ຈິດ ເປັນພະລັງງານຄື້ນຮູບໜຶ່ງ ທີ່ມີລັກສະນະສະເພາະ
ເປັນພະລັງທີ່ເຂົ້າຄວບຄຸມຊີວິດ ຮ່ວມກັບພະລັງຈັກກະວານ (ພະລັງທໍາມະຊາດ ຫຼື
ອະປະຣານະຊີ່ກົງ) ລວມເປັນຮູບ ເອີ້ນວ່າ: ຈິດວິນຍານ ດັ່ງນີ້, ທັງຈິດ ແລະ
ວິນຍານລ້ວນເປັນພະລັງງານ ແລະ ມີພະລັງງານໃນຕົວເອງຢູ່ແລ້ວ.
ດັ່ງນີ້, ຈິດ ຄື
ພະລັງງານຮູບໜຶຶ່ງທີ່ມີພະລັງຢູ່ໃນຕົວຢູ່ແລ້ວ ບໍ່ຈໍາເປັນຕ້ອງໄປເອົາພະລັງໃຜມາ
ໄປດູດເອົາຂອງໃຜ ຫຼື ການໄປດູດເອົາພະລັງສິ່ງອື່ນໆມາ ການໄປເອົາພະລັງມາຫຼາຍ
ຈະເສຍຄວາມສົມດູນ ຈົນກະທົບຕໍ່ຮ່າງກາຍໄດ້ ຈົນກະທົບຕໍ່ຮ່າງກາຍໄດ້
ພົບໄດ້ໃນພວກເລ່ນພະລັງທາດຕ່າງໆ ເຊັ່ນ: ໄຟ, ນໍ້າ ເຮັດໃຫ້ຮ່າງກາຍເສຍຄວາມສົມດູນ.
ການເຝີກຈິດວິນຍານ
ມີສອງລັກສະນະ ຄື:
ການຝືກຈິດ
ຄື: ການຝືກຈິດເຂົ້າສູ່ຄວາມບໍລິສຸດໜຶ່ງ ແລະ ໃຊ້ພະລັງຈິດໄປທໍາງານໄດ້ໜຶ່ງ
ການຝືກລົມປານ
ຄື: ການຄວບຄຸມພະລັງວິນຍານ ເພື່ອຊ່ວຍການທໍາງານຂອງຮ່າງກາຍຕ່າງໆ
ການຝືກຈິດ ທີ່ເພີ່ນມັກຈະເອີ້ນວ່າ: ກໍາມະຖານ
ແບບຂອງພຣາມເກົ່າທີ່ພຣະພຸດທະອົງ
ໄປຮຽນມາແລ້ວມາປັບຖ່າຍທອດຕໍ່ໃຫ້ພຣະສາວົກເກັບສືບທອດຕໍ່ມາ
ແລ້ວຍັງມີສ່ວນທີ່ພຣະພຸດທະອົງ ຊົງບັນຍັດເອງ ແລະ ສ່ວນທີ່ພຣະອໍຣະຫັນຕະສາວົກຄົ້ນຄິດເອງ.
ສ່ວນການຝືກລົມປານ ພັດທະນາມາຈາກ ອານາປານະສະຕິເປັນສ່ວນສຳຄັນ ມາແຕກຂະແໜງຕອນທ່ານ ຕັ໋ກມໍ້ ມາເຜີຍແຜ່ ແລ້ວແຕກຂະແໜງຫຼາຍຂື້ນອີກ ຈົນເຖິງ ຮຸ່ນທ່ານປະຣະມາຈານ ຊານຟົງ ຖືເປັນຈຸດສຸດຍອດຂອງພະລັງຊີ່ກົງ.
ສ່ວນການຝືກລົມປານ ພັດທະນາມາຈາກ ອານາປານະສະຕິເປັນສ່ວນສຳຄັນ ມາແຕກຂະແໜງຕອນທ່ານ ຕັ໋ກມໍ້ ມາເຜີຍແຜ່ ແລ້ວແຕກຂະແໜງຫຼາຍຂື້ນອີກ ຈົນເຖິງ ຮຸ່ນທ່ານປະຣະມາຈານ ຊານຟົງ ຖືເປັນຈຸດສຸດຍອດຂອງພະລັງຊີ່ກົງ.
ປົກກະຕິ ເຮົາຄວນຝືກຈິດໃຫ້ບໍລິສຸດກ່ອນ ໃຫ້ຮູ້ຈັກຈິດແທ້ ຈຶ່ງຄ່ອຍຕໍ່ດ້ວຍການຝຶກໃຊ້ງານຈິດ ແລະ ໃຊ້ພະລັງຈິດ ຈາກນັ້ນ ຈຶ່ງຕໍ່ດ້ວຍການຝຶກລົມປານຂະແໜງຕ່າງໆ.
ໂດຍມີເປົ້າໝາຍ
ຄື ການຫຼຸດພົ້ນ ແລະ ຢູ່ໃນໂລກຢ່າງບໍ່ທຸກເກີນໄປ
ຮັກສາຕົວເອງໄດ້ດ້ວຍພະລັງຕົນເອງ ດັ່ງນີ້, ປົກກະຕິແລ້ວ
ຫາກຈິດບໍ່ບໍລິສຸດ ຫຼື ບໍ່ມີຈິດກົງຕໍ່ນິພພານ (ໂສດາບັນ)
ຈະບໍ່ມີການຖ່າຍທອດກຳມະຖານຂັ້ນສູງກັນຢ່າງເດັດຂາດ
ພຣະພຸດທະອົງຊົງຫ້າມໄວ້ ຊົງເທດສະໜາກ່ອນ ເມື່ອບັນລຸໂສດາບັນແລ້ວ
ທ່ານຈຶ່ງໃຫ້ກຳມະຖານຕາມຫຼັງ ເພາະກຳມະຖານເຮັດໃຫ້ຄົນຢຶດຕິດໄດ້ອີກ ບາງຄົນຢຶດຕິດໃນປະຈຸບັນແລ້ວ
ພໍມາຝຶກຈິດ ເຫັນອະດີດ ຢຶດອະດີດຕໍ່ ເຫັນອະນາຄົດຢຶດອະນາຄົດຕໍ່
ເຫັນສະຫວັນຢຶດສະຫວັນຕໍ່ ດັ່ງນີ້ ຈຶ່ງບໍ່ສອນກັນງ່າຍໆ.
ພະລັງຈິດກໍຄື ການກຳນົດຈິດ
ເຮັດໃຫ້ການເຄື່ອນໄຫວຂອງຈິດສຳນຶກ
ມາເຊື່ອມຕິດກັບການເຄື່ອນໄຫວຂອງຊີວິດ ລວບລວມ ແລະ
ຫຍໍ້ການເຄື່ອນໄຫວຂອງຈິດສຳນຶກໃຫ້ຫົດຕົວຢູ່ໃນພາຍໃນ ເຊິ່ງເປັນການລວບລວມການເຄື່ອນໄຫວຂອງຈິດສຳນຶກ
ທີ່ບໍ່ເປັນລະບຽບ ໃຫ້ເປັນເລື່ອງດຽວກັນ
ຄິດເຖິງແຕ່ເລື່ອງດຽວກັນເທົ່ານັ້ນ ແຕ່ບາງຄັ້ງຈິດໃຕ້ສຳນຶກ
(ເລື່ອງລາວໃນອະດີດ) ອາດຈະຫຼຸດອອກມາເປັນຄວາມຄິດ
ແຕ່ເຮົາໃຊ້ຈິດສຳນຶກພິຈາລະນາວ່າ ຄວນທຳຕາມຈິດໃຕ້ສຳນຶກ ຫຼື
ບໍ່ທຳຕາມ ຫາກເຮົາສາມາດເອົາຊະນະຈິດໃຕ້ສຳນຶກທີ່ບໍ່ດີໄດ້
ສະແດງເຖິງເຮົາມີພະລັງຈິດ ສາມາດບັງຄັບບັນຊາຈິດ
ເຊິ່ງທຳໜ້າທີ່ຄິດໄປເລື້ອຍໆ ຫາກພັດທະນາຈົນໄປເຖິງລະດັບ
ຮູ້ເທົ່າທັນໃນປະຈຸບັນຂະນະ ເອີ້ນວ່າ: ສຳເລັດວິຊາແລ້ວ.
ພະລັງຈິດ ເກີດຈາກ ຈິດທີ່ບໍລິສຸດ ບໍ່ມີນິວອນ 5 ຈາກນັ້ນທຳສະມາທິກຳມະຖານ ຈົນໄດ້ຍານ ເມື່ອຈິດບໍລິສຸດເຂົ້າສະມາທິ ກຳລັງຂອງຍານຈະທຳໃຫ້ຈິດນັ້ນມີພະລັງເຊັ່ນ: ມະໂນມະຍິດທິ ລິດທິທາງໃຈ ພະລັງເຫຼົ່ານີ້ ຄືຜົນໄດ້ຈາກການລະວາງກິເລດຕ່າງໆ ຫາກປະຕິບັດຕໍ່ໄປ ມີໂອກາດບັນລຸທຳຂັ້ນສູງ ມີອິດທິເດດຂື້ນມາອີກ ເອີ້ນວ່າ: ຍານສະມາບັດ ວິຊຊາ ວິມຸດຕິ ຫຼັງຈາກທີ່ບັນລຸມັກຜົນແລ້ວ ຈະບໍ່ສົນໃຈໃນອິດທິເດດໃດໆ ມີພຽງວິມຸດຕິ ດັບຈິດ ດັບສັງຂານຕໍ່ໄປ.
ไม่มีความคิดเห็น:
แสดงความคิดเห็น