ຖານຂໍ້ມູນແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ຖານຂໍ້ມູນແມ່ນຫຍັງ

➥  ຖານຂໍ້ມູນ



ຖານຂໍ້ມູນ (Database) ຄື ກຸ່ມຂອງຂໍ້ມູນທີ່ຖືກຈັດເກັບລວບລວມໄວ້ ໂດຍມີຄວາມສໍາພັນເຊິ່ງກັນ ແລະ ກັນ ໂດຍບໍ່ໄດ້ບັງຄັບວ່າຂໍ້ມູນທັງໝົດນີ້ ຈະຕ້ອງເກັບໄວ້ໃນແຟ້ມຂໍ້ມູນດຽວກັນ ຫຼື ແຍກເກັບຫຼາຍໆແຟ້ມຂໍ້ມູນ 
ລະບົບຖານຂໍ້ມູນ (Database System) ຄື ລະບົບທີ່ລວບລວມຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງກັນເຂົ້າໄວ້ດ້ວຍກັນຢ່າງມີລະບົບ ດ້ວຍຄວາມສໍາພັນລະຫວ່າງຂໍ້ມູນຕ່າງໆ ທີ່ຊັດເຈນ ໃນລະບົບຖານຂໍ້ມູນຈະປະກອບດ້ວຍແຟ້ມຂໍ້ມູນຫຼາຍແຟ້ມທີ່ມີຂໍ້ມູນ ກ່ຽວຂ້ອງສໍາພັນກັນເຂົ້າໄວ້ດ້ວຍກັນຢ່າງເປັນລະບົບ ແລະ ເປີດໂອກາດໃຫ້ຜູ້ໃຊ້ສາມາດໃຊ້ງານ ແລະ ດູແລຮັກສາປ້ອງກັນຂໍ້ມູນເຫຼົ່ານີ້ ໄດ້ຢ່າງມີປະສິດທິພາບ ໂດຍມີຊອບແວຣ໌ ທີ່ປຽບສະເໝືອນສື່ກາງລະຫວ່າງຜູ້ໃຊ້ ແລະ ໂປຣແກຣມຕ່າງໆ ທີ່ກ່ຽວຂ້ອງກັບການໃຊ້ຖານຂໍ້ມູນ ເອີ້ນວ່າ: ລະບົບຈັດການຖານຂໍ້ມູນ ຫຼື DBMS (Data Base Management System) ມີໜ້າທີ່ຊ່ວຍໃຫ້ຜູ້ໃຊ້ເຂົ້າເຖິງຂໍ້ມູນໄດ້ງ່າຍ ສະດວກ ແລະ ມີປະສິດທິພາບ ການເຂົ້າເຖິງຂໍ້ມູນຂອງຜູ້ໃຊ້ອາດເປັນການສ້າງຖານຂໍ້ມູນ ການແກ້ໄຂຂໍ້ມູນ ຫຼື ການຕັ້ງຄໍາຖາມເພື່ອໃຫ້ໄດ້ຂໍ້ມູນມາ ໂດຍຜູ້ໃຊ້ບໍ່ຈໍາເປັນຕ້ອງຮັບຮູ້ ກ່ຽວກັບລາຍລະອຽດພາຍໃນໂຄງສ້າງຂອງຖານຂໍ້ມູນ.
 

ไม่มีความคิดเห็น:

แสดงความคิดเห็น