ວິວັດທະນາການຂອງຄອມພິວເຕີ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


7 มีนาคม 2562

ວິວັດທະນາການຂອງຄອມພິວເຕີ


ວິວັດທະນາການຂອງຄອມພິວເຕີ


ວິວັດທະນາ​ການ​ເທັກ​ໂນ​ໂລ​ຊີ ວິ​ສະວະກໍາຈຶ່ງ​ກ່າວເຖິງ ​ ວິວັດທະນາ​ການ​ທາງ​ຄອມພິວເຕີ ພັດທະນາ​ການ​ທາງ​ດ້ານ​ເທັກ​ໂນ​ໂລ​ຢີ​ ໃນ​ຊ່ວງ 100 ປີ​ທີ່​ຜ່ານມາ​ ໄດ້​ພັດທະນາ​ໄປ​ຢ່າງ​ວ່ອງໄວ ໂດຍ​ສະເພາະ​​ເທັກ​ໂນ​ໂລ​ຢີ​ທາງ​ດ້ານ ຄອມພິວເຕີ ເມື່ອ 50 ປີ​ທີ່​ແລ້ວ​ມາ ມີ​ຄອມພິວເຕີ​ຂຶ້ນ​ໃຊ້​ງານ ຕໍ່​ມາ​ເກີດ​ລະບົບ​ສື່​ສານ​ໂທລະຄົມມະນາຄົມ​ສະໄໝ​ໃໝ່​ເກີດ​ຂຶ້ນຢ່າງຫຼວງຫຼາຍ ແລະ​ ມີ​ແນວ​ໂນ້ມ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ ເຮົາ​ສາມາດ​ແບ່ງ​ພັດທະນາ​ການ​ຄອມພິວເຕີ​ ຈາກ​ອະ​ດີດ​ສູ່​ປະຈຸບັນ ສາມາດ​ແບ່ງ​ເປັນ​ຍຸກ​ກ່ອນ​ການ​ໃຊ້​ໄຟ​ຟ້າ​ເອເລັກໂຕນິກ ແລະ ​ຍຸກ​ທີ່​ເຄື່ອງ​ຄອມພິວເຕີ​ເປັນ​ອຸປະກອນ​ໄຟ​ຟ້າ​ເອເລັກໂຕນິກ​ ໂດຍ​ແບ່ງ​ເປັນ 5 ຍຸກ ຈາກ​ອະ​ດີດ​ຈົນ​ເຖິງ​ປະຈຸບັນ ດັ່ງ​ນີ້:

1. ຄອມພິວເຕີ​ຍຸກທໍາອິດ ຫຼື ຄອມພິວເຕີ​ຍຸກ​ຫຼອດ​ສູນ​ຍາກາ​ດ (ປີ ພ.ສ. 2488-2501)

      
ຢູ່​ລະຫວ່າງ​ປີ ພ.ສ. 2488 ເຖິງ ພ.ສ. 2501 ເປັນ​ຄອມພິວເຕີ​ທີ່​ໃຊ້​ຫຼອດ​ສຸນ​ຍາກາ​ດ​ ເຊິ່ງ​ໃຊ້ກຳລັງ​ໄຟ​ຟ້າ​ສູງ ຈຶ່ງ​ມີ​ບັນຫາ​ເລື່ອງ​ຄວາມ​ຮ້ອນ ​ແລະ ​ໄສ້​ຫຼອດ​ຂາດ​ເລື້ອຍໆ ເຖິງ​ແມ່ນ​ຈະ​ມີ​ລະບົບ​ລະບາຍ​ຄວາມ​ຮ້ອນ​ທີ່​ດີ​ຫຼາຍ ກາ​ນ​ສັ່ງ​ງານ​ໃຊ້​ພາສາ​ເຄື່ອງ ​ເຊິ່ງ​ເປັນ​ລະ​ຫັດ​ຕົວ​ເລກ​ທີ່ຫຍຸ້ງ​ຍາກສັບ​ຊ້ອນ ເຄື່ອງ​ຄອມພິວເຕີ​ຂອງ​ຍຸກ​ນີ້​ ມີ​ຂະໜາດ​ໃຫຍ່​ ເຊັ່ນ: ມາ​ຣ໌ຄ ວັນ (MARK I), ອີ​ນິ​ແອກ (ENIAC), ຢູ​ນິ​ແວກ (UNIVAC

      
ໃນ​ປີ ພ.ສ. 2486 ວິສະວະກອນ ​ສອງ​ຄົນ ຄື: ຈອນ ມອຊລີ (John Mouchly) ແລະ ເຈ ເພຣດ​ເປິຣ໌ເອັດ​ເ​ຄິ​ຣ໌ດ (J.Presper Eckert) ໄດ້​ພັດທະນາ​ເຄື່ອງ​ຄອມພິວເຕີ ແລະ​ ຈັດ​ໄດ້​ວ່າ​ເປັນ​ເຄື່ອງ​ຄອມພິວເຕີ​ທີ່​ໃຊ້​ງານ​ທົ່ວ​ໄປ​ເຄື່ອງທໍາອິດຂອງ​ໂລກ ຊື່​ວ່າ: ອິ​ນິ​ແອກ (Electronic Numerical Intergrator And Calculator : ENIAC)
       ໃນ​ປີ ພ.ສ. 2488 ຈອນ ວອນ ນອຍ​ແມນ (John Von Neumann) ໄດ້​ສະເໜີ​ແນວ​ຄິດ​ໃນກາ​ນ​ສ້າງ​ເຄື່ອງ​ຄອມພິວເຕີ​ ທີ່​ມີ​ໜ່ວຍ​ຄວາມ​ຈຳ ເພື່ອ​ໃຊ້​ເກັບ​ຂໍ້​ມູນ​ ແລະ ​ໂປ​ຣ​ແກຣມ ກາ​ນເຮັດວຽກ​ ຫຼື ຊຸດ​ຄຳ​ສັ່ງ​ຄອມພິວເຕີ ຄອມພິວເຕີ ​ຈະ​ເຮັດວຽກ​ໂດຍ​ເອີ້ນຊຸດ​ຄຳ​ສັ່ງ​ທີ່​ເກັ​ບ​ໄວ້​ໃນ​ໜ່ວຍ​ຄວາມ​ຈຳ​ມາ​ເຮັດວຽກ ຫຼັກການ​ນີ້​ເປັນ​ຫຼັກການ​ທີ່​ໃຊ້​ມາ​ຈົນ​ເຖິງ​ປະຈຸບັນ.

2. ຄອມພິວເຕີ​ຍຸກທີສອງ ຫຼື ຄອມພິວເຕີ​ຍຸກ​ທຣານ​ຊິດ​ເຕີ (ພ.ສ.2500-2507)
ຄອມພິວເຕີ​ຍຸກ​ທີສອງ ຢູ່​ລະຫວ່າງ​ປີ ພ.ສ. 2502 ເຖິງ ພ.ສ. 2506 ເປັນ​ຄອມພິວເຕີ​ທີ່​ໃຊ້​ທຣານ​ຊິດ​ເຕີ ໂດຍ​ມີ​ແກນ​ເຟີ​ໄຣ​ທ໌ເປັນ​ໜ່ວຍ​ຄວາມ​ຈຳ ມີ​ອຸປະກອນ​ເກັບ​ຂໍ້​ມູນ​ສຳ​ຮອງ​ໃນ​ຮູບ​ຂອງ​ສື່​ບັນ​ທຶກແມ່​ເຫຼັກ ເຊັ່ນ: ຈານ​ແມ່​ເຫຼັກ ສ່ວນ​ທາງ​ດ້ານ​ຊອບແວຣ໌ກໍມີການພັດທະນາດີຂື້ນ ໂດຍ​ສາມາດ​ຂຽນ​ໂປ​ຣ​ແກຣມ​ດ້ວຍ​ພາສາລະ​ດັບ​ສູງ ​ເຊິ່ງ​ເປັນ​ພາສາ​ທີ່​ຂຽນ​ເປັນ​ປະໂຫຍກ ​ທີ່​ຄົນ​ສາມາດ​ເຂົ້າໃຈ​ໄດ້ ເຊັ່ນ: ພາສາ​ຟໍຣ໌​ແທນ, ພາສາ​ໂຄບອນ ເປັນ​ຕົ້ນ ພາສາ​ລະ​ດັບ​ສູງ​ນີ້​ ໄດ້​ມີກາ​ນພັດທະນາ​ ແລະ​ ໃຊ້​ງານ​ມາ​ຈົນ​ເຖິງ​ປະຈຸບັນ.

ນັກ​ວິທະຍາ​ສາດ​ຂອງ​ຫ້ອງ​ປະຕິບັດການ​ເບລ​ແຫ່ງ​ສະ​ຫະລັດອາ​ເມ​ຣິ​ກາ ໄດ້​ປະດິດ​ທຣານ​ຊິດ​ເຕີ​ສຳ​ເລັດ ເຊິ່ງ​ມີ​ຜົນ​ເຮັດໃຫ້​ເກີດ​ການ​ປ່ຽນ​ແປງ​ໃນ​ການສ້າງ​ຄອມພິວເຕີ ເພ​າ​ະ​ທຣານ​ຊິດ​ເຕີມີ​ຂະໜາດ​ນ້ອຍ​ ໃຊ້​ກະ​ແສ​ໄຟ​ຟ້າ​ນ້ອຍ ມີ​ຄວາມ​ທົນທານ ​ແລະ ​ເຊື່ອ​ຖື​ໄດ້​ສູງ ແລະ ​ລາ​ຄາ​ຖືກ ໄດ້​ມີ​ການ​ຜະລິດ​ຄອມພິວເຕີ​ທີ່ ເອີ້ນວ່າ: ເມນ​ເຟຣມ​ຄອມພິວເຕີ.

3. ຄອມພິວເຕີ​ຍຸ​ທີສາມ ຫລື ຄອມພິວເຕີ​ຍຸກວົງຈອນລວມ (ພ.ສ.2508-2512)

ຄອມພິວເຕີ​ຢຸກ​ທີສາມ ຢູ່​ລະຫວ່າງ​ປີ ພ.ສ. 2507 ເຖິງ ພ.ສ. 2512 ເປັນ​ຄອມພິວເຕີ​ທີ່​ໃຊ້​ວົງ​ຈອນລວມ(Integrated Circuit : IC) ໂດຍ​ວົງ​ຈອນລວມ ​ແຕ່​ລະ​ຕົວ​ຈະ​ມີ​ທຣານ​ຊິດ​ເຕີ​ຣ໌ ບັນຈຸ​ຢູ່​ພາຍ​ໃນຢ່າງ​ຫຼວງຫຼາຍ​ເຮັດໃຫ້​ເຄື່ອງ​ຄອມພິວເຕີ​ຈະ​ອອກ​ແບບ​ສັບ​ຊ້ອນຫຼາຍ​ຂຶ້ນ ແລະ ​ສາມາດ​ສ້າງ​ເປັນ​ໂປຣ​ແກຣມ​ຍ່ອຍໆ ໃນ​ການ​ກຳນົດ​ຊຸດ​ຄຳ​ສັ່ງ​ຕ່າງໆ ທາງ​ດ້ານ​ຊອບ​ແວ​ຣ໌​ກໍ​ມີ​ລະບົບ​ຄວບ​ຄຸມ​ທີ່​ມີ​ຄວາມ​ສາມາດ​ສູງ​ ທັງ​ໃນ​ຮູບ​ລະບົບ​ແບ່ງ​ເວລາ​ການ​ເຮັດ​ວຽກງານ​ໃຫ້​ກັບ​ງານ​ຫຼາຍໆຢ່າງ
ປະ​ມານ​ປີ ພ.ສ. 2508 ໄດ້​ມີ​ການ​ພັດທະນາ ​ສ້າງ​ທຣານ​ຊິດ​ເຕີຈຳນວນ​ຫຼາຍ​ ລົງ​ເທິງ​ແຜ່ນ​ຊິ​ລິກອນ​ຂະໜາດ​ນ້ອຍ ແລະ​ ເກີດ​ວົງຈອນລວມ​ເທິງ​ແຜ່ນ​ຊິ​ລິກ​ອນ​ທີ່ ​ເອີ້ນວ່າ: ໄອ​ຊີ ການ​ໃຊ້​ໄອ​ຊີ​ເປັນ​ສ່ວນ​ປະກອບ​ເຮັດໃຫ້​ຄອມພິວເຕີ​ມີ​ຂະໜາດ​ນ້ອຍ​ລົງ ລາຄາ​ຖືກ​ລົງ ຈຶ່ງ​ມີ​ບໍລິສັດ​ຜະລິດ​ຄອມພິວເຕີ​ກັນ​ຫຼາຍ​ຂຶ້ນ ຄອມພິວເຕີ​ຂະໜາດ​ນ້ອຍ​ລົງ ເອີ້ນວ່າ: “ມິນິຄອມພິວເຕີ”

4. ຄອມພິວເຕີຍຸກ​ທີ​ສີ່ ຫຼື ຄອມພິວເຕີ​ຍຸວີ​ແອລ​ເອສ​ໄອ (ພ.ສ.2513-2532)

ຄອມພິວເຕີ​ຍຸກ​ທີ​ສີ ຕັ້ງ​ແຕ່​ປີ ພ.ສ. 2513 ຈົນ​ເຖິງ​ປະຈຸບັນ ເປັນ​ຍຸກ​ຂອງ​ຄອມພິວເຕີ​ທີ່​ໃຊ້​ວົງ​ຈອນລວມ​ຄວາມ​ບັນຈຸຫຼາຍ (Very Large Scale Integration : VLSI) ເຊັ່ນ: ໄມ​ໂຄຣ​ໂພຣ​ເຊດ​ເຊີ ທີ່​ບັນ​ຈຸ​ທຣານ​ຊິດ​ເຕ​ອີຣ​໌​ນັບ​ໝື່ນ​ນັບ​ແສນ​ຕົວ ເຮັດໃຫ້​ຂະໜາດ​ເຄື່ອງ​ຄອມພິວເຕີ​ມີ​ຂະໜາດ​ນ້ອຍ​ລົງ ​ສາມາດ​ຕັ້ງ​ເທິງ​ໂຕະ​ໃນ​ສຳ​ນັກ​ງານ​ ຫຼື ​ພົກ​ພາ​ເໝືອນ​ກະ​ເປົ໋າ​ຫິ້ວ​ໄປ​ໃນ​ທີ່​ຕ່າງໆໄດ້ ຂະນະ​ດຽວ​ກັນ​ລະບົບ​ຊອບແວ​ ກໍ​ໄດ້​ພັດທະນາ​ຂີດ​ຄວາມ​ສາມາດ​ສູງ​ຂຶ້ນ​ຫລາຍ ມີ​ໂປຣ​ແກຣມ​ສຳ​ເລັດ​ໃຫ້​ເລືອກ​ໃຊ້​ກັນ​ຫຼາຍ​ ເຮັດໃຫ້​ເກີດ​ຄວາມສະດວກ​ໃນ​ການ​ໃຊ້​ງານ​ຢ່າງ​ກວ້າງ​ຂວາງ.

ເທັກໂນໂລຊີທາງດ້ານການຜະລິດວົງຈອນເອເລັກໂຕນິກ ຍັງຄົງພັດທະນາຢ່າງຕໍ່ເນື່ອງ ມີການສ້າງວົງຈອນທີ່ມີຂະໜາດໃຫຍ່ໃນແຜ່ນຊິລິກອນ ທີ່ເອີ້ນວ່າ: ວີແອລເອສໄອ (Very Large Scale Integrated circuit: CLSI) ເປັນວົງຈອນລວມທີ່ລວມເອົາທຣານຊິສເຕີຣ໌ຈໍານວນລ້ານຕົວຢູ່ໃນແຜ່ນຊິລິກອນຂະໜາດນ້ອຍ ແລະ ຜະລິດເປັນໜ່ວຍປະມວນຜົນຂອງຄອມພິວເຕີທີ່ສັບຊ້ອນ ເອີ້ນວ່າ: ໄມໂຄຣໂປຣເຊລເຊີຣ໌ (Microprocessor)

 ການໃຊ້ VLSI ເປັນວົງຈອນພາຍນເຄື່ອງຄອມພິວເຕີ ເຮັດໃຫ້ປະສິດທິພາບຂອງເຄື່ອງຄອມພິວເຕີສູງຂື້ນ ເອີ້ນວ່າ: ໄມໂຄຣຄອມພິວເຕີຣ໌ ເຊິ່ງເປັນເຄື່ອງທີ່ແຜ່ຫຼາຍ ແລະ ມີຜູ້ໃຊ້ງານກັນທົ່ວໂລກ

ການທີ່ຄອມພິວເຕີທີ່ມີຄວາມສາມາດສູງ ເພາະວ່າ VLSI ພຽງຊິພດຽວກໍສາມາດສ້າງເປັນໜ່ວຍປະມວນຜົນຂອງເຄື່ອງທັງລະບົບ ຫຼື ເປັນໜ່ວຍຄວາມຈໍາທີີ່ມີຄວາມບັນຈຸສູງ ຫຼື ເປັນອຸປະກອນຄວບຄຸມການທໍາງານຕ່າງໆ ຂະນະດຽວກັນ ການພັດທະນາຂອງຮາດດິດກໍມີຂະໜາດນ້ອຍລົງແຕ່ລາຄາກໍຖືກລົງເຊັ່ນກັນ ເຄື່ອງໄມໂຄຣຄອມພິວເຕີຈຶ່ງມີຂະໜາດນ້ອຍລົງ ເຊັ່ນ: Notebook, Ultrabook.

5. ຄອມພິວເຕີ​ຍຸກ​ທີຫ້ຫຼື ຄອມພິວເຕີ​ຍຸກ​ເຄືອ​ຂ່າຍ (ພ.ສ.2533 ຫາ ປະຈຸບັນ)

ຄອມພິວເຕີ​ຍຸກ​ທີ​ຫ້າ ເປັນ​ຄອມພິວເຕີ​ທີ່​ມະນຸດ​ພະຍາຍາມ​ນຳ​ມາ​ເພື່ອ​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ ​ແລະ​ ແກ້​ບັນຫາ​ໃຫ້​ດີ​ຍິ່ງ​ຂຶ້ນ ໂດຍ​ຈະ​ມີ​ການ​ເກັບ​ຄວາມ​​ຮູ້​ຕ່າງໆເຂົ້າ​ໄວ້​ໃນ​ເຄື່ອງ ສາມາດ​ຄົ້ນ​ຫາ ​ແລະ ​ດຶງ​ຄວາມ​ຮູ້​ທີ່​ສະ​ສົມ​ໄວ້​ມາ​ໃຊ້​ງານ​ໃຫ້ເປັນ​ປະໂຫຍດ ຄອມພິວເຕີ​ຍຸກ​ນີ້​ເປັນ​ຜົນ​ຈາກ​ວິ​ຊາ​ການ​ດ້ານ​ປັນຍາ​ປະດິດ (Artificial Intelligence : AI) ປະເທດ​ຕ່າງ​ໆທົ່ວໂລກ ​ບໍ່​ວ່າ​ຈະ​ເປັນ​ສ​ຫະລັດ​ອ​ເມ​ຣິ​ກາ ຍີ່​ປຸ່ນ ແລະ ​ປະເທດ​ໃນ​ທວີບ​ຍຸ​ໂຣບ​​ທີ່ກຳ​ລັງ​ສົນ​ໃຈ​ຄົ້ນ​ຄວ້າ ​ແລະ ​ພັດທະນາ​ທາງ​ດ້ານ​ນີ້​ກັນ​ຢ່າງ​ຈິງ​ຈັງ.

ເມື່ອໄມໂຄຣຄອມພິວເຕີທີ່ມີຄວາມສາມາດສູງຂື້ນ ທໍາງານໄດ້ໄວ ການສະແດງຜົນ ການຈັດການຂໍ້ມູນ ສາມາດປະມວນຜົນໄດ້ຫຼາຍໆຄັ້ງ ຈຶ່ງເຮັດໃຫ້ຄອມພິວເຕີສາມາດທໍາງານຫຼາຍງານໄດ້ພ້ອມກັນ (Multitasking) ຂະນະດຽວກັນກໍມີການເຊື່ອມໂຍງ ເຄືອຂ່າຍຄອມພິວເຕີໃນອົງກອນໂດຍໃຊ້ເຄືອຂ່າຍທ້ອງຖິ່ນທີ່ ເອີ້ນວ່າ: Local Area Network : (LAN) ເມື່ອເຊື່ອມຕໍ່ຫຼາຍໆກຸ່ມຂອງອົງກອນເຂົ້າດ້ວຍກັນເກີດເປັນເຄືອຂ່າຍຄອມພິວເຕີຂອງອົງການ ເອີ້ນວ່າ: ອິນທຣາເນັດ ແລະ ຫາກນໍາເຄືອຂ່າຍຂອງອົງການເຊື່ອມຕໍ່ເຂົ້າສູ່ເຄືອຂ່າຍສາກົນທີ່ເຊື່ອມຕໍ່ກັນທົ່ວໂລກ ເອີ້໋ນວ່າ: ອິນເຕີເນັດ (Internet).

ຄອມພິວເຕີໃນຍຸກປະຈຸບັນຈື່ງເປັນຄອມພິວເຕີທີ່ເຊື່ອມຕໍ່ກັນ ທໍາງານຮ່ວມກັນ ສົ່ງເອກະສານຂໍ້ຄວາມລະຫວ່າງກັນ ສາມາດປະມວນຜົນຮູບພາບ ສຽງ ແລະ ວິດີໂອ ໄມໂຄຣຄອມພິວເຕີໃນຍຸກນີ້ຈຶ່ງທໍາງານກັບສື່ຫຼາຍຊະນິດທີ່ ເອີ້ນວ່າ: ສື່ປະສົມ (Multimedia).




ไม่มีความคิดเห็น:

แสดงความคิดเห็น