ICT ແມ່ນຫຍັງ? - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


11 มิถุนายน 2561

ICT ແມ່ນຫຍັງ?

ICT ແມ່ນຫຍັງ?




ICT (Information Communication Technology) ໝາຍເຖິງ ການຕິດຕໍ່ສື່ສານທີ່ກ່ຽວຂ້ອງກັບຂໍ້ມູນຂ່າວສານໂດຍໃຊ້ເທັກໂນໂລຊີ
-    I = (Information) ໝາຍເຖິງ ຂໍ້ມູນຂ່າວສານທີ່ບັນທຶກເປັນລະບົບ ເພື່ອນໍາມາໃຊ້ງານ
-    C = (Communication) ໝາຍເຖິງ ການຕິດຕໍ່ສື່ສານ
-    T = (Technology) ໝາຍເຖິງ ຄອມພິວເຕີ ແລະ ໂທມະນາຄົມ ຄວາມໝາຍລວມຂອງ ICT ກໍ່ຄືເທັກໂນໂລຍີທີ່ໃຊ້ຈັດການຂໍ້ມູນຂ່າວສານ ແລະ ສື່ສານເປັນເທັກໂນໂລຢີທີ່ກ່ຽວຂ້ອງຕັ້ງແຕ່ການລວມຕົວຈັດເກັບຂໍ້ມູນການປະມວນຜົນ, ການພິມສັ່ງງານ, ການສື່ສານຂໍ້ມູນອື່ນໆ. ເຊິ່ງລວມໄປເຖິງການບໍລິການ, ການໃຊ້ດູແລຂໍ້ມູນ ໂດຍຄວາມຈິງແລ້ວຄູເຮົາໃຊ້ ICT ຈັດການຮຽນການສອນ ມາດົນແລ້ວ ພຽງແຕ່ໃຊ້ຮູບແບບເກົ່າເຊິ່ງຫາກມີການພັດທະນາໂດຍໃຊ້ເທັດໂນໂລຍີທີ່ກ່ຽວຂ້ອງຕັ້ງແຕ່ ການລວບລວມຈັດເກັບຂໍ້ມູນ, ການປະມວນຜົນ, ການພິມ, ການສ້າງງານສື່ສານຂໍ້ມູນອື່ນໆ.


     ICT ໝາຍ​ເຖິງ​ ເທັກ​ໂນ​ໂລ​ຢີ​ທີ່​ຊ່ວຍ​ໃນ​ການ​ລວບລວມ​ຂໍ້​ມູນ​ ກວດ​ສອບ​ ຈັດ​ໝວດ​ໝູ່​ ຮຽງ​ລຳ​ດັບ​ ສະຫລຸບ​ ຄິດໄລ່​ ຈັດ​ເກັບ​ ຄົ້ນ​ຄືນ​ ຈັດ​ເຮັດ​ສຳ​ເນົາ​ ແລະ​ ແຜ່ກະຈາຍ​ ຫລື ​ສື່​ສານ​ຂໍ້​ມູນ​ ເຮັດໃຫ້​ຂໍ້​ມູນ​ກາຍ​ເປັນ​ສານ​ຂໍ້ມູນ​ທີ່​ດີ​ ມີ​ຄວາມ​ຖືກ​ຕ້ອງ​ ກົງ​ຕາມ​ຄວາມ​ຕ້ອງ​ການ​ ແລະ​ ເກີດມີ​ຄຸນຄ່າ​ຕໍ່​ຜູ້​ໃຊ້



⏩ ຄວາມໝາຍ
* I (Information) = ຂໍ້ມູນຂ່າວສານ
* C (Communication) = ການສື່ສານ
* T (Technology) = ເທັກໂນໂລຍີ
Information Communication Technology ແປວ່າ: ເທັກໂນໂລຍີຂໍ້ມູນຂ່າວສານ ແລະ ການສື່ສານ

⏩ ຄວາມສໍາຄັນຂອງ ICT
1. ເທັກໂນໂລຍີຂໍ້ມູນຂ່າວສານ ແລະ ການສື່ສານ ຊ່ວຍເສີມຜົນຜະລິດ ແລະ ປະສິດທິພາບ
2. ເທັກໂນໂລຍີຂໍ້ມູນຂ່າວສານ ແລະ ການສື່ສານ ປ່ຽນຮູບການບໍລິການເປັນແບບກະຈາຍ
3. ເທັກໂນໂລຍີຂໍ້ມູນຂ່າວສານ ແລະ ການສື່ສານ  ເປັນສິ່ງທີ່ຈໍາເປັນສໍາລັບການດໍາເນີນການໃນໜ່ວຍຄວາມຈໍາຕ່າງໆ
4. ເທັກໂນໂລຍີຂໍ້ມູນຂ່າວສານ ແລະ ການສື່ສານ ກັບທຸກລະດັບ

ປະໂຫຍດຂອງເທັກໂນໂລຍີຂໍ້ມູນຂ່າວສານ ແລະ ການສື່ສານ
1. ຄວາມໄວ: ການນໍາເອົາຄອມພິວເຕີເຂົ້າຊ່ວຍໃນການທໍາງານມີຄວາມໄວຍິ່ງຂື້ນບໍ່ວ່າຈະເປັນການປະມວນຜົນ, ການຄົ້ນຫາຂໍ້ມູນຈະເຮັດໄດ້ໄວຂື້ນ ແລະ ປະຫຍັດເວລາໃນການຄົ້ນຫາຂໍ້ມູນເຊັ່ນ: ການໃຊ້ລະບົບຫ້ອງສະໝຸດອັດຕະໂນມັດ
2. ຄວາມຖືກຕ້ອງ: 
ຄອມພິວເຕີເປັນເຄື່ອງເອເລັກໂຕນິກທີ່ມີການປະມວນຜົນຂໍ້ມູນທີ່ຖືກຕ້ອງແມ່ນຢໍາ ເຮັດໃຫ້ຂໍ້ມູນທີ່ໄດ້ຈາກການປະມວນຜົນນັ້ນ ມີຄວາມສາມາດໜ້ອຍກວ່າການປະມວນຜົນດ້ວຍມະນຸດ
3. ການເກັບບັນທຶກຂໍ້ມູນ: 
ຂໍ້ມູນທີ່ເກັບບັນທຶກໄວ້ໃນຄອມຈະເປັນຂໍ້ມູນເອເລັກໂຕນິກທີ່ມີສື່ໃນການໃຊ້ ໃນການຈັດເກັບຂໍ້ມູນ ເຮັດໃຫ້ຄວາມສາມາດໃນການຈັດເກັບຂໍ້ມູນໄດ້ຈໍານວນຫຼາຍ ແລະ ມີຄວາມທົນທານກວ່າການເກັບຂໍ້ມູນໄວ້ໃນເຈ້ຍ
4. ການເຜີຍແຜ່ຂໍ້ມູນ: 
ການຮັບສົ່ງຂໍ້ມູນໃນປະຈຸບັນ ໂດຍການໃຊ້ເທັກໂນໂລຍີ ຂໍ້ມູນຂ່າວສານ ຈະເຮັດໃຫ້ການເຜີຍແຜ່ຂໍ້ມູນເຮັດໄດ້ຢ່າງກວ້າງຂວາງສາມາດກະຈາຍໄດ້ທົ່ວໂລກ.

ไม่มีความคิดเห็น:

แสดงความคิดเห็น