ໄອແຊກ ນິວຕັນ (ຄ.ສ. 1642 – 1727) ນັກຟິສິກ, ນັກຄະນິດສາດ ແລະ ນັກດາລາສາດ ຊາວອັງກິດ ເຊິ່ງເປັນທີ່ຍອມຮັບຢ່າງກວ້າງຂວາງວ່າ
ເປັນໜຶ່ງໃນນັກວິທະຍາສາດ ທີ່ມີອິດທິພົນຫລາຍທີ່ສຸດຕະຫລອດການ ແລະ ມີບົດບາດສຳຄັນໃນການປະຕິວັດທາງວິທະຍາສາດ ຫນັງສືເລ່ມສຳຄັນຂອງລາວມີຊື່ວ່າ: Mathematical
Principles of Natural Philosophy ຄື ຫນັງສືທີ່ມີອິດທິພົນຫລາຍທີ່ສຸດໃນປະຫວັດສາດວິທະຍາສາດ
ນິວຕັນ ໄດ້ຄິດຄົ້ນກົດການເຄື່ອນທີ່ ແລະ ກົດແຮງໂນ້ມຖ່ວງ ເຊິ່ງເປັນກົດທາງວິທະຍາສາດ
ທີ່ເປັນເສົາຫຼັກຂອງການສຶກສາຈັກກະວານທາງກາຍະພາບຕະຫລອດມາ
ນິວຕັນສະແດງໃຫ້ເຫັນວ່າ ການເຄື່ອນທີ່ຂອງວັດຖຸເທິງໂລກ ແລະ ວັດຖຸເທິງທ້ອງຟ້າ
ລ້ວນຢູ່ພາຍໃຕ້ກົດທຳມະຊາດດຽວກັນ ນິວຕັນຍັງເປັນຜູ້ສ້າງກ້ອງໂທລະພາບສະທ້ອນແສງ
ທີ່ສາມາດໃຊ້ງານຈິງໄດ້ເປັນເຄື່ອງທໍາອິດ ເປັນຜູ້ພັດທະນາທິດສະດີສີ ຄົ້ນພົບສເປກທຣັມແສງ
(spectrum) ຄິດຄົ້ນກົດການເຢັນຕົວ ແລະ ສຶກສາຄວາມໄວຂອງສຽງ ຜົນງານຂອງລາວ ຊ່ວຍໃຫ້ການປະຕິວັດວິທະຍາສາດກ້າວໜ້າຫລາຍຍິ່ງຂຶ້ນ.
ຜົນງານດີເດັ່ນ:
- ຄິດຄົ້ນ ກົດການເຄື່ອນທີ່ຂອງນິວຕັນ
- ຄິດຄົ້ນ ກົດແຮງດຶງດູດສາກົນ
- ພັດທະນາ ວິຊາແຄລຄູລັດ
- ຄິດຄົ້ນ ທິດສະດີສີ
2. ອັນເບິຣ໌ຕ ໄອນ໌ສໄຕນ໌
(Albert Einstein)
ອັນເບິຣ໌ຕ ໄອນ໌ສໄຕນ໌ (ຄ.ສ. 1879
– 1955) ນັກຟິສິກຊາວເຢຍລະມັນ ເຊື້ອສາຍຢິວ ຖືສັນຊາດສະວິດ
ແລະ ອະເມຣິກັນ ເປັນຜູ້ຄິດຄົ້ນທິດສະດີສໍາພັດທະພາບ ລາວເປັນເຈົ້າຂອງສູດທີ່ໂດ່ງດັ່ງທີ່ສຸດໃນໂລກ
E
= mc2 ໄດ້ຮັບລາງວັນໂນເບລສາຂາຟິສິກ
ຈາກການອະທິບາຍປາກົດການໂຟໂຕອິເລັກທຣິກ (photoelectric
effect) ແລະ ຈາກການເຮັດປະໂຫຍດແກ່ຟີສິກທິດສະດີ ຫຼັງຈາກທີ່ ອັນເບິຣ໌ຕ ໄອນ໌ສໄຕນ໌ ຄົ້ນພົບທິດສະດີສໍາພັດທະພາບທົ່ວໄປໃນ
ປີ ຄ.ສ. 1915
ລາວກໍໄດ້ກາຍເປັນຜູ້ທີ່ມີຊື່ສຽງ ເຊິ່ງເປັນເລື່ອງທີ່ບໍ່ຄ່ອຍທຳມະດາສຳລັບນັກວິທະຍາສາດຄົນໜຶ່ງ ລາວເປັນທີ່ເຄົາລົບນັບຖືໃນຄວາມຮູ້ແຈ້ງເຫັນຈິງໃນຈັກກະວານ
ເຊິ່ງຊ່ວຍສ້າງແຮງບັນດານໃຈ ໃຫ້ແກ່ນັກວິທະຍາສາດຈຳນວນຫລາຍ ກາຍເປັນແບບຢ່າງ ແລະ ສັນຍະລັກຂອງຄວາມສະຫລາດ ຫລື ຄວາມອັດສະລິຍະ ດັ່ງຄຳທີ່ມີຜູ້ຍົກຍ້ອງລາວວ່າ: “ອັນເບິຣ໌ຕ
ໄອນ໌ສໄຕນ໌ ມີຄວາມໝາຍດຽວກັນກັບ ອັດສະລິຍະ”
ຜົນງານດີເດັ່ນ
:
- ທິດສະດີ ສໍາພັດທະພາບພິເສດ
- ທິດສະດີ ສໍາພັດທພາບທົ່ວໄປ
- ທິດສະດີ ໂຟຕອນກັບຄວາມກ່ຽວພັນລະຫວ່າງຄື້ນ ແລະ ອະນຸພາກ
- ທິດສະດີ ຄວອນຕັມ (quantum) ກ່ຽວກັບການເຄື່ອນທີ່ຂອງອາຕອມໃນຂອງແຂງ
3. ກາລິເລໂອ ກາລິເລອີ (Galileo
Galilei)
ກາລິເລໂອ
ກາລິເລອີ (ຄ.ສ. 1564
– 1642) ນັກຄະນິດສາດ, ນັກດາລາສາດ
ແລະ ນັກວິທະຍາສາດຊາວອິຕາລີ ຜູ້ມີບົດບາດສຳຄັນຢ່າງຍິ່ງໃນການປະຕິວັດວິທະຍາສາດສະໄໝໃໝ່
ເປັນຄົນທໍາອິດທີ່ນຳຄະນິດສາດ ແລະ ການທົດລອງມາໃຊ້ເປັນເຄື່ອງມືໃນການພິສູດກົດເກນທາງທຳມະຊາດຢ່າງເປັນລະບົບ ອັນເປັນຮາກຖານຂອງຂະບວນການທາງວິທະຍາສາດໃນປະຈຸບັນ
ກາລິເລໂອ ຄົ້ນພົບແລະ ສ້າງກົດເພນດູລັມ
(Pendulum)
ຫລື ກົດການແກວ່ງຂອງໂມງລູກຕຸ້ມທີ່ນຳໄປສູ່ການສ້າງໂມງໃຫ້ທ່ຽງ
ທ່ານໄດ້ທົດລອງປ່ອຍວັດຖຸສອງຢ່າງທີ່ມີມວນບໍ່ເທົ່າກັນ ຈາກຫໍເອນປີຊາ ແຕ່ຕົກຮອດພື້ນພ້ອມກັນ ກາລິເລໂອປະດິດ ແລະ ພັດທະນາກ້ອງໂທລະພາບ ໃຫ້ສາມາດສ່ອງເບິ່ງດວງດາວໄດ້ຢ່າງຊັດເຈນ
ກາລິເລໂອ ພົບວ່າ ຜິວດວງຈັນສູງໂນນມີພູເຂົາ ແລະ ຫຸບເຫວ
ພົບວ່ າທາງຊ້າງເຜືອກອັດແໜ້ນໄປດ້ວຍດາວເລີກຈຳນວນຫລາຍ
ພົບວົງແຫວນຂອງດາວເສົາ ພົບຈຸດດັບເທິງດວງອາທິດ ພົບດວງຈັນບໍລິວານສຳຄັນຂອງດາວພະຫັດ
4
ດວງ ແລະ ຈາກການເຝົ້າສັງເກດການດວງຈັນຂອງດາວພະຫັດນີ້ເອງ ທີ່ເຮັດໃຫ້ກາລິເລໂອພິສູດໄດ້ວ່າ ໂລກໂຄຈອນອ້ອມດວງອາທິດ.
ຜົນງານດີເດັ່ນ
:
- ຄິດຄົ້ນ ກົດເພນດູລັມ
- ພິສູດທິດສະດີວັດຖຸໜັກ ຫລື ເບົາຕົກຮອດພື້ນພ້ອມກັນສະເໝີ
- ພັດທະນາກລ້ອງໂທລະພາບໃຫ້ມີປະສິດທິພາບຫລາຍຂຶ້ນຈົນສ່ອງເບິ່ງດາວໄດ້
- ຄິດຄົ້ນ ພົບດວງຈັນຂອງດາວພະຫັດ
4 ດວງ
- ຄິດຄົ້ນ ພົບວົງແຫວນດາວເສົາ
4. ນິໂຄລາ ເທສລາ
(Nikola Tesla)
ນິໂຄລາ ເທສລາ (ຄ.ສ. 1856 – 1943) ເປັນນັກປະດິດ, ນັກຟິສິກ ແລະ ວິສະວະກອນໄຟຟ້າ ຊາວເຊີຣ໌ບຽນ-ອະເມຣິກັນ ເປັນຜູ້ສ້າງນະວັດຕະກຳລ້ຳຍຸກທີ່ຍິ່ງໃຫຍ່ທີ່ສຸດຄົນໜຶ່ງ ສິດທິບັດຂອງ ເທສລາ ແລະ ຜົນງານທາງທິດສະດີຂອງລາວ
ໄດ້ກາຍເປັນພື້ນຖານຂອງລະບົບໄຟຟ້າກະແສສະຫລັບ ທີ່ໃຊ້ງານທົ່ວໂລກໃນປະຈຸບັນໄດ້ແກ່:
ລະບົບຈ່າຍກຳລັງຫຼາຍເຟສ ແລະ ມໍເຕີຣ໌ໄຟຟ້າກະແສສະຫລັບ ເປັນຜູ້ປະດິດ ແລະ ຄົ້ນພົບເທັກໂນໂລຢີໃໝ່ຫລວງຫລາຍ
ເຊັ່ນ: ຂົດລວດເທສລາ (Tesla
coil) ເຄື່ອງວັດແທກຄວາມໄວຕິດລົດ, ເຄື່ອງກະຈາຍສຽງຜ່ານວິທະຍຸ, ວິທີການປ່ຽນສະຫນາມແມ່ເຫຼັກເປັນສະຫນາມໄຟຟ້າ ເຊິ່ງເປັນທີ່ມາຂອງຫນ່ວຍວັດສະຫນາມແມ່ເຫຼັກເທສລາ
ເຊິ່ງວິສະວະກອນຮຸ່ນຫຼັງຕັ້ງຊື່ເພື່ອເປັນກຽດແກ່ທ່ານ ນອກຈາກນີ້ ລາວຍັງໄດ້ສຶກສາຄົ້ນຄວ້າເທັກໂນໂລຢີລ້ຳຍຸກ
ເລື່ອງການສົ່ງຜ່ານພະລັງງານແບບບໍ່ມີສາຍ ຫລື ເທັກໂນໂລຢີ wireless ນັ້ນເອງ.
ຜົນງານດີເດັ່ນ
:
- ປະດິດ ຂົດລວດເທສລາ
- ປະດິດ ມໍເຕີຣ໌ໄຟຟ້າກະແສສະຫລັບ
-ປະດິດ ຫຼອດຟລູອໍເຣດເຊນຕ໌
- ຄິດຄົ້ນ ວິທີການສື່ສານແບບບໍ່ມີສາຍ
- ຄິດຄົ້ນ ຣີໂມດຄອນໂທຣນ
5. ມາຣີ ຄູຣີ (Marie Curie)
ມາຣີ ຄູຣີ
(ຄ.ສ. 1867
– 1934) ນັກຟິສິກ ແລະ ນັກເຄມີຊາວໂປແລນດ໌
ເປັນຜູ້ບຸກເບີກງານວິໄຈດ້ານກໍາມັນຕະພາບລັງສີ ແລະ ເປັນຜູ້ຄົ້ນພົບທາດເຣດຽມ ທີ່ໃຊ້ປິ່ນປົວພະຍາດມະເຮັງ ທີ່ເຮັດໃຫ້ຄົນຕາຍເປັນອັນດັບໜຶ່ງມາທຸກຍຸກສະໄໝ ລາວເປັນຜູ້ຍິງຄົນທໍາອິດທີ່ໄດ້ລາງວັນໂນເບລ
ເປັນຄົນທໍາອິດ ແລະ ຜູ້ຍິງພຽງຄົນດຽວທີ່ໄດ້ລາງວັນໂນເບລ
2
ເທື່ອ ແລະ ເປັນພຽງຄົນດຽວທີ່ໄດ້ລາງວັນໂນເບລ
ດ້ານວິທະຍາສາດ 2
ສາຂາ ມາຣີ ຄູຣີ ເປັນໜຶ່ງໃນຜູ້ຍິງທີ່ເກັ່ງທີ່ສຸດ ແລະ ໄດ້ຮັບການຍົກຍ້ອງຫລາຍທີ່ສຸດໃນໂລກ
ແມ່ນຈະຂັດສົນເລື່ອງການເງີນ ແລະ ຖືກກີດກັນຈາກການເປັນຜູ້ຍິງ ມາຣີ ໄດ້ຕໍ່ສູ້ດິ້ນຮົນໂດຍຢຸດຮຽນ ເພື່ອເຮັດວຽກສົ່ງເງີນໃຫ້ເອື້ອຍຂອງລາວຮຽນຈົບກ່ອນ ແລ້ວໃຫ້ເອື້ອຍຂອງລາວສົ່ງລາວຮຽນດ້ານຟິສິກ ແລະ ຄະນິດສາດ ທີ່ນະຄອນຫຼວງປາຣີດຕາມທີ່ລາວຕັ້ງໃຈໄວ້.
ຜົນງານດີເດັ່ນ:
- ລາງວັນໂນເບລ ສາຂາຟິສິກ ຈາກຜົນງານການຄົ້ນພົບທາດເຣດຽມ
- ລາງວັນໂນເບລ ສາຂາເຄມີ ຈາກຜົນງານການຄົ້ນຄວ້າຫາປະໂຫຍດຈາກທາດເຣດຽມ
6. ທໍມັສ
ເອດິສັນ (Thomas Edison)
ທໍມັສ ເອດິສັນ (ຄ.ສ. 1847 – 1931) ເປັນຍອດນັກປະດິດຄົນສຳຄັນຂອງໂລກຊາວອະເມຣິກາ ຜົນງານຂອງລາວຫຼາຍຢ່າງ ໄດ້ປ່ຽນວິຖີຊີວິດຂອງຜູ້ຄົນໃຫ້ເປັນສັງຄົມສະໄໝໃໝ່ ເອດິສັນ ເປັນຕົວຢ່າງຂອງຄົົນທີ່ປະສົບຄວາມສຳເລັດ
ດ້ວຍຄວາມອຸດສາຫະຂະຫຍັນໝັ່ນພຽນ ລາວແທບຈະບໍ່ເຄີຍໄດ້ຮຽນຫນັງສືໃນໂຮງຮຽນ ແຕ່ກໍ່ການສຶກສາຄົ້ນຄວ້າທົດລອງດ້ວຍຕົວເອງຕັ້ງແຕ່ໄວເດັກ
ຈົນເຖິງ ບັ້ນປາຍຂອງຊີວິດ ເອດິສັນ ສາມາດນຳເງີນທີ່ໄດ້ຈາກການຂາຍສິດທິບັດຜົນງານທີ່ລາວປະດິດໄດ້ສ່ວນທໍາອິດນໍາມາສ້າງໂຮງງານ
ທີ່ມີຫ້ອງປະຕິບັດການວິໄຈເປັນຂອງຕົວເອງ ເຊິ່ງກາຍເປັນຕົ້ນແບບຂອງໂຮງງານອຸດສາຫະກຳສະໄໝໃໝ່
ດ້ວຍອາຍຸພຽງ
23 ປີ.
ຜົນງານດີເດັ່ນ :
- ປະດິດ ຫຼອດໄຟຟ້າ
- ປະດິດ ເຄື່ອງບັນທຶກສຽງ
- ປະດິດ ເຄື່ອງຖ່າຍພາບເຄື່ອນໄຫວ
- ປະດິດ ແບດເຕີຣີ
7. ຫຼຸຍສ໌ ປາສເຕີຣ໌ (Louis Pasteur)
ຫຼຸຍສ໌ ປາສເຕີຣ໌
(ຄ.ສ. 1822
– 1895) ນັກເຄມີ ແລະ ນັກຈຸລະຊີວະວິທະຍາຊາວຝຣັ່ງເສດ
ຜູ້ດຳລົງຕຳແໜ່ງເປັນອາຈານ ໃນສະຖາບັນການສຶກສາຫຼາຍແຫ່ງ
ເປັນຜູ້ທີ່ຄົ້ນພົບວ່າ ການເນົ່າເສຍຂອງອາຫານ ເກີດຈາກສິ່ງມີຊີວິດນ້ອຍໆ ທີ່ລາວເອີ້ນວ່າ: ຈຸລິນຊີ ປາສເຕີຣ໌ ພົບວ່າ ຈຸລິນຊີສົ່ງຜົນເສຍຫລວງຫລາຍ ເຮັດໃຫ້ລາວກໍ່ການຄົ້ນຄວ້າກ່ຽວກັບຈຸລິນຊີຢ່າງຕໍ່ເນື່ອງ ຈົນຄົ້ນພົບວິທີການຂ້າເຊື້ອຈຸລິນຊີໄດ້ດ້ວຍວິທີ ພາສເຈີຣ໌ໄຣສ໌ (Pasteurization) ການຄົ້ນພົບນີ້ ເຮັດໃຫ້ສາຂາວິຊາຈຸລະຊີວະວິທະຍາໂດດເດັ່ນກ້າວໜ້າຂຶ້ນຢ່າງວ່ອງໄວ.
ຜົນງານດີເດັ່ນ
:
- ຄິດຄົ້ນ ວັກຊີນປ້ອງກັນພິດໝາບ້າ
- ຄົ້ນພົບ ຈຸລິນຊີເປັນສາເຫດທີ່ເຮັດໃຫ້ເກີດການເນົ່າເສຍ
- ຄິດຄົ້ນ ວິທີການເຮັດພາສເຈີຣ໌ໄຣຊ໌
8. ຊານສ໌ ດາຣ໌ວິນ (Charles
Darwin)
ຊານສ໌
ດາຣ໌ວິນ (ຄົດ. 1809
– 1882) ເປັນນັກທຳມະຊາດວິທະຍາ,
ນັກທໍລະນີວິທະຍາ ແລະ ນັກຊີວະວິທະຍາຊາວອັງກິດ ເປັນຜູ້ທີ່ມີຜົນງານໂດດເດັ່ນໃນເລື່ອງວິວັດທະນາການຂອງສິ່ງມີຊີວິດ
ດາຣ໌ວິນ ເປັນຜູ້ກໍ່ການປະຕິວັດຄວາມເຊື່ອເດີມໆ ກ່ຽວກັບທີ່ມາຂອງສິ່ງມີຊີວິດ ແລະ ສະເໜີທິດສະດີ ເຊິ່ງເປັນຮາກຖານຂອງທິດສະດີວິວັດທະນາການສະໄໝໃໝ່
ແລະ ຫຼັກການພື້ນຖານຂອງກົນໄກການຄັດເລືອກໂດຍທຳມະຊາດ
(natural
selection) ດາຣ໌ວິນ ອະທິບາຍວິວັດທະນາການຂອງສິ່ງມີຊີວິດທີ່ຖືກກຳນົດໂດຍທຳມະຊາດ
ເຊິ່ງເປັນແນວຄິດທີ່ເຮັດໃຫ້ເກີດການໂຕ້ຖຽງຂຶ້ນໃນສັງຄົມຢ່າງກວ້າງຂວາງ ຈົນເຖິງປະຈຸບັນ.
ຜົນງານດີເດັ່ນ:
- ທິດສະດີການຄັດເລືອກໂດຍທຳມະຊາດ (Theory of
natural selection)
- ຫນັງສືການສືບເຊື້ອສາຍຂອງມະນຸດ ແລະ ການຄັດເລືອກໂດຍສຳພັນກັບເພດ
(The
Descent of Man, and Selection in Relation to Sex)
9. ອາຣ໌ຄິມິດີດ (Archimedes)
ອາຣ໌ຄິມິດີດ
(287-
212 ກ່ອນຄຣິດຕະສັກກະລາດ) ເປັນນັກຄະນິດສາດ,
ນັກດາລາສາດ, ນັກປັດຊະຍາ,
ນັກຟິສິກ
ແລະ ວິສະວະກອນຊາວກຣີກ ໄດ້ຮັບການຍົກຍ້ອງວ່າ ເປັນໜຶ່ງໃນບັນດານັກວິທະຍາສາດຊັ້ນຍອດ ແລະ ເປັນນັກຄະນິດສາດທີ່ຍິ່ງໃຫຍ່ທີ່ສຸດໃນຍຸກບູຮານ
ອາຣ໌ຄິມິດີດ ມີຜົນງານດ້ານວິທະຍາສາດຢ່າງຫລວງຫລາຍ ເປັນຜູ້ວາງຮາກຖານໃຫ້ແກ່ວິຊາສະຖິຕະຍະສາດ, ສະຖິຕະຍະສາດຂອງໄຫຼ ແລະ ກົນສາດ
ເປັນຜູ້ຄິດຄົ້ນນະວັດຕະກຳເຄື່ອງຈັກແຮ່ຫຼາຍອັນ ລວມທັງອຸປະກອນເຄື່ອງຜ່ອນແຮງທີ່ຍັງໃຊ້ງານຢູ່ຈົນເຖິງປະຈຸບັນ
ງານດ້ານຄະນິດສາດ ອາຣ໌ຄິມິດີດ ເປັນຜູ້ຄິດວິທີຫາພື້ນທີ່ ແລະ ບໍລິມາດຂອງຮູບຊົງເລຂາຄະນິດຢ່າງຫລວງຫລາຍ ອາຣ໌ຄິມິດີດ ສະແດງໃຫ້ເຫັນວ່າ ຄ່າ π
(ປີ)
ມີຄ່າຫລາຍກວ່າ 223/71 ແຕ່ນ້ອຍກວ່າ
22/7 ຕົວເລກຫຼັງນີ້ຖືກນຳມາໃຊ້ເປັນຄ່າປະມານຂອງ π ມາຕະຫລອດຈົນເຖິງປະຈຸບັນ.
ຜົນງານດີເດັ່ນ
:
- ປະດິດປັ໊ມກຽວ (Screw Pump) ທີ່ເອີ້ນກັນວ່າ ກຽວອາຣ໌ຄິມິດີດ ເຊິ່ງຍັງຄົງໃຊ້ງານກັນຢູ່ໃນປະຈຸບັນສຳລັບໃນການຂົບຖ່າຍນ້ຳ, ຖ່ານຫິນ ແລະ ເມັດທັນຍະພືດ
- ປະດິດເຄື່ອງຜ່ອນແຮງຫຼາຍຊະນິດ ເຊັ່ນ: ຄານດີດຄານງັດ (Law of Lever) ແລະ ລູກລໍ້
ສຳລັບຍົກຂອງໜັກ ເຊິ່ງຍັງໃຊ້ງານກັນຢູ່ເຖິງປະຈຸບັນເຊັ່ນກັນ
- ຄິດຄົ້ນສູດຄະນິດສາດທີ່ໃຊ້ໃນການຫາພື້ນທີ່ ແລະ ບໍລິມາດຂອງຮູບວົງກົມ,
ຊົງກະບອກ, ຮູບຈວຍ ພາກຕັດຈວຍ ແລະ ອື່ນໆ
- ຄິດຄົ້ນກົດຂອງອາຣ໌ຄິມີດີດ (Archimedes
Principle) ທີ່ເປັນຮາກຖານຂອງວິຊາສະຖິຕະຍະສາດຂອງໄຫຼ ແລະ ໃຊ້ໃນການຫາຄວາມຖ່ວງຈຳເພາະຂອງວັດຖຸ.
10. ອະຣິສໂຕເຕີລ໌
(Aristotle)
ອະຣິສໂຕເຕີລ໌ (384 – 322 ກ່ອນຄຣິດຕະສັກກະລາດ) ເປັນນັກປັດຊະຍາຄົນສຳຄັນໃນຍຸກຣີກບູຮານ
ເປັນສິດເອກຂອງເພລໂຕ ເປັນອາຈານຂອງພະເຈົ້າອະເລັກຊານເດີຣ໌ມະຫາຣາດ ໃນສະໄໝທີ່ອະຣິສໂຕເຕີລ໌ມີຊີວິດຢູ່ນັ້ນ ວິທະຍາສາດບໍ່ຄ່ອຍໄດ້ຮັບຄວາມສົນໃຈ ເພາະຜູ້ຄົນຍັງບໍ່ເຂົ້າໃຈວ່າ ວິທະຍາສາດ ແລະ ເທັກໂນໂລຢີສາມາດເຮັດໃຫ້ຄວາມເປັນຢູ່ດີຂຶ້ນໄດ້ຢ່າງໃດ
ແຕ່ອະຣິສໂຕເຕີລ໌ສົນໃຈສຶກສາ ແລະ ຮຽນຈົບໃນຫຼາຍສາຂາວິຊາ
ເຊັ່ນ: ຟີສິກ, ອະພິປັດຊະຍາ, ຈະລິຍະທຳ,
ຊີວະວິທະຍາ ແລະ ສັດຕະວະວິທະຍາ
ເປັນຜູ້ທີ່ສຶກສາກ່ຽວກັບຊີວິດສັດ ແລະ ຈັດແບ່ງປະເພດສັດຢ່າງເປັນລະບົບ ເຖິງແມ່ນວ່າ ທິດສະດີຂອງລາວບາງຢ່າງ ທີ່ພາຍຫຼັງໄດ້ຮັບການພິສູດວ່າຜິດ ເຊັ່ນ:
ຄວາມເຊື່ອທີ່ວ່າ ໂລກເປັນສູນກາງຂອງຈັກກະວານ
ເຊິ່ງກໍຕ້ອງເຂົ້າໃຈວ່າ ໃນສະໄໝສອງພັນກວ່າປີກ່ອນນັ້ນ ຍັງບໍ່ມີໂທລະພາບເລີຍ
ແຕ່ກໍເປັນການສະແດງໃຫ້ເຫັນວ່າ ທ່ານເປັນນັກສັງເກດ ແລະ ນັກຄິດທີ່ຍິ່ງໃຫຍ່ທີ່ສຸດຄົນໜຶ່ງ
ໂດຍສະເພາະແນວຄິດທາງປັດຊະຍາ ທີ່ໄດ້ຮັບການຍອມຮັບຈາກຜູ້ຄົນເປັນຈຳນວນຫຼວງຫລາຍ.
ຜົນງານດີເດັ່ນ:
- ທິດສະດີທາງດ້ານຊີວະວິທະຍາ ແລະ ການຈຳແນກສັດອອກເປັນ
2
ພວກໃຫຍ່ ຄື: ພວກມີກະດູກສັນຫຼັງ (Vertebrates) ແລະ ພວກບໍ່ມີກະດູກສັນຫຼັງ
(Invertebrates)
- ຫນັງສືທີ່ລາວຂຽນໃນສັບວິຊາ ທີ່ເປັນແນວຄິດຫຼັກໃຫ້ແກ່ຄົນຮຸ່ນຫຼັງ.
ไม่มีความคิดเห็น:
แสดงความคิดเห็น