ຄວາມເປັນມາຂອງເຄືອຂ່າຍຄອມພິວເຕີ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ຄວາມເປັນມາຂອງເຄືອຂ່າຍຄອມພິວເຕີ


1. ຄວາມເປັນມາຂອງເຄືອຂ່າຍຄອມພິວເຕີ



ຄວາມເປັນມາຂອງເຄືອຂ່າຍຄອມພິວເຕີ ໃນອະດີດທີ່ຜ່ານມາ ເມື່ອປະມານ 50 ປີທີ່ແລ້ວ ຄອມພິວເຕີເຄື່ອງທໍາອິດກໍາເນີດຂື້ນ ທີ່ ມະຫາວິທະຍາໄລ ເພນຊິວວາເນຍ ຕໍ່ມາຄອມພິວເຕີກໍ່ມີບົດບາດສ້າງສັນສັງຄົມມະນຸດ ເຂົ້າມາຊ່ວຍເຫຼື່ອງານຕ່າງໆ ຂອງມະນຸດຢ່າງຫຼາຍຫຼາຍ ຈິນຕະນາການການສ້າງເຄືອຂ່າຍຄອມພິວເຕີມີມາດົນນານແລ້ວ ໂດຍສະເພາະ ໃນນິຍາຍວິທະຍາສາດ ຜູ້ຂຽນນິຍາຍວິທະຍາສາດຫຼາຍທ່ານ ໄດ້ສ້າງຈິນຕະນາການໃຫ້ເຫັນລະບົບສື່ສານທີ່ມີປະສິດຕິພາບ ໂດຍມີຄອມພິວເຕີ ເປັນຕົວຊ່ວຍໃນການສື່ຮັບ-ສົ່ງຂໍ້ມູນລະຫວ່າງກັນ.


1.1. ຈຸດເລີ່ມຕົ້ນຂອງເຄືອຂ່າຍຄອມພິວເຕີ

      ຈຸດເລີ່ມຕົ້ນຂອງເຄືອຂ່າຍຄອມພິວເຕີ ເລີ່ມຂື້ນໃນ ເດືອນ ສິງຫາ ຄ.ສ 1962 Licklider ແຫ່ງມະຫາວິທະຍາໄລ MIT ໄດ້ບັນທຶກແນວຄິດ ກ່ຽວກັບເຄືອຂ່າຍຄອມພິວເຕີທີ່ຊື່ວ່າ Galactic Network ໂດຍສະແດງຈິນຕະນາການ ໃຫ້ເຫັນຫຼັກການຂອງເຄືອຂ່າຍທາງວິຊາການ ພ້ອມທັ້ງປະໂຍດທີ່ຈະໃຊ້ເຄືອຂ່າຍຄອມພິວເຕີໃ ນການເວົ້າລົມສື່ສານ ອະພິປາຍ ສົ່ງຂ່າວລະຫວ່າງກັນ ແລະ ເຊື່ອມໂຍງກັນທົ່ວໂລກ ຕໍ່ມາ Licklider ໄດ້ຮັບການແຕ່ງຕັ້ງໃຫ້ເປັນຫົວໜ້າທີມງານວິໄຈ ຕາມຄວາມຕ້ອງການຂອງກະຊວງກາລາໂຫມ ປະເທດສະຫາຣັດອະເມລິ ໃນໂຄງການທີ່ຊື່ DARPA ຮ່ວມກັບກຸ່ມຜູ້ຊ້ຽວຊານທາງດ້ານຄອມພິວເຕີ ແລະ ເຄືອຂ່າຍອີກຫຼາຍຄົນ.


     1.2. ການພັດທະນາການປ່ຽນແປງເເພັກເກັດ (PACKET SWITCHING EMERGED)

          ຄວາມຄິດໃນຊ້ວງທໍາອິດ ຂອງການເຊື່ອມໂຍງເຄືອຂ່າຍຄອມພິວເຕີ ອາໄສຫຼັກການພື້ນຖານທາງດ້ານການສະວິດຊິງຂອງລະບົບໂທລະສັບ ການເຊື່ອມໂຍງຄອມພິວເຕີໃຫ້ເຊື່ອມຕໍ່ກັນໃນວົງຈອນລະຫວ່າງຈຸດໜຶ່ງໄປຫາອີກຈຸດໜຶ່ງ ຈຶ່ງເອີ້ນວ່າ: ການສວິດວົງຈອນ (Circuit Switching) ຈຸຸດອ່ອນຂອງການສວິດວົງຈອນທີ່ເຊື່ອມລະຫວ່າງສອງຈຸດ ເຮັດໃຫ້ໃຊ້ຂໍ້ມູນຂ່າວສານໃນເຄືອຂ່າຍບໍ່ເຕັມປະສິດທິພາບ ແລະ ມີຂໍ້ຍຸ້ງຍາກຫາກຕ້ອງການສື່ສານກັນເປັນຈໍານວນຫຼາຍ.
 
         Leonard Kleinrock ແຫ່ງມະຫາວິຍາໄລ MIT ໄດ້ສະເໜີແນວຄິດ ໃນການສ້າງເຄືອຂ່າຍໃຫ້ມີການຮັບສົ່ງ ຂໍ້ມູນເປັນແພັກເກັດ (Packet) ໂດຍໄດ້ສະເໜີ ບົດຄວາມໃນວະລະສານຕັ້ງແຕ່ ເດືອນ ກໍລະກົດ ປີ ຄ.ສ. 1961 ຕໍ່ມາໄດພິມເປັນເຫຼ້ມໃນປີ ຄ.ສ. 1964 ແລະ ເປັນຫຼັກການທີ່ໄດ້ຮັບການຍອມຮັບ ແລະ ນໍາມາໃຊ້ໃນເຄືອຂ່າຍຄອມພິວເຕີ ຈົນເຖິງປັດຈຸບັນ ການສື່ສານເທິງເຄືອຂ່າຍແບບແພັກເກັດ (Packet) ເປັນວິທີການທີ່ໃຫ້ຜູ້ສົ່ງຂ່າວສານ ແບ່ງແຍກຂ່າວສານເປັນສ່ວນຍ່ອຍໆ ບັນຈຸເປັນກຸ່ມຂໍ້ມູນ ໂດຍມີການກໍານົດແອດເດຣສປາຍທາງ ທີ່ຈະສົ່ງຂ່າວສານ ຫຼັງຈາກນັ້ນ ລະບົບຈະນໍາແພັກເກັດ ນັ້ນໄປສົ່ງຍັງປາຍທາງ.

      ໃນປີ ຄ.ສ. 1965 ມີການທົດລອງ ການເຊື່ອມໂຍງເຄືອຂ່າຍຄອມພິວເຕີຂື້ນ ເປັນຄັ້ງທໍາອິດລະຫວ່າງມະຫາວິທະຍາໄລ MIT ກັບ ມະຫາວິທະຍາໄລ ແຄລິບຟໍຣເນຍ ຜ່ານທາງສາຍໂທລະສັບ ແລະ ໃຊ້ຫຼັກການແພັກເກັດ ຄວາມຄິດທາງດ້ານການຮັບສົ່ງຂໍ້ມູນເປັນສ່ວນຍ່ອຍໆ ແບບແພັກເກັດໄດ້ຮັບການຍອມຮັບ ຈົນໃນທີ່ສຸດ ມີການພັດທະນາຈາກແນວຄວາມຄິດນີ້ ໄປຫຼາຍແນວທາງ ຈົນໄດ້ວິທີການຮັບສົ່ງບົນເຄືອຂ່າຍຄອມພິວເຕີຫຼາຍຮູບແບບ ເຊິ່ງເປັນຈຸດກໍາເນີດເຄືອຂ່າຍຄອມພິວເຕີແບບຕ່າງໆ ເຊັ່ນ: 25, TCP/IP, Frame Relay etc. ເມື່ອມີການພັດທະນາເຄືອຂ່າຍຄອມພິວເຕີ ເພື່ອເຊື່ອມໂຍງຫາກັນ ກໍເກີດແນວຄິດ ໃນການສ້າງມາດຕະຖານ ທີ່ຈະເຮັດໃຫ້ລະບົບການເຊື່ອມໂຍງ ມີລັກສະນະເປີດຫຼາຍຂື້ນກ່າວຄື ການນໍາຜະລິດຕະພັນຫຼາກຫຼາຍຍີ່ຫໍ້ມາເຊື່ອມຕໍ່ກັນໄດ້ ຈິງມີວິທີການແບ່ງລະດັບການສື່ສານອອກມາເປັນຊັ້ນ (Layer) ແຕ່ລະຂັ້ນ ຈະມີການວາງມາດຕະຖານກາງ ເພື່ອໃຫ້ການເຊື່ອມເຄືອຂ່າຍທີ່ແຕກຕ່າງກັນສາມາດເຊື່ອມໂຍງຫາກັນໄດ້.


      ຕົວຢ່າງ:
      ເມື່ອເທັກໂນໂລຊີເຄືອຂ່າຍໄດ້ຮັບການພັດທະນາ ໂດຍສະເພາະມີການປະຍຸກໃຊ້ງານ ເທິງເຄືອຂ່າຍຢ່າງກວ້າງຂວາງ ເຮັດໃຫ້ເຄືອຂ່າຍຄອມພິວເຕີ ສາມາດເຊື່ອມໂຍງກັນເປັນເຄືອຂ່າຍດຽວກັນ ເອີ້ນວ່າ: ອິນເຕີເນັດ ຂະນະດຽວກັນ ໃນອົງກອນແຕ່ລະອົງກອນ ກໍມີການພັດທະນາເຄືອຂ່າຍຂອງຕົນເອງ ແລະ ປະຍຸກໃຊ້ກັບງານສະເພາະໃນອົງກອນ ເອີ້ນວ່າ: ອິນທຣາເນັດ ດັ່ງນັ້ນ, ອິນເຕີເນັດຈີ່ງແຕກຕ່າງຈາກອິນທຣາເນັດບ່ອຮທີ່ ຂອບເຂດຂອງການເຊື່ອມໂຍງ ສ່ວນມາດຕະຖານ ແລະ ວິທີການເຊື່ອມໂຍງຍັງຄົງເປັນມາດຕະຖານດຽວກັນ.
 
 
 

ไม่มีความคิดเห็น:

แสดงความคิดเห็น