ຄວາມສຳຄັນຂອງລະບົບການຈັດການຖານຂໍ້ມູນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ຄວາມສຳຄັນຂອງລະບົບການຈັດການຖານຂໍ້ມູນ


➥ ຄວາມສຳຄັນຂອງລະບົບການຈັດການຖານຂໍ້ມູນ.

    ການນຳເອົາລະບົບຕອມພິວເຕີ ມາໃຊ້ງານເພື່ອປະມວນຜົນຂໍ້ມູນ ນອກຈາກຈະອຳນວຍຄວາມສະດວກ ໃນການທຳງານໄດ້ຢ່າງວ່ອງໄວແລ້ວ ຍັງມີຄວາມຖືກຕ້ອງແມ້ນຢຳໃນການປະມວນຜົນອີກດ້ວຍ ຕົວຢ່າງ ກໍລະນີລະບົບຖານຂໍ້ມູນຂອງໂຮງໝໍ ເມື່ອມີຜູ້ປ່ວຍຕ້ອງການເລືອດ ໝວດເລືອດພິເສດໂດຍເລ່ງດ່ວນ ຈຳເປັນຕ້ອງການຜູ້ບໍລິຈາກໝວດເລືອດດຽວກັນໂດຍໃຊ້ຖານຂໍ້ມູນ ຄົ້ນຫາຜູ້ບໍລິຈາກເລືອດ ທີ່ມີຄຸນສົມບັດໄດ້ຢ່າງວ່ອງໄວ ໄດ້ແກ່ຜູ້ບໍລິຈາກເລືອດທີ່ມີນ້ຳໜັກຫຼາຍກ່ວາ 45 ກິໂລ ແລະ ບໍລິຈາກເທື່ອສຸດທ້າຍມາແລ້ວເກີນ 90 ວັນ ຜູ້ບໍລິຈາກຄວນມີທີ່ຢູ່ໃກ້ໂຮງໝໍ ເປັນຕົ້ນ ນອກຈາກນີ້ລະບົບຖາຍຂໍ້ມູນຍັງມີຄວາມສຳຄັນໃນດ້ານຕ່າງໆອີກ ດັ່ງນີ້:

1.  ຄວາມມີປະສິດທິພາບ.
ລະບົບການຈັດການຖານຂໍ້ມູນ ຊ່ວຍໃຫ້ການຈັດການເປັນໄປຢ່າງມີປະສິດທິພາບ ແລະ ບັນລຸຜົນຫຼາຍຂື້ນ ເຊັ່ນ: ອະທິການບໍດີຕ້ອງການຮູ້ວ່າໃນແຕ່ລະປີມີອາຈານ ຫຼື ບຸກຄົນກະສຽນອາຍູລາຊະການເປັນຈຳນວນເທົ່າໃດ ແລະ ມີອາຈານສາຂາໃດທີ່ກະສຽນ ໃນອະນາຄົດມີສາຂາໃດຂາດແຄນ ຫຼື ບໍ່ ລະບົບຖານຂໍ້ມູນສາມາດໃຫ້ຄຳຕອບແກ່ຜູ້ບໍລິຫານໄດ້.

2.   ການສອບຖາມຂໍ້ມູນ.
ລະບົບການຈັດການຖານຂໍ້ມູນມີພາສາ ທີ່ໃຊ້ໃນການສອບຖາມສຳລັບສອບຖາມຂໍ້ມູນໄດ້ທັນທີ ເຖິງວ່າໂປຣແກຣມເມີ ບໍ່ໄດ້ຂຽນຄຳສັ່ງສອບຖາມໃນບາງລາຍການເອົາໄວ້ ຜູ້ໃຊ້ທີ່ມີຄວາມຊຳນານ ສາມາດໃຊ້ຄຳສັ່ງ ເພື່ອໃຫ້ໄດ້ຄຳຕອບແບບທັນທີທັນໃດໄດ້ເຊັ່ນກັນ ເຊັ່ນ: ໃນກໍລະນີລະບົບຖານຂໍ້ມູນຂອງຜູ້ປ່ວຍ ຖ້າຜູ້ບໍລິຫານຕ້ອງການຮູ້ຈຳນວນສະຖິຕິຂອງຜູ້ປ່ວຍ ທີ່ເກີດອູບັດຕິເຫດ ຈາກລົດຈັກ ວ່າມີຈຳນວນເທົ່າໃດ ສາມາດໃຊ້ຄຳສັ່ງສອບຖາມແບບງ່າຍໆໄດ້.

3.  ການເຂົ້າເຖິງຂໍ້ມູນ.
ລະບົບການຈັດການຖານຂໍ້ມູນ ໃຫ້ບໍລິການການເຂົ້າເຖິງຂໍ້ມູນໄດ້ເປັນຢ່າງດີ ມີລະບົບຮັກສາຄວາມປອດໄພລວມທັງການຈັດການຂໍ້ມູນທີ່ດີ ເພາະລະບົບການຈັດການຖານຂໍ້ມູນ ມີຟັງຊັນການໃຫ້ສິດທິການເຂົ້າເຖິງຂໍ້ມູນໂດຍບຸກຄົນພາຍນອກບໍ່ສາມາດເຂົ້າເຖິງຂໍ້ມູນໄດ້ ຖ້າຫາກບໍ່ໄດ້ຮັບສິດທິຈາກຜູ້ບໍລິຫານລະບົບ.

4.  ຫຼຸດຂໍ້ມູນທີ່ຂັດແຍ່ງ.
ລະບົບການຈັດການຖານຂໍ້ມູນຊ່ວຍຫຼູດຄວາມບໍ່ສອດຄ່ອງ ຫຼື ຂໍ້ມູນທີ່ຂັດແຍ່ງກັນໃຫ້ໜ່ອຍລົງເຮັດໃຫ້ຂໍ້ມູນມີຄວາມສົມບູນຫຼາຍຂື້ນ.

ไม่มีความคิดเห็น:

แสดงความคิดเห็น