ຜົນ​ກະທົບ​ຂອງ​ເທັກໂນໂລຊີ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


11 มิถุนายน 2561

ຜົນ​ກະທົບ​ຂອງ​ເທັກໂນໂລຊີ

ຜົນ​ກະທົບ​ຂອງ​ເທັກໂນໂລຊີ




        ເທັກໂນໂລຊີ​ຂໍ້ມູນຂ່າວສານ ມີບົດບາດ​ສໍາຄັນໃນການດໍາລົງ​ຊີວິດ​ປະຈຳ​ວັນ ​ຂອງ​ມະນຸດ​ຫລາຍ​ຂຶ້ນ​ ເຊິ່ງໃນຂະນະ​ດຽວ​ກັນນັ້ນ ​ເຄື່ອງ​ຄອມພິວເຕີ ​ກໍມີລາ​ຄາ​ຖືກ​ລົງ​ ດັ່ງ​ນັ້ນ, ​ການ​ປະ​ຍຸກໃຊ້ ​ຂໍ້ມູນຂ່າວສານ​ກັບ​ງານ​ຕ່າງ​ໆ​ ຈຶ່ງ​ເປັນ​ໄປ​ຢ່າງ​ກວ້າງ​ຂວາງ​ ຊຶ່ງ​ການ​ປະ​ຍຸກ​ໃຊ້​ເທັກ​ໂນ​ໂລ​ຊີນັ້ນ ​ມີ​ຜົນ​ກະທົບ​ຕໍ່​ການ​ດຳ​ລົງ​ຊີວິດ​ຂອງ​ມະນຸດ ​ທັງໃນດ້ານ​ບວກ ​ແລະ ​ດ້ານ​ລົບ​ ດັ່ງ​ນີ້​:

1.   ຜົນກະທົບທາງດ້ານບວກຂອງເທັກໂນໂລຊີ
  1) ດ້ານ​ຄຸນະພາບ​ຊີວິດເທັກໂນໂລຊີຂໍ້ມູນຂ່າວສານ ເຮັດໃຫ້​ໄດ້ຮັບ​ຄວາມສະດວກ​ສະບາຍ​ຂຶ້ນ​ ໄດ້​ແກ່​

-    ມະນຸດ​ໃຊ້​ເທັກ​ໂນ​ໂລ​ຂີ​ຄອມພິວເຕີ ​ແລະ​ ໂປຣ​ແກຣມ Office ​ຊ່ວຍ​ໃຫ້​ເກີດ​ຄວາມ​ວ່ອງໄວ ​ແລະ ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກງານໄດ້ດີຍິ່ງຂື້ນ. 

-    ມະນຸດ​ໃຊ້​ລະບົບ​ໂທລະຄົມມະນາຄົມ​ໃນ​ການ​ສື່​ສານ​ທີ່ວ່ອງໄວ ເຊັ່ນ:ການ​ໃຊ້​ໂທລະ​ສັບ​ເຄື່ອນ​ທີ່​ຕິດ​ຕໍ່​ສື່​ສານ​ໃນ​ຂະນະ​ເດິນທາງ​ໄປ​ຍັງ​ທີ່​ຕ່າງ​ໆ​ ມະນຸດ​ໃຊ້​ຮຸ່ນຍົນ​ຊ່ວຍ​ໃນ​ອຸດສາຫະກຳ​ການ​ຜະລິດ ​ທີ່​ຕ້ອງ​ສ່ຽງ​ກັບ​ອັນຕະລາຍ​ ຫລື​ ໃນ​ງານ​ທີ່​ຕ້ອງ​ການ​ຄວາມ​ແມ່ນ​ຢຳ ​ແລະ ​ຄວາມ​ວ່ອງໄວ​ໃນ​ການ​ຜະລິດ​ ເຊັ່ນ:ຫຸ່ນ​ຍົນ​​ສຳລັບ​ງານ​ສຳຫຼວດ,ຫຸ່ນ​ຍົນ​ທີ່​ໃຊ້​ງານ​ໃນ​ອະ​ກາດ​ ເປັນ​ຕົ້ນ.

-  ມະນຸດ​ນຳ​ເອົາເທັກໂນໂລຢີ​ຂໍ້ມູນຂ່າວສານ ມາປະຍຸກ​ໃຊ້​ໃນ​ດ້ານ​ການ​ແພດ ​ໃຫ້​ມີ​ຄວາມ​ຈະເລີນ​ກ້າວ​ໜ້າ​ຂຶ້ນ​ຫລາຍ​ ເຊັ່ນ:ເຄື່ອງ​ມື​ກວດ​ຄື້ນ​ຫົວ​ໃຈ​ທີ່​ທັນ​ສະໄໝ​ ມີ​ເຄື່ອງ​ເອັກ​ຊະ​ເຣ​ພາກ​ຕັດ​ຂວາງ​ ທີ່​ສາມາດ​ກວດ​ເບິ່ງ​ອະໄວຍະວະ​ຕ່າງ​ໆ​ ຂອງ​ຮ່າງກາຍ​ໄດ້​ຢ່າງ​ລະອຽດ.

2).   ດ້ານ​ສັງຄົມ​ຂໍ້ມູນຂ່າວສານ ​ມີ​ຜົນ​ກະທົບ​ທາງ​ດ້ານ​ບວກ​ຕໍ່​ສັງຄົມ​ ດັ່ງ​ນີ້​: 

-    ເທັກໂນໂລຊີຂໍ້ມູນຂ່າວສານ ​ເຮັດໃຫ້​ເກີດ​ການ​ປ່ຽນ​ແປງ​ຈາກ​ສັງຄົມ​ອຸດສາຫະກຳ​ມາ​ເປັນ ​ຂໍ້ມູນຂ່າວສານ ແລະ ການສື່ສານ ​ກ່າວ​ຄື ​ເປັນ​ສັງຄົມ​ທີ່​ໃຊ້ຂໍ້ມູນຂ່າວສານ ​ໃນ​ການ​ຕັດ​ສິນ​ໃຈ ​ແລະ​ ການ​ກະ​ຈາຍ​ຂໍ້​ມູນ​ຂ່າວ​ສານ​ໄປ​ໄດ້​ທົ່ວ​ທຸກ​ຫົນ​ແຫ່ງ ​ຊຶ່ງ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ສະເໝີ​ພາກ​ເທົ່າ​ທຽມ​ກັນ​ໃນ​ສັງຄົມ​. 
-    ເທັກໂນໂລຢີຂໍ້ມູນຂ່າວສານ ​ເຮັດໃຫ້​ເກີດ​ຊຸມ​ຊົນ​ເຫມືອນ​ ຊຶ່ງ​ເປັນ​ກຸ່ມ​ຄົົນທີ່​ມີ​ຄວາມ​ສົນ​ໃຈ​ເລື່ອງ​ດຽວ​ກັນ​ ສາມາດ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ ຄວາມ​ຮູ້​ຊຶ່ງ​ກັນ​ ແລະ​ ກັນ​ໄດ້​ ແລະ ​ຄວາມ​ຮູ້​ເຫຼົ່າ​ນີ້ ​ຈະ​ຖືກ​ບັນ​ທຶກ​ໄວ້​ໃນ​ລະບົບ​ຄອມພິວເຕີ ​ແລະ ​ສາມາດ​ເອີ້ນ​ໃຊ້​ໄດ້​ຕາມ​ຕ້ອງ​ການ.

3). ດ້ານ​ການ​ຮຽນ​ການ​ສອນ​ ເທັກໂນໂລຊີຂໍ້ມູນຂ່າວສານ ​ເຮັດໃຫ້​ເກີດ​ປະ​ສິດ​ທິ​ພາບ​ການ​ຮຽນ​ຮູ້ ດັ່ງນີ້:​

 -    ການສ້າງ​ໂປຣ​ແກຣມ​ຈຳ​ລອງ​ສະຖານນະການ​ຕ່າງ​ໆ ​ ເຮັດໃຫ້​ນັກ​ຮຽນ​ເຂົ້າໃຈ​ເນື້ອຫາຂອງ​ບົດ​ຮຽນ​ໄດ້​ຢ່າງ​ຊັດເຈນ​ ເຊັ່ນ​: ການ​ຈຳ​ລອງ​ສະພາ​ວະ​ສິ່ງ​ແວດ​ລ້ອມ​: ການ​ຈຳ​ລອງ​ລະບົບ​ມົນລະ​ພາ​ວະ​,  ການ​ຈຳ​ລອງ​ການ​ໄຫຼ​ຂອງ​ຂອງ​ແຫລວ​ ຫລື​ ແມ່ນແຕ່​ ການ​ນຳ​ເອົາ​ຄອມພິວເຕີ​ມາ​ຈຳ​ລອງ​ໃຫ້​ຜູ້​ຮຽນ​ໄດ້​ຢູ່ໃນ​ສະພາບ​ທີ່​ເຫມືອນ​ຈິງ​ ເຊັ່ນ​: ຈຳ​ລອງ​ການ​ແລ່ນ​ເຮືອ​, ຈຳ​ລອງ​ການ​ຂັບ​ເຄື່ອງ​ບິນ,​ ຈຳ​ລອງ​ການ​ຂັບລົດ​ ເປັນ​ຕົ້ນ;​ ຊຶ່ງ​ຫຼຸດ​ຄວາມ​ຜິດ​ພາດ​ຈາກ​ຄວາມ​ເສຍ​ຫາຍ ​ແລະ ​ຄວາມ​ສ່ຽງ​ຈາກ​ການ​ໄດ້ຮັບ​ອັນຕະລາຍ​ຂອງ​ຜູ້​ຮຽນ​ລົງ​ໄດ້.​ 

-     ເທັກໂນໂລຢີຂໍ້ມູນຂ່າວສານ ​ເຮັດໃຫ້​ເກີດ​ການ​ຮຽນ​ຮູ້​ຕະຫລອດ​ຊີວິດ​ (Lifelong learning) ໄດ້​ຢ່າງ​ມີປະ​ສິດ​ທິ​ພາບ​ ເຊັ່ນ:​ ການ​ປ່ຽນ​ແປງ​ຂອງ​ສັງຄົມ,​ ການ​ເມືອງ​, ເສດຖະກິດ​ໂລກ​ ລວມເຖິງ​ເທັກ​ໂນ​ໂລ​ຊ່​ທີ່ວ່ອງໄວ​ ເຮັດໃຫ້​ມະນຸດ​ຕ້ອງພັດທະນາ​ຕົນເອງ​ ແລະ ​ປັບ​ຕົນເອງ​ໃຫ້​ກ້າວ​ທັນ​ຄວາມ​ປ່ຽນ​ແປງ​ຕ່າງ​ໆ​ ໂດຍ​ການ​ຮຽນ​ຮູ້​ດ້ວຍ​ຕົນເອງ​ຈາກ​ແຫຼ່ງ​ຄວາມ​ຮູ້​ຕ່າງ​ໆ​ ທົ່ວ​ໂລກ​.

2.  ຜົນກະທົບທາງດ້ານລົບ ຂອງເທັກໂນໂລຊີ 

 1) ຄຸນ​ນະ​ພາບ​ຊີ­ວິດເທັກໂນໂລຊີຂໍ້ມູນຂ່າວສານ ກໍ່­ໃຫ້­ເກີດ​ຜົນ​ກະ­ທົບ​ດ້ານ​ຄຸນ​ນະ​ພາບ​ຊີ­ວິດ ຊຶ່ງ​ສ່ວນ​ໃຫຍ່​ມັກ​ເກີດ​ຜົນ​ກະ­ທົບ​ຕໍ່​ສຸ­ຂະ­ພາບ​ກາຍ​ ແລະ ​ສຸຂະ­ພາບ​ຈິດ ດັ່ງ­ນີ້:

-    ພະ­ຍາດ​ອັນ​ເກີດ​ຈາກ​ການ​ໃຊ້​ງານ​ເຄື່ອງ​ຄອມ​​ພິວ​ເຕີ​ເປັນ​ເວ­ລາ​ດົນນານ ໄດ້­ແກ່: ອາ­ການ​ບາດ­ເຈັບ​ຂອງ​​ກ້າ​​ມ​ຊີ້ນ ​ບໍ­ລິ­ເວນ​ຂໍ້­ມື​ເນື່ອງ​ຈາກ​ຈັບ​ເມົາ​​ສ໌ ຫລື ​ໃຊ້​ແປ້ນ​ພິມ​ເປັນ​ເວ­ລາ​ດົນ ອາ­ການ​ປວດ​ຄໍ ໄຫຼ່ ແລະ​ຫຼັງ ການ​ເກີດ​ບັນ­ຫາ​ດ້ານ​ສາຍ­ຕາ​ ເນື່ອງ​ຈາກ​ຈ້ອງເບິ່ງ​ທີ່​ໜ້າ​ຈໍ​ຄອມ​​ພິວ​ເຕີ​ເປັນ​ເວ­ລາ​ດົນ​ຕິດ­ຕໍ່​ກັນ ເປັນ­ຕົ້ນ.

-    ພະຍາດ​ທົນ​​ບໍ່​ໄດ້​  (Hurry Sickness) ເກີດ​ກັບ​ຜູ້​ທີ່​ໃຊ້​ງານ​ອິນ​ເຕີ​ເນັດ​ ຊຶ່ງ​ເຮັດໃຫ້​ຜູ້​ໃຊ້​ເປັນ​ຄົນ​ຂີ້​ເບື່ອ,​ ຫງຸດ​ຫງິດ​ງ່າຍ,​ ໃຈ​ຮ້ອນ,​ ຄຽດ​ງ່າຍ,​ ຄວາມ​ອົດ​ທົນ​ຫຼຸດລົງ​ ຊຶ່ງ​ຈະ​ເປັນ​ພຶດຕິກຳ​ຕິດ​ຕົວ​ໄປ​ໃຊ້​ໃນ​ການ​ດຳ​ເນີນ​ກິດຈະກຳ​ໃນ​ຊີວິດ​ປະຈຳ​ວັນ​ດ້ວຍ​ ຫາກ​ມີ​ອາການ​ໜັກໄປກວ່ານັ້ນ ອາດຈະກາຍເປັນພະຍາດປະສາດໄດ້.

-    ມະນຸດ​ເກີດ​ຄວາມ​ຄຽດ​ຈາກ​ການ​ເລືອກ​ໃຊ້​ຂໍ້​ມູນ ​ແລະ​ ຂໍ້ມູນຂ່າວສານ​ທີ່​ມີ​ຢູ່​ຢ່າງ​ຫລວງ​ຫລາຍ ລວມໄປເຖິງ ​ຄວາມ​ຄຽດ​ຈາກ​ຄວາມ​ວິຕົກ​ກັງ​ວົນ​ວ່າ ​ຈະ​ມີ​ການ​ນຳ​ຄອມພິວເຕີ​ມາທົດ​ແທນ​ແຮງ​ງານ​ຂອງ​ຄົນ​.

2) ດ້ານທັກສະທາງສັງຄົມ ເທັກໂນໂລຊີຂໍ້ມູນຂ່າວສານ ມີຜົນກະທົບຕໍ່ສັງຄົມ ດັ່ງນີ້:


- ການ​ຂາດ​ທັກ​ສະ​ທາງ​ສັງຄົມ​ ເນື່ອງຈາກອິນເຕີເນັດເຮັດໃຫ້ເກີດການສື່ສານພົວ​ພັນ ໄດ້ໂດຍບໍ່ຕ້ອງພົບພໍ້​ກັນ​ ຊຶ່ງ​ພົບ​ວ່າ ​ປະຈຸບັນ​ຄົນ​ໃນ​ສັງຄົມ ​ຈະ​ນິຍົມ​ໃຊ້​ບໍລິການເຄືອ​ຂ່າຍ​ສັງຄົມ​ ຫລື ທີ່ເອີ້ນວ່າ:Social Network ຫລາຍ​ຂຶ້ນ​ ເຊັ່ນ:​ ​ເວັບ​ໄຊ​​ Facebook, Hi5... ເຮັດໃຫ້ຄວາມສຳພັນລະ​ຫວ່າງ​ບຸກ​ຄົນ​ໃນ​ສັງຄົມ​ນ້ອຍ​ລົງ​ ທັກ​ສະ​ທາງ​ສັງຄົມ​ຕ່າງ​ໆ​ ທີ່​ໃຊ້​ໃນ​ການ​ປະຕິ​ສຳພັນ​ ແລະ ​ການ​ສື່​ສານ​ລະຫວ່າງ​ກັນ​ ໄດ້​ແກ່:​ ທັກ​ສະ​ການ​ເວົ້າ,​ ການ​ຟັງ​, ການ​ເຮັດ​ວຽກງານ​ຮ່ວມ​ກັນ​ ລວມໄປເຖິງ ​ຄວາມ​ສາມາດ​ໃນ​ການ​ເຂົ້າໃຈ​ເຖິງ​ສະຖານນະການ​ທີ່​ຫຼາກ​ຫຼາຍ​ ກົດ​ກະ​ຕິ​ກາ​ຕ່າງ​ໆ​ ໃນ​ສັງຄົມ​ ແລະ​ ການ​ຄິດ​ຄຳ​ນຶງ​ເຖິງ​ຄົນ​ອ້ອມ​ຂ້າງ​ຢ່າງ​ເຂົ້າ​ອົກ​ເຂົ້າໃຈ​ ຊຶ່ງ​ທັກ​ສະ​ທາງ​ສັງຄົມ ​ເປັນ​ສິ່ງ​ທີ່​ສຳຄັນ ​ແລະ​ ຈຳເປັນສຳລັບທຸກເພດທຸກໄວ​ ດັ່ງ​ນັ້ນ, ​ການ​ຂາດ​ທັກ​ສະ​ທາງ​ສັງຄົມ ​ຈະ​ເຮັດໃຫ້​ຄົນ​ຂາດ​ການເຮັດ​ຄວາມ​ເຂົ້າໃຈ​ຜູ້​ອື່ນ​ ບໍ່​ມີ​ການ​ເຮັດ​ວຽກງານ​ຮ່ວມ​ກັນ​ ຈົນກະທັ້ງ ອາດກໍ່ໃຫ້ເກີດຄວາມຂັດແຍ້ງ​ກັນ​ໃນ​ສັງຄົມ​ຂຶ້ນ​ໄດ້. 

- ການກໍ່ໃຫ້​ເກີດ​ອາດຊະຍາກໍາທາງ​ຄອມພິວເຕີ​ຫລາຍ​ຂຶ້ນ ​ແລະ ​ຮຸນແຮງ​ຂຶ້ນ​ ເທັກໂນໂລຊີຂໍ້ມູນຂ່າວສານ ​ເປັນ​ເຄື່ອງ​ມື​ໜຶ່ງ​ ໃນ​ການ​ກໍ່​ອາດຊະຍາກໍາ​ໄດ້​ງ່າຍ​ ຜູ້​ບໍ່​ຫວັງ​ດີ​ອາດນໍາ​ໃຊ້ໄປ​ໃນ​ທາງ​ທີ່​ຜິດ​ ເຊັ່ນ​: ການ​ລັກ​ຂໍ້​ມູນ​ຂອງ​ບໍລິສັດ​ ແລະ ​ນຳ​ໄປ​ເປີດ​ເຜີຍ​ກັບ​ບໍລິສັດ​ຄູ່​ແຂ່ງ,​ ການ​ເຈາະ​ລະບົບ​ຂອງ​ທ​ະນາ​ຄານ​ ແລະ ​ປ່ຽນ​ແປງ​ຂໍ້​ມູນ​ເງີນ​ໃນ​ບັນ​ຊີດ​ທະນາ​ຄານ​ໃຫ້​ສູງ​ຂຶ້ນ,​ ການ​ລໍ້ລວງ​ຜູ້​ທີ່​ຫລິ້ນ​ອິນ​ເຕີເນັດ​ ແລະ​ ກໍ່​ຄະດີ​ລ່ວງ​ລະ​ເມີດ​ທາງ​ເພດ,​ ການ​ເຜີຍແຜ່​ຂໍ້​ມູນ​ທີ່​ບໍ່​ມັກ​ດ້ວຍ​ກົດຫມາຍ​ໃນ​ແງ່​ມຸມ​ຕ່າງ​ໆ​ ການ​ສົ່ງ​ໄວ​ຣັສ​ເຂົ້າໄປ​ທຳລາຍ​ຂໍ້​ມູນ​ຂອງ​ຜູ້​ອື່ນ​ ເປັນ​ຕົ້ນ​.

3) ດ້ານ​ການ​ຮຽນ​ການ​ສອນ​ ຜົນ​ກະທົບ​ໃນ​ທາງ​ລົບ​ກັບ​ການ​ຮຽນ​ການ​ສອນ​ຈະ​ເກີດ​ຂຶ້ນ​ຫາກ​ຜູ້ສອນ ໃຊ້​ເທັກ​ໂນ​ໂລ​ຢີຂໍ້ມູນຂ່າວສານ ​ໃນ​ການ​ຈັດການ​ຮຽນ​ການ​ສອນ​ທັງ​ໝົດ​ ແລະ ​ປ່ອຍ​ໃຫ້​ຜູ້​ຮຽນ​ສຶກ​ສາ​ແລະ ​ຮຽນ​ຮູ້​ດ້ວຍ​ຕົນເອງ​ ຜູ້​ຮຽນ​ທີ່​ມີ​ປະສົບການ​ນ້ອຍ​ອາດ​ຕີ​ຄວາມ​ໄດ້​ບໍ່​ຖືກ​ຕ້ອງ​ ລວມ​ເຖິງ​ ການ​ໃຊ້​ອິນ​ເຕີ​ເນັດ​ໃນ​ທາງ​ທີ່​ຜິດ​ ດັ່ງ​ນັ້ນ​, ຜູ້​ສອນ​ຈຳ​ເປັນ​ຢ່າງ​ຍິ່ງ​ ທີ່​ຈະ​ຕ້ອງ​ຮຽນ​ຮູ້​ການ​ປະ​ຍຸກ​ໃຊ້​ເທັກ​ໂນ​ໂລ​ຊີ​ຂໍ້ມູນຂ່າວສານ​ກັບ​ການ​ຮຽນ​ການ​ສອນ​ ໂດຍການ​ໃຫ້​ຄຳ​ແນະ​ນຳ​ ອົບຮົມ​ສັ່ງ​ສອນ​ດ້ານຄຸນນະ​ທຳ​ ຈ​ະລິຍະທຳ​ຄວບຄູ່​ໄປ​ກັບ​ການ ​ໃຊ້​ເຄືອ​ຂ່າຍ​ອິນ​ເຕີເນັດໄປພ້ອມໆ ກັນ.


ไม่มีความคิดเห็น:

แสดงความคิดเห็น