ການເຊື່ອມໂຍງເຄືອຂ່າຍ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ການເຊື່ອມໂຍງເຄືອຂ່າຍ

1. ການເຊື່ອມໂຍງເຄືອຂ່າຍ


 ສື່ກາງສຶ່ສານ ທີ່ໃຊ້ໃນການເຊື່ອມໂຍງອຸປະກອນ ເພື່ອສ້າງເປັນເຄືອຂ່າຍຄອມພິວເຕີ ປະກອບດ້ວຍ ສາຍເຄເບີລໄຟຟ້າ (Home PNS, ສາຍໄຟຟ້າສື່ສານ, G.hn) ໃຍແກ້ວນໍາແສງ ແລະ ຄື້ນວິທະຍຸ (ເຄືອຂ່າຍບໍ່ມີສາຍ) ໃນໂມເດລ OSI ສື່ເຫຼົ່ານີ້ຈະຖືກກຳນົດໃຫ້ຢູ່ໃນເລເຢີທີ 1 ແລະ ທີ 2 ຫຼື ຊັ້ນກາຍະພາບ ແລະ ຊັ້ນເຊື່ອມໂຍງຂໍ້ມູນ
ຄອບຄົວຂອງການສື່ສານທີ່ຖືກພັດທະນາຢ່າງກວ້າງຂວາງ ແລະ ຖືກນໍາມາໃຊ້ໃນເທັກໂນໂລຢີເຄືອຂ່າຍທ້ອງຖິ່ນ (LAN) ເອີ້ນວ່າ: ອີເທີຣ໌ເນັດ ມາດຕະຖານຂອງການສື່ກາງ ແລະ ຂອງໂພຣໂທຄອລ ທີ່ຊ່ວຍໃນການສື່ສານ ລະຫວ່າງອຸປະກອນໃນເຄືອຂ່າຍອີເທີຣ໌ເນັດ ຖືກກໍານົດໂດຍມາດຕະຖານ IEEE 802. ອີເທີຣ໌ເນັດໃນໂລກໄຊເບີຣ໌ ມີທັງເທັກໂນໂລຢີຂອງ LAN ແບບໃຊ້ສາຍ ແລະ ແບບບໍ່ມີສາຍ ອຸປະກອນຂອງ LAN ແບບໃຊ້ສາຍ ຈະສົ່ງສັນຍານຜ່ານສື່ກາງທີ່ເປັນສາຍເຄເບີລ ອຸປະກອນ LAN ບໍ່ມີສາຍໃຊ້ຄື້ນວິທະຍຸ ຫຼື ສັນຍານອິນຟຣາເຣດເປັນສື່ກາງໃນການສົ່ງຜ່ານສັນຍານ

➥ ເທັກໂນໂລຢີແບບໃຊ້ສາຍ

      ສາຍຄູ່ບິດ ເປັນສື່ທີ່ໃຊ້ກັນຢ່າງແຜ່ຫຼາຍທີ່ສຸດສໍາລັບການສື່ສານໂທລະຄົມມະນາຄົມທັງໝົດ ສາຍຄູ່ບິດປະກອບດ້ວຍ ກຸ່ມຂອງສາຍທອງແດງຫຸ້ມສະນວນທີ່ມີການບິດເປັນຄູ່ໆ ສາຍໂທລະສັບທໍາມະດາທີ່ໃຊ້ພາຍໃນບ້ານທົ່ວໄປປະກອບດ້ວຍສາຍທອງແດງຫຸ້ມສະນວນພຽງສອງສາຍບິດເປັນຄູ່ ສາຍເຄເບີລເຄືອຂ່າຍຄອມພິວເຕີ (ແບບໃຊ້ສາຍອີເທີຣ໌ເນັດທີ່ກໍານົດໂດຍມາດຕະຖານ IEEE 802.3) ຈະເປັນສາຍບິດຄູ່ຈໍານວນ 4 ຄູ່ສາຍທອງແດງທີ່ສາມາດໃຊ້ສໍາລັບການສົ່ງທັງສຽງ ແລະ ຂໍ້ມູນການໃຊ້ສາຍໄຟສອງເສັ້ນບິດເປັນກຽວຈະຊ່ວຍລົດ crosstalk ແລະ ການໜ່ຽວນໍາແມ່ເຫຼັກໄຟຟ້າລະຫວ່າງສາຍພາຍໃນເຄເບີລຊຸດດຽວກັນ ຄວາມໄວໃນການສົ່ງຢູ່ໃນຊ່ວງ 2 ລ້ານບິດຕໍ່ວິນາທີ ເຖິງ 10 ພັນລ້ານບິດຕໍ່ວິນາທີ ສາຍຄູ່ບິດມາໃນສອງຮູບແບບຄືຄູ່ບິດຕົວນໍາປ້ອງກັນ (ການລົບກວນຈາກການໜ່ຽວນໍາແມ່ເຫຼັກໄຟຟ້າພາຍນອກ) (unshielded twisted pair ຫຼື UTP) ແລະ ຄູ່ບິດທີ່ມີຕົວນໍາປ້ອງກັນ (shielded twisted pair ຫຼື STP) ແຕ່ລະຮູບແບບມາຫຼາຍອັດຕາຄວາມໄວໃນການໃຊ້ງານໃນສະຖານະການຕ່າງກັນ

ສາຍໂຄແອຄຊຽນ ຖືກໃຊ້ຢ່າງແຜ່ຫຼາຍສໍາລັບລະບົບເຄເບີລທີວີ, ໃນອາຄານສໍານັກງານ ແລະ ສະຖານທີ່ທໍາງານອື່ນໆ ໃນເຄື່ອທ້ອງຖິ່ນ ສາຍໂຄແອຄປະກອບດ້ວຍລວດທອງແດງ ຫຼື ອະລູມິນຽມເສັ້ນດຽວທີ່ອ້ອມຮອບດ້ວຍຊັ້ນສະນວນ (ໂດຍປົກກະຕິຈະ ເປັນວັດຖຸທີ່ມີຄວາມຍືດຍຸ່ນ ກັບໄດອິເລັກທຣິກໄວ້ທີ່ສູງ) ແລະ ອ້ອມຮອບທັງໝົດດ້ວຍ ຕົວນໍາອີກຊັ້ນໜຶ່ງ ເພື່ອປ້ອງກັນການໜ່ຽວນໍາແມ່ເຫຼັກໄຟຟ້າ ຈາກພາຍນອກ ສະນວນໄດອິເລັກທຣິກຈະຊ່ວຍລົດສັນຍານລົບກວນ ແລະ ຜິດພ້ຽນ ຄວາມໄວໃນການສົ່ງຂໍ້ມູນຢູ່ໃນຊ່ວງ 200 ລ້ານບິດຕໍ່ວິນາທີຈົນເຖິງ 500 ລ້ານບິດຕໍ່ວິນາທີ

ITU-T G.hn ເປັນເທັກໂນໂລຍີທີ່ໃຊ້ສາຍໄຟທີ່ມີຢູ່ໃນບ້ານ (ສາຍໂຄແອຄ, ສາຍໂທລະສັບ ແລະ ສາຍໄຟຟ້າ) ເພື່ອສ້າງເຄືອຂ່າຍທ້ອງຖິ່ນຄວາມໄວສູງ (ເຖິງ 1 Gb/s)

ໃຍແກ້ວນໍາແສງ ເປັນແກ້ວໄຟເບີຣ໌ ຈະໄຊ້ພັລສ໌ຂອງແສງໃນການສົ່ງຂໍ້ມູນ ຂໍ້ດີບາງປະການຂອງເສັ້ນໃຍແສງທີ່ເໜືອກວ່າສາຍໂລຫະກໍຄືມີການສູນເສຍໃນການສົ່ງນ້ອຍ ແລະ ມີອິສະຫຼະຈາກຄື້ນແມ່ເຫຼັກໄຟຟ້າ ແລະ ມີຄວາມໄວໃນການສົ່ງວ່ອງໄວຫຼາຍເຖິງລ້ານລ້ານບິດຕໍ່ວິນາທີ ເຮົາສາມາດໃຊ້ຄວາມຍາວຄື້ນທີ່ແຕກຕ່າງຂອງແສງທີ່ຈະເພີ່ມຈໍານວນຂອງຂໍ້ຄວາມທີ່ຖືກສົ່ງຜ່ານສາຍເຄເບີລໃຍແກ້ວນໍາແສງພ້ອມກັນໃນເສັ້ນດຽວກັນ.

ເທັກໂນໂລຢີແບບບໍ່ມີສາຍ

ດາວທຽມສື່ສານ: ການສື່ສານດາວທຽມຜ່ານທາງຄື້ນວິທະຍຸໄມໂຄຣເວຟທີ່ບໍ່ໄດ້ບ່ຽງເບນໂດຍຊັ້ນບັນຍາກາດຂອງໂລກ ດາວທຽມຈະຖືກສົ່ງໄປປະຈໍາໃນອະວະກາດ ທີ່ມັກຈະຢູ່ໃນວົງໂຄຈອນ geosynchronous ທີ່ 35,400 ກີໂລແມັດ ເທິງເສັ້ນສູນສູດ ລະບົບໂຄຈອນຂອງໂລກນີ້ມີຄວາມສາມາດໃນການຮັບ ແລະ ຖ່າຍທອດສັນຍານສຽງ, ຂໍ້ມູນ ແລະ ໂທລະພາບ
ລະບົບເຊລລູລາຣ໌ ແລະ PCS: ໃຊ້ເທັກໂນໂລຢີການສື່ສານວິທະຍຸຫຼາຍເທັກໂນໂລຢີ ລະບົບແບ່ງພູມພາກທີ່ຄອບຄຸມອອກເປັນພືິ້ນທີ່ທາງພູມສາດຫຼາຍພື້ນທີ່ ແຕ່ລະພື້ນທີ່ມີເຄື່ອງສົ່ງ ຫຼື ອຸປະກອນເສົາອາກາດຖ່າຍທອດສັນຍານວິທະຍຸພະລັງງານຕໍ່າເພື່ອຖ່າຍທອດສັນຍານຈາກພື້ນທີ່ໜື່ງ ໄປຍັງອີກພື້ນທີ່ໜື່ງຂ້າງໜ້າ
ເທັກໂນໂລຢີວິທະຍຸ ແລະ ການແຜ່ກະຈາຍສະເປກຕຣັມ: ເຄືອຂ່າຍທ້ອງຖິ່ນບໍ່ມີສາຍ ຈະໃຊ້ເທັກໂນໂລຢີວິທະຍຸຄວາມຖີ່ສູງຄ້າຍກັບໂທລະສັບມືຖືດິຈິຕອລ ແລະ ເທັກໂນໂລຢີວິທະຍຸຄວາມຖີ່ຕໍ່າ. LAN ບໍ່ມີສາຍໃຊ້ເທັກໂນໂລຢີການແຜ່ກະຈາຍຄື້ນຄວາມຖີ່ເພື່ອການສື່ສານລະຫວ່າງອຸປະກອນຫຼາຍຊະນິດໃນພື້ນທີ່ຈໍາກັດ. IEEE 802.11 ກໍານົດຄຸນສົມບັດທົ່ວໄປຂອງເທັກໂນໂລຢີຄື້ນວິທະຍຸບໍ່ມີສາຍມາດຕະຖານເປີດທີ່ຮູ້ຈັກກັນຄື Wi-Fi
ການສື່ສານອິນຟຣາເຣດ ສາມາດສົ່ງສັນຍານລະຫວ່າງທາງສັ້ນໆ ບໍ່ເກີນ 10 ແມັດ ໃນຫຼາຍກໍລະນີ ສ່ວນໃຫຍ່ ການສົ່ງແສງຈະໃຊ້ແບບເສັ້ນສາຍຕາ ເຊິ່ງຈໍາກັດຕໍາແໜ່ງການຕິດຕັ້ງຂອງອຸປະກອນສື່ສານ
ເຄືອຂ່າຍທົ່ວໂລກ (global area network ຫຼື GAN) ເປັນເຄືອຂ່າຍສໍາລັບການສະໜັບສະໜຸນການໃຊ້ມືຖືຂ້າມຫຼາຍໆ LAN ບໍ່ມີສາຍ ຫຼື ໃນພື້ນທີ່ທີ່ມີດາວທຽມຄວບຄຸມເຖິງ ຄວາມທ້າທາຍທີ່ສໍາຄັນໃນການສື່ສານເຄື່ອນທີ່ ຄືການສົ່ງມອບການສື່ສານຂອງຜູ້ໃຊ້ຈາກພື້ນທີ່ໜື່ງໄປຍັງອີກພື້ນທີ່ໜື່ງ IEEE 802. ການສົ່ງມອບນີ້ ກ່ຽວຂ້ອງກັບຄວາມຕໍ່ເນື່ອງຂອງ LAN ບໍ່ມີສາຍເທິງໜ້າໂລກ.

ไม่มีความคิดเห็น:

แสดงความคิดเห็น