ນັກຈິດຕະວິທະຍາກ່າວໄວ້ວ່າ.. - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


21 กุมภาพันธ์ 2562

ນັກຈິດຕະວິທະຍາກ່າວໄວ້ວ່າ..


ນັກຈິດຕະວິທະຍາກ່າວໄວ້ວ່າ...


   -    ຄົນເຮົາ ຈະລົມກັບໃຜໄດ້ບໍ່ເກີນ 4 ເດືອນ ຖ້າເກີນ 4 ເດືອນ ແປວ່າຄື ຄວາມຮັກ
-    ຖ້າເຈົ້າຫົວຫຼາຍເກີນໄປ ແມ່ນແຕ່ເລື່ອງໄຮ້ສາລະ ນັ້ນໝາຍຄວາມວ່າ ເຈົ້າຮູ້ສຶກໂດດດ່ຽວຢູ່ພາຍໃນໃຈ
-    ຖ້າເຈົ້າຢາກຈະຮ້ອງ ແຕ່ຮ້ອງບໍ່ອອກ ນັ້ນໝາຍຄວາມວ່າ ເຈົ້າຮູ້ສຶກອ່ອນແອ
-    ຖ້າເຈົ້າກິນສິ່ງໃດຜິດປົກກະຕິຈາກທີ່ກິນ ນັ້ນໝາຍຄວາມວ່າ ເຈົ້າຮູ້ສຶກເຄັ່ງຄຽດ
-    ຖ້າເຈົ້າມົວແຕ່ນອນ ບໍ່ເຮັດຫຍັງ ນັ້ນໝາຍຄວາມວ່າ ເຈົ້າຮູ້ສຶກໂສກເສົ້າ
-    ຖ້າເຈົ້າເວົ້ານ້ອຍ ແຕ່ເວົ້າໄວ ນັ້ນໝາຍຄວາມວ່າ ເຈົ້າມີຄວາມລັບຢູ່ໃນໃຈ
-    ຖ້າເຈົ້າຢາກຮ້າຍ ຫງຸດຫງິດງ່າຍກັບເລື່ອງເລັກໆນ້ອຍໆ ນັ້ນໝາຍຄວາມວ່າ ເຈົ້າຕ້ອງການຄວາມຮັກ
-    ຄົນທີ່ເລີກກັນແຕ່ຍັງເປັນເພື່ອນກັນໄດ້ ແປວ່າ ທັງຄູ່ ຍັງຮັກກັນ ຫຼື ບໍ່ກໍບໍ່ເຄີຍຮັກກັນເລີຍ
-    ຢ່າປ່ອຍໃຫ້ຄົນທີ່ເຈົ້າຮູ້ສຶກດີ ມາຈູບໜ້າຜາກ ເພາະມັນຈະເປັນການ ເຮັດໃຫ້ເຈົ້າ ຈົດຈໍາເຂົາຕະຫຼອດຊີວິດ
-    ນັກຈິດຕະວິທະຍາທ່ານໜຶ່ງໄດ້ກ່າວວ່າ ສິ່ງທີ່ເຈົ້າຕໍ່ຕ້ານຈະຄົງຢູ່ Carl G. Jung
-    ເວລາຈີບໃຜ ໃຫ້ຈີບເປັນເວລາ 21 ວັນ ເພາະ ວັນທີ 22 ຖ້າເຂົາຮັກເຮົາ ເຂົາຈະທັກເຮົາເອງ
-    ຄົນທີ່ເຈົ້າລົມກັນແລ້ວມີຄວາມສຸກ ມີຄວາມເປັນໄດ້ວ່າເຮົາຮັກເຂົາ
-    ເຈົ້າລອງກົ້ມໜ້າໄປດົນໆ ແລ້ວເງີຍໜ້າຂື້ນມາ ເບິ່ງໄປຮອບໆ ຖ້າເຈົ້າສົບຕາໃຜ ແປວ່າ ເຂົາຄົນນັ້ນແອບເບິ່ງເຮົາຢູ່
-    ເວລາເຈົ້າຮັກໃຜ ໃຫ້ບອກເຂົາໄປ ຈະເຮັດໃຫ້ເຂົາມີຄວາມຮູ້ສຶກດີໆໃຫ້ເຮົາ
-    ໃຫ້ຄວາມສໍາຄັນຝ່າຍກົງຂ້າມ ຂໍຄວາມຊ່ວຍເຫຼືອຈາກເຂົາດ້ວຍຄວາມຈິງໃຈ ແມ່ນວ່າຝ່າຍກົງຂ້າມຈະເປັນສັດຕູມາກ່ອນ ກໍສາມາດກາຍເປັນເພື່ອນກັນໄດ້
-    ນັກຈິດຕະວິທະຍາກ່າວວ່າ ຖ້າເຮົາເຖິງຝັນເຖິງໃຜ ຄົນນັ້ນຈະຄິດຮອດເຮົາ
-    ເຈົ້າຈະເຂົ້າໃຈຄວາມຮັກຫຼາຍຂື້ນ ເມື່ອຄັ້ງໜຶ່ງເຈົ້າເຄີຍມີ ຫຼື ສູນເສຍມັນໄປ
-    ຖ້າເຈົ້າເຮັດເປັນຕົ໋ວະຮັກໃຜ ອີກວັນໜຶ່ງເຈົ້າຈະຕົກຫຼຸມຮັກເຂົາ
-    ນັກຈິດຕະວິທະຍາກ່າວໄວ້ວ່າ ຖ້າເປັນເພື່ອນກັນມາຫຼາຍກວ່າ 7 ປີ ຈະເປັນເພື່ອນກັນໄປຈົນຕາຍ
-    ຖ້າເຈົ້າເອົາແຕ່ໄຂວ່ຄວ້າຕາມຫາຄວາມສຸກ ເຈົ້າຈະບໍ່ມີວັນເຫັນມັນ
-    ການທີ່ເຈົ້າຖ້າໃຜບາງຄົນ ອາດເຮັດໃຫ້ເຈົ້າສູນເສຍຄົນດີໆໄປແລ້ວຫຼາຍຄົນ
-    ຄົນທີ່ມັກຟັງເພງແລ້ວຈິນຕະນາການໄປເລື້ອຍໆ ບໍ່ແມ່ນຄົນເພີ່ເຈີ້ ແຕ່ຈະເປັນຄົນທີ່ໃສ່ໃຈໃນທຸກລາຍລະອຽດ ແລະ ອ່ອນໂຍນຕໍ່ເລື່ອງຂອງຄວາມຮັກ
-    ຖ້າຈະເບິ່ງຄົນທີ່ເສຍໃຈຫຼາຍໆ ເປັນຄັ້ງທໍາອິດ ໃຫ້ເບິ່ງຕອນ ຮ້ອງໃຫ້ ເພາະວ່າ ຈະຮ້ອງໃຫ້ໄດ້ຟູມຟາຍ ແລະ ຍາວນານ
-    ຄົນທີ່ມັກເບິ່ງສິ່ງທີ່ຕະຫຼົກ ເຊັ່ນ: ໜັງຕະຫຼົກ ຄຣິບຮາຮາ ມັນຈະມີເລື່ອງເສົ້າ ເຖິງເສົ້າຫຼາຍຢູ່ໃນໃຈ
-    ເວລາທີ່ເຮົາຢາກຮ້າຍ ຄົນຟັງບໍ່ຮັບຮູ້ດອກວ່າ ເຮົາເວົ້າອັນໃດຮັບຮູ້ພຽງແຕ່ວ່າອາລົມຄວາມຢາກຮ້າຍຂອງເຮົາ
-    ຖ້າເຮົາເອົາຮູບໃຜຂື້ນມາໜ້າຈໍໂທລະສັບ ຫຼື ຄອມພິວເຕີ ສະແດງວ່າ ເລີ່ມຕົກຫຼຸມຮັກເຂົາແລ້ວ
-    ເວລາຢາກຮ້າຍແຮງໆ ຈະພິມແປ້ນພິມໄວກວ່າປົກກະຕິ
-    ເວລາຢາກຮ້າຍ ຈະບໍ່ມີໃຜຟັງທີ່ເຮົາເວົ້າ ເພາະມົວແຕ່ຮັບຄວາມຮູ້ສຶກຂອງເຮົາຢູ່
-    ນັກຈິດຕະວິທະຍາກ່າວວ່າ ເຮົາພໍ້ໃຜພາຍໃນ 30 ວິນາທີ ເຮົາຈະຈໍາເຂົາໄປຕະຫຼອດຊີວິດ
-    ນັກຈິດຕະວິທະຍາບອກວ່າ ຄົນເຮົາສາມາດຈ້ອງຕາກັນໄດ້ 3.0 ວິນາທີ ແຕ່ຖ້າຕົກຫຼຸມຮັກ ສາມາດຈ້ອງໄດ້ 8.9 ວິນາທີ
-    ຄວາມຮັກທີ່ເຮົາ ລໍຖ້າ ຊວນເວົ້າ ເຮັດອັນໃດຝ່າຍດຽວຕະຫຼອດ ນັ້ນບໍ່ແມ່ນຄວາມຮັກ.

ไม่มีความคิดเห็น:

แสดงความคิดเห็น