ລະບົບຈັດຖານຂໍ້ມູນແມ່ນຫຍັງ? - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ລະບົບຈັດຖານຂໍ້ມູນແມ່ນຫຍັງ?


 ➥ ລະບົບຈັດຖານຂໍ້ມູນ
      ລະບົບຈັດຖານຂໍ້ມູນ (Database Management system ) ແມ່ນກຸ່ມໂປຣແກຣມ ທີ່ເຮັດໜ້າທີ່ເປັນຕົວກາງໃນລະບົບຕິດຕໍ່ລະຫວ່າງຜູ້ໃຊ້ກັບຖານຂໍ້ມູນ ເພື່ອຈັດການ ແລະ ຄວບຄຸມຄວາມຖືກຕ້ອງ ຄວາມຊ້ຳຊ້ອນ ແລະ ຄວາມສຳພັນລະຫວ່າງຂໍ້ມູນຕ່າງໆ. ພາຍໃນຖານຂໍ້ມູນເຊີ່ງຕ່າງຈາກລະບົບແຟ້ມຂໍ້ມູນທີ່ຫນ້າທີ່ເຫຼົ່ານີ້ຈະເປັນໜ້າທີ່ຂອງ ໂປຣແກຣເມີ ໃນການຕິດຕໍ່ຂໍ້ມູນກັບຖານຂໍ້ມູນ ບໍ່ວ່າຂະດ້ວຍການໃຊ້ຄຳສັ່ງໃນກຸ່ມ (DML) ຫຼື (DDL) ຫຼື ດ້ວຍໂປຣແກຣມຕ່າງໆ ທຸກຄຳສັ່ງທີ່ໃຊ້ ຈະຖືກ  DBMS ນຳມາແປເປັນລະບົບປະຕິບັດການ (operation) ສຳລັບການເຮັດວຽກຕ່າງໆ ທີ່ເຮັດໜ້າທີ່ ແປງຄຳສັງໄປເປັນການປະຕິບັດການຕ່າງໆ ກັບຂໍ້ມູນນັ້ນປະກອບດ້ວຍດັ່ງນີ້:
1.   ຕົວຈັດການຖານຂໍ້ມູນ (Database Manager):
ແມ່ນສ່ວນທີ່ກຳນົດ ການເຮັດວຽກຕ່າງໃຫ້ກັບສ່ວນ File Manager ເພື່ອໄປເຮັດວຽກກັບຖານເກັບຂໍ້ມູນ ຕົວຈັດການໄຟຣ ແມ່ນມີໜ້າທີ່ ບໍລິຫານຈັດການກັບຂໍ້ມູນໃນລະດັບກາຍຍະພາບ
2.   ຕົວປະມວນຜົນສອບຄຳຖາມ (Query Processor):
ເປັນສ່ວນທີ່ເຮັດໜ້າທີ່ແປງກໍານົດຄຳສັ່ງຂອງພາສາ ສອບຖາມ (Query Language) ໃຫ້ຢູ່ໃນຮູບແບບຂອງຄຳສັ່ງທີ່ຕົວຈັດການຖານຂໍ້ມູນຂົ້າໃຈ
3.   ຕົວແປພາສາຈັດຂໍ້ມູນດຳເນີນການຂໍ້ມູນລ່ວງໜ້າ (Data Manipulation Language Pre compiler): 
   ເປັນສ່ວນທີ່ເຮັດໜ້າທີ່ແປປະໂຫຍກຄຳສັ່ງຂອງກຸ່ມຄຳສັງໃນດີເອັມເອດ ໃຫ້ຢູ່ໃນຮູບແບບສ່ວນລະຫັດຂອງໂປຣແກຣມແອບໃຊ້ນຳເຂົ້າເພື່ອສົ່ງໄປຍັງ
   ສ່ວນຕົວຈັດການຖານຂໍ້ມູນໃນການແປປະໂຫຍກຄຳສັ່ງຂອງກຸ່ຄຳສັ່ງດີເອັດເອັມ ຂອງສ່ວນຕົວແປພາສາຈັດດຳເນີນການຂໍ້ມູນລ່ວງໜ້ານີ້ຈະຕ້ອງເຮັດວຽກກັບສ່ວນປະກອບ ປະມວນຜົນຄຳຖາມ
4.   ຕົວແປພາສານິຍາມຂໍ້ມູນລ່ວງໜ້າ(Data Definition Language Pre compiler) : 
   ເປັນສ່ວນທີ່ເຮັດໜ້າທີແປປະໂຫຍກຄຳສັ່ງຂອງກຸ່ມຄຳສັ່ງໃນພາສານິຍາມຂໍ້ມູນຢູ່ໃນຮູບແບບເມຕ້າ ດາຕ້າ (Mata data)ທີ່ເກັບຢູ່ໃນສ່ວນ ຄັງຂໍ້ມູນ
5.   ລະຫັດຈຸດໝາຍຂອງໂປຣແກຣມແອບ (Application Programs Object Code) : ເປັນສ່ວນທີ່ເຮັດໜ້າທີແປງຄຳສັ່ງຂອງໂປຣແກຣມລວມທັງຄຳສັງພາສາ ຈັດດຳເນີນການຂໍ້ມູນ ຫຼື ດີເອັມເອັດທີ່ສົ່ງຕໍ່ມາຈາກສ່ວນຕົວແປພາສາຈະດຳເນີນການຂໍ້ມູນລ່ວງໜ້າໃຫ້ຢູ່ໃນຮູບແບບ ລະຫັດຈຸດໝາຍ() ທີ່ຈະສົ່ງຕໍ່ໄປໃຫ້ຕົວຈັດການຖານຂໍ້ມູນ ເພື່ອສ້າງຂໍ້ມູນໃນຖານຂໍ້ມູນ.

ไม่มีความคิดเห็น:

แสดงความคิดเห็น