ຄໍາຜະຫຍາ ສອນໃຈ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


30 กรกฎาคม 2561

ຄໍາຜະຫຍາ ສອນໃຈ


ຄໍາຜະຫຍາ ສອນໃຈ


1.   ຄັນໄດ້ກິນລາບຊີ້ນຢ່າລືມແຈ່ວແພວຜັກ ໄດ້ກິນພາເງີນພາຄໍາຢ່າຊິລືມກະບຽນຮ້າງ
2.   ຄັນເຈົ້າໄດ້ຢູ່ຍອດຟ້າຜາສາດປະດັບມຸກ ຢ່າໄດ້ລືມຮຽມທຸກຜູ້ຂີ່ຄວາຍຄອນກ້າ
3.   ຄັນເຈົ້າໄດ້ຂີ່ຊ້າງກັ້ງຮົ່ມເປັນພະຍາ ຢ່າໄດ້ລືມຄົນທຸກຜູ້ຂີ່ຄວາຍຄອນກ້າ
4.   ຄັນເຈົ້າໄດ້ຂີ່ຊ້າງກັ້ງຮົ່ມສັບປະທົນ ຢ່າໄດ້ລືມຄົນຈົນຜູ້ແຫ່ນໍາຕີນຊ້າງ
5.   ກ້ຽງປາກໃຫ້ທາງໃນເປັນປາແດກ ກ້ຽງປາກບັ້ງຂັງຂໍ້ປາກກະທໍ
6.   ກ້ຽງຮອດໃບ ໃສຮອດລູກ ກ້ຽງຮອດເຂົ້າປູກ ກ້ຽງຮອດເຂົ້າປັດລານ
7.   ກາບໍ່ມັກທ່ານໍ້າສະໝຸດຫຼວງກໍບໍ່ວ່າ ກາບໍ່ມັກທ່ານໍ້າກະຕາມທ້ອນຊ່າງກາ
8.   ກິນແກງແຂ້ຄາງກະແຈປາກບໍ່ລັ່ນ ກິນກະທ້າງຄາງກະທ້າງຄາງກະດ້າງປາກບໍ່ເປັນຊັ້ນບໍ
9.   ເກົ້າຊິຂ້າສິບຊິຂ້າໃຫ້ເອົາແກ່ນຄະຍູງຕີ ຢ່າໄດ້ເອົາບາລີຕ່ອຍຕີຕາງຄ້ອນ
10. ໃຈປະສົງສ້າງ ກາງດົງກະວ່າທົ່ງ ໃຈຂີ້ຄ້ານ ກາງບ້ານກະວ່າດົງ
11. ໃຈບໍ່ໂສດາດ້ວຍເວົ້າແມ່ນກະເປັນຜິດ ໃຈບໍ່ໂສດາດອມເວົ້າດີກະເປັນຮ້າຍ
12. ດີເຈັບແລ້ວແສນຊິອອຍກະປານດ່າ ແມ່ນວ່າເວົ້າຈ້ອຍໆກະປານໄມ້ທັ່ງຕາ
13. ຢ່າສຸໄລເສຍຖິ້ມ ພົງພັນພີ່ນ້ອງເກົ່າ ຢ່າສຸລະເຜົ່າເຊື້ອໄປຍ້ອງຜູ້ອື່ນດີ
14. ຍິງຮູບຮ້າຍຄອງວັດພາງາມ ຊາຍຮູບຊາມວິຊາພາຮຸ່ງ
15. ຄວາມຕາຍນີ້ແຂວນຄໍທຸກບາດຍ່າງ ໄຜກໍແຂວນອ້ອນຕ້ອນສະເໝີດ້າມດັ່ງດຽວ
16. ໄປຫາພຣະໃຫ້ເອົາຂອງໄປຖວາຍ ໄປຫານາຍໃຫ້ເອົາຂອງໄປຕ້ອນ
17. ເດີນທາງບໍ່ສຸດເສັ້ນ ຢ່າຖອຍຫຼັງໃຫ້ເຂົາຢຽບ
      ຕາຍຂໍໃຫ້ຕາຍໜ້າພຸ້ນ ເຂົ້າຊິເອີ້ນວ່າຫານ
18. ຄົນຜູ້ມີຄວາມຮູ້ ຊູຊີເຮັດບໍ່ແມ່ນ
      ຄວາມຮູ້ທໍ່ແຜ່ນຟ້າ ເປັນບ້າທໍ່ແຜ່ນດິນ
19. ໃຫ້ເຈົ້າຄອຍພຽນສ້າງສະເໝີແຕນແປງຊໍ່
      ໃຫ້ສ້າງກໍ່ສືບໄວ້ ສະເໝີເຜິ້ງສືບຮັງ
20.  ບຸນ ບຸນນີ້ບໍ່ແມ່ນຂອງແບ່ງໄດ້ ເປັນແຈກກັນແລ້ວ
       ບໍ່ຫ່ອນ ແຍກອອກໄດ້ ຄື ໄມ້ຜ່າກາງ
       ຄືຈັ່ງເຮົາກິນເຂົ້າ ເຮົາກິນເຮົາອີ່ມ
       ບໍ່ແມ່ນໄປອີ່ມທ້ອງ ເຂົາພຸ້ນຜູ້ບໍ່ກິນ
21.  ຂໍໃຫ້ອົດທົນສູ້ພຽນໄປໃຫ້ຖືກປ່ອງ
       ຄຸນອາຈານຍົກໃສ່ເກົ້າ ຄະນິງໄວ້ຢ່າຊິລືມ
22.  ຄັນວ່າໄດ້ດີແລ້ວ ຢ່າລືມຄຸນພໍ່ແມ່
       ເພິ່ນຫາກລ້ຽງແຕ່ນ້ອຍ ຖະໜອມໃຫ້ໃຫຍ່ສູງ
23. ໃຫ້ເຈົ້າເອົາຄວາມຮູ້ ຫາກິນໃນທາງຊອບ
       ຄວາມຮູ້ມີຢູ່ແລ້ວ ກິນໄດ້ຊົ່ວຊີວັງ
24.  ຕົກກະເທີນວ່າໄດ້ສູ້ ບໍ່ຖອຍຫຼັງໃຫ້ເຂົາວ່າ
       ນັບແຕ່ມື້ຊິກ້າວ ໄປໜ້າບໍ່ຖອຍ
25.  ຝົນຕົກຍັງຮູ້ເອື້ອນ ນອນກາງຄືນຍັງຮູ້ອີ່ມ
       ຄວາມທຸກ ຍັງຮູ້ເຕື້ອງ ມີຂື້ນເມື່ອລຸນ
26.  ຄໍາສອນພໍ່ແມ່ນີ້ໜັກເກິ່ງທໍລະນີ ຜູ້ໃດຍໍາເຍງນົບຫາກຊິດີເມືອໜ້າ
27.  ຍາມຍັງນ້ອຍໃຫ້ໝັ່ນຮູ້ພຽນຄຸນ ບຸນເຮົາມີຊິຍົດສູງພຽງຟ້າ
28.  ໄດ້ຂື້ນເຮືອແລ້ວ ຢ່າລືມແພປ້ອງໄມ້ໄຜ່
       ໄດ້ເປັນໃຫຍ່ແລ້ວ ຢ່າລືມຂ້າຜູ້ພອຍ
29.  ຊາດທີ່ເງີນຄໍາແກ້ວ ມັນບໍ່ແມ່ນຂອງໄຜ
       ຜູ້ໃດມີໃຈພຽນ ຫາກຊິຫຼົງຫຼອນພໍ້
30.  ໄຜຜູ້ມົວເມົາຄ້າງ ການງານຕັ້ງຕໍ່
       ບໍ່ມີວັນຊິພົບພໍ້ ເງີນລ້ານຄ່າແພງ
31.  ຊື່ວ່າໂລກີກວ້າງເມືອງຄົນມັນບໍ່ທ່ຽງ ມັນຫາງ່ຽງຊ້ອຍງ້ອຍຄືຄ້ອຍຕະລິ່ງຂອງ
       ລາງເທື່ອແນວເດັກນ້ອຍສອນຄົນຫົວດ່ອນ ລາງເທື່ອລູກໄພ່ບ້ານ ສອນທ້າວພໍ່ພະຍາ ກໍມີ
32.  ເດັກນ້ອຍມີຄວາມຮູ້ສອງສາມຄວາມັນກໍອົ່ງ ຜູ້ໃຫຍ່ຮູ້ຕັ້ງລ້ານກໍອໍາໄວ້ບໍ່ຄ່ອຍໄຂ
33.  ຊື່ວ່າແນວຄວາມເວົ້າ ຂອງຄົນມັນເກີນງ່າຍ
       ໄດ້ເທິງຫງາຍ ແລະ ຄວໍ່າຄວາມເວົ້າບໍ່ຢູ່ຄວາມ
       ເຂົາ ຮັກເຂົາກໍຍ້ອງ ເຂົາຊັງເຂົາກໍວ່າ
       ຄືດັ່ງ ບັກເຄົ້າເມົ້າ ໝາເຖົ້າເຫົ່າແຕ່ເຂົາ
       ຄັນເຮົາທໍາດີແລ້ວ ເຂົາ ຊັງກໍຕາມຊ່າງ
       ຄັນເຮົາເຮັດແມ່ນແລ້ວ ຫຍັນຫຍໍ້ກໍຊ່າງເຂົາ
       ເຂົາ ຊິພາກັນທ້ວງ ທັງເມືອງກໍບໍ່ງ່ຽງ
       ເຂົາ ຊິຕິທັງຄ້າຍ ຂາຍໜ້າກໍບໍ່ອາຍ
34.  ຂຸດດິນດັ້ນປະສົງຫາແຕ່ບ່ອນກິ່ວ ແນວສິ່ງໄມ້ປະສົງໄງ້ແຕ່ບ່ອນບາງ
35.  ຍິງຮູບຮ້າຍ ຄອງວັດພາງາມ ຊາຍຮູບຊາມ ວິຊາພາຮຸ່ງ
36.  ມີເປັນຄົນ ຈົນເປັນໝາ
37.  ວ່າໂຕກະດັນ ເພິ່ນແຫ່ງກະດໍ້ ວ່າໂຕນັ່ງຈໍ້ກໍ້ ເຂົານັ້ນແຫ່ງນັ່ງຕໍ
38.  ນາສອງເໝືອງ ເມືອງສອງເຈົ້າ ເຍົ້າສອງຂະເຍຄະລໍາ
39.  ເສືອຕາຍເພາະໜັງ ຊ້າງຕາຍເພາະງາ ພະຍາຕາຍເພາະສົມບັດ
40.  ເສືອກະວ່າເສືອດີ ໝີກະວ່າໝີຫານ ຟານກະວ່າຟານກ້າ ມ້າກະວ່າມ້າແລ່ນໄວ
41.  ເຫັນດົງເປັນບ້ານ ເຫັນເມືອງເປັນປ່າ ເຫັນທ່ານໍ້າເປັນດ້າວດ່ານເສືອ
42.  ຢ່າໄປເກັບດອກຫວ້ານບ້ານເພິ່ນມາຊົມ ໃຫ້ຄ່ອຍງອຍຊານເກັບດອກກະຈຽວແຄມຮົ້ວ
43.  ທຸກເພິ່ນບໍ່ວ່າດີ ມີເພິ່ນຈຶ່ງວ່າພີ່ນ້ອງ ປາເຕັມຂ້ອງ ລຸງປາຈຶ່ງວ່າຫຼານ
44.  ທຸກຄອບປາກ ຍາກຄອບທ້ອງ ເຄີຍແລ້ວຢູ່ບໍ່ເປັນ
45.  ທຸກບໍ່ມີເສື້ອຜ້າ ຝາເຮືອນເພກະພໍຢູ່ ທຸກບໍ່ມີເຂົ້າຢູ່ທ້ອງ ນອນລີ້ຢູ່ບໍ່ເປັນ
46.  ທຸກກາຍຢູ່ໄດ້ ທຸກໃຈຢູ່ຍາກ
47.  ທຸກໃຫ້ລ້ຽງມ້າ ກໍາພ້າໃຫ້ລ້ຽງໝູ
48.  ບໍ່ທຸກບໍ່ຍາກ ບໍ່ອຶດບໍ່ຢາກ
49.  ມີເງີນເວົ້າໄດ້ ມີໄມ້ເຮັດເຮືອນງາມ
50.  ສຸກເພາະມີເຂົ້າກິນ ສຸກເພາະມີດິນຢູ່
       ສຸກເພາະມີຄູ່ນອນນໍາ ສຸກເພາະມີເງີນເຕັມໄຖ່
       ສຸກເພາະມີເຮືອນໃຫຍ່ມຸງເປັນກະດານ ສຸກເພາະຫຼານຫຼາຍນັ່ງເຝົ້າ
51.  ຢາກທຸກໃຫ້ເປັນນາຍຄົນ ຢາກສົນລະວົນໃຫ້ເອົາເມຍນ້ອຍ
52.  ຢາກຈົນໃຫ້ຂີ້ຖີ່ ຢາກມີໃຫ້ທານ
53.  ຢາກທຸກໃຫ້ຄ້າຄວາຍ ຢາກລວຍໃຫ້ຄ້າຍໂບກຄ້າເບ້ຍ
54.  ຢາກມີຫຼາຍມັນໄຮ້ ຢາກໄດ້ຫຼາຍມັນຕາຍ
55.  ຢາກມີໃຫ້ຢືມເງີນໄປຄ້າ ຢາກຂື້ນຟ້າໃຫ້ຂ້າເຈົ້າເອົາຂອງ.
56.  ຄວາມລັບບໍ່ໃຫ້ເຖິງສາມ ຄວາມງາມບໍ່ໃຫ້ເຖິງສີ່ ຄວາມມິດມີ່ບໍ່ໃຫ້ເຖິງຫ້າເຖິງຫົກ
57.  ຄວາມດີຝັງໄວ້ເກົ້າສອກ ຄວາມຊົ່ວຊັກອອກເກົ້າວາ
58.  ໃຈໜັກໄດ້ກິນເຂົ້າ ໃຈເບົາໄດ້ກິນກອຍຫົວໃຫຍ່
59.  ເຈົ້ານາຍດີບໍ່ເຫັນແກ່ເງີນແສນໄຖ່ ແຕ່ເຫັນແກ່ໄພ່ແສນເມືອງ
60.  ເອົາລູກໃພ້ມາລ້ຽງຍ່າ ປານເອົາຫ່າມາໃສ່ເຮືອນ
61.  ເອົາຍ່າມາຢູ່ນໍາລູກໃພ້ ປານເອົາໄຂ້ມາໃສ່ເຮືອນ
62.  ເອົາລູກເຂີຍມາລ້ຽງພໍ່ເຖົ້າ ປານໄດ້ເຂົ້າເຕັມເລົ້າເຕັມເຍຍ
63.  ໜູກິນມ້ອນ ຈັ່ງເຫັນຄຸນແມວ ລູກແຂວນແອວ ຈັ່ງເຫັນຄຸນພໍ່ແມ່
64.  ກິນແມ່ນປາກ ຢາກແມ່ນທ້ອງ ທຽວຂີ້ແມ່ນຂາ
65.  ໄຟໄໝ້ປ່າຈັ່ງເຫັນໜ້າໜູ ນໍ້າຖ້ວມຮູຈັ່ງເຫັນຈິຫຼໍ່
66.  ບໍ່ມີຄວາມຮູ້ຢ່າເວົ້າການເມືອງ ບໍ່ນຸ່ງຜ້າເຫຼືອງຢ່າເວົ້າການວັດ
67.  ເປັນນາຍໃຫ້ຮັກໄພ່ ເປັນໃຫຍ່ໃຫ້ຮັກລູກບ້ານ ຂີ້ຄ້ານໃຫ້ຄ່ອຍພຽນຈາ.


ไม่มีความคิดเห็น:

แสดงความคิดเห็น