ອົງປະກອບຂອງເຄືອຂ່າຍຄອມພິວເຕີ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ອົງປະກອບຂອງເຄືອຂ່າຍຄອມພິວເຕີ

I. ອົງປະກອບພື້ນຖານຂອງເຄືອຂ່າຍຄອມພິວເຕີ

 


➱ ອົງປະກອບພື້ນຖານ ຂອງເຄືອຂ່າຍຄອມພິວເຕີ ມີດັ່ງລຸ່ມນີ້:
-      ຕ້ອງມີຄອມພິວເຕີ້ສອງເຄື່ອງຂື້ນໄປ
-      ເນັດເວີກກາດ
-      ສື່ກາງ ແລະ ອຸປະກອນຮັບສົ່ງ
-      ໂປໂຕຄໍ
-      ລະບົບປະຕິບັດການເຄືອຂ່າຍ

1.   ຕ້ອງມີຄອມພິວເຕີ້ສອງເຄື່ອງຂື້ນໄປ
 ເພື່ອເຊື່ອມຕໍ່ກັນໂດຍບໍ່ຈຳເປັນຕ້ອງມີເເພຼັກຟອມດຽວກັນ ເຊິ່ງຄອມພິວເຕີແຕ່ລະເຄື່ອງ ຄວນມີປະສິດທິພາບພຽງພໍສຳລັບຮອງຮັບການໄຊ້ງານ ຂອງຜູ້ໄຊ້ງານນັ້ນໆ 

2.   ເນັດເວີກກາດ(Network Interface Card)
      ແມ່ນກາດທີ່ສຽບເຂົ້າກັບຊ່ອງເມນບອດຂອງຄອມພິວເຕີ້ເຊີ່ງເປັນຈຸດເຊື່ອມຕໍ່ລະຫ່ວາງຄອມພິວເຕີ້ ແລະ ເຄືອຂ່າຍ ຫຼື ເອີ້ນວ່າແລນກາດ

3.   ສື່ກາງ ແລະ ອຸປະກອນຮັບສົ່ງ.
   ສື່ກາງ: ແມ່ນສາຍສັນຍານ, ສາຍທີ່ນິຍົມໄຊ້ແມ່ນ: ສາຍໂດແອກ, ສາຍຄູບິດກຽວ, ສາຍໄຍແກ້ວນຳແສງ.
   ອຸປະກອນຮັບສົ່ງ: ແມ່ນອຸປະກອນທີ່ຮັບສັນຍານ ແລະ ສົ່ງໄປຫາເຄືອຂ່າຍເຊັ່ນ:
ຮັບ (Hub)   - ເຫຼົາເຕີ (router) ເປັນຕົ້ນ.

4.   ໂປໂຕຄໍ (Protocol)
   ແມ່ນພາສາທີ່ຄອມພິວເຕີສື່ສານກັນ ດັ່ງນັ້ນ, ຄອມພິວເຕີທີ່ຕ້ອງສື່ສານກັນ ຈຳເປັນຕ້ອງໄຊ້ໂປຣໂຕຄໍດຽວກັນ ຈື່ງສາມາດສື່ສານກັນໄດ້   ເຊັ່ນ: OSI, TCP/IP, IPX/SPX ເປັນຕົ້ນ.

5.   ລະບົບປະຕິບັດການເຄືອຂ່າຍ (Network Operating System)
      ແມ່ນທຳໜ້າທີ່ຈັດການກ່ຽວກັບການສື່ສານຜ່ານເຄືອຂ່າຍ ແລະ ການເຂົ້າໄຊ້ຊັບພະຍາກອນທີ່ມີຢູ່ໃນເຄືອຂ່າຍ ລະບົບປະຕິບັດເຄືອຂ່າຍທີ່ນິຍົມໄຊ້ເຊັ່ນ: Windows , Novell NetWare, ແລະ Red Hat Linux.

 

ไม่มีความคิดเห็น:

แสดงความคิดเห็น