ຄວາມ​ສຳພັນ​ຂອງ​ຈິດຕະ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


21 กุมภาพันธ์ 2562

ຄວາມ​ສຳພັນ​ຂອງ​ຈິດຕະ


ຄວາມ​ສຳພັນ​ຂອງ​ຈິດ​ວິທະຍາ​ກັບ​ສາດ​ອື່ນ



ຈິດ​ວິທະຍາ​ ມີ​ຄວາມ​ສຳພັນ​ແໜ້ນ​ແຟ້ນ​ກັບ​ ວິ​ຊາ​ ຈິດຕະ​ເວດ​ສາດ (ອັນ​ເປັນ​ສ່ວນໜຶ່ງ​ຂອງ​ວິ​ຊາ​ແພດ​ສາດ ຄື​ສາ​ຂາ​ທີ່​ວ່າ​ດ້ວຍ​ການ​ຮັກສາ​ຈິດ​ໃຈ) ແລະ ​ກັບ​ສາດ​ທາງ​ຊີວະ​ວິທະຍາ ເຊິ່ງ​ໄດ້​ແກ່: ສ​ະລີລະ​ວິທະຍາ ປະສາດ​ວິທະຍາ​ ແລະ ​ຊີວະ​ເຄ​ມີ ພຶດຕິກຳ ຂອງ​ບຸກ​ຄົນ​ຈຳ​ເປັນ​ຢ່າງ​ຍິ່ງ ​ທີ່​ຈະ​ຕ້ອງ​ສຶກ​ສາ​ຈາກ​ບຸກ​ຄົນ​ນັ້ນ​ໂດຍ​ກົງ​ກ່ອນ ທັງ​ທາງ​ດ້ານ​ພັນ​ທຸ​ກຳ ລະ​ດັບ​ວຸ​ຖິ​ພາ​ວະ ແລະ ​ສະພາບ​ການ ເຄື່ອນ​ໄຫວ​ຂອງ​ຮ່າງກາຍ ແລະ ​ປະຈຸບັນ​ກໍ​ສຳພັນ​ຢ່າງ​ຈະແຈ້ງ​ກັບ​ມະນຸດ​ວິທະຍາ ​ແລະ ​ສັງຄົມ​ວິທະຍາ ໂດຍ​ມະນຸ​ດ​ວິທະຍາ​ ສຶກ​ສາ​ຈຸດ​ກຳ​ເນີດ ຂອງ​ມະນຸດ ແລະ ​ການ​ສືບ​ທອດ​ວັດທະນະທຳ ຂະໜົບ​ທຳນຽມ​ປະເພນີ ສິ່ງ​ແວດ​ລ້ອມ​ທາງ​ສັງຄົມ ສ່ວນ​ດ້ານ​ສັງຄົມ​ວິທະຍາ​ຈະ​ເນັ້ນ ສຶກ​ສາກຸ່ມ​ສັງຄົມ​ຫຼາຍກວ່າ​ຕົວບຸກ​ຄົນ ໂດຍ​ສຶກ​ສາ​ການ​ປະ​ການພົບປະສັງຄົມ​ຂອງ​ແຕ່​ລະ​ບຸກ​ຄົນ​ໃນ​ກຸ່ມ ແລະ​ ສຶກ​ສາ​ອິດທິພົນ​ຂອງ​ກຸ່ມທີ່​ມີ​ຕໍ່ ແຕ່​ລະ​ບຸກ​ຄົນ.

ไม่มีความคิดเห็น:

แสดงความคิดเห็น