I. ການເຊື່ອມຕໍ່ເຄືອຂ່າຍ
➥ ການເຊື່ອມຕໍ່ເຄື່ອຂ່າຍມີຮູບແບບ ດັ່ງລຸ່ມນີ້:
1.1. ໂທໂປໂລຍີແບບບັສ (Bus):
ເປັນໂທໂປໂລຢີທີ່ໄດ້ຮັບຄວາມນິຍົມ ໃຊ້ກັນຫຼາຍທີ່ສຸດ ຕັ້ງແຕ່ອະດີດ ເຖິງປະຈຸບັນ
ລັກສະນະການທຳງານຂອງເຄືຂ່າຍນີ້ ອຸປະກອນທຸກອັນ ຫຼື ໂໝດທຸກໂໝດ ໃນເຄື່ອຂ່າຍຈະຕ້ອງເຊື່ອມໂຍງເຂົ້າກັບສາຍສື່ສານຫຼັກ ເອີ້້ນວ່າ: ບັສ ( Bus )
ເມື່ອໂໝດໜຶ່ງຕ້ອງການຈະສົ່ງຂໍ້ມູນໄປຍັງອີກໂໝດໜື່ງພາຍໃນເຄື່ອຂ່າຍ
ຈະຕອ້ງຕວດສອບໃຫ້ແນ່ໃຈກ່ອນວ່າ ບັສ ຫວ່າງ ຫຼື ບໍ່ ຖ້າບໍ່ຫວ່າງ ແມ່ນບໍ່ສາມາດສົງຂໍ້ມູນອອກໄດ້
ເພາະວ່າສາຍສື່ສານຫຼັກມີສາຍດຽວ
ຂໍ້ດີ:
ໃຊ້ສາຍຂໍ້ມູນນ້ອຍ ແລະ ມີຮູບແບບທີ່ງາຍໃນການຕິດຕັ້ງ,
ຫຼຸດຄ່າໃຊ້ຈ່າຍໃນການຕິດຕັ້ງ ແລະ ບຳລຸງຮັກສາ
ຂໍ້ເສຍ:
ໃນກໍລະນີເກີດການເສຍຫາຍຂອງສາຍສົງຂໍ້ມູນຫຼັກ
ຈະເຮັດໃຫ້ທັງລະບົົບທຳງານບໍ່ໄດ້
1.2. ໂທໂປໂລຍີແບບດາວ: ( star Topology ): ເປັນແບບທີ່ເຄື່ອງຄອມພິວເຕີທຸກເຄື່ອງ ສາມາດເຊື່ອມຕໍ່ເຂົ້າກັນໃນເຄື່ອຂ່າຍ
ຈະຕ້ອງເຊື່ອມຕໍ່ກັບອຸປະກອນຕົວກາງຕົວໜື່ງ ເອີ້ນວ່າ: ຮັບ (Hub) ຫຼື (Switch) ທີ່ຄວຍຄຸມສາຍສັນຍານ ທີ່ມາຈາກເຄື່ອງຕ່າງໆ
ໃນເຄືອຂ່າຍ ແລະ ຄວມຄຸມການສື່ສານທັງໝົດ
ຂໍ໊ດີ :
ການຕິດຕັ້ງເຄືອຂ່າຍ ແລະ ການດູແລໄດ້ງ່າຍ
ຫາກມີເຄື່ອງເສຍຫາຍກໍສາມາດກວດສອບໄດ້ງ່າຍ ແລະ ສູນສາມາດຕັດເຄື່ອງທີເສຍຫາຍອອກຈາກການສື່ສານ
ໂດຍບໍ່ມີຜົນກະທົບ
ຂໍ້ເສຍ:
ເສຍຄ່າໃຊ້ຈ່າຍຫຼາຍ ແລະ ຢາກໃນການຕິດຕັ້ງ
1.3. ໂທໂປໂລຍີແບບວົງແວນ ( Ring ): ເປັນຮູບແບບທີ່ເຄື່ອງຄອມພິວເຕີທຸກເຄື່ອງ ໃນລະບົບເຄື່ອຂ່າຍ
ທັງເຄື່ອງທີເປັນຜູ້ໃຫ້ບໍລິການ ( Server) ແລະ
ເຄືອງທີ່ເປັນຜູ້ໃຊ້ບໍລິການ ( Client) ທຸກເຄືອງຖືກເຊື່ອມເຂົ້າກັນເປັນວົງກົມ
ຂໍ້ມູນຂ່າວສານທີ່ສົ່ງໄປຫາກັນ ຈະໄຫຼວົນວຽນໄປທິດທາງດຽວກັນໂດຍບໍມີຈຸດສຸດ
ຂໍ້ດີ :
- ຜູ້ສົ່ງສາມາດສົງຂໍ້ມູນໄປຍັງຜູ້ຮັບໄດ້ຫຼາຍໆ
ເຄື່ອງພ້ອມກັນ ໂດຍກຳນົດຕຳແໜ່ງປາຍທາງເຫຼົ່ານັ້ນລົງ
- ການສົງຂໍ້ມູນໃນເຄື່ອຂ່າຍແບບ Ring ຈະເປັນໄປໃນທິດທາງດຽວ
ຈາກເຄື່ອງໜຶ່ງໄປຍັງອີກເຄື່ອງໜຶ່ງ ຈີງບໍ່ມີການສັບຊົນ
- ຄອມພິວເຕີທຸກເຄື່ອງໃນເນັດເວີກ ມີໂອກາດທີຈະສົ່ງຂໍ້ມູນໄດ້ຢ່າງເທົ່າທຽມກັນ
ຂໍ້ເສຍ:
- ຖ້າມີເຄື່ອງໃດເຄື່ອງໜື່ງໃນເຄືອຂ່າຍເສຍຫາຍ
ຂໍ້ມູນຈະບໍ່ສາມາດສົ່ງໄປຍັງເຄືອງຕໍ່ໆ ໄປໄດ້ ແລະ ຈະເຮັດໃຫ້ເຄືອຂ່າຍໃຊ້ງານບໍ່ໄດ້
- ຄະນະທີ່ຂໍ້ມູນຖືກສົ່ງຜ່ານແຕ່ລະເຄື່ອງ
ເວລາສ່ວນໜື່ງຈະສູນຫາຍໄປກັບການທີ່ ທຸກໆ Repeater ຈະຕ້ອງທຳການກວດສອບ.
ไม่มีความคิดเห็น:
แสดงความคิดเห็น