ໜ້າທີ່ຂອງລະບົບຈັດການຖານຂໍ້ມູນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ໜ້າທີ່ຂອງລະບົບຈັດການຖານຂໍ້ມູນ

  ໜ້າທີ່ຂອງລະບົບຈັດການຖານຂໍ້ມູນ


  
      ຊອບແວຣ໌ລະບົບຈັດການຖານຂໍ້ມູນທີ່ດີ ຈະຕ້ອງທໍາໜ້າທີ່ແກ້ບັນຫາຄວາມບໍ່ສົມບູນຂອງຂໍ້ມູນ ແລະ ເຮັດໃຫ້ຂໍ້ມູນມີຄວາມຖືກຕ້ອງບໍ່ຂັດແຍ້ງກັນໄດ້ ຈຶ່ງຕ້ອງມີໜ້າທີ່ໃຫ້ຄວບຄຸມຫຼາຍໆດ້ານ ດັ່ງນີ້:

1.      ໜ້າທີ່ຈັດການພົດຈະນານຸກົມຂໍ້ມູນ
ໃນການອອກແບບຂໍ້ມູນໂດຍປົກກະຕິ  ຜູ້ອອກແບບໄດ້ຂຽນພົດຈະນານຸກົມຂໍ້ມູນໃນຮູບຂອງເອກະສານໃຫ້ກັບໂປຣແກຣມເມີ ໂປຣແກຣມເມີຈະໃຊ້ຊອບແວຣ໌ລະບົບຈັດການຖານຂໍ້ມູນສ້າງພົດຈະນານຸກົມຂໍ້ມູນຕໍ່ໄປ ແລະ ສາມາດກໍານົດຄວາມສໍາພັນລະຫວ່າງຕາລາງ ເມື່ອມີການປ່ຽນແປງໂຄງສ້າງຂໍ້ມູນ ຈໍາເປັນຕ້ອງປ່ຽນທີ່ພົດຈະນານຸກົມດ້ວຍ ໂປຣແກຣມສາມາດປ່ຽນແປງໂຄງສ້າງຂໍ້ມູນໄດ້ທັນທີ ຕໍ່ຈາກນັ້ນຈຶ່ງໃຫ້ພົດຈະນານຸກົມຂໍ້ມູນພິມລາຍງານ ພົດຈະນານຸກົມທີ່ປ່ຽນແປງໄປແລ້ວເປັນເອກະສານໄດ້ເລີຍທັນທີ ໂດຍບໍ່ຕ້ອງແກ້ໄຂທີ່ເອກະສານ   

2.      ໜ້າທີ່ຈັດການແຫຼ່ງຈັດເກັບຂໍ້ມູນ
ລະບົບຈັດການຖານຂໍ້ມູນທີ່ທັນສະໄໝ ຈະບໍ່ເຮັດໜ້າທີ່ພຽງຈັດການແຫຼ່ງຈັດເກັບຂໍ້ມູນເທົ່ານັ້ນ ແຕ່ຍັງເພີ່ມໜ້າທີ່ທີ່ກ່ຽວກັບການສ້າງຟຣອມປ້ອນຂໍ້ມູນເຂົ້າ ຫຼື ກໍານົດແບບຈໍພາບ ແບບລາຍງານ ຫຼື ແມ່ນແຕ່ການກວດສອບຂໍ້ມູນນໍາເຂົ້າວ່າຖືກຕ້ອງ ຫຼື ບໍ່ ແລະ ຈັດການເລື່ອງອື່ນໆ ອີກຫຼາຍຢ່າງ.

3.      ການປ່ຽນຮູບແບບ ແລະ ການສະແດງຜົນຂໍ້ມູນ
ການປ່ຽນຮູບແບບ ແລະ ການສະແດງຜົນຂໍ້ມູນ ເປັນໜ້າທີ່ສໍາລັບປ່ຽນຂໍ້ມູນທີ່ຖືກປ້ອນເຂົ້າໄປເປັນໂຄງສ້າງຂໍ້ມູນຈະຈັດເກັບ ເຊິ່ງຈັດເກັບຢູ່ໃນມຸມມອງກາຍະພາບ ຫຼື ອາດຈະເວົ້າໄດ້ວ່າ ລະບົບຈັດການຖານຂໍ້ມູນໃຫ້ເປັນອິດສະຫຼະຈາກໂປຣແກຣມປະຍຸກໄດ້

4.      ຈັດການດ້ານຄວາມປອດໄພຂອງຂໍ້ມູນ
ລະບົບຈັດການຖານຂໍ້ມູນເຮັດໜ້າທີ່ຮັກສາຄວາມໝັ້ນຄົງ ຄວາມປອດໄພຂອງຂໍ້ມູນ ການບໍ່ຍິນຍອມເຂົ້າເຖິງຂໍ້ມູນຈາກຜູ້ໃຊ້ທີ່ບໍ່ມີສິດເຂົ້າໄປໃຊ້ຖານຂໍ້ມູນ ໂດຍສະເພາະຢ່າງຍິ່ງຖານຂໍ້ມູນປະເພດຜູ້ໃຊ້ຫຼາຍຄົນ ນອກຈາກນີ້ຍັງກໍານົດສິດໃຫ້ຜູ້ໃຊ້ແຕ່ລະຄົນໃຊ້ຄໍາສັ່ງ ເພີ່ມ ຫຼື ລົບ ປັບປຸງຂໍ້ມູນໄດ້ເປັນລາຍບຸກຄົນ ຫຼື ລາຍກຸ່ມ   

5.      ຄວບຄຸມການເຂົ້າເຖິງຂໍ້ມູນຂອງຜູ້ໃຊ້
ການຄວບຄຸມການເຂົ້າເຖິງຂໍ້ມູນ ເປັນການເຮັດໜ້າທີ່ໃຫ້ຜູ້ໃຊ້ເຂົ້າໃຊ້ໄດ້ຫຼາຍໆຄົນໃນເວລາດຽວກັນ ໂດຍບໍ່ເຮັດໃຫ້ເກີດຄວາມຂັດຂ້ອງຂອງຂໍ້ມູນ ເຊິ່ງຈະເນັ້ນກົດຄວາມສົມບູນຂອງຂໍ້ມູນ ແລະ ການໃຊ້ຂໍ້ມູນພ້ອມກັນ

6.      ສໍາຮອງຂໍ້ມູນ ແລະ ການກູ້ຄືນຂໍ້ມູນ
ການສໍາຮອງຂໍ້ມູນ ແລະ ການກູ້ຄືນຂໍ້ມູນ ເປັນໜ້າທີ່ທີ່ຈໍາເປັນຢ່າງຍິ່ງ ເພື່ອໃຫ້ຜູ້ໃຊ້ລະບົບຖານຂໍ້ມູນໝັ້ນໃຈວ່າ ຂໍ້ມູນທີ່ຈັດເກັບຢູ່ໃນເຄື່ອງຄອມພິວເຕີບໍ່ໄດ້ເສຍຫາຍ ຍັງມີຄວາມສົມບູນຢູ່ຕະຫຼອດເວລາ ຜູ້ໃຊ້ເປັນຜູ້ບໍລິຫານຖານຂໍ້ມູນ ສາມາດໃຊ້ຄໍາສັ່ງສໍາຮອງຂໍ້ມູນ ແລະ ຄໍາສັ່ງກູ້ຄືນຂໍ້ມູນໄດ້

7.      ຈັດການດ້ານບູລະນະພາບຂອງຂໍ້ມູນ
ເປັນຂໍ້ກໍານົດໃຫ້ມີກົດຄວາມສົມບູນເປັນບູລະນະພາບ ໂດຍຈະໃຫ້ຂໍ້ມູນທີ່ຊໍ້າຊ້ອນກັນໃຫ້ນ້ອຍທີ່ສຸດ ແຕ່ໃຫ້ມີຄວາມຖືກຕ້ອງຕົງກັນໃຫ້ຫຼາຍທີ່ສຸດ ເພາະໃນລະບົບຖານຂໍ້ມູນໃນລັກສະນະສໍາພັນ ຈະມີຫຼາຍໆຕາຕະລາງທີ່ສໍາພັນກັນ ຕາຕະລາງທີ່ກ່ຽວຂ້ອງກັນຈະຂັດແຍ້ງກັນບໍ່ໄດ້

8.      ເປັນພາສາສໍາລັບຈັດການຂໍ້ມູນ ແລະ ຈັດສ້າງສ່ວນປະສານກັບຜູ້ໃຊ້
ລະບົບຈັດການຖານຂໍ້ມູນຈັດໃຫ້ມີພາສາສໍາລັບສອບຖາມ ເປັນພາສາທີ່ຂຽນເຂົ້າໃຈງ່າຍບໍ່ຄືກັບພາສາຊັ້ນສູງປະເພດ Procedural ທົ່ວໄປ ເຮັດໃຫ້ຜູ້ຂຽນໂປຣແກຣມພາສາລະດັບສູງຂຽນຄໍາສັ່ງໄປສອບຖາມຂໍ້ມູນ ຫຼື ປະມວນຜົນສາລະສົນເທດໄດ້ຕາມຕ້ອງການ
  
9.      ເປັນສ່ວນປະສານກັບຜູ້ໃຊ້ໃນດ້ານການສື່ສານຖານຂໍ້ມູນ
ລະບົບຈັດການຖານຂໍ້ມູນສະໄໝໄໝ່ຈະສະໜັບສະໜຸນການທໍາງານແບບເຄືອຂ່າຍອິນເຕີເນັດ ເພື່ອໃຫ້ຜູ້ໃຊ້ສາມາດເອີ້ນຄໍາສັ່ງດ້ວຍໂປຣແກຣມທີ່ທໍາງານເທິງ WWW ເຊັ່ນ: browser ຂອງ Internet Explorer ຫຼື Netscape ເປັນຕົ້ນ.  

ไม่มีความคิดเห็น:

แสดงความคิดเห็น