ທິບພະມົນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


1 ธันวาคม 2561

ທິບພະມົນ


ບົດເທດທິບພະມົນ



ນະໂມ ຕັດສັດຖູ ຣະຕະນັດຕະຍັດສະ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ທັນຍະທາຣາ ທະນັນຊະຍັດສະ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາຈະ ໂກຈິ ອຸປັດທະໂວ ຍະຖາ ການຈະນາມິ ອຸກຄະຕັດສະ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ການຈະນະຄິຣິສັງກາໂສ ຊະຕິລັດສະ ຄະເຣ ອຸປັດຊະຕິ ມາຂະໂຍ ມາ ວະໂຍ ຕຸຍຫັງ ມາຈະ ໂກຈິ ອຸບັດທະໂວ ຍະຖາ ກະຫາປະນານິ ມັນທາຕຸຣາຊິໂນ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸບັດທະໂວ ຍະຖາ ສັບພະທະນານິ ປຸນນະກັດສະ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸບັດທະໂວ ຍະຖາ ສັດຕະຣະຕະນະວັດສານິ ເວດສັນຕະຣັດສະ ຄະເຣ ປະວັດສັນຕູຕິ.

          ໂພ ສາທະໂວ ດູຣາສັບປຸຣິສະທັງຫຼາຍ ໂກຈິບັດທະໂວ ອັນວ່າຄວາມກັງວົນອົນຕາຍ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກິດມີແກ່ທ່ານເຖີ້ນ ໂກຈິ ປະຣິໂພໂຄ ອັນວ່າເຂົ້າຂອງເຄຶ່ອງບໍຣິໂພກ ອັນໃດອັນໜຶ່ງກໍດີ ມາ ຂະໂຍ ມາ ວະໂຍ ກໍຢ່າໄດ້ສ້ຽງໄປເໝິດໄປແກ່ທ່ານເຖີ້ນ ທັນຍະທາຣາ ອັນວ່າຖ່ອງແຖວເຂົ້າເປຶອກທັງຫຼາຍກໍຕົກລົງມາ ຄະເຣ ໃນເຮຶອນແຫ່ງທະນັນໄຊຍະເສດຖີແລ ມີດ້ວຍປະການສັນໃດ ອັນວ່າຖ່ອງແຖວເຂົ້າປຶອກທັງຫຼາຍ ກໍຈົ່ງໃຫ້ຕົກລົງມາ ຄະເຣ ໃນຢ້າວເຮຶອນແຫ່ງທ່ານ ກໍມີດ້ວຍປະການສັນນັ້ນເຖີນ ກ່າວຄືວ່າ ຄວາມສ້ຽງໄປເໝິດໄປແຫ່ງວັດຖຸເຂົ້າຂອງເຄຶ່ອງບໍຣິໂພກກໍດີແລ ຄວາມກັງວົນອົນຕາຍອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກິດມີແກ່ທ່ານເຖີ້ນ ອີກປະການໜຶ່ງ ໂກຈິ ປະຣິໂພໂຄ ອັນວ່າເຂົ້າຂອງກອງແກ້ວ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບົກໄດ້ແຫ້ງໄປແກ່ທ່ານເຖີ້ນ ການຈະນານິ ອັນວ່າເງິນແລຄໍາທັງຫຼາຍ ກໍຕົກລົງມາ ຄະເຣ ໃນເຮືອນແຫ່ງຈຸກຄະຕະເສດຖິ ແລມີອຸປະມາສັນໃດ ອັນວ່າເງິນແລຄໍາທັງຫລາຍ ກໍຈົ່ງຫລັ່ງໄຫລລົງມາ ຄະເຣໃນຢ້າວເຮືອນແຫ່ງທ່ານ ກໍມີອຸປະມາສັນນັ້ນເຖີ້ນ ໂກຈິ ອຸບັດທະໂວ ອັນວ່າອຸບັດທະວະເຫດຮ້າຍອົນຕາຍ ອັນໃດອັນໝຶ່ງກໍດີ ກໍຢ່າໄດ້ບັງເກິດມີແກ່ທ່ານທັງຫລາຍເຖີ້ນ ອັນໝຶ່ງ ໂກຈິ ປະຣິໂພໂຄ ອັນວ່າວັດຖຸເຂົ້າຂອງເຄຶ່ອງບໍລິໂພກ ທີ່ໄດ້ເສຍສະຫລະວາງໄປໃຫ້ເປັນທານແລ້ວອັນໃດອັນໝຶ່ງກໍດີ ກໍຢ່າໄດ້ບົກໄດ້ແຫ່ງໄປແກ່ທ່ານເຖີ້ນ ການຈະນະຄິຣີສັງກາໂສ ອັນວ່າດອຍຄໍາອັນສູງໄດ້ແປດສອກ ກໍເກີດມີມາໃນກໍ້າຫລັງເຮືອມແຫ່ງຊະດິນເສດຖີ ແລມີດ້ວຍປະການສັນໃດ ອັນວ່າເງິນແລຄໍາອັນເປັນພູດອຍ ກໍຈົ່ງບັງເກິດມີແກ່ທ່ານທັງຫລາຍດ້ວຍປະການສັນນັ້ນເຖີ້ນ ອັນວ່າອຸປັດທະວະອົນຕາຍ ອັນໃດອັນໝຶ່ງກໍດີ ກໍຢ່າໄດ້ເກິດມີແກ່ທ່ານເຖີ້ນ ອີກປະການໝຶ່ງ ອັນວ່າວັດຖຸເຂົ້າຂອງເຄຶ່ອງບໍຣິໂພກ ອັນໄດ້ໃຫ້ທານໄປແລ້ວ ກ່າວຄືວ່າເງິນແລຄໍາ ແກ້ວແຫວນ ເສື້ອຜ້າອາພອນອັນໃດອັນໝຶ່ງກໍດີ ກໍຢ່າໄດ້ ສ້ຽງໄປເໝິດກໍຂ້າແລກະຫາປະນານິ ອັນວ່າກະຫາປະນະຄືວ່າເງິນຄໍາແກ້ວແຫວນທັງຫລເຍ ກໍຕົກລົງມາ ຄະເລ ໃນຢ້າວເຮືອນຫໍໂຮງແຫ່ງພຣະຍາມັນທາຕຸຣາດ ດ້ວຍປະການສັນໃດ ອັນວ່າເຂົ້າຂອງກອງແກ້ວແລະເງິນຄໍາທັງຫລາຍ ຈົ່ງຕົກລົງມາ ຄະເຣ ໃນຢ້າວເຮືອນແຫ່ງທ່ານທັງຫລາຍດ້ວຍປະການສັນນັ້ນເຖີ້ນ ສ່ວນອັນວ່າຄໍາກັງວົນອົນຕາຍ ເຍື່ອງໃດເຍື່ອງໝຶ່ງກໍດີກໍຢ່າບັງເກິດມີແກ່ທ່ານ ພ້ອມທັງເຂົ້າຂອງເຄື່ອງບໍຣິໂພກ ອັນໃດອັນໝຶ່້ງກໍດີ ກໍຢ່າໄດ້ ສ້ຽງໄປເໝິດໄປແກ່ທ່ານເຖີ້ນ ສັບພະທະນານິ ອັນວ່າຊັບສົມບັດເຂົ້າຂອງທັງມວນ ອັນຕົກລົງມາ ຄະເຣ ໃນເຮືອນແຫ່ງປຸນນະກະເສດຖີ ແລມີດ້ວຍປະການສັນໃດ ອັນວ່າຊັບສົມບັດເຂົ້າຂອງເຫລົ່ານັ້ນ ກໍຈົ່ງຕົກລົງມາ ຄະເຣ ໃນຢ້າວເຮືອນຂອງທ່ານດ້ວຍປະການສັນນັ້ນເຖີ້ນ ກັບທັງຄວາມກັງວົນອົນຕາຍທັງຫລາຍເປັນຕົ້ນວ່າ ຄວາມບໍ່ສໍາບາຍເດືອດເນື້ອຮ້ອນໃຈ ເຈັບໄຂ ທຸກໂສກໄໝ້ໝອງໃຈ ແລະ ຮ້ອງໄຫ້ຕ່າງໆກໍຢ່າໄດ້ບັງເກິດມີແກ່ທ່ານເຖີ້ນ ອີກປະການໜຶ່ງ ອັນວ່າເຂົ້າຂອງເຄຶ່ອງບໍຣິໂພກ ອັນໃດອັນໜຶ່ງກໍດີ ຄືວ່າເງິນຄໍາແກ້ວແຫວນ ເສື້ອຜ້າອາພອນ ແລະ ເຂົ້ານໍ້າໂພຊະນະອາຫານກໍຢ່າໄດ້ສ້ຽງ ໄດ້ເໝິດໄປແກ່ທ່ານແລ ສັດຕະຣະຕະນະວັດສານິອັນວ່າຫ່າຝົນແກ້ວເຈັດປະການ ອັນຕົກລົງມາ ໃນຂ່ວງຄຸ້ມຜາສາດຣາຊວັງຫຼວງ ແຫ່ງພຣະຍາເວດສັນດອນ ປາງເມື່ອເປັນຣັດສີຕົນສິກໃໝ່ ສະເດັດຈາກປ່າໄມ້ເຂົ້າມາເມືອງວັນນັ້ນ ກໍມີດ້ວຍປະການສັນໃດ ອັນວ່າຫ່າຝົນແກ້ວເຈັດປະການຄື: 
        ວ່າແກ້ວປັດທະມະຣາດເຫຼື້ອມເຫຼືອຕາ ແກ້ວພິລາງາມພົ້ນພຸ່ງ ແກ້ວປະພານມີແສງເຮຶອງຮຸ່ງ ແກ້ວມະນີພຸ່ງຣັສມີ ແກ້ວພິທູນມີຄ່າມາກ ແກ້ວວະຊິຣະຫຼາກອາພາ ແກ້ວມຸກດາງາມຊ້ອຍໂຊດ ເຊິນຄໍາໂສກເຫຼຶອຫຼາຍ ກໍຈົ່ງຕົກລົງມາຢາຍຢັ່ງຢາດເດັຍຣະດາດເຕັມບ້ານເຕັມເຮືອນ ຂອງທ່ານເຈົ້າມູລສັດທາອັນມີເຈົ້າເຮຶອນເປັນເຄົ້າ ກັບທັງຂໍຢ່າໃຫ້ພວກທ່ານໂສກເສົ້າ ທຸກຍາກໄຮ້ເຂັນໃຈສັງສັກເທຶ່ອກໍຂ້າເຖີ້ ເທສນາປະຣິໂຍສາເນ ໃນເມຶ່ອແລ້ວຣົສທັມມະເທສນາ ຂໍໃຫ້ເຈົ້າມູລສັດທາທັງຫຼາຍ ຈົ່ງໄດ້ດັ່ງຄໍາມັກ ຄໍາປາຖະນາສົມດັ່ງກ່າວມາແລ້ວ ແຕ່ຫົນຫຼັງນິດຖິຕັງ ກໍສະເດັດບໍຣະບວນຄວນແລ້ວທໍ່ນີ້ກ່ອນແລນິດຖິຕາ.

ไม่มีความคิดเห็น:

แสดงความคิดเห็น