ການສື່ສານຂໍ້ມູນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


25 กุมภาพันธ์ 2562

ການສື່ສານຂໍ້ມູນ


ການສື່ສານຂໍ້ມູນ (Data Communication)



     ການສື່ສານຂໍ້ມູນເປັນການຖ່າຍທອດຄວາມຮູ້ ຄວາມຄິດ ຄວາມຮູ້ສຶກຈາກຄົນໜຶ່ງໄປສູ່ອີກຄົນໜຶ່ງ ໂດຍອາໃສສື່ ຫຼື ເຄື່ອງມືຕ່າງໆ ເປັນຊ່ອງທາງໃນການສື່ສານ ເຊັ່ນ: ການສື່ສານດ້ວຍທ່າທາງ, ຖ້ອຍຄໍາ, ສັນຍະລັກ, ຮູບແຕ້ມ, ຈົດໝາຍ ເປັນຕົ້ນ. ຕໍ່ມາການສື່ສານຂໍ້ມູນໄດ້ພັດທະນາ ແລະ ກ້າວໜ້າໄປຢ່າງຕໍ່ເນື່ອງ ມີການນໍາເທັກໂນໂລຊີຄອມພິວເຕີ ແລະ ເທັກໂນໂລຊີດ້ານເຄືອຂ່າຍຄອມພິວເຕີ ມາປະຍຸກໃຊ້ໃນການຕິດຕໍ່ສື່ສານ ເຮັດໃຫ້ການສື່ສານມີຄວາມສະດວກ ວ່ອງໄວ ລວມທັງໄດ້ຮັບຂ່າວສານທັນຕໍ່ເຫດການອີກດ້ວຍ.

 
1.  ຄວາມໝາຍຂອງການສື່ສານຂໍ້ມູນ
ການສື່ສານ (Communication) ໝາຍເຖິງ ຂະບວນການຖ່າຍທອດ ຫຼື ແລກປ່ຽນສານ ຫຼື ສື່ລະຫວ່າງຜູ້ສົ່ງກັບຜູ້ຮັບ ໂດຍສົ່ງຜ່ານຊ່ອງທາງນໍາສານ ຫຼື ສື່ ເພື່ອໃຫ້ເກີດຄວາມເຂົ້າໃຈເຊິ່ງກັນ ແລະ ກັນ
ການສື່ສານຂໍ້ມູນ (Data Communication) ໝາຍເຖິງ ຂະບວນການ ຫຼື ວິທີການຖ່າຍທອດຂໍ້ມູນ ລະຫວ່າງຜູ້ໃຊ້ກັບຄອມພິວເຕີ ທີ່ມັກຈະຢູ່ຫ່າງໄກກັນ ແລະ ຈໍາເປັນຕ້ອງອາໄສລະບົບການສື່ສານໂທລະຄົມມະນາຄົມ (Telecommunication) ເປັນສື່ກາງໃນການຮັບສົ່ງຂໍ້ມູນ.

2.  ອົງປະກອບຂອງລະບົບສື່ສານຂໍ້ມູນ
      ອົງປະກອບພື້ນຖານຂອງລະບົບສື່ສານຂໍ້ມູນ ປະກອບດ້ວຍ:
1.       ຂໍ້ມູນ/ຂ່າວສານ (Data/Message) ຄື ຂໍ້ມູນ ຫຼື ສາລະສົນເທດຕ່າງໆ ທີ່ຕ້ອງການສົ່ງໄປຍັງຜູ້ຮັບ ໂດຍຂໍ້ມູນ/ຂ່າວສານອາດປະກອບດ້ວຍຂໍ້ຄວາມ, ຕົວເລກ, ຮູບພາບ, ສຽງ, ວີດິໂອ ຫຼື ສື່ປະສົມ
2.       ຜູ້ສົ່ງ (Sender) ຄື ຄົນ ຫຼື ອຸປະກອນທີ່ໃຊ້ສໍາລັບສົ່ງຂໍ້ມູນ/ຂ່າວສານ ເຊິ່ງອາດເປັນເຄື່ອງຄອມພິວເຕີ ໂທລະສັບ ກ້ອງວີດິໂອ ຈານດາວທຽມ ເປັນຕົ້ນ
3.       ຜູ້ຮັບ (Receiver) ຄື ຄົນ ຫຼື ອຸປະກອນ ທີີ່ໃຊ້ສໍາລັບຮັບຂໍ້ມູນ/ຂ່າວສານ ທີ່ທາງຜູ້ສົ່ງຂໍ້ມູນສົ່ງໃຫ້ ເຊິ່ງອາດເປັນເຄື່ອງຄອມພິວເຕີ ໂທລະສັບ ເຄື່ອງພິມ ຈານດາວທຽມ ເປັນຕົ້ນ
4.       ສື່ກາງໃນການສົ່ງຂໍ້ມູນ (Transmission media) ຄື ອຸປະກອນ ຫຼື ສິ່ງທີ່ທໍາໜ້າທີ່ຮັບສົ່ງຂໍ້ມູນ/ຂ່າວສານ ໄປຍັງຈຸດໝາຍປາຍທາງ ໂດຍສື່ກາງໃນການສົ່ງຂໍ້ມູນ ຈະມີທັງແບບມີສາຍ ເຊັ່ນ: ສາຍເຄເບີ້ນ, ສາຍຍູທີພີ, ສາຍໄຟເບີຣ໌ອອພຕິກ ແລະ ສື່ກາງໃນການສົ່ງຂໍ້ມູນບໍ່ມີສາຍ ເຊັ່ນ: ຄື້ນວິທະຍຸ ໄມໂຄຣເວຟ ແລະ ດາວທຽມ
5.       ໂພຣໂທຄອລ (Protocol) ຄື ກົດເກນ ລະບຽບ ຫຼື ຂໍ້ປະຕິບັດຕ່າງໆ ທີ່ກໍານົດຂື້ນມາເພື່ອເປັນຂໍ້ຕົກລົງໃນການສື່ສານຂໍ້ມູນ ລະຫວ່າງຜູ້ຮັບ ແລະ ຜູ້ສົ່ງ ເພື່ອໃຫ້ຜູ້ຮັບ ແລະ ຜູ້ສົ່ງເຂົ້າໃຈກັນ ແລະ ສາມາດສື່ສານກັນໄດ້ຢ່າງຖືກຕ້ອງ
6.       ຊອບແວຣ໌ (Software) ເປັນໂປຣແກຣມສໍາລັບດໍາເນີນການ ແລະ ຄວບຄຸມການສົ່ງຂໍ້ມູນຜ່ານຄອມພິວເຕີ ເພື່ອໃຫ້ໄດ້ຂໍ້ມູນຕາມທີ່ກໍານົດໄວ້ ຕົວຢ່າງຊອບແວຣ໌ ເຊັ່ນ: Windows 10, Unix, Google Chrome, Internet Explorer ເປັນຕົ້ນ.

ไม่มีความคิดเห็น:

แสดงความคิดเห็น