39 ເລື່ອງໜ້າຮູ້ທາງວິທະຍາສາດ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


10 กรกฎาคม 2561

39 ເລື່ອງໜ້າຮູ້ທາງວິທະຍາສາດ

39 ເລື່ອງໜ້າຮູ້ທາງວິທະຍາສາດ

1. ເລື່ອງ​ໜ້າ​ຮູ້​ທາງ​ວິທະຍາ​ສາດ​ ມະນຸດ​ພະລັງ​ງານ​
ເຊື່ອ ​ຫລື ​ບໍ່​ວ່າ ​ຮ່າງກາຍ​ຂອງ​ຄົນເຮົາ​ຜະລິດ​ກະ​ແສ​ໄຟ​ຟ້າ​ໄດ້​ ຄົນ​ແຕ່​ລະ​ຄົນ​ຈະ​ມີ​ພະລັງ​ງານ​ທຽບ​ເທົ່າ​ກັບ​ການ​ເປີດ​ຫຼອດ​ໄຟ​ຟ້າຂະຫນາດ​  120 ວັດ​​ ເພາະ​ຄົົນທີ່​ກິນ​ອາຫານ​ເຂົ້າໄປ​ປະລິມານ​ 2,500 ແຄລໍ​ຣີ​ໃນ​ແຕ່​ລະ​ມື້ ​ຈະໃຫ້​ພະລັງ​ງານ​ຄວາມ​ຮ້ອນ​ 104 ແຄລໍ​ຣີ​ຕໍ່​ຊົ່ວ​ໂມງ​ ຊຶ່ງ​ທຽບ​ເທົ່າ​ກະ​ແສ​ໄຟ​ຟ້າ​ທີ່​ມີ​ພະລັງ​ງານ​ 120 ວັດ​.

2. ສະຫມອງ​ບໍລິໂພກ​
ເຊື່ອ​ ຫລື ​ບໍ່​ວ່າ ຕອນທໍາອິດທີ່ເຮົາເກີດ​ສະຫມອງ​ຂອງ​ເຮົາ​ໜັກ​ປະ​ມານ​ 3% ຂອງ​ນ້ຳ​ໜັກ​ທົງໝົດ​ ແຕ່​ເມື່ອ​ອາ​ຍຸ​ໄດ້​ປະ​ມານ​ 15 ປີ​ ສະຫມອງ​ຈະ​ໜັກ​ເຖິງ​ 1.4 ກິ​ໂລ​ກຣາມ ​ແລະ ​ຈະ​ມີ​ຂະໜາດ​ຄົງ​ທີ່​ ສະຫມອງ​ເຕີບໂຕ​ໄດ້​ເພາະ​ໃຊ້​ພະລັງ​ງານ​ຈາກ​ອາ​ກາດ​ທີ່​ເຮົາ​ຫາຍ​ໃຈ​ເຂົ້າໄປ ​ 20% ແລະ ​ໃຊ້​ເລືອດ​ຫຼໍ່​ລ້ຽງ​ເຖິງ​ 15% ຂອງ​ເລືອດ​ທັງ​ໝົດ​ໃນ​ຮ່າງກາຍ​.

3. ຂະບວນ​ການ​ຄິດ​
ນັກ​ວິທະຍາ​ສາດ​ພິສູດ​ແລ້ວ​ວ່າ​ ການເຄື່ອນໄຫວຕ່າງໆ ມີ​ຜົນ​ຕໍ່​ການ​ຄິດ​  ແລະ ​ການ​ຕັດ​ສິນ​ໃຈ​ຂອງ​ມະນຸດ​ ການ​ນອນ​ຄິດ​ຈະ​ເຮັດໃຫ້​ຄວາມ​ຄິດ​ກວ້າງ​ໄກລ, ການ​ຢືນ​ເຮັດໃຫ້​ຄວາມ​ຄິດ​ແຄບ​ລົງ ສາມາດ​ຕັດ​ສິນ​ໃຈ​ໄດ້​ໄວ​ຂຶ້ນ​ ແລະ ການ​ນັ່ງ​ເປັນການເຄື່ອນໄຫວ ​ທີ່​ເໝາະ​ກັບ​ການ​ຕັດ​ສິນ​ໃຈ​ທີ່​ບໍ່​ຮີບ​ຮ້ອນ​ເທົ່າ​ໃດ​.

4. ເລື່ອງ​ໜ້າ​ຮູ້​ທາງ​ວິທະຍາ​ສາດ​ ຕາ​ອັນແຫຼມ​ຄົມ​
ຕາ​ຂອງ​ຫຼຽວ​ສາມາດ​ເບິ່ງ​ເຫັນ​ແມງ​ວັນທີ​ຢູ່ໃນ​ໄລຍະເຄິ່ງໄມລ໌ (Miles) ໄດ້​ ສ່ວນ​ເສືອ​ດາວ​ກໍ​ສາມາດ​ເບິ່ງ​ເຫັນ​ຄົນ​​ທີ່​ໄລຍະ​ຫ່າງ​ 100 ຫຼາ​ໄດ້​ ຕາ​ຂອງ​ຄົນ​ກໍ​ມີ​ຄວາມ​ພິເສດ​ເຊັ່ນ​ດຽວ​ກັນ​ ເພາະ​ສາມາດ​ແຍກແຍະ ​ຄວາມ​ແຕກ​ຕ່າງ​ຂອງ​ສີ​ໄດ້​ຫລາຍ​ເຖິງ​ 17,000 ສີ​.

5. ຮີມ​ຝີ​ປາກ​
ເຄີຍສັງ​ເກດ​​ບໍ່ໍ​ວ່າ ​ເປັນຫຍັງ​ຮິມສີ​​ປາກ​ຂອງ​ເຮົາ ​ຈຶ່ງ​ມີ​ສີ​ແດງ​ຫລາຍກວ່າ​ສ່ວນ​ອື່ນ​ໆ​ ຂອງ​ຮ່າງກາຍ​ ທີ່​ເປັນ​ເຊັ່ນ​ນັ້ນ​ກໍ​ເພາະ ​ຜິວ​ໜັງ​ບໍລິເວນ​ຮິມ​ສີປາກ​ບາງ​ກວ່າ​ສ່ວນ​ອື່ນ​ໆ​ ນັ້ນ​ເອງ​ ຈຶ່ງ​ເຮັດໃຫ້​ສາມາດ​ເບິ່ງ​ເຫັນ​ສີ​ຂອງ​ເລືອດ​ໃນ​ຜິວ​ໜັງ​ໄດ້​.

6. ພະລັງ​ປອດ​
ເຊື່ອ ​ຫລື ​ບໍ່​ວ່າ ​ປົກກະຕິ​ເຮົາ​ຈະ​ຫາຍ​ໃຈ​ເອົາ​ອາ​ກາດ​ເຂົ້າໄປ​ປະ​ມານ​ 6 ລິດ​ຕໍ່​ນາ​ທີ​ ແຕ່​ລະຫວ່າງ​ອອກ​ກຳ​ລັງ​ກາຍ​ ແລະ ​ຫຼັງ​ອອກ​ກຳ​ລັງ​ກາຍ​ໃໝ່​ໆ​ ເຮົາ​ອາດ​ຫາຍ​ໃຈ​ເອົາ​ອາ​ກາດ​ເຂົ້າໄປ​ໄດ້​ຫລາຍ​ເຖິງ​ 100 ລິດ​ຕໍ່​ນາ​ທີ​.

7. ນ້ຳ​ໜັກ​ວິນ​ຍານ​
ເຊື່ອ ​ຫລື ​ບໍ່​​ວ່າ ​ວິນຍານ​ຂອງ​ພວກ​ເຮົາ​ກໍ​ມີ​ນ້ຳ​ໜັກ​ດ້ວຍ​ຄືກັນ​ ນັກ​ວິທະຍາ​ສາດ​ທົດລອງ​ຊັ່ງ​ນ້ຳ​ໜັກ​ຂອງ​ວິນຍານ ​ໂດຍ​ຊັ່ງ​ນ້ຳ​ໜັກ​ຂອງ​ຄົນ​ໃນ​ຂະນະ​ທີ່​ມີ​ຊີວິດ​ຢູ່ ​ ປຽບທຽບ​ກັບ​ນ້ຳ​ໜັກ​ຫຼັງ​ຈາກ​ເສຍຊີວິດ​ທັນ​ທີ​ ພົບ​ວ່າ ​ນ້ຳ​ໜັກ​ຫາຍ​ໄປ​ 21 ກຣາມ​ ຈຶ່ງ​ສະຫລຸບ​ວ່າ: ດ​ວງ​ວິນ​ຍານ​ຂອງ​ພວກ​ເຮົາ​ມີ​ນ້ຳ​ໜັກ ​ 21 ກຣາມ.

8. ເລື່ອງ​ໜ້າ​ຮູ້​ທາງ​ວິທະຍາ​ສາດ​ ສານ​ຂ້າ​ຄວາມ​ເຈັບ​ປວດ​
ເຈົ້າເຄີຍ​ສັງເກດ​ບໍ​ວ່າ ​ເປັນຫຍັງ​ບາງເທື່ອ​ນັກ​ກິລາ​ທີ່​ໄດ້ຮັບ​ບາດ​ເຈັບ ​ໃນ​ລະຫວ່າງ​ການ​ແຂ່ງ​ຂັນ ​ຍັງ​ສາມາດ​ລົງ​ແຂ່ງ​ຂັນ​ໄດ້​ຈົນ​ຈົບ ​ຫລື ​ທະຫານ​ທີ່​ໄດ້ຮັບ​ບາດ​ເຈັບ​ໃນ​ສະ​ໜາມ​ຮົບ​ຍັງ​ຄົງ​ທົນ​ຕໍ່ສູ້ສັດຕູ​ຢູ່​ໄດ້​ ​ ນັກ​ວິທະຍາ​ສາດ​ພິສູດ​ແລ້ວ​​ວ່າ ​ເມື່ອ​ມະນຸດ​ຜະເຊີນ​ສະຖານນະການ​ທີ່​ຕຶງຄຽດ ​ ສະຫມອງ​ຈະ​ປລ່ອຍ​ສານ​ອອກ​ມາ​ຍັບ​ຢັ້ງ​ຄວາມ​ຮູ້ສຶກ​ເຈັບ​ປວດ​ເອົາ​ໄວ້​ ເຮັດໃຫ້​ມະນຸດ​ຕໍ່ສູ້​ກັບ​ຄວາມ​ເຈັບ​ປວດ​ໄດ້​.

9. ບໍ່​ມີ​ນ້ຳ​ຕາ​
ຮູ້​ ຫລື ​ບໍ່ວ່າ ຕອນ​ທີ່​ເຮົາ​ອາ​ຍຸ 4-5 ເດືອນ​ ໃນເວລາເຮົາ​ຮ້ອງ​ໄຫ້ແມ່ນ​ບໍ່​ມີ​ນ້ຳ​ຕາ​ ແມ່ນ​ຈະ​ຮ້ອງ​ສຽງ​ດັ່ງ​ພຽງໃດ​ກໍ​ຕາມ​ ທີ່​ເປັນ​ເຊັ່ນ​ນີ້ ​ເພາະ​ຕ່ອມ​ນ້ຳ​ຕາ​ຂອງ​ຄົນ​ເຮົາ​ຈະ​ພັດທະນາ​ຂຶ້ນ​ ຫຼັງ​ຈາກ​ເກີດ​ມາ​ແລ້ວ​ 4-5 ເດືອນ.

10. ຫິວ​ເພາະ​ກິ່ນ​
ພໍກິ່ນຫ​ຫອມ​ຂອງ​ອາຫານ​ລອຍ​ມາ​ ພວກ​ເຮົາ​ຄົງ​ເຄີຍ​ຮູ້ສຶກ​ຫິວ​ຕາມ​ກິ່ນ​ນັ້ນ​ໄປ​ດ້ວຍ​​ ເພາະວ່າ ກິ່ນ​ອາຫານ​ເຂົ້າໄປ​ກະຕຸ້ນ​ລະບົບ​ການ​ຍ່ອຍ​ອາຫານ​ຂອງ​ເຮົາ ​ ເຮັດໃຫ້​ນ້ຳ​ຍ່ອຍ​ໃນ​ປາກ​ ແລະ​ ທ້ອງ​ເຮັດວຽກ​ ເຮົາ​ຈຶ່ງ​ຮູ້ສຶກ​ຫິວ​ທັງ​ໆ ​ທີ່​ບາງເທື່ອ​ເຮົາ​ບໍ່​ຕ້ອງ​ການ​ກິນ​ອີກ​ແລ້ວ​.

11. ກະເພາະ​ແຂງ​ແກ່ນ​
ໃນ​ກະເພາະ​ອາຫານ​ຂອງ​ເຮົາ ​ມີ​ນ້ຳ​ຍ່ອຍ​ທີ່​ມີ​ລິດ​ເປັນ​ກົດ​ສູງ​ຫລາຍ​ ຈົນ​ສາມາດ​ລະ​ລາຍ​ສັງ​ກະ​ສີ​ໄດ້​ ແຕ່​ກົດ​ເຫຼົ່າ​ນີ້ ​ບໍ່​ສາມາດ​ລະ​ລາຍ​ຝາ​ກະເພາະ​ຂອງ​ເຮົາ​ໄດ້​ ເນື່ອງ​ຈາກ​ທຸກ​ນາ​ທີ​ເຊລ​​ຝາ​ກະເພາະ​ເກົ່າ​ 5,000 ເຊລ​ຈະ​ຖືກ​ເຊລ​​ໃໝ່​ແທນ​ທີ່​ແລະ​ປ່ຽນ​ເປັນ​ເຊລ​​ໃໝ່​ທັງ​ໝົດ​ທຸກ​ໆ​ 3 ວັນ.

12. ທ້ອງ​ຮ້ອງ​ຈ໊ອກ​ໆ​
ພວກ​ເຮົາ​ອາດຈະເຄີຍ​ໄດ້ຍິນ​ສຽງ​ທ້ອງ​ຮ້ອງ​ເມື່ອ​ຮູ້ສຶກ​ຫິວ ສາ​ເຫດ​ທີ່​ທ້ອງ​ຮ້ອງ​ ເພາະ​ສະຫມອງ​ຊຶ່ງ​ເປັນ​ສ່ວນ​ທີ່​ຄວບ​ຄຸມ​ຄວາມ​ຮູ້ສຶກ​ຫິວ​ຂອງ​ເຮົາ​ ຈະ​ຄອຍ​ຖ້າ​ຈັດ​ລຳ​ດັບ​ການ​ເຮັດ​ວຽກງານ​ຂອງ​ກະເພາະ​ອາຫານ​ ແລະ​  ລຳ​ໄສ້​ ຖ້າ​ໃນ​ເລືອດ​ມີ​ສານ​ອາຫານ​ພໍ​ພຽງ​ ສະຫມອງ​ກໍ​ຈະ​ສັ່ງ​ໃຫ້​ລະບົບ​ຍ່ອຍ​ອາຫານ​ເຮັດວຽກ​ຊ້າລົງ ແຕ່ ​ເມື່ອ​ໃດ​ທີ່​ມີ​ສານ​ອາຫານ​ໃນ​ເລືອດ​ນ້ອຍ ​ລະບົບ​ຍ່ອຍ​ອາຫານ​ຈະ​ເຮັດວຽກ​ໄວ​ຂຶ້ນ​ເຮົາ​ຈຶ່ງ​ໄດ້ຍິນ​ສຽງ​ທ້ອງ​ຮ້ອງ​.

13. ເລື່ອງ​ໜ້າ​ຮູ້​ທາງ​ວິທະຍາ​ສາດ​ ຕົກ​ໃຈ​ຈົນ​ໜ້າ​ຊີດ​
ເມື່ອ​ເຮົາ​ຕົກ​ໃຈ​ໜ້າ​ຈະ​ຊີດ​ ເນື່ອງ​ຈາກ​ເລືອດ​ບໍລິເວນ​ແກ້ມ​ຈະ​ໄຫຼ​ຍ້ອນ​ກັບ​ຢ່າງ​ວ່ອງໄວ ​ເພື່ອ​ເຮັດ​ຫນ້າທີ່​ສຸກ​ເສີນ​ ຄື​ໃຫ້​ສານ​ອາຫານ​  ແລະ ​ອອກ​ຊິ​ເຈນ​ແກ່ກ້າມ​ເນື້ອ​ສ່ວນ​ອື່ນ​ ເນື່ອງ​ຈາກ​ຮ່າງກາຍ​ບໍ່​ໄດ້​ຕຽມ​ພ້ອມ​ຢູ່​ຕະຫລອດ​ເວລາ ​ວ່າ​ຈະ​ຕ້ອງ​ຜະເຊີນ​ຄວາມ​ຕົກ​ໃຈ​ ເມື່ອ​ເລືອດ​ຈາກ​ແກ້ມ​ໄຫຼ​ອອກ​ໄປ​ ໜ້າ​ເຮົາ​ຈຶ່ງ​ຊີດ​.

14. ເຂີນ​ອາຍ​
ເມື່ອ​ເຮົາ​ຮູ້ສຶກ​ເຂີນ​ອາຍ​ໜ້າ​ເຮົາ​ກໍ​ຈະ​ແດງ​ ໂດຍ​ສະເພາະ​ບໍລິເວນ​ແກ້ມ ​ ແລະ ​ລຳ​ຄໍ​ ເພາະ​ຂະນະ​ທີ່​ເຮົາ​ເຂີນ​ອາຍ​ ເຊລ​​ປະສາດ​ຈະ​ຖືກ​ກະຕຸ້ນ​ໃຫ້​ປ່ອຍ​ສານ​ເຄ​ມີ​ທີ່​ພະລັງ​ງານ​ສູງ​ຊື່​ວ່າ​ ເປບໄຕດ໌ (peptide) ອອກ​ມາ​ ເຮັດໃຫ້​ເສັ້ນ​ເລືອດ​ທີ່​ແກ້ມ​ ແລະ​ ລຳ​ຄໍ​ຂະຫຍາຍ​ຕົວ​ ໜ້າ​ຂອງ​ເຮົາ​ຈຶ່ງ​ແດງ​ຫລາຍກວ່າ​ປົກກະຕິ​.

15. ມາ​ຈາກ​ດວງ​ດາວ​
ຮ່າງກາຍ​ຂອງ​ເຮົາ​ປະກອບ​ດ້ວຍ​ອາຕອມ​ຈຳນວນ​ຫລາຍ​​ ນັກ​ວິທະຍາ​ສາດ​ບາງ​ກຸ່ມ​ເຊື່ອ​ວ່າ ​ອາ​ຕອມ​ເກີດ​ມາ​ຈາກ​ດວງ​ດາວ​ທີ່​ດັບ​ແລ້ວ​ເມື່ອ​ 5,000 ລ້ານ​ປີ​ ກ່ອນທີ່ຈະ​ມີ​ພະ​ອາທິດ​ເກີດ​ຂຶ້ນ​ ແລະ ​ດວງ​ດວງ​ນີ້​ເຄີຍ​ມີ​ສິ່ງ​ມີ​ຊີວິດ​ອາໄສ​ຢູ່​ກ່ອນ​ເມື່ອ​ໂລກ​ເກີດ​ຂຶ້ນ​ ເຊລ​ຂອງ​ສິ່ງ​ມີ​ຊີວິດ​ນີ້​ກໍ​ໄດ້​ພັດທະນາ​ເລື້ອຍ​ມາ​ຈົນ​ກາຍ​ເປັນ​ຄົນ​.

16. ນອນ​ແລ້ວ​ສູງ​
ການ​ນອນ​ຊ່ວຍ​ໃຫ້​ເຮົາ​ສູງ​ຂຶ້ນ​ໄດ້​ ເພາະ​ເມື່ອ​ເຮົາ​ຢືນ ​ຫລື​ ນັ່ງ​ ແຜ່ນ​ກະດູກ​ອ່ອນ​ທີ່​ກະດູກ​ສັນ​ຫຼັງ​ຈະ​ຖືກ​ແຮງ​ດຶງ​ດູດ​ຂອງ​ໂລກ​ກົດ​ລົງ​ ການ​ນອນ​ຊ່ວຍ​ໃຫ້​ແຮງ​ກົດ​ນີ້​ຫາຍ​ໄປ​ ແຜ່ນ​ກະດູກ​ອ່ອນ​ທີ່​ຖືກ​ກົດ​ກໍ​ຈະ​ພອງ​ຕົວ​ ເຮັດໃຫ້​ເຮົາ​ສູງ​ຂຶ້ນ​ໄດ້​ອີກ​ 8 ມິນ​ລິ​ແມັດ​ ແຕ່​ເມື່ອ​ຕື່ນ​ມາ​ເຮົາ​ກໍ​ຈະ​ສູງ​ເທົ່າ​ເດີມ​.

17. ຂ້ອຍ​ເຮັດ​ບໍ່​ໄດ້​
ສິ່ງ​ທີ່​ຮ່າງກາຍ​ຂອງ​ຄົນ​ເຮົາ​ບໍ່​ສາມາດ​ເຮັດ​ໄດ້​ ຄື ​ຫາຍ​ໃຈ ​ ແລະ​ ກືນ​ອາຫານ​ໄປ​ພ້ອມໆ​ກັ​ນ​ ເພາະ​ຂະ​ບວນ​ການ​ກືນ​ ຈະ​ໄປ​ລົບກວນ​ຂະ​ບວນ​ການ​ຫາຍ​ໃຈ  ​ດ້ວຍ​ການ​ປິດ​ກັ້ນ​ອາ​ກາດ​ບໍ່​ໃຫ້​ຜ່ານ​ເຂົ້າໄປ ​ຂະນະ​ທີ່​ອາຫານ​ເຄື່ອນ​ຈາກ​ປາກ​ ໄປ​ຍັງ​ຄໍ​ຫອຍ​ ແລະ ​ຜ່ານ​ໄປ​ທີ່​ກະເພາະ​ອາຫານ​.

18. ພະລັງງານຫົວໃຈ
ໃນ​ຊ່ວງ​ຊີວິດ​ຂອງ​ມະນຸດ​ນັ້ນ​ ຫົວ​ໃຈ​ຈະ​ສູບ​ສີດ​ເລືອດ​ປະ​ມານ ​ 500 ລ້ານ​ລິດ​ ແລະ​ ເຕັ້ນ​ 2,000 ລ້າ​ນຄັ້ງ​ ດັ່ງ​ນັ້ນ,​ ໃນ​ 1 ວັນ​ ຫົວ​ໃຈ​ຈະ​ສູບ​ສີດ​ເລືອດ​ຫລາຍກວ່າ​ 13,500 ລິດ​ ແລະ​ ເຕັ້ນ​ 100,000 ເທື່ອ​ ແຕ່​ລະ​ວັນ​ ຫົວ​ໃຈ​ຈຶ່ງ​ຕ້ອງ​ເຮັດວຽກ​ໜັກ ​ເພື່ອ​ໃຫ້​ໄດ້​ພະລັງ​ງານ​ຫລາຍ​ພໍ​ ເຊື່ອ​ ຫລື ​ບໍ່​ວ່າ ​ພະລັງ​ງານ​ທີ່​ໄດ້​ນີ້​ ສາມາດ​ຍົກລົດໄດ້​ສູງ​ເຖິງ​  15 ແມັດ​. ​

19. ເລື່ອງ​ຂອງ​ຜິວ​ໜັງ​
ເຊື່ອ ​ຫລື ​ບໍ່​ວ່າ ​ພື້ນ​ທີ່​ພຽງ​ 1 ​ນິ້ວ ​ເທິງ​ຜິວ​ໜັງ​ຂອງ​ເຮົາ​ນັ້ນ​ປະກອບ​ໄປ​ດ້ວຍ​ເຊລ​​ເຖິງ​ 19 ລ້ານ​ເຊລ​​ ຂົນ​ 60 ເສັ້ນ​ ຕ່ອມ​ນ້ຳ​ມັນ​ 90 ຕ່ອມ​ ຕ່ອມ​ເຫື່ອ​ 625 ຕ່ອມ​ ເສັ້ນ​ເລືອດ​ຍາວ ​ 5 ແມັດ ແລະ ​ເຊລ​​ຮັບ​ຄວາມ​ຮູ້ສຶກ​ 19,000 ເຊລ​.

20. ເຊລ​​ເມັດ​ເລືອດ​
ມີ​ຜູ້​ຊ່ຽວ​ຊານ​ສັນ​ນິດ​ຖານ​ວ່າ: ​ຖ້າ​ນຳ​ເຊລ​​ເມັດ​ເລືອດ​ຂອງ​ເຮົາ​ມາ​ຕໍ່​ເປັນ​ສາຍຍາວ ​ ຈະ​ສາມາດ​ພັນ​ອ້ອມ​ເສັ້ນ​ສູນ​ສູດ​ໄດ້​ເຖິງ​ 4 ຮອບ.

21. ໜາວ​ສັ່ນ​
ອາການ​ໜາວ​ສັ່ນ​ເປັນ​ອາການ​ທີ່​ຮ່າງກາຍ​ສະແດງ​ອອກ​ມາ ​ເພື່ອ​ຖືຮັກສາ​ອຸນຫະພູມ​ຂອງ​ຮ່າງກາຍ​ໃຫ້​ຢູ່ໃນ​ລະ​ດັບ​ທີ່​ເໝາະ​ສົມ​ ຫຼັງ​ຈາກ​ທີ່​ໄດ້ຮັບ​ຄວາມ​ເຢັນ​ຫລາຍ​ເກີນ​ໄປ​ ເພາະ​ຄວາມ​ເຢັນ​ຈະ​ເຮັດໃຫ້​ຂະ​ບວນ​ການ​ຕ່າງ​ໆ​ ໃນ​ຮ່າງກາຍ​ເຮັດວຽກ​ຊ້າລົ​ງ​ ແລະ ​ເປັນ​ອັນຕະລາຍ​ໄດ້ຫາກ​ອຸນຫະພູມ​​ຕ່ຳ​ລົງ​ຫລາຍ​ໆ​ ດັ່ງ​ນັ້ນ​ ກ້າມ​ຊີ້ນ ​ຈຶ່ງ​ຜະລິດ​ຄວາມ​ຮ້ອນ​ດ້ວຍ​ການເຮັດໃຫ້​ກ້າມຊີ້ນ​​ຫົດ​ຕົວ​ໄປ​ມາ​ຢ່າງ​ວ່ອງໄວ​.

22. ເລື່ອງ​ໜ້າ​ຮູ້​ທາງ​ວິທະຍາ​ສາດ​ ຕົວ​ຢາ​ປິ່ນປົວພະຍາດ​
ການ​ສີດ​ຢາ​ເປັນ​ວິທີ​ການ​ປິ່ນປົວພະຍາດ​ອີກ​ວິທີ​ໜຶ່ງ​ທີ່​ແຜ່​ຫຼາຍ​ ຮູ້​ ຫລື ​ບໍ່​ວ່າ ​ແພດ​ໄດ້​ຕົວ​ຢາ​ມາ​ຈາກ​ໃສ​ ໃນ​ຢາ​ສີດ​ນັ້ນ​ ມີ​ສ່ວນ​ປະກອບ​ຂອງ​ແບກ​ທີ​ເຣຍ​ທີ່​ເຮັດໃຫ້​ມີ​ລິດ​ອ່ອນ​ລົງ​ ຊຶ່ງ​ໄດ້​ມາ​ຈາກ​ເຊື້ອ​ພະຍາດ​ຂອງ​ຜູ້​ປ່ວຍ​ຄົນອື່ນ​ທີ່​ປ່ວຍ​ເປັນ​ພະຍາດ​ດຽວກັນ​ກັບ​ເຮົາ​ ນ​ອກ​ຈາກ​ນຳ​ໄປ​ເຮັດ​ເປັນ​ຢາ​ສີດ​ແລ້ວ​ ເຊື້ອ​ພະຍາດ​ເຫຼົ້າ​ນັ້ນ​ຍັງ​ສາມາດ​ນຳ​ໄປ​ເຮັດ​ເປັນ​ວັກ​ຊີນ​ປ້ອງ​ກັນ​ພະຍາດ​ໄດ້​ອີກ​ດ້ວຍ​ ໂດຍ​ວັກ​ຊີນ​ຈະ​ເຂົ້າໄປ​ສ້າງ​ພູ​ມ​ຄຸ້ມ​ກັນ​ພະຍາດ​ຊະນິດ​ນັ້ນ​ໆ​ ໃນ​ຮ່າງກາຍ.​

23. ຫາວ​ນອນ​
ອາການ​ງ່ວງ​ເຫງົາ​ຫາວ​ນອນ ​ເກີດ​ຈາກ​ການ​ທີ່​ເຮົາ​ຮູ້ສຶກ​ອ່ອນ​ເພຍ​ ລະບົບ​ທາງເດີນ​ຫາຍ​ໃຈ​ຂອງ​ເຮົາ​ຈຶ່ງ​ເຮັດວຽກ​ຊ້າລົງ​ ເປັນ​ຜົນ​ໃຫ້​ກ້າມ​ຊີ້ນຄໍຫອຍ​ປິດ​ໂດຍ​ອັດຕະ​ໂນ​ມັ​ດ​ ເຮັດໃຫ້​ຮ່າງກາຍ​ຕ້ອງ​ການ​ອາ​ກາດ​ເພີ່ມ​ຂຶ້ນ​ ເຮົາ​ຈຶ່ງ​ຕ້ອງ​ຫາວ​ເພື່ອ​ເອົາ​ອາ​ກາດ​ເຂົ້າໄປ​ໃຊ້​ໃນ​ຂະ​ບວນ​ການ​ຫາຍ​ໃຈ​.

24. ລົ້ມ​ຕົວ​ລົງ​ນອນ​
ເຊື່ອ ​ຫລື ​ບໍ່​ວ່າ​ ໃນ​ບັນດາ​ສິ່ງ​ມີ​ຊີວິດ​ ມີ​ສັດ​ພຽງ​ 2-3 ຊະນິດ​ເທົ່າ​ນັ້ນ​ ທີ່ນ​ອນ​ຫຼັບ​ໂດຍ​ເອນ​ຫຼັງ​ແນບ​ກັບ​ພື້ນ​ ແລະ ​ສັດ​ຊະນິດ​ໜຶ່ງ​ທີ່​ສາມາດ​ເຮັດ​ເຊັ່ນ​ນີ້​ໄດ້​ກໍ​ຄື​ມະນຸດ​ນັ້ນເອງ.

25. ຄວາມ​ຝັນ​
ເຊື່ອ ​ຫລື ​ບໍ່​ວ່າ​ ຄວາມ​ຝັນ​ຊ່ວຍ​ເຮັດໃຫ້​ຈິດ​ໃຈ​ຂອງ​ເຮົາ​ສົດ​ຊື່ນ​ເບີກ​ບານ​ໄດ້​ ບໍ່​ວ່າ​ເຮົາ​ຈະຈົດ​ຈຳ​ຄວາມ​ຝັນ​ນັ້ນ​ໄດ້ ​ຫລື ​ບໍ່​ກໍ​ຕາມ​ ເພາະ​ຄວາມ​ຝັນ​ຈະ​ສະແດງ​ເຖິງ​ສິ່ງ​ທີ່​ເຮົາ​ຢາກ​ເຮັດ​ເມື່ອ​ຕື່ນ​ ແຕ່​ເຮົາ​ບໍ່​ສາມາດ​ເຮັດ​ໄດ້​. ​

26. ເວລາ​ຂອງ​ຄວາມ​ຝັນ​
ຜູ້​ຊ່ຽວ​ຊານ​ສະແດງ​ທັດ​ນະ​ກ່ຽວກັບ​ເວລາ​ໃນ​ຊ່ວງ​ຂອງ​ຄວາມ​ຝັນ​ໄວ້​ວ່າ​ ເວ​ລາ​ທີ່​ເຮົາ​ຕື່ນ​ຢູ່​ປະສາດ​ຄວາມ​ຮູ້ສຶກ​ກ່ຽວກັບ​ເວລາ​ຂອງ​ເຮົາ​ຈະ​ເປັນ​ແນວ​ຕັ້ງ​ ດັ່ງ​ນັ້ນ,​ ເຮົາ​ຈຶ່ງ​ຮັບ​ຮູ້​ແຕ່​ຂະນະ​ປະຈຸບັນ​ເທົ່າ​ນັ້ນ​ ແຕ່​ເມື່ອ​ເຮົາ​ຫຼັບ​ມັນ​ຈະ​ກາຍ​ເປັນ​ເສັ້ນ​ແນວ​ນອນ​ ເຮັດໃຫ້​ເຮົາ​ສາມາດ​ເດິນທາງ​ໄປ​ໃນ​ອ​ດີດ​ ແລະ ​ອະນາຄົດ​ໄດ້​.

27. ເລື່ອງ​ໜ້າ​ຮູ້​ທາງ​ວິທະຍາ​ສາດ​ ດັງ​ຂອງ​ມົດ​
ໃຜ​ຮູ້​ແດ່ວ່າມົດ​ໃຊ້​ຫຍັງ​ໃນ​ການ​ດົມ​ກິ່ນ? ຄຳ​ຕອບ​ກໍ​ຄື​ໃຊ້​ຕີນ​ນັ້ນ​ເອງ​ ການ​ໃຊ້​ຕີນ​ດົມ​ກິ່ນ​ຊ່ວຍ​ໃຫ້​ມັນ​ສາມາດ​ຕາມ​ກິ່ນ​ທີ່​ເພື່ອນ​ຂອງ​ມັນ​ຖິ້ມ​ໄວ້​ຕາມ​ທາງ​ໄດ້​ ນອກ​ຈາກ​ນີ້ ​ມັນ​ຍັງ​ສາມາດ​ໃຊ້​ຂໍ້​ຕໍ່​ທີ່​ໜວດ​ຮັບ​ກິ່ນ​ໄດ້​ອີກ​ດ້ວຍ​.

28. ຊ້າງ​ນັກ​ກິນ​
ຊ້າງ​ແອ​ຟ​ຣິ​ກາ​ມີ​ຂະໜາດ​ໃຫຍ່​ຫລາຍ​ ໜັກ​ເຖິງ​ 7 ຕັນ​ ທີ່​ຕົວ​ໃຫຍ່​ຂະໜາດ​ນີ້​ ເພາະ​ມັນ​ໃຊ້​ເວລາ​ໃນ​ການ​ກິນ​ປະ​ມານ​  18-20 ຊົ່ວ​ໂມງ​ຕໍ່​​ວັນ​ ໂດຍ​ກິນ​ພືດ​ຜັກ​ປະ​ມານ​ມື້​ລະ​ 350 ກິ​ໂລ​ກຣາມ ​ແລະ ​ກິນ​ນ້ຳ​ 90 ລີດ​.

29. ແສງ​ນຳ​ທາງ​
ຮູ້​ບໍ​ເປັນຫຍັງແມງກະເບື້ອ ມັກ​ບິນ​ເຂົ້າ​ຫາ​ແສງ​ໄຟ​ໃນ​ຕອນ​ກາງ​ຄືນ​ ເພ​າະ​ປົກກະຕິໃນຕອນ​ກາງ​ຄືນ​ຈະ​ໃຊ້​ແສງ​ຈັນ​ນຳ​ທາງ​ ແຕ່​ແສງ​ອື່ນ​ເຮັດໃຫ້​ມັນ​ສັບ​ສົນ ​ແລະ ​ປະສາດ​ທາງ​ດ້ານ​ທິດ​ທາງ​ເສຍ​ໄປ​ ດັ່ງ​ນັ້ນ​, ມັນ​ຈຶ່ງ​ພະຍາຍາມ​ປັບ​ແສງ​ຈັນ​ປອມ​ໃຫ້​ເຮັດ​ມຸມ​ດຽວ​ກັນ​ກັບ​ແສງຈັນແທ້​ ໂດຍ​ການ​ບິນ​ເປັນ​ວົງກົມ​ເຂົ້າ​ມາ​ໃກ້​ແສງ​ນັ້ນ​ຫລາຍ​ຂຶ້ນ​.

30. ເລື່ອງ​ໜ້າ​ຮູ້​ທາງ​ວິທະຍາ​ສາດ​? ສັດ​ມີ​ເຫື່ອ​ ຫລື​ ບໍ່​
ໝາ​ກໍມີເຫື່ອ ຄື ​ເຫື່ອ​ຂອງ​ມັນ​ຈະ​ອອກ​ບໍລິເວນ​ຝາ​ຕີນ​ ນອກ​ຈາກ​ນີ້ ​ສັດ​ອື່ນ​ໆ​ ເຊັ່ນ:​ ງົວ​ ຈະ​ມີ​ເຫື່ອ​ອອກ​ທາງ​ດັງ​ ສ່ວນ​ເຫື່ອ​ຂອງ​ຮິບ​ໂປ​ໂປ​ເຕ​ມັດ ​ຈະ​ອອກ​ມາ​ຈາກ​ທຸກ​ສ່ວນ​ຂອງ​ຮ່າງກາຍ​ ແລະ​ ຈະ​ເປັນ​ເຫື່ອ​ສີ​ແດງ​.

31. ໜຶ່ງ​ບໍ່​ມີສອງ
ຄົນ​ເຮົາ​ມີ​ລາຍ​ນິ້ວ​ມື​ບໍ່​ຄືກັນ​ ມ້າ​ລາຍ​ແຕ່​ລະ​ຕົວ​ກໍ​ມີ​ແຖບ​ລາຍ​ສະເພາະ​ທີ່ ​ຊຶ່ງ​ຈະ​ບໍ່​ຊ້ຳ​ກັບ​ມ້າ​ລາຍ​ຕົວ​ອື່ນ​ໆ​ ເຊັ່ນ​ກັນ​.
32. ໜູ​ນັກ​ຮ້ອງ​
ໜູ​ເປັນ​ສັດ​ທີ່​ສາມາດ​ຮ້ອງ​ເພງ​ໄດ້​ ແຕ່​ສຽງ​ຮ້ອງ​ຂອງ​ມັນ​ຈະ​ເປັນ​ສຽງ​ຊູ​ເປີ​ຣ໌​ໂຊ​ນິກ​ (Supersonic) ຊຶ່ງ​ມີ​ລັກສະນະ​ເປັນ​ສຽງ​ສູງ​ ແລະ​ ຕິດຕໍ່ກັນ​ ເຮັດໃຫ້​ເຮົາ​ບໍ່​ໄດ້ຍິນ​ສຽງ​ເພງ​ຂອງ​ມັນ​ ແຕ່​ຖ້າ​ມັນ​ຫຼຸດລະ​ດັບ​ສຽງ​ໃຫ້​ຕ່ຳ​ລົງ​ຈົນ​ເຖິງ​ລະ​ດັບ​ປົກກະຕິ​ທີ່​ເຮົາ​ສາມາດ​ໄດ້ຍິນ​ ເຮົາ​ກໍ​ຈະ​ໄດ້ຍິນ​ສຽງ​ເພງ​ຈາກ​ໜູ​ໄດ້​.

33. ສັດ​ປາກ​ກວ້າງ​
ສັດ​ທີ່​ສາມາດ​ອ້າ​ປາກ​ໄດ້​ກວ້າງ​ທີ່ສຸດ ​ຄື ​ງູ​ເຫຼືອມ​ເຣ​ຕິ​ຄູ​ເລ​ເຕດ ​ (Reticulated python) ມັນ​ສາມາດ​ຢືດ​ຕົວ​ໄດ້​ເຖິງ​ 10 ແມັດ​ ແລະ ​ອ້າ​ປາກ​ກວ້າງ​ຈົນ​ກືນ​ກິນ​ສັດ​ທີ່​ມີ​ນ້ຳ​ໜັກ​  55 ກິ​ໂລກ​ຣາມ​ ຈຶ່ງ​ບໍ່​ແປກ​ທີ່​ຈະ​ມີຄົນພົບ​ສັດ​ໃຫຍ່​ໆ​ ຢ່າງ​ເສືອ​ດາວ​ໃນ​ທ້ອງ​ຂອງ​ມັນ​.

34. ເວລາ​ຂອງ​ພືດ​
ຄົນ​ ສັດ​ ແລະ​ ພືດ​ເປັນ​ສິ່ງ​ມີ​ຊີວິດ​ຄືກັນ​ ແຕ່​ສິ່ງ​ທີ່ ຄົນ ​ແລະ ​ສັດ​ຕ່າງ​ຈາກ​ພືດ​ກໍ​ຄື​ ການ​ຈະເລີນ​ເຕີບໂຕ​ ຄົນ ​ແລະ ​ສັດ​ຈະ​ມີ​ຊ່ວງ​ທີ່​ຈະເລີນ​ເຕີບໂຕ ​ແລະ ຢຸດ​ໃຫຍ່​ເມື່ອ​ເຖິງ​ອີກ​ຊ່ວງ​ອາ​ຍຸ​ໜຶ່ງ​ ແຕ່​ສຳລັບ​ພືດ​ແລ້ວ​ ມັນ​ກໍ​ຍັງ​​ຈະເລີນ​ເຕີບໂຕ​ໄປ​ເລື້ອຍໆ​ ແລະ ​ຈະ​ຢຸດ​ກໍ​ຕໍ່​ເມື່ອ​ມັນ​ຕາຍ​ເທົ່າ​ນັ້ນ​.

35. ຕົ້ນ​ໄມ້​ເວົ້າ​ໄດ້​
ນັກ​ວິທະຍາ​ສາດ​ພົບ​ວ່າ ​ຕົ້ນ​ໄມ້​ສາມາດ​ສື່​ສານ​ກັນ​ໄດ້​ຫາກ​ຢູ່ໃນ​ບໍລິເວນ​ໃກ້​ຄຽງ​ກັນ​ ພືດ​ມີ​ຄວາມ​ຮູ້ສຶກ​ມັກ ​ແລະ ​ບໍ່​ມັກ​ເຊັ່ນ​ດຽວ​ກັບ​ຄົນ​ ດັ່ງ​ນັ້ນ,​ ຫາກ​ມີ​ຕົ້ນ​ໄມ້​ທີ່​ມັນ​ບໍ່​ມັກ​ຂຶ້ນ​ບໍລິເວນ​ນັ້ນ ​ ມັນ​ກໍ​ຈະ​ປ່ອຍ​ສານ​ຟີ​ໂຣ​ໂມນ​ (Pheromones) ເພື່ອ​ສື່​ສານ​ໃຫ້​ຕົ້ນ​ອື່ນ​ຮັບ​ຮູ້​ ສານ​ນີ້ ​ຈະ​ໄປ​ກະຕຸ້ນ​ໃຫ້​ພືດ​ທີ່​ມັນ​ມັກ​ຈະເລີນ​ເຕີບໂຕ ​ແລະ​  ຈະ​ທຳລາຍ​ພືດ​ທີ່​ມັນ​ບໍ່​ມັກ​ບໍລິເວນນັ້ນ.

36. ພືດ​ປ້ອງ​ກັນ​ຕົວ​
ມີ​ພືດ​ຢູ່​ຫຼາຍ​ຊະນິດ​ທີ່​ຈະ​ປ້ອງ​ກັນ​ຕົວ​ເອງ​ເມື່ອ​ຖືກ​ແມງໄມ້​ລົບກວນ​ ໂດຍ​ພາຍ​ໃນ​ 1 ຊົ່ວ​ໂມງ ​ຫຼັງ​ຈາກ​ຖືກ​ລົບກວນ​ ພືດ​ຈະ​ປ່ອຍ​ສານ​ທີ່​ມີ​ຊື່​ວ່າ​ ເທີ​ຣ໌​ເພນ ​ແລະ ​ແທນ​ນິນ​ (Terpene, Tannin) ທີ່​ບໍລິເວນ​ໃບ ​ໂປຣ​ຕີນ​ໃນ​ໃບ ​ຈະ​ປ່ຽນ​ເປັນ​ໂປຣ​ຕີນ​ທີ່​ຍ່ອຍ​ຍາກ​ຂຶ້ນ ​ ແມງໄມ້​ທີ່​ບຸກລຸກ​ກໍ​ຈະ​ຂາດ​ໂປຣ​ຕີນ​ ພືດ​ກໍ​ຈະ​ຫຼຸດ​ພົ້ນ​ຈາກ​ການ​ຖືກ​ແມງ​ໄມ້ລົບກວນ.​

37. ເລື່ອງ​ບັງ​ເອີຍ​
ເມື່ອປະ​ມານ​ພັນ​ກວ່າ​ປີ​ມາ​ແລ້ວ​ ຄົນ​ເບິ່ງ​ແຍງ​ຝູງ​ແກະ​ຊາວ​ອະ​ບິດ​ຊີ​ເນຍ​ ຄົ້ນ​ພົບ​ກາ​ເຟ​ໂດຍ​ບັງ​ເອີນ ເພາະ​ມື້​ໜຶ່ງ​ລາວ​ໄດ້​ກິ່ນ​ຫອມ​ຂອງ​ພຸ່ມ​ໄມ້​ປ່າ​ທີ່​ຖືກ​ເຜົາ​ຈຶ່ງ​ລອງ​ຊິມ​ເບິ່ງ​ ແລະ ​ເກີດ​ຕິດ​ໃຈ​ໃນ​ຣົດ​ຊາດ​ ລາວ​ຈຶ່ງ​ນຳ​ໄປ​ຕົ້ມ​ໃນ​ນ້ຳ​ເດືອດ​ ຕັ້ງ​ແຕ່​ນັ້ນ​ມາ​ກາ​ເຟ​ຈຶ່ງ​ກາຍ​ເປັນ​ສິ່ງ​ທີ່​ນິຍົມ​ບໍ​ລິ​ໂພກ​.

38. ບານ​ມື້​ລະ​ດອກ​
ຕົ້ນ​ຫຍ້າບ​ລູ​ອາຍ​ ມີ​ກ້ານ​ດອກ​ບໍ່​ແຂງ​ແຮງ​ພໍ​ທີ່​ຈະ​ຮອງ​ຮັບ​ນ້ຳ​ໜັກ​ຂອງ​ດອກ​ທີ່​ບານ​ຫລາຍກວ່າ​ 1 ດອກ​ ດັ່ງ​ນັ້ນ​, ທຳມະຊາດ​ຈຶ່ງ​ສ້າງ​ໃຫ້​ດອກ​ຂອງ​ມັນ​ບານ​ໃນ​ຕອນ​ເຊົ້າ ​ແລ້ວ​ຫ່ຽວ​ແຫ້ງ​ຕາຍ​ໃນ​ຕອນ​ກາງ​ຄືນ​ ເພື່ອຈະ​ໄດ້​ມີດ​ອກ​ໄມ້​ດອກ​ໃໝ່​ປົ່ງ​ບານ​ໃນ​ຕອນເຊົ້າ.​

39. ສະຫມອງ​ພືດ​
ເຊື່ອ​ ຫລື​ ບໍ່​ວ່າ​ ພືດ​ສາມາດ​ຜະລິດ​ສານ​ຊະນິດ​ດຽວ​ກັບ​ທີ່​ສະຫມອງ​ຂອງ​ຄົນ ​ແລະ​ ສັດ​ຜະລິດ​ໄດ້​ ຕົ້ນ​ຝິ່ນ​ສາມາດ​ຜະລິດ​ສານ​ທີ່​ຄ້າຍ​ກັບ​ເອນ​ໂດ​ຟີນ​ (Endorphin) ຊຶ່ງ​ຖືກ​ປ່ອຍ​ອອກ​ມາ​ຈາກ​ສະຫມອງ​ຂອງ​ຄົນ​ ນອກ​ຈາກ​ນີ້ ​ຕົ້ນ​ໂຈ​ໂຈ​ບາ​ ຍັງ​ສາມາດ​ໃຫ້​ນ້ຳ​ມັນ ​ຊຶ່ງ​ມີ​ຄຸນສົມບັດ​ຄ້າຍ​ສານ​ທີ່​ໄດ້​ຈາກ​ປາວານສະເປີມ (Sperm whale) ​ອີກ​ດ້ວຍ​.

ไม่มีความคิดเห็น:

แสดงความคิดเห็น