຍັນຕຸ  ເທວາ  ຊະລະຖະລະວິສະເມ  ຍັກຂະຄນທັບພະນາຄາ  ຕິຖັນຕາ  ສັນຕິເກຍັງ  ມຸນິວະລະຈະນັງ  ສາທະໂວ  ເມ  ສຸນັນຕຸ  
     ທັມມັດສະວະນະກາໂລ  ອະຍັມພະທັນຕາ
     ທັມມັດສະວະນະກາໂລ  ອະຍັມພະທັນຕາ
     ທັມມັດສະວະນະກາໂລ  ອະຍັມພະທັນຕາ      
     ສັບພະເທວະຕາ ອຸກາສະອາລາດທະນັງກະໂລມິ.

ຄໍາແປ: ສາທຸ ສາທຸ ຝູງຂ້າຂໍອັນເຊີນ ເທບພະບຸດ ເທບພະຍຸດາເຈົ້າທັງຫລາຍ ທີ່ສະຖິດຢູ່ ເທິງສະຫວັນຊັ້ນຟ້າ ກັບທັງພຣົມມະ ເທວະດາ ອາກາສະ ເທວະດາ ມະເຫສັກຂາ ເທວະດາ ແລະ ອາກາຂາ ເທວະດາເຈົ້າທັງຫລາຍ ທີ່ຢັ່ງຢາຍກັນຢູ່ໂດຍຮອບໃນຂອບເຂດອະນັນຕະ ຈັກກະວານ ແລະ ສະຖິດຢູ່ໃນວິມານເທິງພູຜາປ່າໄມ້ ໃນອາກາດ ແລະ ດົງດອນ ໃນເຄຫາສະຖານບ້ານຊ່ອງ (ວັດວາອາຣາມ) ທີ່ນີ້ກໍດີ ແລະ ຂໍອັນເຊີນຍັກຂະ ຄັນທັບ ພຣະນາຄາເຈົ້າທັງຫລາຍ ທີ່ສະຖິດຢູ່ໃນນ້ຳ ແລະ ເທິງບົກ ທີ່ຮົກບໍ່ຮາບພຽງ ອ້ອມແອ້ມບໍຣິເວນນີ້ ກໍດີ ຂໍຈົ່ງພ້ອມພຽງກັນມາປັດຕະອະນຸໂມທະນາ ຮັກສາສິນ ກິນທານ ແລະ ຟັງຣົສສະພຣະທັມມະເທສະນາດອມຝູງຂ້າທັງຫລາຍ ໃນກາລະບັດນີ້ ທຸກຕົນທຸກອົງແດ່ກໍຂ້າເທີ້ນ.


ไม่มีความคิดเห็น:

แสดงความคิดเห็น