ຮູບແບບທິດທາງຂອງການສື່ສານຂໍ້ມູນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


7 มีนาคม 2562

ຮູບແບບທິດທາງຂອງການສື່ສານຂໍ້ມູນ


ຮູບແບບທິດທາງຂອງການສື່ສານຂໍ້ມູນ
1.  ການສົ່ງຂໍ້ມູນແບບທິດທາງດຽວ (Simplex Transmission)
ເປັນການສື່ສານຂໍ້ມູນທີ່ຜູ້ສົ່ງຂໍ້ມູນເຮັດໜ້າທີ່ສົ່ງຂໍ້ມູນພຽງເທື່ອດຽວ ແລະ ຜູ້ຮັບຂໍ້ມູນກໍເຮັດໜ້າທີ່ຮັບຂໍ້ມູນແຕ່ພຽງຢ່າງດຽວດ້ວຍເຊັ່ນກັນ ການສົ່ງຂໍ້ມູນໃນລັກສະນະນີ້ ເຊັ່ນ: ການສົ່ງສັນຍານຂອງສະຖານີໂທລະພາບໄປຍັງເຄື່ອງຮັບໂທລະພາບ ໂດຍມີສະຖານີສົ່ງສັນຍານໂທລະພາບຈະເຮັດໜ້າທີ່ສົ່ງສັນຍານເທົ່ານັ້ນ ແລະ ເຄື່ອງຮັບໂທລະພາບກໍຈະເຮັດໜ້າທີ່ຮັບສັນຍານເທົ່ານັ້ນເຊັ່ນກັນ

2.  ການສົ່ງຂໍ້ມູນແບບສອງທິດທາງສະຫຼັບກັນ (Half-Duplex-Transmission)
ເປັນການສື່ສານຂໍ້ມູນທີ່ມີການແລກປ່ຽນຂໍ້ມູນຂອງຜູ້ຮັບ ແລະ ຜູ້ສົ່ງ ໂດຍແຕ່ລະຝ່າຍສາມາດເປັນທັງຜູ້ສົ່ງ ແລະ ຜູ້ຮັບຂໍ້ມູນ ແຕ່ຈະຕ້ອງສະຫຼັບກັນເຮັດໜ້າທີ່ເປັນຜູ້ສົ່ງຂໍ້ມູນ ຈະເປັນຜູ້ສົ່ງພ້ອມກັນທັງສອງຝ່າຍບໍ່ໄດ້ ລັກສະນະການສົ່ງຂໍ້ມູນປະເພດນີ້ ເຊັ່ນ: ການສື່ສານໂດຍໃຊ້ວິທະຍຸສື່ສານ ເຊິ່ງຜູ້ທີ່່ຈະສົ່ງຂໍ້ມູນຕ້ອງກົດປຸ່ມເພື່ອສົ່ງຂໍ້ມູນ ໃນຂະນະນັ້ນຜູ້ອື່ນຈະເປັນຜູ້ຮັບຂໍ້ມູນ.

3.  ການສົ່ງຂໍ້ມູນແບບສອງທິດທາງພ້ອມກັນ (Full Duplex Transmission)
ເປັນການສື່ສານຂໍ້ມູນທີ່ມີການແລກປ່ຽນຂໍ້ມູນທັງຜູ້ສົ່ງ ແລະ ຜູ້ຮັບຂໍ້ມູນ ໂດຍທັງສອງຝ່າຍສາມາດເປັນຜູ້ສົ່ງ ແລະ ຜູ້ຮັບຂໍ້ມູນໄດ້ໃນເວລາດຽວກັນ ແລະ ສາມາດສົ່ງຂໍ້ມູນໄດ້ພ້ອມກັນ ລັກສະນະການສົ່ງຂໍ້ມູນແບບສອງທິດທາງພ້ອມກັນ ເຊັ່ນ: ການສື່ສານໂທລະສັບ ເຊິ່ງທັງສອງຝ່າຍສາມາດເວົ້າໃນເວລາດຽວກັນໄດ້ ໂດຍປົກກະຕິການສື່ສານຂໍ້ມູນສ່ວນໃຫຍ່ ຈະບໍ່ໃຊ້ການສົ່ງຂໍ້ມູນແບບສອງທິດທາງພ້ອມກັນ ຕົວຢ່າງເຊັ່ນ: ການໃຊ້ໂທລະສັບ ເຖິງແມ່ນວ່າຈະສາມາດສົ່ງຂໍ້ມູນໄດ້ສອງທິດທາງພ້ອມກັນ ແຕ່ເວລາເວົ້າຕ້ອງສະຫຼັບກັນເວົ້າ ອີກຕົວຢ່າງໜຶ່ງກໍຄື ການສື່ສານລະຫວ່າງເຄື່ອງຄອມພິວເຕີ ເຊິ່ງບາງຄັ້ງເບິ່ງຄືວ່າເປັນແບບສອງທິດທາງພ້ອມກັນ ແຕ່ໃນຄວາມເປັນຈິງແລ້ວ ເປັນການສົ່ງຂໍ້ມູນແບບສອງທິດທາງສະຫຼັບກັນ ເຊິ່ງຊ່ວງເວລາທີ່ສະຫຼັບກັນນີ້ ອາດເປັນຊ່ວງເວລາທີ່ວ່ອງໄວຫຼາຍ ເບິ່ງຄືວ່າເປັນການສົ່ງຂໍ້ມູນສອງທິດທາງພ້ອມກັນ.

ຊະນິດຂອງສັນຍານຂໍ້ມູນ.

ຂໍ້ມູນອາດຈະເປັນຂໍ້ຄວາມ ສຽງ ຫຼື ພາບເຄື່ອນໄຫວ ເຊິ່ງບໍ່ສາມາດສົ່ງໄປໃນໄລຍະທາງໄກດ້ວຍຄວາມໄວສູງ ດັ່ງນັ້ນຂໍ້ມູນຈະຕ້ອງຖືກແປງເປັນສັນຍານໄຟຟ້າທີ່ເອີ້ນວ່າ: ສັນຍານຂໍ້ມູນ (data signal) ເຮັດໃຫ້ສາມາດສົ່ງຜ່ານສື່ໄປໄດ້ໃນໄລຍະທາງໄກດ້ວຍຄວາມໄວສູງ ຂໍ້ມູນຈະຖືກແປງເປັນສັນຍານຂໍ້ມູນໄດ້ 2 ປະເພດດັ່ງນີ້:

1.  ສັນຍານອະນາລັອກ (Analog Signal)
ໝາຍເຖິງ ສັນຍານຂໍ້ມູນແບບຕໍ່ເນື່ອງ (Continuous Data) ມີຂະໜາດຂອງສັນຍານບໍ່ຄົງທີ່ ມີການປ່ຽນແປງຂະໜາດຂອງສັນຍານແບບຄ່ອຍເປັນຄ່ອຍໄປ ມີລັກສະນະເປັນເສັ້ນໂຄ້ງຕໍ່ເນື່ອງກັນໄປ ໂດຍການສົ່ງສັນຍານແບບອະນາລັອກ ຈະຖືກລົບກວນໃຫ້ມີການແປຄວາມໝາຍຜິດພາດໄດ້ງ່າຍ ເຊັ່ນ: ສັນຍານສຽງໃນສາຍໂທລະສັບເປັນຕົ້ນ.
ເຮີດຊ໌ (Hertz) ຄື ໜ່ວຍວັດຄວາມຖີ່ຂອງສັນຍານຂໍ້ມູນແບບອະນາລັອກ ວິທີວັດຄວາມຖີ່າຈະນັບຈໍານວນຮອບຂອງສັນຍານທີ່ເກີດຂື້ນພາຍໃນ 1 ວິນາທີ ເຊັ່ນ: ຄວາມຖີ່ 60 Hz ໝາຍເຖິງ ໃນ 1​ ນາທີ ສັນຍານມີການປ່ຽນແປງລະດັບສັນຍານ 60 ຮອບ.

2.  ສັນຍານດິຈິຕອນ (Digital Signal)
ສັນຍານດິຈິຕອນ ໝາຍເຖິງ ສັນຍານທີ່ກ່ຽວຂ້ອງກັບຂໍ້ມູນແບບບໍ່ຕໍ່ເນື່ອງ (Discrete Data) ທີ່ມີຂະໜາດແນ່ນອນ ເຊິ່ງຂະໜາດດັ່ງກ່າວອາດກະໂດດໄປມາລະຫວ່າງຄ່າສອງຄ່າ ຄື ສັນຍານລະດັບສູງ ແລະ ສັນຍານລະດັບຕໍ່າ ເຊິ່ງສັນຍານດິຈິຕອນນີ້ ເປັນສັນຍານທີ່ຄອມພິວເຕີໃຊ້ໃນການທໍາງານ ແລະ ຕິດຕໍ່ສື່ສານກັນເປັນຄ່າຂອງເລກລົງຕົວ ໂດຍປົກກະຕິມັກແທນດ້ວຍ ລະດັບແຮງດັນທີ່ສະແດງສະຖານະເປັນ “0” ແລະ “1” ຫຼື ອາດຈະມີຫຼາຍສະຖານະເຊິ່ງຈະກ່າວເຖິງໃນເລື່ອງລະບົບສື່ສານດິຈິຕອນ ມີຄ່າທີ່ຕັ້ງໄວ້ (threshold) ເປັນຄ່າບອກສະຖານະ ຖ້າສູງເກີນຄ່າທີ່ຕັ້ງໄວ້ສະຖານະເປັນ “1” ຖ້າຕໍ່າກວ່າຄ່າທີ່ຕັ້ັງໄວ້ ສະຖານະເປັນ “0” ເຊິ່ງມີຂໍ້ດີໃນການເຮັດໃຫ້ເກີດຂໍ້ຜິດພາດນ້ອຍລົງ.

ສັນຍານດິຈິຕອນ ມີໜ່ວຍວັດຄວາມໄວເປັນບິດຕໍ່ວິນາທີ ຫຼື bit per second (bps) ໝາຍເຖິງ ຈໍານວນບິດທີ່ສົ່ງໄດ້ໃນຊ່ວງເວລາ 1 ວິນາທີ ເຊັ່ນ: ໂມເດັມມີຄວາມໄວ 56 Kbps ໝາຍຄວາມວ່າ ໃນໂມເດັມສາມາດຜະລິດສັນຍານດິຈິຕອນໄດ້ປະມານ 56,000 ບິດໃນເວລາ 1 ວິນາທີ.

ໃນບາງຄັ້ງການສື່ສານຂໍ້ມູນຕ້ອງມີການແປງສັນຍານອະນາລັອກ ແລະ ດິຈິຕອນກັບໄປມາເພື່ອໃຫ້ຢູ່ໃນຮູບແບບທີ່ເໝາະສົມ ແລະ ນໍາໄປໃຊ້ງານໄດ້ ຕົວຢ່າງ ການເຊື່ອມຕໍ່ຄອມພິວເຕີສອງເຄື່ອງເຂົ້າດ້ວຍກັນ ໂດຍຜ່ານລະບົບໂທລະສັບ ເຊິ່ງຖືກອອກແບບມາເພື່ອສຽງເວົ້າ ມີລັກສະນະຂອງສັນຍານເປັນອະນາລັອກ ບໍ່ເໝາະສົມກັບການສົ່ງຂໍ້ມູນແບບດິຈິຕອນລະຫວ່າງຄອມພິວເຕີ ເຊິ່ງຈະຕ້ອງມີອຸປະກອນຊ່ວຍໃນການແປສັນຍານດິຈິຕອນຈາກຄອມພິວເຕີ ເພື່ອສົງອອກໄປເປັນສັນຍານອະນາລັອກ ຈາກນັ້ນຈະແປງກັບເປັນສັນຍານດິຈິຕອນ (ແປງກັບໄປກັບມາ) ເມື່ອສັນຍານຖືກສົ່ງເຖິງຜູ້ຮັບ ໂດຍຜ່ານອຸປະກອນໃນການແປງສັນຍານທີ່ເອີ້ນວ່າ: ໂມເດັມ (Modem) ເຊິ່ງໃຊ້ເທັກນິກການບີບອັດຂໍ້ມູນຮ່ວມກັບການແກ້ໄຂຂໍ້ຜິດພາດຂອງຂໍ້ມູນທີ່ອາດເກີດຂື້ນຈາກການສົ່ງສັນຍານດ້ວຍ.



ໂມເດັມ (Modem) ເປັນອຸປະກອນສໍາລັບຄອມພິວເຕີ ທີ່ຊ່ວຍໃຫ້ສາມາດສໍາຜັດກັບໂລກພາຍນອກໄດ້ຢ່າງງ່າຍດາຍ ໂມເດັມເປັນສະເໝືອນໂທລະສັບສໍາລັບຄອມພິວເຕີ ທີ່ຈະຊ່ວຍໃຫ້ລະບົບຄອມພິວເຕີິຂອງເຮົາ ສາມາດສາມາດສື່ສານກັບໜ່ວຍອື່ນໆໄດ້ທົ່ວໂລກ ໂມເດັມຈະທໍາງາານໃຫ້ສໍາເລັດໄດ້ ກໍດ້ວຍການເຊື່ອມຕໍ່ລະຫວ່າງຄອມພິວເຕີເຂົ້າກັບຄູ່ສາຍຂອງໂທລະສັບ (ຄູ່ທີ່ເຮົາເວົ້ານໍາ) ທໍາມະດາຄູ່ໜຶ່ງ ເຊິ່ງໂມເດັມຈະທໍາການແປງສັນຍານດິຈິຕອນ (Digital Signal) ຈາກເຄື່ອງຄອມພິວເຕີໃຫ້ເປັນສັນຍານອະນາລັອກ (Analog Signals) ເພື່ອໃຫ້ສາມາດສົ່ງໄປຫາຄູ່ສາຍໂທລະສັບ.

 

ไม่มีความคิดเห็น:

แสดงความคิดเห็น