ຈິດຕະວິທະຍາ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


4 ตุลาคม 2561

ຈິດຕະວິທະຍາ


ຄວາມໝາຍຂອງຈິດຕະວິທະຍາ



ຈິດ​ຕະວິທະຍາ​ (ພາສາອັງກິດ: psychology) ຄື​ ສາດ​ທີ່​ວ່າ​ດ້ວຍ​ການສຶກສາ​ກ່ຽວກັບ​ຈິດໃຈ (ຂະ​ບວນ​ການ​ຂອງ​ຈິດໃຈ​), ຂະ​ບວນ​ຄວາມ​ຄິດ​, ແລະ​ ພຶດຕິກໍາ ຂອງມະນຸດ ດ້ວຍ​ຂະ​ບວນ​ການ​ທາງ​ວິທະຍາ​ສາດ​ ສິ່ງທີ່ນັກ​ຈິດ​ວິຕະວິທະຍາ​ສຶກ​ສາ ​ເຊັ່ນ:​ ການ​ຮັບ​ຮູ້​ (ຂະ​ບວນ​ການ​ຮັບ​ຂໍ້​ມູນ​ຂອງ​ມະນຸດ​), ອາລົມ​, ບຸກຄະລິກກະພາບ​, ພຶດຕິກຳ​, ແລະ ​ຮູບ​ແບບ​ຄວາມ​ສຳພັນ​ລະຫວ່າງ​ບຸກ​ຄົນ.​ ຈິດ​ວິທະຍາ​ຍັງມີ​ຄວາມຫມາຍ​ລວມໄປ​ເຖິງ ​ ການ​ປະ​ຍຸກ​ໃຊ້​ຄວາມ​ຮູ້​ກັບ​ກິດຈະກຳ​ໃນ​ດ້ານ​ຕ່າງ​ໆ​ ຂອງ​ມະນຸດ ​ທີ່ເກິດຂື້ນ​ໃນ​ຊີວິດ​ປະຈຳ​ວັນ​ (ເຊັ່ນ​ກິດຈະກຳ​ທີ່ເກີດຂື້ນ​ໃ​ນຄອບຄົວ, ລະບົບ​ການສຶກສາ​, ການ​ຈ້າງ​ງານ​ເປັນ​ຕົ້ນ​) ແລະ ​ຍັງລວມໄປ​ເຖິງ​ ການ​ໃຊ້​ຄວາມ​ຮູ້​ທາງ​ຈິດ​ຕະວິທະຍາ​ສຳລັບຮັກສາ​ປັນຫາ​ສຸຂະພາບ​ຈິດ​  ນັກ​ຈິດຕະວິທະຍາ​ມີ​ຄວາມ​ພະຍາຍາມ ​ທີ່​ຈະ​ສຶກ​ສາ​ຄວາມ​ເຂົ້າໃຈ​ເຖິງ​ຫນ້າທີ່​ ຫລື​ ຈຸດປະສົງ​ຕ່າງ​ໆ​ ຂອງ​ພຶດຕິກຳ​ທີ່ເກິດຂື້ນ​ຈາກ​ຕົວ​ບຸກ​ຄົນ​ ແລະ ​ພຶດຕິກຳ​ທີ່ເກິດຂື້ນ​ໃນ​ສັງຄົມ​ ຂະນະ​ດຽວ​ກັນ​ກໍ່ທໍາການ​ສຶກ​ສາ​ຂັ້ນ​ຕອນ​ຂອງ​ລະບົບ​ປະສາດ​ຊຶ່ງ​ມີ​ຜົນ​ຕໍ່​ການ​ຄວບ​ຄຸມ ​ແລະ ​ສະແດງ​ອອກ​ຂອງ​ພຶດຕິກຳ​.


ไม่มีความคิดเห็น:

แสดงความคิดเห็น