ພະລັງຈິດ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


1 ธันวาคม 2561

ພະລັງຈິດ

ພະລັງຈິດແມ່ນຫຍັງ?



    ພະລັງຈິດ (Gsychergy) ໝາຍເຖິງ ຄື້ນຄວາມຖີ່ຂອງພະລັງງານຄວາມຄິດ (Pranic Energy) ເຊິ່ງເປັນພະລັງງານໄຟຟ້າບວກ (Proton) ໄຟຟ້າລົບ (Electron) ທີ່ເກີດຈາກຕ່ອມໄພເນວ (Pineal Gland) ທີ່ສະໝອງຂ້າງເທິງ ເມື່ອບຸກຄົນຄິດຕ່ອມນີ້ ຈະສ້າງຄື້ນຄວາມຖີ່ຂອງຄວາມຄິດຂື້ນ ຄື້ນນີ້ອາດຈະມີມາກ ຫຼື ນ້ອຍ ຂື້ນຢູ່ກັບຂະບວນການທາງຄວາມຄິດ (Thinking Process) ນັ້ນ ຄື້ນນີ້ຈະລອຍຢູ່ອ້ອມຮອບຕົວຜູ້ຄິດ ເມື່ອຄິດເຖິງໃຜ ຄື້ນນັ້ນຈະສົ່ງໄປຍັງ ຕ່ອມສ້າງຄວາມຄິດຂອງຜູ້ຮັບນັ້ນ ຖ້າຜູ້ຮັບຮັບຄື້ນຄວາມຄິດນັ້ນໄດ້ ຈະເກີດຄວາມຄວາມຄິດເຊັ່ນນັ້ນທັນທີ ເອີ້ນວ່າ ເກີດການຮັບຮູ້ຄວາມຄິດຂອງຜູ້ອື່ນໄດ້.
ບຸກຄົນທີ່ມີພະລັງຈິດສູງ ຄື: ບຸກຄົນທີ່ມີສະມາທິດີ ເຊັ່ນ: ມີສະມາທິຢູ່ໃນຊັ້ນກາງທີ່ເອີ້ນວ່າ ອຸປະຈະຣະສະມາທິ ແລະ ສະມາທິຂັ້ນສູງທີ່ເອີ້ນວ່າ: ອັບປະນາສະມາທິ

➤ ການທໍາງານຂອງພະລັງຈິດ
ຈິດຈະທໍາງານໄດ້ ຈິດຕ້ອງມີເຄື່ອງມືຄື: ຮ່າງກາຍທີ່ເປັນຢູ່ຂອງຈິດ ຈິດຈຶ່ງສະແດງຜົນອອກມາໃຫ້ເຫັນໄດ້ ສ່ວນຂອງມັນສະໝອງ ມີໜ້າທີ່ຮັບຄໍາສັ່ງຂອງຈິດຄື ຕ່ອມໄພເນວ (Pineal Gland) ເຊິ່ງເປັນຕ່ອມນ້ອຍໆສີແດງອົມເທົາ ຮູບຈວຍ ເປັນສ່ວນປະກອບຂອງປາຍປະສາດ ຕ່ອມນີ້ ຢູ່ໃນສ່ວນກາງຂ້າງເທິງຂອງມັນສະໝອງ ເມື່ອຕ່ອມໄພເນວ ຮັບຄໍາສັ່ງຂອງຈິດຕ່ອມນີ້ ຈະສ້າງເປັນຄື້ນຄວາມຖີ່ອອກມາ ຄື້ນຄວາມຖີ່ຈະຫຼາຍ ຫຼື ນ້ອຍ ຂື້ນຢູ່ກັບຄວາມຄິດນັ້ນ ແລະ ຈະລອຍຢູ່ອ້ອມຮອບຕົວຂອງຜູ້ຄິດ ແລະ ຄື້ນຄວາມຖີ່ນີ້ ຈະແລ່ນໄປຕາມປະສາດຕ່າງໆ ທັງຮ່າງກາຍ ເພື່ອຄວບຄຸມການທໍາງານຂອງອະໄວຍະວະນັ້ນໆ ພະລັງງານໄຟຟ້າທີ່ຄວບຄຸມອະໄວຍະວະຕ່າງໆ ຈະມີກະແສຄວາມຖີ່ຕ່າງກັນ ຕາມໜ້າທີ່ຂອງອະໄວຍະວະ ແລະ ຄົນນັ້ນໆ ອີກດ້ວຍ ເຊັ່ນ: Electron ແລະ Protron ທີ່ຄວບຄຸມການທໍາງານຂອງເຊລເນື້ອເຫຍື່ອຂອງອະໄວຍະວະຕ່າງໆ ເຮັດໃຫ້ມີການສ້າງ ແລະ ທໍາລາຍຂອງເຊລໄດ້ຕາມປົກກະຕິ ເຊັ່ນ: ທໍາລາຍໄປ 10 ເຊລ ກໍຈະສ້າງຂື້ນມາທົດແທນຄືເກົ່າ ອະໄວຍະວະນັ້ນຈະທໍາໜ້າທີ່ໄດ້ຕາມປົກກະຕິ ສ້າງພູມຕ້ານທານຂອງຮ່າງກາຍ ໃຫ້ສູງເປັນປົກກະຕິ ຮ່າງກາຍຈະແຂງແຮງສົມບູນ
ການສຶກສາ ພະລັງຈິດ
ໄດ້ມີການຄົ້ນຄວ້າທາງພະລັງຈິດ ທັງພາຍໃນປະເທດ ແລະ ຕ່າງປະເທດ ປະເທດເຮົາເອີ້ນພະລັງນີ້ວ່າ: ພະລັງອໍານາດທິບ ສ່ວນໃນຕ່າງປະເທດ ເຊັ່ນ: ຊາວຈີນບູຮານເອີ້ນວ່າ: ພະລັງແຫ່ງຊີວິດ (Life Force Energy) ຊາວເອີຣົບ ເຊັ່ນ: ເຢັຍລະມັນ ເອີ້ນວ່າ: ພະລັງແມ່ເຫຼັກສັດ (Animal Magnetism), ຊາວລັດເຊຍເອີ້ນວ່າ: ພະລັງຊີວະພາບ (Bioplasmic Energy), ນັກວິທະຍາສາດ ໃນກຸ່ມຕາເວັນຕົກ ເອີ້ນວ່າ: ພະລັງຊີວະພາບ (Bio Energy) ຫຼື ພະລັງແມ່ເຫຼັກໄຟຟ້າ (Electo Magnetic Force)
ບຸກຄົນທີ່ມີຮ່າງກາຍແຂງແຮງ ຄື ຜູ້ທີ່ມີພະລັງຈິດສົມບູນຄວບຄຸມຢູ່ທົ່ວທຸກສ່ວນຂອງຮ່າງກາຍ ເຮັດໃຫ້ຮ່າງກາຍຮູ້ສຶກສົດຊື່ນ ແຈ່ມໃສ ໂປດໂປ່ງ ພະລັງຈິດຈະເປັ່ງເປັນລັດສະໝີອອກໂດຍຮອບຮ່າງກາຍ ກົງກັນຂ້າມຄົນປ່ວຍຈະມີພະລັງຈິດ ຄວບຄຸມຢູ່ພຽງເລັກນ້ອຍ ພູມຕ້ານທານໃນຮ່າງກາຍຈະຫຼຸດລົງ ຮ່າງກາຍອ່ອນແອ ແລະ ຈະມີຮ່າງກາຍທີ່ປົກກະຕິ ເໝືອນເດີມໄດ້ ເມື່ອໄດ້ຮັບພະລັງຈິດນັ້ນໆເພີ່ມຂື້ນ ດັ່ງນັ້ນ, ພະລັງຈິດຈຶ່ງເປັນພະລັງງານທີີ່ຄວບຄຸມການທໍາງານຂອງຮ່າງກາຍ ເຊັ່ນ: ການໝູນວຽນຂອງໂລຫິດ ການຈະເລີນເຕີບໂຕຂອງເຊວ ຫາກຮ່າງກາຍສ່ວນໃດຂາດພະລັງຈິດ ຮ່າງກາຍສ່ວນນັ້ນຈະບໍ່ສາມາດທໍາໜ້າທີ່ໃດໆໄດ້ຕາມປົກກະຕິໄດ້ ຫຼື ຮ່າງກາຍບໍ່ສາມາດມີຊີວິດຢູ່ໄດ້ ພະລັງຈິດທີ່ໃຊ້ກັນທົ່ວໄປມີ 3 ລັກສະນະຄື:
1. Telepathy ຄື: ພະລັງງານແຫ່ງເມດຕາ ພະລັງນີ້ຕິດຕໍ່ກັນໄດ້ໂດຍທາງຈິດ ເປັນພະລັງງານທີ່ໃຊ້ເພື່ອການສ້າງສັນ
2. Telkynesys ຄື: ພະລັງງານທີ່ໃຊ້ບັງຄັບວັດຖຸໃຫ້ເຄື່ອນທີ່ ຫຼື ໃຊ້ເພື່ອທໍາລາຍວັດຖຸຕ່າງໆ ເປັນພະລັງງານທີ່ໃຊ້ເພື່ອການບັງຄັບ ຫຼື ເພື່ອການທໍາລາຍ
3. Teleportation ຄື: ພະລັງງານທີ່ໃຊ້ເພື່ອການລ່ອງຫົນຫາຍຕົວ ເມື່ອໃຊ້ພະລັງງານນີ້ແລ້ວ ສາມາດຍ່າງເທິງນໍ້າ ເທິງອາກາດ ຫຼື ຜ່ານເຄື່ອງກີດຂວາງໄດ້.
ພະລັງຈິດ ຜິດປົກກະຕິເຮັດໃຫ້ເຈັບປ່ວຍ.
ຈິດມີອໍານາດເໜືອຮ່າງກາຍ ທີ່ເອີ້ນວ່າ ຈິດເປັນໃຫຍ່ ຈິດເປັນປະທານ ສໍາເລັດແລ້ວດ້ວຍຈິດ ເມື່ອຈິດມີອໍານາດຂອງກໍາຄອບຄອງງໍາຢູ່ ຈິດນັ້ນຈະສັ່ງກາຍ ເຊິ່ງເປັນເຄື່ອງມືຂອງຈິດຕາມອໍານາດ ຂອງກໍານັ້ນ ເຊັ່ນ: ຈິດມີອໍານາດຂອງອະກຸສົນກໍາຫຼາຍ ພະລັງງານໄຟຟ້າທີ່ອອກມາ ຈະບໍ່ມີຄວາມສົມດູນທາງທໍາມະຊາດ ເຊັ່ນ: ເຮັດໃຫ້ພະລັງງານໄຟຟ້າບວກສູງຫຼາຍຈົນເກີນໄປ ຈະມີຜົນເຮັດໃຫ້ລະບົບການສ້າງການທໍາລາຍຂອງຮ່າງກາຍບໍ່ຄົງທີ່, ດ່ັງນີ້:
ພະລັງງານໄຟຟ້າບວກສູງຫຼາຍ ຈະເຮັດໃຫ້ການສ້າງເຊວຫຼາຍກວ່າການທໍາລາຍ ຫຼື ເທົ່າເດີມ ແຕ່ຮູບຮ່າງໃຫຍ່ກວ່າເກົ່າ ຈະເປັນສາເຫດຂອງໂລກບວມ ເນື້ອງອກ ເຊັ່ນ: ໂລກຫົວໃຈ ໂລກມົດລູກ ເນື້ອງອກທໍາມະດາ ເນື້ອງອກມະເຮັງ ເປັນຕົ້ນ. ທ່ານໝໍຜູ້ຊ່ຽວຊານ ໂລກມະເຮັງ ໄດ້ກ່າວເຖິງ ທິດສະດີກ່ຽວກັບມະເຮັງ ທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດວ່າ ເຊວມະເຮັງເກີດຂື້ນໃນຕົວຄົນເຮົາຕະຫຼອດເວລາ ແຕ່ຖືກທໍາລາຍໂດຍ ເຊວເມັດເລືອດຂາວ ກ່ອນທີ່ມັນຈະໃຫຍ່ຈົນກໍ່ພິດໄພແກ່ຮ່າງກາຍ ໂລກມະເຮັງເກີດຂື້ນຕໍ່ເມື່ອ ລະບົບພູມຕ້ານທານ ຖືກກົດດັນການທໍາງານໄວ້ ເຮັດໃຫ້ບໍ່ສາມາດກໍາຈັດ ເຊວມະເຮັງ ທີ່ກໍ່ຕົວຂື້ນ ດ່ັງນັ້ນ, ຖ້າມີສິ່ງໃດກໍຕາມທີ່ສົ່ງຜົນກະທົບ ຕໍ່ການທໍາງານຂອງສະໝອງ ທີ່ຄວບຄຸມ ລະບົບຄຸ້ມກັນ ມະເຮັງຍ່ອມເກີດຂື້ນໄດ້.
ພະລັງງານໄຟຟ້າລົບສູງຫຼາຍ ຈະເຮັດໃຫ້ການສ້າງເຊວນ້ອຍກວ່າການທໍາລາຍ ຫຼື ເທົ່າເດີມ ແຕ່ຮູບຮ່າງນ້ອຍກວ່າເດີມ ຈະເຮັດໃຫ້ເປັນໂລກ ລີບຕີບຕ່າງໆ ເຊັ່ນ: ຫຼອດເລືອດຕີບ ລີ້ນຫົວໃຈຕີບ ກ້າມເນື້ອຕາຍ ມັນສະໝອງຝໍ່ ພູມຕ້ານທານບົກຜ່ອງ ຕັບວາຍ ໄຕວາຍ ກ້າມເນື້ອຫົວໃຈບໍ່ທໍາງານ ເອີ້ນວ່າ: ໂລກໄຫຼຕາຍ ເດັກເກີດມາມີຮ່າງກາຍບໍ່ສົມບູນ ເປັນຕົ້ນ. ພະລັງງານໄຟຟ້າໃນຮ່າງກາຍ ຂອງແຕ່ລະຄົນອາດບໍ່ຄືກັນກໍເປັນໄດ້ ແລະ ກໍໄດ້ພົບເຫັນວ່າ ການເພີ່ມເລືອດໃຫ້ຄົນໄຂ້ ສະພາບຮ່າງກາຍຂອງຄົນໄຂ້ບໍ່ຍອມຮັບເລືອດນັ້ນ ເພາະເລືຶອດໃໝ່ ແລະ ເລືອດເກົ່າບໍ່ສາມາດເຂົ້າກັນໄດ້ ເຖິງແມ່ນວ່າ ທາງການແພດຈະວິເຄາະແລ້ວວ່າ ເປັນເລືຶອດກຸບດຽວກັນກໍຕາມ ເມື່ອພິຈາລະນາແລ້ວວ່າ ພະລັງງານໄຟຟ້າທີ່ຄວບຄຸມເມັດເລືອດນັ້ນບໍ່ເທົ່າກັນ ສະແດງວ່າ ພະລັງງານຄວບຄຸມເມັດເລືອດ ຂອງແຕ່ລະຄົນຈະເທົ່າກັນ ຫຼື ບໍ່ເທົ່າກັນກໍໄດ້ ແລະ ພົບຢູ່ຫຼາຍກັບກຸ່ມຜູ້ຫຼົງຜິດ ທີ່ໄປຮັບເອົາພະລັງງານອື່ນ ມາກົດທັບພະລັງຈິດຂອງຕົນເອງ ເຮັດໃຫ້ການທໍາງານຂອງພະລັງຈິດຂອງຕົນຜິດໄປ ຈິດນັ້ນຈຶ່ງສັ່ງມາທີ່ ສະໝອງຂອງຕົນຜິດ ການສະແດງອອກຂອງຮ່າງກາຍຈິດຜິດຕາມໄປດ້ວຍ ເຊັ່ນ: ກຸ່ມຂອງຄົນຊົງເຈົ້າເຂົ້າຜີ ກຸ່ມຂອງເຫຼົ່ານີ້ ຈະໄປຮັບເອົາເວດມົນຄາຖາ ຂອງມີອິດທິ ຂອງອາຖັນດວງວິນຍານເຂົ້າມາສິງ ເຊັ່ນ: ດວງວິນຍານກຸມມານທອງ ນາງກວັກ ປະລັດຂິກ ເຈົ້າແມ່ ນໍ້າມັນພາຍ ຫຼື ອົງເທບຕ່າງໆມາຢູ່ກັບຕົນ ທີ່ເອີ້ນວ່າ: ເດຣັດສານວິຊາ ບໍ່ເປັນຈິດດັ້ງເດີມຂອງຕົນເອງ ອາການປ່ວຍຂອງບຸກຄົນເຫຼົ່ານີ້ ທາງການແພດຈະກວດຫາບໍ່ພົບ

➤ ການເພີ່ມ ແລະ ການຮັບພະລັງຈິດ
ບຸກຄົນທີ່ມີສະມາທິດີ ຈະມີຄື້ນຄວາມຖີ່ ແລະ ຄວາມແຮງຂອງພະລັງງານຄວາມຄິດສູງ ສາມາດທີ່ຈະສົ່ງພະລັງງານນັ້ນ ເອີ້ນວ່າ: ການເພີ່ມ ແລະ ການຮັບພະລັງຈິດ ການເພີ່ມແຕ່ລະຄັ້ງ ແຕ່ລະຄົນບໍ່ຄືກັນ ເພີ່ມພະລັງຈິດແຕ່ລະຄັ້ງນານເທົ່າໃດ ຜູ້ເພີ່ມພະລັງຈິດຈະຮູ້ໄດ້ໃນສະມາທິຈິດນັ້ນ ຫາກຜູ້ຮັບຍັງຮັບໄດ້ ກໍເພີ່ມໄດ້ຕໍ່ໄປ ຫາກເຫັນວ່າ ພະລັງຈິດທີ່ສົ່ງໄປນັ້ນຢຸດລົງ ກໍຢຸດເພີ່ມະລັງຈິດໃນຄັ້ງນັ້ນ ແລະ ຕ້ອງເພີ່ມພະລັງຈິດອີກຈັກເທື່ອຈຶ່ງຈະໄດ້ຜົນ ສິ່ງນີ້ບໍ່ມີກໍານົດ ແນ່ນອນຂື້ນຢູ່ກັບຜູ້ຮັບ ຫາກຜູ້ຮັບສາມາດຮັບພະລັງຈິດໄດ້ຫຼາຍ ແລະ ເຮັດວ່າອະໄວຍະວະທີ່ຜິດປົກກະຕິນັ້ນ ປ່ຽນເປັນປົກກະຕິໄວ ພະລັງຈິດທີ່ສົ່ງໄປຈະຢຸດລົງ ຄວນຢຸດເພີ່ມພະລັງຈິດໃຫ້ຜູ້ປ່ວຍກັບໄປທໍາສະມາທິພາວະນາດ້ວຍຕົນເອງ ຜູ້ປ່ວຍຈະສ້າງພະລັງຈິດທີ່ດີຂື້ນມາໄດ້ ພະລັງຈິດນັ້ນໆ ຈະບໍາບັດທຸກໃຫ້ກັບຜູ້ປ່ວຍໄດ້ໃນທີ່ສຸດ
ການເພີ່ມພະລັງຈິດ ສາມາດເຮັດໄດ້ 3 ທາງຄື:
1. ເພີ່ມທີ່ອະໄວຍະວະນັ້ນໂດຍກົງ
2. ເພີ່ມທີ່ຈຸດກໍາເນີດຂອງພະລັງຈິດ ຄືທີ່ຕ່ອມໄພເນວ
3. ເພີ່ມພະລັງຈິດໃຫ້ຄວບຄຸມທັງຕົວຜູ້ຮັບ ຈະເພີ່ມໃຫ້ໃຜທີ່ອະໄວຍະວະໃດນັ້ນ ຈະຮູ້ ແລະ ເຫັນໄດ້ໃນສະມາທິນັ້ນໆ
ຜູ້ເພີ່ມພະລັງຈິດທີ່ດີ
ຜູ້ເພີ່ມພະລັງຈິດທີ່ດີຄວນມີຄຸນສົມບັດດັ່ງນີ້ຄື ເປັນຜູ້ທີ່ຕັ້ງຢູ່ໃນສິນ ສະມາທິ ປັນຍາ ແລະ ເມື່ອເພີ່ມພະລັງຈິດໃຫ້ກັບໃຜກໍຕາມຕ້ອງຮູ້ທຸກ ສາເຫດແຫ່ງທຸກ ຮູ້ຫົນທາງດັບທຸກ ແລະ ຮູ້ວິທີການດັບທຸກນັ້ນໆ ໂດຍຊັດເຈນ ພ້ອມຕັ້ງຕົນຢູ່ໃນພົມມະວິຫານທໍາ ແລະ ຫິຣິໂອດຕັບປະທໍາ

ຜູ້ຮັບພະລັງຈິດທີ່ດີ ຄື ເປັນຜູ້ທີ່ມີ:
1. ສັດທາ ຜູ້ຮັບຕ້ອງມີສັດທາທີ່ຈະຮັບພະລັງຈິດ
2. ສະມາທິ ຜູ້ຮັບຕ້ອງມີຄວາມຕັ້ງໝັ້ນແຫ່ງຈິດຢູ່ກັບກາຍ ແລະ ຈິດຂອງຕົນ
3. ສະຕິ ຜູ້ຮັບຕ້ອງມີຄວາມລະນຶກໄດ້ວ່າຕົນກໍາລັງຮັບພະລັງຈິດຢູ່
4. ປັນຍາ ຜູ້ຮັບຕ້ອງຮູ້ຈັກການປ່ອຍວາງຄວາມທຸກອອກຈາກຈິດໃຈໃນຂະນະນັ້ນ
5. ຄວາມຂະຫຍັນໝັ່ນພຽນ ການຮັບພະລັງຈິດນັ້ນຕ້ອງຮັບສະໝໍ່າສະເໝີ ແລະ ໃຫ້ຕັ້ງຢູ່ໃນຄໍາສອນຂອງພຸດທະອົງ ເປັນຫຼັກ.

ການເພີ່ມພະລັງຈິດຜ່ານບຸກຄົນອື່ນ ວັດຖຸຸອື່ນ     
ກໍທີ່ຈໍາເປັນ ຄື ຜູ້ປ່ວຍບໍ່ສາມາດຂໍຮັບພະລັງຈິດດ້ວຍຕົນເອງ ການເພີ່ມພະລັງຈິດຜ່ານບຸກຄົນອື່ນ ວັດຖຸອື່ນ ບາງກໍລະນີທີ່ຈໍາເປັນທີ່ຜູ້ປ່ວຍບໍ່ສາມາດຂໍຮັບພະລັງຈິດ້ວຍຕົນເອງໄດ້ ເຊັ່ນ: ຢູ່ໃນຫ້ອງຜູ້ປ່ວຍໜັກຢູ່ໃນໂຮງໝໍຈິດຕະເວດ ຢູ່ຕ່າງປະເທດ ກໍສາມາດເພີ່ມພະລັງຈິດຜ່ານກະແສຈິດຂອງຜູ້ໃກ້ຊິດ ເຊັ່ນ: ພໍ່, ແມ່, ລູກ, ຜົວ, ເມຍ, ຜູ້ເບິ່ງແຍງ ຫຼື ຜ່ານລົງໄປໃນນໍ້າດື່ມ ກໍສາມາດຊ່ວຍຜູ້ປ່ວຍໄດ້ດ້ວຍເປັນບາງສ່ວນເທົ່ານັ້ນ.

😁😁😁 
 ຖ້າໃຜອ່ານແລ້ວກະຢ່າລືມ ລອງເອົາໄປປະຍຸກໃຊ້ເບິ່ງ ເຮັດໄດ້ແລ້ວກະຢ່າລືມມາບອກ Admin ແນ່ເລີ!

ไม่มีความคิดเห็น:

แสดงความคิดเห็น