ລັກສະນະຂອງສັນຍານ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ລັກສະນະຂອງສັນຍານ


I. ລັກສະນະ​ຂອງ​ສັນ​ຍານ ​ທີ່​ໃຊ້​ໃນ​ການ​ສົ່ງ​ສັນຍານ​ຂໍ້​ມູນ


   ການ​ສົ່ງ​ສັນ​ຍານ​ຂໍ້​ມູນ ຫລື ​ຂ່າວ​ສານ​ຕ່າງໆ ສາມາດ​ເຮັດ​ໄດ້ 2 ລັກສະນະ​ດັ່ງ​ນີ້

   1.1. ການ​ສົ່ງ​ສັນ​ຍານ​ແບບ​ອ​ະນາ​ລັອກ (Analog Transmission)

ການ​ສົ່ງ​ສັນ​ຍານ​ແບບ​ອະ​ນາ​ລັອກ​ຈະ​ບໍ່​ຄຳ​ນຶງ​ເຖິງ​ສິ່ງ​ຕ່າງໆ ທີ່​ທັງໝົດ​ຢູ່ໃນ​ສັຍນຍານ​ເລີຍ ໂດຍ​ສັນ​ຍານ​ຈະ​ແທນ​ຂໍ້​ມູນ ອ​ະນາ​ລັອກ ເຊັ່ນ ສັນຍານ​ສຽງ ເປັນ​ຕົ້ນ ຊຶ່ງ​ສັນຍາ​ນອະ​ນາ​ລັອກ​ທີ່​ສົ່ງ​ອອກ​ໄປ​ນັ້ນ​ເມື່ອ​ໄລຍະ​ຫ່າງ​ອອກ​ໄປ​ສັນ​ຍານ​ກໍ່ຈະ​ອ່ອນ​ລົງ​ເລື້ອຍໆ ເຮັດໃຫ້​ສັນ​ຍານ​ບໍ່​ຄ່ອຍ​ດີ ດັ່ງ​ນັ້ນ​ເມື່ອ​ໄລຍະ​ຫ່າງ​ໄກ​ອອກ​ໄປ​ສາມາດ​ແກ້​ໄຂ​ໄດ້​ໂດຍ​ໃຊ້​ເຄື່ອງ​ຂະຫຍາຍ​ສັນຍານ (Amplifier) ແຕ່​ກໍ່ມີ​ຜົນ​ເຮັດໃຫ້​ເກີດ​ສັນຍາ​ນ​ລົບກວນ (Noise) ຂຶ້ນ ຢິ່ງ​ໄລຍະໄກຫຼາຍ​ຂຶ້ນ​ສັນຍາ​ນ​ລົບກວນ​ກໍ່​ເພີ່ມ​ຫຼາຍ​ຂຶ້ນ ຊຶ່ງ​ສາມາດ​ແກ້​ໄຂ​ສັນຍາ​ນະ​ລົບກວນ​ນີ້​ໄດ້​ໂດຍ​ໃຊ້​ເຄື່ອງ​ກອງ​ສັນຍານ (Filter) ເພື່ອ​ກອງ​ເອົາ​ສັນຍາ​ນລົບກວນ​ອອກ​ໄປ.

   1.2. ການ​ສົ່ງ​ສັນຍານ​ແບບ​ດິ​ຈິ​ຕອນ (Digital Transmission)

ການ​ສົ່ງ​ສັນ​ຍານ​ແບບ​ດິ​ຈິ​ຕອນ​ຈະ​ໃຊ້​ເມື່ອ​ຕ້ອງ​ການ​ຂໍ້​ມູນ​ທີ່​ຖືກ​ຕ້ອງ​ຊັດເຈນ​ແນ່ນອນ ດັ່ງ​ນັ້ນ​ຈຶ່ງ​ຈຳ​ເປັນ​ຕ້ອງ​ສົນ​ໃຈ​ລາຍ​ລະອຽດ​ທຸກ​ຢ່າງ​ທີ່​ບັນ​ຈຸ​ມາ​ກັບ​ສັນຍານ ໃນ​ທຳນອງ​ດຽວ​ກັນ​ກັບ​ການ​ສົ່ງ​ສັນ​ຍານ​ແບບ​ອະ​ນາ​ລັອກ ກ່າວ​ຄື ເມື່ອ​ໄລຍະທາງ​ໃນ​ການ​ສົ່ງ​ຫຼາຍ​ຂຶ້ນ ສັນຍານ​ດິ​ຈິ​ຕອນ​ກໍ​ຈະ​ຈາງ​ລົງ ຊຶ່ງ​ສາມາດ​ແກ້​ໄຂ​ໄດ້​ໂດຍ​ໃຊ້​ອຸປະກອນ​ເຮັດ​ສັນ​ຍານ​ຊ້ຳ ຫລື​ຣີ​ພີດ​ເຕີ (Repeater).
ປະຈຸບັນ​ການ​ສົ່ງ​ສັນ​ຍານ​ແບບ​ດິ​ຈິ​ຕອນ​ຈະ​ເຂົ້າ​ມາ​ມີບົດ​ບາດ​ສູງ​ໃນ​ການ​ສື່​ສານ​ຂໍ້​ມູນ ເນື່ອງ​ຈາກ​ໃຫ້​ຄວາມ​ຖືກ​ຕ້ອງ​ຊັດເຈນ​ຂອງ​ຂໍ້​ມູນ​ສູງ ແລະ​ສົ່ງ​ໄດ້​ໃນ​ໄລຍະໄກ ສາມາດ​ເຊື່ອມ​ຕໍ່​ເຂົ້າ​ສູ່​ລະບົບ​ຄອມພິວເຕີ​ໄດ້​ງ່າຍ​ ທັງ​ນີ້​ເນື່ອງ​ຈາກ​ສັນຍານ​ຈາກ​ຄອມພິວເຕີ​ຢູ່ໃນຮູບ​ຂອງ​ດິ​ຈິ​ຕອນ​ນັ້ນ​ເອງ​ແຕ່​ເດີມ​ນັ້ນ​ຖ້າ​ຫາກ​ໄລຍະທາງ​ໃນການ​ສື່​ສານ​ໄກມັກ​ຈະ​ໃຊ້​ສັນຍານ ​ແບບ​ອ​ະນາ​ລັອກ​ເສຍ​ສ່ວນ​ໃຫຍ່ ເຊັ່ນ ໂທລະ​ສັບ, ໂທລະ​ເລກ ເປັນ​ຕົ້ນ.
ອົງ​ປະ​ກອບ​ຂັ້ນ​ພື້ນ​ຖານ​ ຂອງ​ລະບົບ​ສື່​ສານ​ໂທລະ​ຄົມ​ນາ​ຄົມ   ສາມາດ​ຈຳ​ແນກ​ອອກ​ເປັນ​ສ່ວນ​ປະກອບ​ໄດ້​ດັ່ງ​ຕໍ່ໄປ​ນີ້:
1. 
ຜູ້​ສົ່ງ​ຂ່າວ​ສານ ຫລື ​ແຫຼ່ງ​ກຳ​ເນີດ​ຂ່າວ​ສານ (source)   ອາດຈະ​ເປັນ​ສັນ​ຍານ​ຕ່າງໆ ເຊັ່ນ ສັນ​ຍານ​ພາບ,ຂໍ້​ມູນ ແລະ​ ສຽງ​ ເປັນ​ຕົ້ນ ໃນ​ການ​ຕິດ​ຕໍ່​ສື່​ສານ​ສະໄໝ​ກ່ອນ​ອາດຈະ​ໃຊ້​ແສງ​ໄຟ  ຄວັນ​ໄຟ ຫລື​ທ່າ​ທາງ​ຕ່າງໆ ກໍ​ນັບ​ວ່າ​ເປັນ​ແຫຼ່ງ​ກຳ​ເນີດ​ຂ່າວ​ສານ  ຈັດ​ຢູ່ໃນ​ໝວດ​ໝູ່​ນີ້​ເຊັ່ນ​ກັນ.
2. ຜູ້​ຮັບ​ຂ່າວ​ສານ ຫລື​ຈຸດ​ໝາຍ​ປາຍ​ທາງ​ຂອງ​ຂ່າວ​ສານ (sink) ຊຶ່ງ​ຈະ​ຮັບ​ຮູ້​ຈາກ​ສິ່ງ​ທີ່​ຜູ້​ສົ່ງ​ຂ່າວ​ສານ ຫຼື​ແຫຼ່ງ​ກຳ​ເນີດ​ຂ່າວ​ສານ​ສົ່ງ​ຜ່ານມາ​ໃຫ້​ ຕ​າບ​ໃດທີ່​ການ​ຕິດ​ຕໍ່​ສື່​ສານ​ບັນ​ລຸ​ວັດ​ຖຸ​ປະສົງ ຜູ້​ຮັບ​ສານ ​ຫຼື​ຈຸດ​ໝາຍ​ປາຍ​ທາງ​ຂອງ​ຂ່າວ​ສານ​ກໍ​ຈະ​ໄດ້ຮັບ​ຂ່າວ​ສານ​ນັ້ນໆ ຖ້າ​ຜູ້​ຮັບ​ສານ​ ຫຼືຈຸດ​ໝາຍ​ປາຍ​ທາງ​ບໍ່​ໄດ້ຮັບຂ່າວ​ສານ ກໍ​ສະແດງ​ວ່າ​ການ​ສື່​ສານ​ນັ້ນ​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ ກ່າວ​ຄື ​ບໍ່​ມີ​ການ​ສື່​ສານ​ເກີດ​ຂຶ້ນ​ນັ້ນ​ເອງ.
3.    ຊ່ອງ​ສັນ​ຍານ (channel) ໃນ​ທີ່​ນີ້​ອາດຈະ​ໝາຍ​ເຖິງ​ສື່​ກາງ ​ຫຼືຕົວ​ກາງ​ທີ່​ຂ່າວ​ສານ​ເດິນທາງ​ຜ່ານ ອາດຈະ​ເປັນ​ອາ​ກາດ ສາຍ​ນຳ​ສັນ​ຍານ​ຕ່າງໆ ຫລື​ ແມ່ນ​ກະ​ທັ້ງ​ຂອງ​ແຫລວ ເຊັ່ນ: ນ້ຳ ນ້ຳ​ມັນ ເປັນ​ຕົ້ນ ປຽບ​ເໝືອນ​ເປັນ​ຂົວ​ທີ່​ຈະໃຫ້​ຂ່າວ​ສານ​ຂ້າມ​ຈາກ​ຝັ່ງ​ໜຶ່ງ​ໄປ​ຢັງ​ອີກ​ຝັ່ງ​ໜຶ່ງ.
4. 
ການ​ເຂົ້າ​ລະ​ຫັດ  (encoding)  ເປັນ​ການ​ຊ່ວຍ​ໃຫ້​ຜູ້​ສົ່ງ​ຂ່າວ​ສານ​ແລະ​ຜູ້​ຮັບ​ຂ່າວ​ສານ​ມີ​ຄວາມ​ເຂົ້າໃຈ​ກົງ​ກັນ​ໃນ​ການ​ສື່​ຄວາມຫມາຍ  ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ແປງ.
   ດັ່ງນັ້ນ,  ການ​ເຂົ້າ​ລະຫັດ​ຈຶ່ງ​ໝາຍ​ເຖິງ​ການ​ແປງ​ຂ່າວ​ສານ​ໃຫ້​ຢູ່ໃນ​ຮູບ​ພະລັງ​ງານ ທີ່​ພ້ອມ​ຈະ​ສົ່ງ​ໄປ​ໃນ​ສື່​ກາງ   ທາງ​ຜູ້​ສົ່ງ​ມີ​ຄວາມ​ເຂົ້າໃຈ​ຕ້ອງ​ກົງ​ກັນ​ລະຫວ່າງ ຜູ້​ສົ່ງ​ແລະ​ຜູ້​ຮັບ ຫຼືມີລະຫັດ​ດຽວ​ກັນ ການ​ສື່​ສານ​ຈຶ່ງ​ເກີດ​ຂຶ້ນ​ໄດ້.
5. 
ການ​ຖອດ​ລະຫັດ (decoding) ໝາຍ​ເຖິງ ​ການ​ທີ່​ຜູ້​ຮັບ​ຂ່າວ​ສານ​ແປງ​ພະລັງ​ງານ ​ຈາກ​ສື່​ກາງ​ໃຫ້​ກັບ​ໄປ​ຢູ່ໃນ​ຮູບ​ຂ່າວ​ສານ​ທີ່​ສົ່ງ​ມາ​ຈາກ​ຜູ້​ສົ່ງ​ຂ່າວ​ສານ ໂດຍ​ມີ​ຄວາມ​ເຂົ້າ​ໃຈ ຫຼືລະ​ຫັດ​ກົງ​ກັນ.
6. 
ສັນຍາ​ນະ​ລົບກວນ (noise)  ເປັນ​ສິ່ງ​ທີ່​ມີ​ຢູ່ໃນ​ທຳມະຊາດ  ມັກ​ຈະ​ບັນທອນ​ ຫຼືລົບກວນ​ລະບົບ ອາດຈະ​ເກີດ​ຂຶ້ນ​ໄດ້​ທັງ​ທາງ​ດ້ານ​ຜູ້​ສົ່ງ​ຂ່າວ​ສານ  ຜູ້​ຮັບ​ຂ່າວ​ສານ  ແລະ​ຊ່ອງ​ສັຍ​ຍານ  ແຕ່​ໃນ​ການສຶກສາ​ຂັ້ນ​ພື້ນ​ຖານ​ມັກ​ຈະ​ສົມມຸດໃຫ້​ທາງ​ດ້ານ​ຜູ້​ສົ່ງ​ຂ່າວ​ສານ​ ແລະ​ຜູ້​ຮັບ​ຂ່າວ​ສານ​ບໍ່​ມີ​ຄວາມ​ຜິດ​ພາດ  ຕຳແໜ່ງ​ທີ່​ໃຊ້​ວິ​ເຄາະ ມັກ​ຈະ​ເປັນ​ທີ່​ຕົວ​ກາງ​ ຫຼື​ຊ່ອງ​ສັນຍານ  ເມື່ອໃດ​ທີ່​ລວມສັນຍາ​ນລົບກວນທາງ​ດ້ານ​ຜູ້​ສົ່ງ​ຂ່າວ​ສານ​ ແລະ​ດ້ານ​ຜູ້​ຮັບ​ຂ່າວ​ສານ  ໃນ​ທາງ​ປະຕິບັດ​ມັກ​ຈະ​ໃຊ້ ວົງ​ຈອນ​ກອງ (filter)ກອງ​ສັນ​ຍານ​ແຕ່​ຕົ້ນ​ທາງ  ເພື່ອ​ໃຫ້​ການ​ສື່​ສານ​ມີ​ຄຸນນະພາບ​ດີ​ຍິ່ງ​ຂຶ້ນ​ ແລ້ວ​ຄ່ອຍ​ດຳ​ເນີນ​ການ  ເຊັ່ນ  ການ​ເຂົ້າ​ລະ​ຫັດ​ແຫຼ່ງ​ຂໍ້​ມູນເປັນ​ຕົ້ນ.


II. ຂໍ້​ດີ​ຂໍ້​ເສຍ​ຂອງ​ສັນຍາ​ນອະ​ນາ​ລັອກ​ ແລະ ​ສັນ​ຍານ​ດິ​ຈິ​ຕອນ.
-
ສັນຍາ​ນອະ​ນາ​ລັອກ​ ສາມາດ​ຖືກ​ລົບກວນ​ໄດ້​ງ່າຍ​ ຈາກ​ສັນຍານ​ທີ່​ບໍ່​ພຶ່ງ​ປະສົງ​ທີ່​ເອີ້ນວ່າ: “ສັນຍາ​ນ​ລົບກວນ (Noise)” ຊຶ່ງ​ຫາກ​ມີ​ສັນຍານລົບກວນ​ປະ​ປົນ​ມາ​ກັບ​ສັນຍາ​ນອະນາ​ລັອກ​ແລ້ວ ນອກ​ຈາກ​ຈະ​ສົ່ງ​ຜົນ​ໃຫ້​ການ​ສົ່ງ​ຂໍ້​ມູນ​ຊ້າ​ລົງ ຍັງ​ເຮັດ​ໃຫ້​ການ​ຈໍາແນກ​ ຫຼື​ຕັດ​ສັນຍາ​ນ​ລົບກວນ​ອອກຈາກ​ຂໍ້​ມູນ​ຕົ້ນ​ສະບັບ​ນັ້ນ​ເປັນ​ໄປ​ໄດ້​ຍາກ.
-
ເມື່ອ​ສັນຍາ​ນອະນາ​ລັອກ​ຖືກ​ສົ່ງ​ໃນໄລຍະທາງ​ທີ່​ໄກ​ອອກ​ໄປ ລະ​ດັບ​ສັນຍານ​ຈະ​ຖືກ​ບັນທອນ​ລົງ ດັ່ງ​ນັ້ນ​ຈຶ່ງ​ຈໍາ​ເປັນ​ຕ້ອງ​ໃຊ້​ອຸປະກອນ​ທີ່​ຮຽກວ່າ ແອມ​ພລິ​ໄຟ​ເອີ (Amplifier) ຊຶ່ງ​ເປັນ​ອຸປະກອນ​ເພີ່ມ​ກໍາລັງ​ ຫຼືຄວາມ​ເຂັ້ມ​ໃຫ້​ແກ່​ສັນ​ຍານ ເຮັດໃຫ້​ສາມາດ​ສົ່ງ​ສັນ​ຍານ​ໃນ​ໄລຍະທາງ​ທີ່​ໄກອອກ​ໄປ​ໄດ້​ອີກ ແຕ່​ຢ່າງໃດ​ກໍ​ຕາມ ການ​ເພີ່ມ​ກໍາລັງ​ຂອງ​ສັນຍານ​ດ້ວຍ​ແອມ​ພລິ​ໄຟ​ເອີນີ້ ​ຈະ​ສົ່ງ​ຜົນ​ຕໍ່​ສັນຍາ​ນ​ລົບກວນ​ຂະຫຍາຍ​ເພີ່ມ​ຂຶ້ນ​ດ້ວຍ.

ຂໍ້​ດີ​ຂອງ​ສັນ​ຍານ​ດິ​ຈິ​ຕອນ​ກໍ່​ຄື:
   ສາມາດ​ສ້າງ​ສັນຍານ​ຂຶ້ນ​ໄດ້​ດ້ວຍ​ຕົ້ນ​ທຶນທີ່​ ຕໍ່າ​ກວ່າ ​ສັນຍາ​ນອະ​ນາ​ລັອກ​  ແລະ ​ມີ​ຄວາມ​ທົນ​ທານ​ຕໍ່​ສັນຍານລົບກວນ​ໄດ້​ດີກວ່າ ອີກ​ທັ້ງຍັງ​ສາມາດ​ຈໍາແນກ​ລະຫວ່າງ​ຂໍ້​ມູນ​ກັບ​ສັນຍາ​ນ​ລົບກວນ​ໄດ້​ງ່າຍ​ກວ່າ​ແບບ​ອະ​ນາ​ລັອກ ກໍລະນີ​ທີ່​ມີ​ສັນຍາ​ນ ລົບກວນ​ປະ​ປົນ​ມາ​ບໍ່​ຫຼາຍ ກໍ​ຍັງ​ຄົງ​ຮູບ​ສັນ​ຍານ​ເດີມ​ໄດ້ ພິຈາລະນາ​ຈາກ​ຮູບ​ທີ່​ສະແດງ​ເຖິງ​ສັນຍາ​ນລົບກວນ​ທີ່​ປະ​ປົນ​ມາ​ພ້ອມ​ກັບ​ຂໍ້​ມູນ ຈະ​ພົບວ່າ​ສັນ​ຍານ​ດັ່ງ​ກ່າວ​ຍັງ​ຄົງ​ຮູບ​ທີ່​ສາມາດ​ຈໍາແນກ​ຄວາມ​ເປັນ 0 ຫຼື 1 ໄດ້.

ສ່ວນ​ຂໍ້​ເສຍ​ຂອງ​ສັນຍານ​ດິ​ຈິ​ຕອນ​ກໍ​ຄື:
   ສັນຍາ​ນອະນາ​ລັອກ​ຈະ​ມາໄດ້​ດີກວ່າ ສຳ​ລັບ​ອຸປະກອນ​ທີ່​ໃຊ້​ຍືດ​ໄລຍະທາງ​ໃນ​ການ​ສົ່ງ​ຂໍ້​ມູນ​ດິ​ຈິ​ຕອນ​ຈະ​ຮຽກວ່າ ເຄື່ອງ​ທວນ​ສັນ​ຍານ (Repeater) ຊຶ່ງ​ເປັນ​ອຸປະກອນ​ທີ່​ທໍາຫນ້າທີ່ Regenerate ສັນ​ຍານ​ທີ່​ຖືກ​ບັນ​ທອນ​ລົງ​ໃຫ້​ຄົງ​ຮູບ​ເດີມ​ເໝືອນ​ຕົ້ນ​ສະບັບ ເຮັດໃຫ້​ສາມາດ​ສົ່ງ​ກະຈາຍສັນຍານອອກ​ໄປ​ໃນໄລຍະ​ທາງ​ທີ່​ໄກ​ຂຶ້ນ​ໄດ້.
 


ไม่มีความคิดเห็น:

แสดงความคิดเห็น