ໂຄງສ້າງຂອງຖານຂໍ້ມູນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ໂຄງສ້າງຂອງຖານຂໍ້ມູນ


ໂຄງສ້າງຂອງຖານຂໍ້ມູນປະກອບດ້ວຍ ຂໍ້ມູນຂະໜາດຕ່າງໆດັ່ງນີ້:

1)  ບິດ ( Bit )
   ເປັນຫນ່ວຍຂໍ້ມູນທີ່ມີຂະໜາດນ້ອຍທີ່ສຸດ ຊຶ່ງເປັນຂໍ້ມູນທີເຄືອງຄອມພິວເຕີສາມາດເຂົ້າໄຈ ແລະ ນຳໄປໃຊ້ງານໄດ້ ໄດ້ແກ່ເລກ 0 ແລະ 1 

2)  ໄບຕ໌ ( Byte ) ຫຼື ອັກຂະຫຼະ ( Character )
    ໄດ້ແກ່ຕົວເລກ ຫຼື ຕົວອັກສອນ ຫຼື ສັນຍາລັກພິເສດ 1ເຊັ່ນ: 0…9 A.B..Z ຊື່ງ 1 ໄບຕ໌ ຈະເທົ່າ 8 ບິດ

3)  ຟິລດ໌ (Flied)
    ຄື ອັກຂະຫຼະ ຕັ້ງແຕ່ 1 ຕົວຂື້ນໄປຮວມກັນເປັນ ຟິລດ໌ ເຊັ່ນ : ເລກປະຈຳຕົວ,ຊື່ ແລະ ນາມສະກຸນເປັນຕົ້ນ

4)  ເຣັກຄອຣ໌ດ (Record)
    ຄື ການນຳເອົາ ຟິລດ໌ ຫຼາຍ ຟິລດ໌ ແລະ ມີຄວາມສຳພັນມາລວມເຂົ້າກັນ ເຊັ່ນ: ນັກຮຽນແຕ່ລະຄົນຈະມີ ຂໍ້ມູນກ່ຽວກັບ ຊື່ ແລະ ນາມສະກຸນ, ເພດ , ອາຍຸ, ເກຣດສະເລຍ. ຊື່ງຂໍ້ມູນໃນລັກສະນະນີ້ຄື 1 ເຣັກຄອຣ໌ດ ນັ້ນເອງ

5)  ແຟ້ມຂໍ້ມູນ ຫຼື ໄຟລ໌ (File)
    ຄື ເຣັກຄອຣ໌ດ ຫຼາຍໆ ເຣັກຄອຮ໌ດ ຮວມເຂົ້າກັນ ແລະ ເປັນ ອັນດຽວກັນ ເຊັ່ນ: ແຟ້ມຂໍ້ມູນ ນັກຮຽນ ມໍ 1/1 ຈຳນວນ 50 ຄົນ ທຸກຄົນຈະມີຂໍ້ມູນກ່ຽວກັບ ຊື່ ແລະ ນາມສະກຸນ, ເພດ, ອາຍຸ, ຄະແນນສະເລ່ຍ ຊື່ງຂໍ້ມູນທັງໝົດຂອງນັກຮຽນ ຈຳນວນ 50 ຄົນນີ້ ເອີ້ນວ່າ: ແຟ້ມຂໍ້ມູນ

6)  ຖານຂໍ້ມູນ (Database)
    ຄື ການເກັບລວບລວມ ໄຟລ໌ ຫຼື ແຟ້ມຂໍ້ມູນ ໄຟລ໌ ທີ່ກ່ຽວຂ້ອງມາລວມກັນ.

ไม่มีความคิดเห็น:

แสดงความคิดเห็น