ລວມບົດກອນຕ່າງໆ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


11 กรกฎาคม 2561

ລວມບົດກອນຕ່າງໆ

ລວມບົດກອນຕ່າງໆ
ກອນເຊີນຊວນ

ນະມັດສະການພຣະຄຸນເຈົ້າ  ທີເຄົາລົບຢ່າງສູງ ສະບາຍດີທຸກທ່ານທຸກຄົນ  ທີ່ມາຮ່ວມກັນໃນງານໃນວັນນີ້ ຂ້າພະເຈົ້າໄດ້ມາພໍໜ້າ ວາດສະໜາຫຼາຍຈັ່ງໄດ້ມາຮ່ວມ ທີ່ໄດ້ມາຕຸ້ມມາໂຮມເປັນພີ່່ນ້ອງ ມາຕີຄ້ອງຮ່ວມບຸນ  ຂໍຂອບໃຈຢ່າງເຫຼືອລົ້ນ ທີ່ໄດ້ເບິ່ງແຍງເອົາໃຈໃສ່ ແນວໃດແຊບຫາໃຫ້ ໃຈໝູ່ເຈົ້າແມ່ນດີ ຂ້າພະເຈົ້າມາມື້ນີ້ ກະຍ້ອນວ່າເພິ່ນໄປຫາ ໃຫ້ຂ້າພະເຈົ້າມາ ອວຍພອນໃນງານນີ້ ຫາແນວດີມາເວົ້າ ເອົາສຽງລຳມາຮ້ອງສົ່ງ ເຖິງອົງອິນຢູ່ຟ້າ ໃຫ້ຫັນໜ້າລ່ຳແຍງ ນ້ອງຄຳແພງເອື້ອຍອ້າຍ ອາວອາປ້າລຸງໃຫຍ່ ຜູ້ໃດທານນຳເທື່ອນີ້ ຊິຈົດໄວ້ຢ່າຊິໄລ ຊ່ວຍດົນບັນດານໃຫ້ ໄດ້ມີເປັນທຸກສິ່ງຢ່າງ ສຸກສົມຫວັງສູ່ດ້ານ ເງິນງານພ້ອມຄູ່ສູ່ອັນ ຄັນລະຈາກໂລກນີ້ ໄດ້ຂຶ້ນສູ່ເມືອງສະຫວັນ ຢູ່ນຳກັນກັບອົງອິນ ຕັ້ງຖິ່ນຖານຢູ່ເມືອງຟ້າ ເປັນເທວະດາສະນຸກຫຼິ້ນ ຕິ້ງລິງຕິງມ່ວນຊື່ນ ອາຍຸຍືນຮອດຮ້ອຍ ປີໜ້າແລ້ວຈັ່ງຕ່າວລົງ ຂາບອົງອິນຢູ່ເທິງຟ້າ ພະຍາຍົມຢູ່ທາງລຸ່ມ ມາປະຊຸມຈົດຊື່ໄວ້ ໃຜທານເທື່ອນີ້ຢ່າຊິໄລ ໂຕຂອງຂ້າພະເຈົ້ານີ້ກະຊິໄດ້ ອວຍພອນໄປຕາມເລື່ອງ ຢ່າຊິເຄືອງຜູ້ຂ້າເວົ້າ ສັດທາເຈົ້າຈົ່ງຈະເລີນ ເດີພີ່ນ້ອງ.

ກອນຊັກຊວນເຮັດບຸນ ຕອນທີ 1

ໄດ້ເກີດມາເປັນຄົນນີ້ ກໍ່ນັບວ່າບຸນຫຼາຍ ສຸກສຳບາຍກວ່າສັດ ອື່ນໃດໃນໂລກ ສັດເທິງບົກໃນນ້ຳ ບິນບົນເທິງອາກາດ ຄວາມສະຫຼາດມີນ້ອຍ ບໍ່ເຄິງສ່ຽວມະນຸດເຮົາ ເຂົາບໍ່ມີເສື້ອຜ້າ ຫົ່ມກາຍໃຫ້ໄອອຸ່ນ ເຫຼືອແຕ່ໂຕລົ້ນຈົ້ນ ສົ້ງໃນນ້ອຍກະບໍ່ມີ ຍາມເມື່ອລົມຕີຕ້ອງ ຝົນຕົກຮຳກະໜາວສັ່ນ ເຮືອນຊານບໍ່ມີພໍຊິຊົ່ນ ຕ້ອງທົນສູ້ອົດມື້ຕາຍ ບຸນເຮົາຫຼາຍຈັ່ງໄດ້ເກີດ ເປັນມະນຸດຫຼືຄົນ ແມ່ນຊິຈົນຫຼືທຸກ ຊ່ຳໃດກະຍັງມີເສື້ອຜ້າ ມີປັນຍາພໍໄດ້ສ້າງ ເຮືອນຊານບ້ານຊ່ອງ ມີພໍ່ແມ່ພີ່ນ້ອງ ລຸງປ້າໄດ້ເພິ່ງພາ ມີວັດວາໄດ້ເພິ່ງຮ້ອນ ສອນໃຈຍາມວ້າວຸ່ນ ບຸນເຮົາມີກະຈັ່ງໄດ້ສືບສ້າງ ຖາງທາງຂຶ້ນສູ່ສະຫວັນ ບໍ່ແມ່ນຫວານໂຄສົກເວົ້າ ເອົາປັດໄຈພໍ່ແມ່ ອານິສົງທານທ່ຽງແທ້ ມີເປັນໄດ້ດັ່ງປະສົງ ພຸດທະອົງຕັດໄວ້ ມີຫຼືຈົນຄົນເຮົາແຕ່ງ ກຳຊິແບ່ງແຍກໄວ້ ມີຈົນໄດ້ຕ່າງກັນ ເພາະວ່າບຸນບາບນັ້ນ ເປັນຄູ່ຄືເງົາ ເງົາຫາກຕິດຕາມເຮົາ ສູ່ວັນບໍ່ມີເວັ້ນ ຍາມເຮົາພາມັນແລ່ນ ພາມັນເຕັ້ນແລ່ນ ພາມັນແອະແອ່ນຟ້ອນ ເງົານັ້ນກະແອ່ນນຳ ຍາມເຮົາຍົກຢ່າງຍ້າຍ ຍັບຢ່າງໄປມາ ຍາມເຮົາພາມັນນອນ ກະອ່ອນແອນນອນດ້ວຍ ຍາມເຮົາໂຕນລົງຫ້ວຍ ພູຜາຫຼາຍຊັ້ນ ຂຶ້ນຕົ້ນໄມ້ ຜາລ້ານດ່ານເຂົາ ເງົາກະຕິດຕໍ່ກ້ຽວ ເກາະກ່ຽວພັນທະນັງ ບໍ່ໄດ້ມີຍາມເຫີນ ຫ່າງກັນໄປໄດ້ ດັ່ງໃດແທ້ ຄືບຸນກັບບາບ ມັນຫາກຕິດຕໍ່ສົ້ນ ຕາມກົ້ນຢູ່ບໍ່ເຊົາ ເຮົາຄວນທຳບຸນໄວ້ ທຳທານໄປຢ່າໄດ້ຂາດ ໝັ່ນຕັກບາດຢາດນ້ຳ ກິນທານສ້າງກຸສົນ ປະຕິບັດຕົນໃຫ້ຖືກຕ້ອງ ຕາມຮີດຄອງອົງສາດສະໜາພຸດ ຢຸດເຮັດຄວາມບໍ່ດີ ໃຫ້ມີສີນທຳນຳໜ້າ ປະກິເລດຖິ້ມ ລະຕັນຫາພາປ່ວງ ບາບທັງປວງງົດເວັ້ນ ຄວາມດີນັ້ນໃຫ້ໝັ່ນເຮັດ ຄວາມສຸກຊິມາຫຸ່ມ ຄວາມສົດໃສຊິເສີມສົ່ງ ສົມປະສົງສູ່ດ້ານ ເງິນງານພ້ອມຊື່ສຽງ ຊັ້ນແລ້ວ  ພີ່ນ້ອງເອີຍ.

ຊັກຊວນເຮັດບຸນ ຕອນທີ 2

ມະນຸດຄົນເທິງໂລກນີ້ ມີເປັນໄປແຕກຕ່າງ ບາງຄົນທຸກຍາກໄຮ້ ບາງຄົນໄດ້ເປັນເສດຖີ ບາງຄົນມີພໍໄດ້ໃຊ້ ບາງຕົນທຸກຫຼາຍໄດ້ຢືມເພີ່ນ ບາງຄົນເງິນໜີໜ້າ ຫາພໍແຕ່ທຸກຈົນ ບາງຄົນຮູບຮ່າງຮ້າຍ ຢາງກາຍທາງໝາກະເຫົ່າ ບາງຄົນເຖົ້າແກ່ແລ້ວ ສາວຊຳນ້ອຍກະບໍ່ປານ ບາງຄົນຝັນດີ ໄດ້ເລກດີຖືກຄູ່ເທື່ອ ບາງຄົນເຫື່ອບໍ່ຍ້ອຍແກ້ມ ບໍ່ມີໄດ້ດອກເງິນ ບາງຄົນເພິ່ນເຮັດໄດ້ ມີເປັນທຸກສິ່ງຢ່າງ ບາງຄົນນັ່ງຮ້ອງໄຫ້ ໄພຮ້າຍຫຸ່ມແຫ່ແຫນ ບາງຄົນແຟນອ້ອມໜ້າ ອ້ອມຫຼັງທຸກຫົນແຫ່ງ ບາງຄົນນອນແຫ່ງແລ້ງ ແຟນຊິຊ້ອນກະບໍ່ມີ ພຸດທະອົງຕັດຊີ້ ສາເຫດເພາະບຸກຳ ຜູ້ກະທຳກຳດີ ຊິຮ່າງມີດີໄດ້ ກຳດີຊິສົ່ງໃຫ້ ໄດ້ມີເປັນທຸກສິ່ງຢ່າງ ທາງຊີວິດຂ້າງໜ້າ ຊິຜ່ານພໍ້ສຸກສຳບາຍ ຄັນແມ່ນຕາຍໄປແລ້ວ ຊິໄດ້ໄປເກີດເທິງສະຫວັນ ສາລະພັນຄວາມສະນຸກ ສຸກສຳບາຍຫາຍຮ້ອນ ຍາມກິນນາງຟ້າປ້ອນ ຍາມນອນນາງຟ້າກ່ອມ ຄອຍຈອບຊອມຄວາມຄິດເຈົ້າ ວ່າຢາກໄດ້ສິ່ງໃດ ຊິຄອຍດົນບັນດານໃຫ້ ສົມໃຈເຈົ້າຄິດຍາກ ຊິໄດ້ຫຼາຍໄດ້ນ້ອຍ ກຳເກົ່າເຈົ້າຊິຊອຍດົນ ຄົນໃດເຮັດກຳຮ້າຍ ກຳຊິໄລ່ນຳຫຼັງ ຄັນນຳທັນຊິດານດົນ ຄືດັ່ງເຮົາເຄີຍເຮັດໄວ້ ແມ່ນຊິແລ່ນໄປລີ້ ຢູ່ບ່ອນໃດກະຕາມຊ່າງ ກຳຊິຢູ່ເລາະຂ້າງ ຄອຍມ້ຽນເຈົ້າສູ່ຍາມ ມີຜູ້ຖາມພະພຸດທະເຈົ້າ ວ່າສາເຫດເປັນເພາະຫຍັງ ພຸດທະອົງເລີຍຕັດ ເປັນພະຄາຖາສອນໄວ້ ວ່າ ກັມມຸນາ ວັດຕະຕີ ໂລໂກ ສັດໂລກຍ່ອມເປັນໄປຕາມກຳ ກັມມັງ ສັດເຕ ວິພັດຊະຕິ ຍະຖີທັງ ຫີນັບປະນີຕະຕາຍະ ກຳເປັນເຄື່ອງຈຳແນກ ສັດໃຫ້ໄປດີຫຼືໄປຮ້າຍ ໃຜເຮັດກຳອັນໃດໄວ້ ຕ້ອງໃຊ້ກຳສາກ່ອນ ຜັດຜ່ອນກຳບໍ່ໄດ້ ເຮັດກຳໄວ້ຕ້ອງໃຊ້ກຳ ໃຜເຮັດກຳດີໄວ້ ໄດ້ດີນັ້ນແມ່ນແນ່ ໃຜເຮັດກຳຊົ່ວຮ້າຍ ກຳໄລ່ມ້ຽນເຈົ້າແນ່ນອນ ຕອນເຮົາມີກຳຮ້າຍ ຢ່າງກາຍທາງໝາກະເຫົ່າ ເຮືອນເຮົາພໍໄດ້ຊົ້ນ ໄຟກະໄໝ້ຕື່ມແຖມ ແນມນຳຫຍັງກະບໍ່ພໍຊິໄດ້ ເຮັດອັນໃດກະປີ້ປົ່ນ ຕັ້ງແຕ່ຕົດຢູ່ກົ້ນ ຍັງໂງໂຄ້ງຂຶ້ນໃສ່ດັງ ພີ່ນ້ອງເອີຍ.

ກອນເຊີນຊວນເຮັດບຸນ ຕອນ 3

ໄດ້ເກີດມາເປັນຄົນແລ້ວ ເປັນແນວໃດກະຕາມຊ່າງ ເລືອກທາງດີເຂົ້າໄວ້ ໄປໜ້າຫາກຊິດີ ໄດ້ເກີດມາເປັນຄົນນີ້ ກະນັບວ່າບຸນຫຼາຍ ສຸກສຳບາຍກວ່າສັດ ອື່ນໃດທັງສິ້ນ ໃຫ້ເຈົ້າກິນທານສ້າງ ທຳກຸສົນຢ່າຂີ້ຖີ່ ບຸນບໍ່ມີໝັ່ນຄູ່ມື້ ເງິນຄຳແກ້ວກະບໍ່ມາ ຈົນໄປຮອດຊາດໜ້າ ວາດສະໜາກະຕົກຕ່ຳ ບຸນບໍ່ເຮັດບາບສ້າງ ຊິຮ້າງໄດ້ບ່ອນໃດ ຄວນສະສົມບຸນໄວ້ ຄືຝົນແສນຫ່າ ຕົກລິນມາເທື່ອລະນ້ອຍ ຕົກຫຼາຍເຂົ້າຍ້ອຍບໍ່ເຊົາ ດົນນານເຂົ້າ ອຸແອ່ງເປົາກະຍັງເຕັມ ຫ້ວຍບຶງໜອງ ຄອງຫຼວງກະຍັງລົ້ນ ບຸນກຸສົນທີ່ເຮົາສ້າງ ເທື່ອດຽວບໍ່ມີຕ່າງ ສ້າງເທືອເລັກເທື່ອນ້ອຍ ກະເຕັມໄດ້ດັ່ງກັນ ເຮົາຮູ້ມື້ທີ່ເຮົາເກີດ ແຕ່ບໍ່ຮູ້ມື້ເຮົາຕາຍ ມື້ໃດວາຍຊີວັນ ນັ້ນບໍ່ີມີຜູ້ໃດຮູ້ ຈຶ່ງຄວນພາກັນໝັ່ນສ້າງ ທາງກຸສົນບໍ່ຖີ້ມປ່ອຍ ທານເທື່ອເລັກເທື່ອນ້ອຍ ບຸນຊວຍໃຫ້ໄດ້ຮັ່ງມີ ພີ່ນ້ອງເອີຍ.

ອວຍພອນຕຳຫຼວດ

ບັດນີ້ ! ມີຕຳຫຼວດມາຮ່ວມ ເຮັດບຸນນຳ...............ກີບ ຄຳນຳໜ້າ ປະກາດໄວ້ໃຫ້ຈື່ຈຳ ບ້ານເພິ່ນຢູ່ທາງກ້ຳ ໃຈປະສົງຕໍ່ຕັ້ງ ສະສົມສ້າງສ່ວນກຸສົນ ສາທຸເດີ ສາທຸເດີ ເພິ່ນໄດ້ທານໄປແລ້ວ ໃຫ້ໂຮ່ແຊວມ່ວນຊື່ນ ໃຈສະນຸກຄືກຄື້ນ ຍືນໝັ່ນໝື່ນປີ ໃຫ້ເຈົ້າມີເປັນໄດ້ ສົມໃຈທຸກສິ່ງຢ່າງ ມີແຕ່ທາງກ້າວໜ້າ ຈະເລີນຂຶ້ນຮຸ່ງເຮືອງ ຢ່າໄດ້ເຄືອງຂັດຂ້ອງ ໝອງໃຈຈັກຢ່າງ ທາງລູກນ້ອງເຊື່ອຟັງເຈົ້າ ຈົນແກ່ເຖົ້າແກ່ຕາຍ ພວກຜູ້ຮ້າຍ ອ້າຍຂະໂມຍໂຈນໃຫຍ່ ພຽງໄດ້ເຫັນໜ້າເຈົ້າ ໃຫ້ຜີເຂົ້າຢາງບໍ່ເປັນ ເຄາະຢ່າໄດ້ເຫັນໜ້າ ເວລາໃຫ້ໄກຫ່າງ ຄຸກຕາລາງຢ່າຊິໃກ້ ຊາວບ້ານໄດ້ເພິ່ງພາ ທັງລູກຊາຍລູກສາວເຈົ້າ ເອົາໃຈເຈົ້າໄດ້ເພິ່ງ ສຸກສຳບາຍປານຢູ່ເທິງຊັ້ນຟ້າ ເມືອໜ້າໃຫ້ຮັ່ງມີ ເດີ ສາທຸຯ

ອວຍພອນນັກຮຽນ

ບໍລິຈາກ..................ກີບ ສາທຸເດີ ຂໍພະອິນຢູ່ເທິງຟ້າ ພະຍາຍົມຢູ່ທາງລຸ່ມ ມາຊຸມນຸ່ມຈົດຊື່ໄວ້ ໄວຟ້າວຢ່າຊິໄລ ກັບທັງບຸນທີ່ເຮັດໄວ້ ໃຫ້ມາເບິ່ງມາແຍງ ມາເປັນແສງຊ່ອງທາງ ໃຫ້ຮັ່ງມີດີໄດ້ ຊີວິດໄປທາງໜ້າ ໃຫ້ມີຕັ້ງແຕ່ຄວາມສຸກ ອັນໝູ່ມານຄວາມທຸກ ໃຫ້ຫ່າງໄກພັນລີ້ ໂຊກດີໃຫ້ຫຼັ່ງເຂົ້າ ໂພຍໄພໃຫ້ໄກຫ່າງ ໄດ້ພົບທາງກ້າວໜ້າ ຈະເລີນຂຶ້ນບໍ່ຖອຍ ຜົນການຮຽນຢ່າງນ້ອຍ ບໍ່ມີຖອຍຈາກສິບ ຕະຫຼອດປີໂຊກຫຼັ່ງເຂົ້າ ໂຮມໝູ່ເຈົ້າຄູ່ສູ່ຄົນ ຄວາມທຸກຈົນບໍ່ມາໃກ້ ເສັງອັນໃດກະໃຫ້ຜ່ານ ດ້ວຍຜົນທານເທື່ອນີ້ ມີເປັນໄດ້ດັ່ງໃນຝັນ ເດີ ສາທຸຯ
ອວຍພອນຜູ້ບ່າວ
ເພິ່ນໄດ້ມາທານໃຫ້ ເປັນປັດໄຈ................ກີບ ຂໍໃຫ້ສົມມາດມຸ້ງ ໃຈເຈົ້າປາດຖະນາ ການງານໃຫ້ກ້າວໜ້າ ການເງິນກະໃຫ້ຂ່ອງ ການທອງກະໃຫ້ລົ້ນ ຄົນຮັກຫຸ້ມທົ່ວແດນ ການແຟນກະໃຫ້ຢ້ຽມ ໄດ້ສາວງາມທຽມຄູ່ ລູກນ້ອງຊ່ວຍຊຸກຍູ້ເຈົ້າໄວ້ ບໍ່ໄລຂ້າງຫ່າງໜີ ໝູ່ຊ່ວຍດັນທີ່ລີ່ ຜູ້ໃຫຍ່ດີດຶງຊ່ວຍ ບຸນຄ່ອຍທຸກບາດກ້າວ ຊ່ວຍເຫຼືອເຈົ້າໃຫ້ຢູ່ດີ ຄັນເຈົ້າຈາກໂລກນີ້ ໄດ້ຂຶ້ນສູ່ເມືອງສະຫວັນ ສາລະພັນຄວາມສະນຸກ ສຸກສຳບາຍຫາຍຮ້ອນ ສົມດັ່ງພອນທີ່ຜູ້ຂ້າ ສາທະຍາຍທຸກສິ່ງຢ່າງ ສຸກສົມຫວັງຄູ່ສູ່ດ້ານ ເງິນງານພ້ອມຄູ່ຄອງ ເດີຯ

ອວຍພອນຜູ້ສາວ

ຜູ້ຂ້າໂຄສະນາໃຫ້ ແຖມພອນບໍ່ໄດ້ຍ່ອນ ປ່ອນເຂົ້າມາເລື່ອຍໆ ພອນຊິຊ້ອນສົ່ງຕາມ ນາມຜູ້ບໍລິຈາກນັ້ນ ຈົດໃສ່ໃນບັນຊີ ແມ່ນບໍ່ມີອວຍພອນ ເຈົ້າກະມີບຸນໄດ້ ໃຫ້ເຈົ້າຂຽນມາຫໃຫ້ ຂຽນໄວໄວແລ້ວຈັ່ງປ່ອນ ຊິແຖມພອນສົ່ງທ້າຍ ໃຫ້ຄົນຮູ້ທົ່ວກັນ ບັດນີ້ນັ້ນ ມີສາວງາມສວຍເດ່ນ ໃຜຫຼຽວເຫັນກະຮູ້ ວ່ານາງເຫຼົ່າຈັ່ງແມ່ນສວຍ ນາງອະນຸໂມທະນາດ້ວຍ ເປັນປັດໄຈ............ກີບ ຂໍໃຫ້ສົມມາດມຸ້ງ ໃຈເຈົ້າປາດຖະນາ ຄັນເຈົ້າເຮັດການຄ້າ ສັບພະສິ່ງຂາຍເຄື່ອງ ເປັນພະນັກງານກະໃຫ້ ໄດ້ມີເປັນທຸກສິ່ງຢ່າງ ໃຫ້ແຟນນາງເປັນຜູ້ຮູ້ ເບິ່ງແຍງດ້ວຍຮັກແພງ ຄວາມແຂງແຮງຄົງໝັ່ນ ບໍ່ມີວັນແປປ່ຽນ ຈົນກະສຽນຮ້ອຍເທື່ອ ຍັງສາວຊິ່ງຄູ່ສູ່ຍາມ ຄວາມສວຍລວຍເພິ່ມຂຶ້້ນ ອາຍຸຍືນຍາວຍິ່ງ ສິ່ງໃດດີໃຫ້ຫຼັ່ງເຂົ້າ ສິ່ງໃດຮ້າຍໃຫ້ຫຼັ່ງໜີ ຄັນເຈົ້າຈາກໂລກນີ້ ໄດ້ຂຶ້ນສູ່ເມືອງສະຫວັນ ສາລະພັນຄວາມສະນຸກ ສຸກສຳບາຍຫາຍຮ້ອນ ໃຫ້ສົມພອນທີ່ຜູ້ຂ້າ ສາທະຍາຍທຸກສິ່ງຢ່າງ ຢ່າໄດ້ເພແຕກຮ້າງ ພະລາສ້າງໃຫ້ສົ່ງເສີມ ເດີ ອາຍຸວັນໂນ ສຸຂັງ ພະລັງ ສາທຸຯ

ກອນສອນສາວ

ເປັນສາວແລ້ວ ວາງໂຕໃຫ້ເຂົ້າທ່າ ຄຳເວົ້າຈາໃຫ້ອ່ອນນ້ອມ ຖ່ອມຄົນໄວ້ຢ່າຂົ່ມຄົນ ໃຫ້ວາງຕົນສົມຄວນໄວ້ ກາຍວາຈາສະຫງົບງ້ຽບ ຕີນຜົມໃຫ້ຫຼ່ຳຢ້ຽມ ຕີນສິ້ນໃຫ້ຫຼ່ຳພຽງ ຢ່າເປັນຄົນຖີຍົງສູ້ ຫູລູຄຽດງ່າຍ ໃຫ້ຄິດອາຍພວກພີ່ນ້ອງ ເຮືອນໃກ້ຊິໜ່າຍແໜງ ໃຫ້ຮັກແພງເອົາໄວ້ ເງິນທອງຂອງເກົ່າ ຢ່າຊິຟ້າວຈ່າຍຊື້ ຂາຍສຽງຄູ່ສູ່ອັນ ຢ່າຊວນກັນໄປຫຼີ້ນ ເປັນຄົນບໍ່ເອົາຖ່ານ ຢ່າເປັນຄົນຂີ້ຄ້ານ ໝັ່ນໄປມົ່ວແຕ່ຜູ້ຊາຍ ຢ່າເປັນຄົນປາກຮ້າຍ ເວົ້າຫຼາຍເປັນຕາໜ່າຍ ປ່ຽນຜູ້ຊາຍບໍ່ຊ້ຳໜ້າ ຫາກິນຫຼີ້ນບໍ່ຫ່ວງເຮືອນ ໃຫ້ເຈົ້າຮຽນຢ່າທໍ້ ຈົ່ງພໍໃຈທີ່ເປັນຢູ່ ເຊື່ອຟັງຄູພໍ່ແມ່ເວົ້າ ປູ່ຍ່າເຖົ້າເພິ່ນກລ່າວສອນ ຢ່າສະອອນແຕ່ນຳຫຼີ້ນ ຕັ້ງໃຈຮຽນໃຫ້ຕິດຕໍ່ ໄດ້ເຮັດງານຜູ້ບ່າວງໍ້ ມາຂໍເຈົ້າແຕ່ງເອງ.......ດອກນາຯ

ອວຍພອນສາວຊຳນ້ອຍ

ບັດນີ້ ! ໄດ້ມີສາວຊ່ຳນ້ອຍ ກຳລັງໃຫຍ່ໄວຄະນອງ ມານຳກັນສອງຄົນ ກັບແມ່ສວຍປານນາງຟ້າ ຈົດຊື່ມາໄວຟ້າວ ເອົາມາໃຫ້ຂ້ອຍອ່ານ ຊື່່ເພິ່ນຫວານຈົນມົດຫຸ້ມ ຊຸມບ່າວໄດ້ແຕ່ຫຼຽວ ຊື່ນາງ.............................ສາທຸເດີ ຄຸນພະພຸດທະເຈົ້າ ຄຸນພະທຳມະເຈົ້າໃຫ້ເສີມສົ່ງ ຄຸນພະສົງຄະເຈົ້າ ຈົ່ງມາຮ່ວມຊ່ວຍດົນ ຂໍໃຫ້ຜົນທານເຈົ້າ ຈົ່ງມາຊູເສີມສົ່ງ ປະສົງໃດກະໃຫ້ໄດ້ ສົມໃຈເຈົ້າປາດຖະນາ ການຮຽນໃຫ້ກ້າວໜ້າ ຜົນສອບເສັງໃຫ້ໄດ້ສິບ ໝູ່ພວກທັງໃຫຍ່ນ້ອຍ ຊ່ວຍເຫຼືອເຈົ້າຄູ່ສູ່ຄົນ ໃຫ້ຜົນທານຊ່ວຍເຈົ້າ ໄດ້ມີເປັນທຸກສິ່ງຢ່າງ ຢາງນຳທາງໄດ້ພົບພໍ້ ຫໍ່ຄຳແກ້ວແລະຫໍ່ເງິນ ໃຫ້ເຈົ້າເພີນນຳໄດ້ ເງິນທອງຂອງໃຊ້ຈ່າຍ ສຸກສຳບາຍປານເຈົ້າຟ້າ ປັນຍາກວ້າງຫຼັ່ງໄຫຼ ໃຫຍ່ຂຶ້ນໄດ້ ເປັນສາວມງາມປານແຕ້ມແຕ່ງ ຄົນຮັກແພງທູກແຫ່ງຫ້ອງ ຄົນຍໍຍ້ອງທົ່ວແດນ ຄົນຢາກເປັນແຟນຫຼາຍລົ້ນ ໃຫ້ໄດ້ຄົນທີ່ລວຍຫຼໍ ຄົນບໍ່ຈິງໃຈຢ່າພົບພໍ້ ໄດ້ແຟນຊ້ອນທີ່ຮັກກັນ ຂໍໃຫ້ຝັນຂອງເຈົ້າ ເປັນຈິ່ງທຸກສິ່ງຢ່າງ ພົບແຕ່ທາງກ້າວໜ້າ ພາເຈົ້າເປັນເສດຖີ ເດີ ຈັດຕະໂລ ທັມມາ ວັດທັນຕິ ອາຍຸວັນໂນ ສຸຂັງ ພະລັງຯ

ອວຍພອນສາວຊ່ຳນ້ອຍ

ບັດນີ້ ! ມີຜູ້ສາວຊ່ຳນ້ອຍ ສວຍໃສໄວລະອ່ອນ ອອນຊອນແອ້ນ ປານນາງເຈົ້າແມ່ມັດທີ ຊື່........................ເພີ່ນໄດ້ມາເຮັດບຸນດ້ວຍ ເປັນປັດໄຈ.................ກີບ ສາທຸ ໆ ໆ ເດີ ຂໍໃຫ້ສົມມາດມຸ້ງ ໃຈເຈົ້າປາດຖະນາ ການງານໃຫ້ກ້າວໜ້າ ການເງິນກະໃຫ້ຄ່ອງ ຄ່າດອງໄດ້ຮ້ອຍລ້ານ ຂອງໝັ້ນເຈົ້າເວົ້າແຕ່ງເອົາ ການສຶກສາກະໃຫ້ເຈົ້າ ຄະແນນຫຼາຍໄດ້ທີ່ໜຶ່ງ ນັບຕັ້ງແຕ່ມື້ນີ້ ໃຫ້ມີແຕ່ຄວາມສຸກ ອັນໝູ່ພວກຄວາມທຸກ ຢ່າຊິມີມາໃກ້ ອັນໝູ່ໂລຄາໄຂ້ ຫວັດໄອໃຫ້ໄກຫ່າງ ໄດ້ພົບທາງກ້າວໜ້າ ຈະເລີນຂຶ້ນບໍ່ຖອຍ ເປັນຜູ້ສາວຊ່ຳນ້ອຍ ຫ້າຮ້ອຍປີກະຍັງງາມຄືເກົ່າ ໂຊກລາບໄຫຼຫຼັ່ງເຂົ້່າ ໂຮມເຈົ້າຄູ່ສູ່ວັນ ນອນຫຼັບນັ້ນ ໄດ້ເງິນພັນນອນຝັນໄດ້ເງິນໝື່ນ ຕື່ນຂຶ້ນໄດ້ ເງິນຄຳແກ້ວໃຫ້ຫຼັ່ງໂຮມ ເດີ ສາທຸ ຯ

ອວຍພອນຜູ້ບ່າວຊ່ຳນ້ອຍ

ບັດນີ້ ! ໄດ້ມີບ່າວຊ່ຳນ້ອຍ ຮູບຫຼູໍ່ຄໍກົມ ຜົມກະເປັນລອນຍັກ ສາວຮັກຫຼົງສະກິດແມ່ ເຊີນເຈົ້າແວ່ມາພີ້ ຊື່ອີຫຼີບອກໃຫ້ແນ່ ຊື່ອີຫຍັງກະແທ້ແທ້ ..................ເພີ່ນຢ່າມາແຖວນີ້ ມີສັດທາທານ.....................ກີບ ຂໍໃຫ້ສົມມາດມຸ້ງ ໃບແດງເຈົ້າທີ່ປ່ອນທານ ການງານໃຫ້ກ້າວໜ້າ ການເງິນກະໃຫ້ຄ່ອງ ການທອງໃຫ້ຫຼາຍລົ້ນ ຈົນຄົນເອີ້ນບ່າວເສດຖີ ໃຫ້ເຈົ້າມີແຟນຊ້ອນ ສວຍງາມປານແຕ້ມແຕ່ງ ຄ່າດອງແພງກະແຕ່ງໄດ້ ສົມໃຈເຈົ້າຄູ່ສູ່ອັນ ການເມືອງກະໃຫ້ຮຸ່ງ ປ້າລູງເພິ່ນຫຸ້ມຊວຍ ສຸມສົມຫວັງຄູ່ດ້ານ ຜົນທານເຈົ້າໃຫ້ຊວຍເສີມ ເດີ ສາທຸ ຯ
ອວຍພອນຜູ້ເຖົ້າ (ຊາຍ)

ບັດນີ້ ............... ມີຄຸນພໍ່...............ໄດ້ມາໂມທະນາເປັນປັດໄຈ..............ກີບ ສາທຸເດີ ຂໍໃຫ້ສົມມາດມຸ້ງໃຈເຈົ້າປາດຖະນາ ການງານໃຫ້ກ້າວໜ້າ ການເງິນກະໃຫ້ຄ່ອງ ການທອງໃຫ້ຫຼາຍລົ້ນ ຈົນຄົນເອີ້ນວ່າເສດຖີ ສິ່ງໃດດີໃຫ້ຫຼັ່ງເຂົ້າ ໂພຍໄພໃຫ້ໄກຫ່າງ ສຸກສົມຫວັງຄູ່ດ້ານ ເງິນງານພ້ອມຄູ່ສູ່ອັນ ຄັນເຈົ້າຈາກໂລກນີ້ ໄດ້ຂຶ້ນສູ່ເມືອງສະຫວັນ ສາລະພັນຄວາມສະນຸກ ສຸກສຳບາຍຫາຍຮ້ອນ ໃຫ້ໄດ້ນອນຢູ່ເທິງຊັ້ນ ວິມານແມນແດນມ່ວນ ພໍສົມຄວນແກ່ທານແລ້ວ ຈັ່ງໂງໂຄ້ງແມ່ນຕ່າວລົງ ເດີ ອາຍຸ ວັນໂນ ສຸຂັງ ພະລັງ ສາທຸ ຯ

ອວຍພອນຜູ້ເຖົ້າ (ຍິງ)

ບັດນີ້ ! ມີຄຸນແມ່...............ໄດ້ມາໂມທະນາເປັນປັດໄຈ...................ກີບ ສາທຸເດີ ຂໍໃຫ້ຢືນຍາວໝັ່ນ ພັນວັດສາຢ່າໄດ້ຫຼ່າ ຕາໃຫ້ໃສຊ່ອງແຈ້ງ ຢ່າມົວເສົ້າເກົ່າໝອງ ຫູສອງຂ້າງໄດ້ຍິນຮອດສຽງຫອຍ ຜົມກະຄ່ອຍດົກດຳ ຂາວບໍ່ແກມພໍເສັ້ນ ອັນໝູ່ເວນກຳຮ້າຍ ໃຫ້ໄກຫ່າງຢ່າມາເຫັນ ເວນໄພຫາຍ ອັນຕະລາຍໃຫ້ໜີກ້ຽງ ຊື່ສຽງໃຫ້ດັງກ້ອງ ເງິນທອງໃຫ້ລູຫຼັ່ງ ສຸກສົມຫວັງຄູ່ດ້ານ ເງິນງານພ້ອມຄູ່ສູ່ອັນ ຄັນເຈົ້າຈາກໂລກນີ້ ໄດ້ຂຶ້ນສູ່ເມືອງສະຫວັນ ສາລະພັນຄວາມສະນຸກ ສຸກສຳບາຍຫາຍຮ້ອນ ເປັນອັບສອນຢູ່ເທິງຊັ້ນ ວິມານແມນແດນສະຫວັນ ເດີ ຯ

ອວຍພອນຜູ້ເຖົ້າ (ຊາຍ)

ບັດນີ້ ! ມີຄຸນພໍ່..................ໄດ້ມາອະນຸໂມທະນາເປັນປັດໄຈ..................ກີບ ສາທຸເດີ ເງິນຈຳນວນນີ້ ທີ່ທານທອດຖວາຍໄປ ຈົ່ງມາເປັນປັດໄຈ ສົ່ງໜຸນຄູນຄ້ຳ ນຳສົ່ງໃຫ້ ໄດ້ມີເປັນທຸກສິ່ງຢ່າງ ສົ່ງທາງສຸກໝັ່ນ ນິລັນດອນເລື່ອຍຕະຫຼອດການ ຄັນເຈົ້າຄິດຢາກໄດ້ ສັບພະສິ່ງເງິນທອງ ຈົ່ງຫຼັ່ງໄຫຼມາກອງ ເຕັມຫ້ອງເຮືອນຂອງເຈົ້າ ບໍ່ເຮັດນາໄດ້ຂາຍເຂົ້າ ຍາມພັກເຊົາມີຄນນວດ ເຈັບປວດຂໍ່ ຢ່າພານພໍ້ພົບເຫັນ ທັງໂລກເອັນໂລກໄຂຂໍ່ ກະດູກງໍຫຼັງໂກ່ງ ໂລກທ້ອງໂພງຍຶ່ງທ້ອງ ຢ່າຊິມີມາໃກ້ ຂໍໃຫ້ສຸຂີລົ້ນ ຢູ່ດົນດົນເດີລະພໍ່ ຢູ່ຈົນພໍແລ້ວຈັ່ງຂຶ້ນ ເມືອງຟ້າສູ່ສະຫວັນ ຂຶ້ນນຳກັນກັບແມ່ຕູ້ ຜູ້ເພິ່ນທານໄປກ່ອນ ໃຫ້ສົມພອນຜູ້ຂ້າເວົ້າ ສົມດັ່ງເຈົ້າປາດຖະນາ ເດີ ອາຍຸ ວັນໂນ ສຸຂັງ ພະລັງ ສາທຸຯ

ອວຍພອນຜູ້ເຖົ້າ (ຊາຍ)

ບັດນີ້ ! ມີຄຸນພໍ່................ໄດ້ມາໂມທະນາເປັນປັດໄຈ...............ກີບ ສາທຸເດີ ຈຳນວນເງິນນີ້ ທີ່ທານທອດຖວາຍໄປ ຈົ່ງມາເປັນປັດໄຈ ສົ່ງໜຸນຄູນຄ້ຳ ນຳສົ່ງໃຫ້ ໄດ້ມີເປັນທຸກສິ່ງຢ່າງ ສົ່ງສູ່ທາງສຸກໝັ່ນ ນິລັນດອນເລື່ອຍຕະຫຼອດການ ການງານໃຫ້ກ້າວໜ້າ ການເງິນກະໃຫ້ຄ່ອງ ການທອງກະໃຫ້ແນ່ນ ການແຟນນັ້ນໄດ້ດັ່ງໃຈ ການອັນໃດກະໃຫ້ໄດ້ ສົມໃຈເຈົ້າຄູ່ຢ່າງ ທາງຊີວິດຂ້າງໜ້າ ໃຫ້ພານພໍ້ສຸກສຳບາຍ ອັນໝູ່ພານໄພຮ້າຍ ໃຫ້ໜີຫ່າງບໍ່ມາເຫັນ ເວນກຳຫາຍ ເຄາະບໍ່ເຫັນເວນບໍ່ຂ້ອງ ເງິນທອງໄຫຼມາເຂົ້າ ເຕັມກະເປົາທຸກເຊົ້າຄ່ຳ ສິ່່ງໃດທີ່ເລີດລ້ຳ ໄຫຼໂຮມເຈົ້າຄູ່ສູ່ວັນ ຄັນເຈົ້າຈາກໂລກນີ້ ໄດ້ຂຶ້ນສູ່ເມືອງສະຫວັນ ຂຶ້ນນຳກັນຄູ່ຄົນ ທີ່ມາທານໃນມື້ນີ້ ໃຫ້ຢູ່ດີຢ່າມີຮ້ອນ ກິນນອນໃຫ້ມ່ວນຊື່ນ ມ່ວນມັນຫຼາຍຄຶກຄັກ ຂໍໃຫ້ຍືນຍາວໝັ່ນພັນປີ ເດີ !

ອວຍພອນຜູ້ເຖົ້າ (ຍິງ)

ບັດນີ້ ! ມີຄຸນ............ໄດ້ມາອະນຸໂມທະນາເປັນປດໄຈ..........ກີບ ສາທຸເດີ ຂໍໃຫ້ຄຸນແມ່ໄດ້ ພະພອນໄຊທັງ4 ຈະຕຸລະພິດທະພອນໄຊທຸກຖ້ວນໜ້າ ທັງສີ່ຂໍ້ສີ່ອັນ ອາຍຸຍືນຍາວໝັ່ນ ພັນປີເປັນຂະນາດ ຝຸງອະບາດພະຍາຮ້າຍ ໃຫ້ໄລຂ້າງຫ່າງໄກ ວະນະໃຫ້ ຜິວພັນງາມອ່ອງຕ່ອງ ສອງຂ້າງແກ້ມ ນຽນນິ່ມສ່ອງໃສ ສຸຂະໃຫ້ ສຳບາຍໄດ້ກິນອິ່ມ ລົດພະທຳສ່ອງແຈ້ງ ໃຈເຈົ້າໃຫ້ແຈ່ມໃສ່ ພະລະໃຫ້ ກຳລັງກາຍປຶງປັງ ກຳລັງໃຈໜັກແນ່ນ ບໍ່ມີຫຍໍ້ຫຼ່ອນຄົນ ຄວາມທຸກຈົນບໍ່ມາໃກ້ ປັນຍາໄວໃສຊ່ອງ ມີເງິນທອງຫຼາຍລົ້ນ ຈົນຄົນເອີ້ນວ່າເສດຖີ ຄັນເຈົ້າຈາກໂລກນີ້ ໄດ້ຂຶ້ນສູ່ເມືອງສະຫວັນ ຂຶ້ນນຳກັນກັບທຸກຄົນ ທີ່ສົນໃຈເຮັດບຸນດ້ວຍ ໃຫ້ສວຍໃສເປັນສາວຊິ່ງ ສຸກສັນມັນມ່ວນ ສ່ວນບຸນສົ່ງເສີມໃຫ້ ຄຸນແມ່ໄດ້ສົມປະສົງ ເດີ ອາຍຸ ວັນໂນ ສຸຂັງ ພະລັງ ສາທຸ ຯ

ອວຍພອນເດັກນ້ອຍ (ຊາຍ)

ບັດນີ້ ມີເດັກຊາຍ...............ມີປັດໄຈມາອະນຸໂມທະນາ.........ກີບ ສາທຸເດີ ດ້ວຍອຳນາດ ປາລະມີພະໄຕລັດ ຈົ່ງກຳຈັດໂພຍໄພ ໃຫ້ຫ່າງໄກໜີເວັ້ນ ເວນກຳຮ້າຍ ອັນຕະລາຍຢ່າມາຜ່າ ໃຫຍ່ໄວໄວເດີລູກຫຼ້າ ຢ່າປ່ວຍໄຂ້ຈ່ອຍໂຊ ໃຫ້ເຈົ້າສູງໃຫຍ່ໂກ້ ຕົນໂຕຮູບຫຼໍ່ ຫູຕາຄໍຄາດຄີ່ວ ໃບໜ້າໃຫ້ຫຼໍ່ຫຼາຍ ຄັນແມ່ນເຈົ້າໄປເຂົ້າ ໂຮງຮຽນນຳໝູ່ ໃຫ້ຄຸນຄູຮັກແພງເຈົ້າ ເອົານັ່ງໜ້າວ່າແມ່ນຫຼານ ຜົນການຮຽນຂອງເຈົ້າ ຈົ່ງຮຽນດີໄດ້ຮອດສິບ ຈົບຕີໂທເອກແລ້ວ ໃຫ້ງານລົ້ນຫຼັ່ງມາ ການງານໃຫ້ກ້າວໜ້າ ການເງິນກະໃຫ້ຄ່ອງ ມວນພໍ່ແມ່ພີ່ນ້ອງ ໄດ້ເພິ່ງເຈົ້າຄູ່ຄົນ ເດີ ອາຍຸ ວັນໂນ ສຸຂັງ ພະລັງ ສາທຸ ຯ

ອວຍພອນ ເດັກນ້ອຍ (ຍິງ)

ບັດນີ້ ມີເດັກນ້ອຍ................ມີປັດໄປມາອະນຸໂມທະນາ...............ກີບ ສາທຸເດີ ດ້ວຍອຳນາດ ປາລະມີພະໄຕລັດ ຈົ່ງກຳຈັດໂພຍໄພ ໃຫ້ຫ່າງໄກທັງສີ້ນ ຂໍໃຫ້ອິນເທິງຟ້າ ເທວະດາລົງມາຊ່ວຍ ດົນໃຫ້ນາງນາດນ້ອຍ ຜູ້ທານສ້າງຈົ່ງຢູ່ດີ ໃຫ້ນາມີນາງໄດ້ ສົມຕັ້ງໃຈທຸກສິ່ງຢ່າງ ທາງຊີວິດຂ້າງໜ້າ ຢ່າພານພໍ້ທຸກຈົນ ຜົນການຮຽນຢ່າງນ້ອຍ ບໍ່ມີຖວຍຈາກສິບ ຈົນຕີໂທເອກພ້ອມ ຄົນມັກເຈົ້າໄປຊ່ວຍງານ ການງານໃຫ້ກ້າວໜ້າ ການເງິນກະໃຫ້ຄ່ອງ ການທອງກະໃຫ້ແນ່ນ ການແຟນນັ້ນໄດ້ຖືກໃຈ ການອັນໃດກະໃຫ້ໄດ້ ສົມໃຈທຸກສິ່ງຢ່າງ ທາງພໍ່ແມ່ພີ່ນ້ອງ ຮັກແພງເຈົ້າຄູ່ສູ່ຄົນ ເຈັບຈົນຢ່າມາໃກ້ ອັນຕະລາຍຢ່າມາຜ່ານ ສຸກສົມຫວັງເດີລູກຫຼ້າ ສວຍສະງ່າຂຶ້ນສູ່ວັນ ນອນຫຼັບນັ້ນ ໄດ້ເງິນພັນເງິນໝື່ນ ຕືນຂຶ້ນໄດ້ ເງິນຄຳແກ້ວຫຼັ່ງໂຮມເດີ ຯ

ອວຍພອນພໍ່ຄ້າ

ບັດນີ້ ມີພໍ່...............ມີປັດໄຈມາອະນຸໂມທະນາ .............ກີບ ສາທຸເດີ ເຈົ້າຜູ້ເຮັດການຄ້າ ສັບພະສິ່ງຂາຍຂອງ ໃຫ້ເຈົ້າລວຍເງິນທອງ ຄ່ອງຄືຂາຍໄດ້ ຄັນເຈົ້າໄປຫາຄ້າ ທາງໃດໃຫ້ໂຍຍິ່ງ ຂາຍສິ່ງໃດກະໃຫ້ໄດ້ ກຳໄລເລື່ອຍໂຊກໝານ ຄັນເຈົ້າຂາຍຢູ່ບ້ານ ໃຫ້ໝານໝູ່ໝານຝູງ ມີຄຸນລຸງຄຸນຫຼານ ຫຼັ່ງໄຫຼໄປຊື້ ຈົນເມື່ອຍມືນັບເງິນ ໃບແດງມື້ລະຫຼາຍໆ ເກັບໄວ້ປ່ອນຝາກທະນາຄານ ມື້ລະຫຼາຍສິບລ້ານກີບ ຄັນເຈົ້າຈາກໂລກນີ້ ໄດ້ຂຶ້ນສູ່ເມືອງສະຫວັນ ຢູ່ນຳກັນກັບອົງອິນ ຕັ້ງຖິ່ນຖານຢູ່ເທິງຟ້າ ເທວະດາແຫ່ລ້ອມ ຊ່ວຍເຫຼືອທຸກສິ່ງຢ່າງ ຢາງໄປໃສມີຄົນໂຮມຕຸ້ມ ນາງຟ້າຫຸ່ມແຫ່ແຫນ ລະຈາກແດນເມືອງຟ້າ ມາເກີດໃນເມືອງຄົນ ຄວາມທຸກຈົນຢ່າຊິມີ ເປັນເສດຖີພັນລ້ານ ຍ້ອນຜົນທານທີ່ເຮັດໄວ້ ໄດ້ມີເປັນທຸກສິ່ງຢ່າງ ສຸກສົມຫວັງສູ່ດ້ານ ເງິນງານພ້ອມຄູ່ສູ່ອັນ ເດີ ຯ

ອວຍພອນພໍ່ຄ້າແມ່ຄ້າຂາຍເຄື່ອງ

ບັດນີ້ ມີສັດທາມາທານໃຫ້ເປັນປັດໃຈ................ກີບ ສາທຸເດີ ຂໍໃຫ້ຜົນທານນີ້ ຈົ່ງເປັນທີ່ສຳເລັດ ຄັນເຈົ້າເຮັດຄ້າຂາຍ ໃຫ້ຮັ່ງມີເມືອໜ້າ ໃຫ້ມີຄ້າມີແຫຼ່ງ ມີຄົນງານທີ່ໃຊ້ງ່າຍ ສນຸກຂາຍຂອງກິນໃຊ້ ກຳໄລເຈົ້າໃຫ້ຄ່ອງງາມ ເງິນໄຫຼມາຄືນ້ຳ ສະນຸກຈ່າຍຂາຍຂອງ ມີຊັບສິນເງິນທອງ ຫຼັ່ງມາບໍ່ມີອັ້ນ ຄັນເຈົ້າເຮັດການຄ້າ ສິ່ງໃດກະຕາມຊ່າງ ໃຫ້ພົບທາງກ້າວໜ້າ ການຕ້າໃຫ້ຮຸ່ງເຮືອງ ເດີ ຯ

ອວຍພອນພໍ່ຄ້າ

ບັດນີ້ ມີສັດທາມາທານໃຫ້ເປັນປັດໃຈ................ກີບ ສາທຸເດີ ຂໍໃຫ້ຜົນທານເຈົ້າ ຈົ່ງບັນດານໂດຍດ່ວນ ໃຫ້ສົມຄວນແກ່ເຈົ້າ  ການງານໃຫ້ກ້າວໜ້າ ການເງິນກະໃຫ້ຄ່ອງ ການທອງກະໃຫ້ລົ້ນ ຈົນຄົນເອີ້ນວ່າເສດຖີ ໃຫ້ເຈົ້າໄດ້ຄ້າຂາຍກຳໄລຄ່ອງ ຊຸມພໍ່ແມ່ພີ່ນ້ອງ ມາຫຸ່ມຊື້ບໍ່ຂາດສາຍ ຄັນສົນໃຈການເມືອງໃຫ້ ໄດ້ເປັນດັ່ງຝັນໃຝ່ ສະມັກຫຍັງກະໃຫ້ໄດ້ ສົມໃຈເຈົ້າປາດຖະນາ ອາຍຸຍືນຍາວໝັ່ນ ສຸກສຳລານການເປັນຢູ່ ອາຍຸ ວັນໂນ ສຸຂັງ ພະລັງ ສາທຸ ຯ

ອວຍພອນຄູ

ບັດນີ້ ມີຄຸນຄູມາຮ່ວມ ເປັນໜຸ່ມໃຫຍ່ ສາວໃຫຍ່ ໄຟແຮງ ສາວສາວຫຸ່ມແພງຮັກ ຢາກຢູ່ນຳເປັນແຟນເຈົ້າ ແຕ່ວ່າເຂົ້າຜູ້ນີ້ ມີຮັກເດັດດ່ຽວ ບໍ່ເຄີຍນອກໃຈແຟນ ໄປກ້ຽວແຟນຄົນອືນ ເພາະໃນໃຈຂອງເຈົ້າ ເປັນເບົ້າຫຼອມເປັນແບບຢ່າງ ສົ່ງທາງສິດຢູ່ຊັ້ນ ເກັ່ງດີພ້ອມສຸກສຳບາຍ ກຳມະການຈົດຊື່ໄວ້ ຄຸນຄູຊື່...........ມີສັດທາ................ກີບ ສາທຸເດີ ສາທຸເດີ ຂໍໃຫ້ສົມມາດມຸ້ງ ໃຈເຈົ້າປາດຖະນາ ການງານໃຫ້ກ້າວໜ້າ ການເງິນກະໃຫ້ຄ່ອງ ສອງຂັ້ນກະໃຫ້ໄດ້ ໄວຟ້າວຄູ່ສູ່ປີ ໜີ່ສິນໃຫ້ເມິດກ້ຽງ ຊື່ສຽງໃຫ້ດັງໂດ່ງ ສົມປະສົງສູ່ດ້ານ ເງິນງານພ້ອມຄູ່ສູ່ອັນ ເດີ ຯ

ອວຍພອນໝໍ

ບັດນີ້ ມີຄຸນໝໍມາຮ່ວມ ສ້າງກຸສົນສືບຕໍ່ ຊື່ເພິ່ນນັ້ນລະນໍຊື່ວ່າ...............ເດີພີ່ນ້ອງ ຈຳໄວ້ໃຫ້ຈຳຈື່ ມື້ນີ້ເພິ່ນມາຢູ່ເຝົ້າ ເບິ່ງແລໝູ່ເຈົ້າໃຫ້ຢູ່ດີ ມີສັດທາຮ່ວມສ້າງ ກອງບຸນ..........ກີບ ຂໍໃຫ້ສົມມາດມຸ້ງ ໃຈເຈົ້າປາດຖະນາ ການງານໃຫ້ກ້າວໜ້າ ການເງິນກະໃຫ້ຄ່ອງ ສອງຂັ້ນກະໃຫ້ໄດ້ ໄວຟ້າວຄູ່ສູ່ປີ ນາຍກະດີໝູ່ກະດ້ວຍ ລູກນ້ອງສວຍສົດຊື່ນ ອາຍຸຍືນຮອດຮ້ອຍ ບໍ່ຖອຍຫຼ້າເລື່ອງແຮງ ຄວາມແຂງແຮງຄົງໝັ່ນ ບໍ່ມີມື້ແປປ່ຽນ ຈົນກະສຽນຮ້ອຍເທື່ອ ຍັງໜຸ່ມຟໍຫຼໍ່ດັ່ງຝັນ ຄັນເຈົ້າຈາກໂລກນີ້ ໄດ້ຂຶ້ນສູ່ເມືອງສະຫວັນ ສາລະພັນຄວາມສະນຸກ ສຸກສຳບາຍຫາຍຮ້ອຍ ຍາມກິນນາງຟ້າປ້ອນ ຍາມນອນນາງຟ້າກ່ອມ ນາງຟ້າຫອມກອດເຈົ້າໄວ້ ບໍ່ໄລຂ້າງເຈົ້າຫ່າງກັນ ເດີ ສາທຸ ຯ

ອວຍພອນທະຫານ

ບັດນີ້ ມີທະຫານກ້າ ນາມວ່າ..........ຕັ້ງແຕ່ເດີມໂດຍເຄົ້າ ເພິ່ນເຝົ້າເວນຢູ່ຄ່າຍ ປະຈັກສິນປາຄົມເດີໝູ່ ຮູ້ງານບຸນມີມື້ນີ ເລີຍມາບ້ານແຕ່ມື້ວານ ມາທຳທານນຳພີ່ນ້ອງ..............ກີບ ສາທຸເດີ ຂໍໃຫ້ເພິ່ນນັ້ນໄດ້ ສົມດັ່ງມະໂນໝາຍ ງານອາສາເຈົ້ານາຍ ຈົ່ງຈະເລີນຄູນຄ້ຳ ງານທີ່ເຮັດຂ້າງໜ້າ ຮັກສາການບ້ານຊ່ອງ ເບິ່ງແລຍາດພີ່ນ້ອງ ຊາດລາວໃຫ້ຢູ່ເຢັນ ໃຫ້ເຈົ້າມີເປັນໄດ້ ສົມໃຈທຸກສິ່ງຢ່າງ ໄດ້ພົບທາງກ້າວໜ້າ ຈະເລີນຂຶ້ນບໍ່ຖອຍ ໃຫ້ໄດ້ເປັນນາຍຮ້ອຍ ນາຍພັນນາຍພົນໃຫຍ່ ໂຊກລາບໄຫຼຫຼັ່ງເຂົ້າ ໂຮມເຈົ້າຄູ່ສູ່ມື້ ຄັນເຈົ້າຈາກໂລກນີ ໄດ້ຂຶ້ນສູ່ເມືອງສະຫວັນ ສາລະພັນຄວາມສະນຸກ ສຸກສຳບາຍຫາຍຮ້ອຍ ໃຫ້ໄດ້ນອນຢູ່ເທິງຟ້າ ຟັງຈະຈານາງຟ້າກ່ອມ ນາງຟ້າຫອມກອດເຈົ້າ ຄຳວ່າເຖົ້າຢ່າຊິມີ ເດີ ສາທຸ.



ไม่มีความคิดเห็น:

แสดงความคิดเห็น