ຮູບແບບຂອງຖານຂໍ້ມູນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ຮູບແບບຂອງຖານຂໍ້ມູນ


ຖານຂໍ້ມູນມີ 3 ຮູບແບບຄື:



1.   ຖານຂໍ້ມູນເຊີງສຳພັນ (Relational Database)
ເປັນການເກັບຂໍ້ມູນໃນຮູບແບບທີ່ເປັນຕາຕາລາງ (Table) ຫລືເອີ້ນວ່າຣີເລຊັນ (Relation) ມີລັກສະນະເປັນສອງມິຕິຄືເປັນແຖວ (Row) ແລະ ເປັນຄໍລໍາ (Column) ການເຊື່ອມໂຍງຂໍ້ມູນລະຫວ່າງຕາຕາລາງຈະເຊື່ອໂຍງໂດຍໃຊ້ແອດຕິບິວ (Attribute) ຫຼື ຄໍລຳທີ່ຄືກັນທັງສອງຕາຕາລາງເປັນໂຕເຊື່ອມໂຍງຕາຕາລາງ.
ຕົວຢ່າງ: ຕາຕາລາງການລົງທະບຽນ ຖ້າຕ້ອງການຢາກຮູ້ວ່ານັກຮຽນ 1001 ລົງທະບຽນວິຊາຫຍັງຈັກໜ່ວຍກິດ ກໍ່ສາມາດນຳລະຫັດວິຊາໃນຕາຕາລາງນັກຮຽນໄປກວດສອບກັບລະຫັດວິຊາ ເຊີ່ງເປັນຄີຫລັກໃນຕາຕາລາງຫລັກສູດເພື່ອນຳຊື່ວິຊາ ແລະ ຈຳນວນໜ່ວຍກິດມາໃຊ້ດັງຕົວຢ່າງໃນຕາຕາລຸ່ມນີ້:
ຕົວຢ່າງ:




2.   ຖານຂໍ້ມູນແບບເຄືອຂ່າຍ (Network Database)
ຖານຂໍ້ມູນແບບເຄືອຂ່າຍ ຈະເປັນການລວມລະບຽນຕ່າງໆ ແລະ ຄວາມສຳພັນລະຫວ່າງລະບຽນແຕ່ລະຕ່າງກັບຖານຂໍ້ມູນເຊີ່ງສຳພັນຄື ໃນຖານຂໍ້ມູນເຊີ່ງສຳພັນຈະແຝງຄວາມສຳພັນເອົາໄວ້ ໂດຍລະບຽນທີ່ມີຄວາມສຳພັນກັນ ຈະຕ້ອງມີຄ່າຂອງຂໍ້ມູນໃນແອດທິບິວໜຶ່ງຄືກັນ ແຕ່ໃນຖານຂໍ້ມູນແບບເຄືອຂ່າຍ ຈະສະແດງຄວາມສຳພັນຢ່າງຊັດເຈນໂດຍສະແດງໄວ້ໃນໃນໂຄງສ້າງ.
ຕົວຢ່າງ:



3.   ຖານຂໍ້ມູນແບບລຳດັບຊັ້ນ (Hierarchical  Database)
ຖານຂໍ້ມູນແບບລຳດັບຊັ້ນ ເປັນໂຄງສ້າງທີ່ຈັດເກັບຂໍ້ມູນໃນລັກສະນະຄວາມສຳພັນແບບ Parent-Child Relationship Type ຫລື ເປັນໂຄງສ້າງຮູບແບບຕົ້ນໄມ້ (Tree) ຂໍ້ມູນທີ່ຈັດເກັບໃນທີ່ນີ້ຄືລະບຽນ (Record) ເຊີ່ງປະກອບດ້ວຍຄ່າຂອງເຂດຂໍ້ມູນ (Field) ຂອງເອນທິຕີ້ຫນຶ່ງໆ ນັ້ນເອົງ.




ไม่มีความคิดเห็น:

แสดงความคิดเห็น