ຂໍ້ເສຍຂອງການປະມວນຜົນຂໍ້ມູນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ຂໍ້ເສຍຂອງການປະມວນຜົນຂໍ້ມູນ

➥ ຂໍ້ເສຍຂອງການປະມວນຜົນຂໍ້ມູນໃນຖານຂໍ້ມູນ




    
   ຂໍ້ເສຍຂອງການປະມວນຜົນຂໍ້ມູນໃນຖານຂໍ້ມູນ ມີດັ່ງລຸ່ມນີ້:


 1.  ມີຕົ້ນທຶນສູງ.
      ການໃຊ້ລະບົບຈັດການຖານຂໍ້ມູນໃນການຈັດເກັບຂໍ້ມູນຕ້ອງໃຊ້ສັບພະຍາກອນເພີ່ມຂື້ນບໍ່ວ່າ ຈະເປັນຮາດຣ໌ແວຣ໌ ຊອບແວຣ໌ ຫຼື ບຸກຄະລາກອນທີ່ມີຄວາມຮູ້ຄວາມເຂົ້າໃຈເທັກໂນໂລຍິຂອງລະບົບຈັດການຖານຂໍ້ມູນ.

2.  ຄວາມສັບຊ້ອນ.
      ລະບົບຈັດການຖານຂໍ້ມູນມີຊອບແວຣ໌ ທີ່ປະກອບໄປດ້ວວຍຟັງຊັ້ນຕ່າງໆ ຫຼາຍຂື້ນຈຶ່ງຕ້ອງອາໃສຜູ້ໃຊ້ ແລະ ຜູ້ດູແລທີ່ມີຄວາມຮູ້ເຂົ້າໃຈໃນເທັກໂນໂລຍິລະບົບການຈັດການຖານຂໍ້ມູນ.

3.ການສ່ຽງຕໍ່ການສູນເສຍຂອງລະບົບ.
      ຂໍ້ມູນທີ່ຈັດເກັບໃນລະບົບຈັດການຖານຂໍ້ມູນມີລັກສະນະເປັນສູນລວມດັ່ງນັ້ນ ຮາດຣ໌ແວຣ໌ ຫຼື ຊອບແວຣ໌ ເກີດປັນຫາອາດເຮັດໃຫ້ລະບົບສູນເສຍໄດ້.


4.  ການສູນເສຍຂໍ້ມູນທີ່ອາດເກີດຂື້ນໄດ້.
      ເນື່ອງຈາກຂໍ້ມູນຕ່າງໆ ພາຍໃນຖານຂໍ້ມູນ ຈະຖືກເກັບຢູ່ໃນບ່ອນດຽວກັນ ດັ່ງນັ້ນຖ້າພື້ນທີ່ເກັບຖານຂໍ້ມູນນັ້ນເກີດມີປັນຫາ ອາດເຮັດໃຫ້ຕ້ອງສູນເສຍຂໍ້ມູນທັງໝົດໃນຖານຂໍ້ມູນໄດ້ ຖານຂໍ້ມູນເປັນການຈັດເກັບຊຸດຂອງຂໍ້ມູນທີ່ມີຄວາມສຳພັນກັນ ມາເກັບໄວ້ດ້ວຍກັນ ເພື່ອໃຫ້ສາມາດໃຊ້ຊຸດເຫຼົ່ານັ້ນຮ່ວມກັນໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ ການຈັດເກັບຂໍ້ມູນແບບຖານຂໍ້ມູນ ຈະເປັນການຫຼຸດຄວາມສັບຊ້ອນຂອງຂໍ້ມູນ ຫຼຸດຄວາມຂັດແຍ່ງຂອງມູນ ແລະ ການສູນເສຍຄວາມສຳພັນລະຫ່ວາງຂໍ້ມູນອົງປະກອບຂອງລະບົບຖານຂໍ້ມູນ ໄດ້ແກ່ ຮາດຣ໌ແວຣ໌ ຊອບແວຣ໌ ຂໍ້ມູນ ແລະ ບຸກຄະລາກອນ ການປະມວນຜົົນຂໍ້ມູນໃນຖານຂໍໍ້ມູນມີຂໍ້ດີ ຄື: ຫຼຸດການເກັບຂໍ້ມູນທີ່ສັບຊ້ອນເຮັດໃຫ້ບໍ່ເປືອງເນື້ອທີ່ໃນການເກັບຂໍ້ມູນ ຂໍ້ມູນ ຈຶ່ງມີຄວາມຕ້ອງເຊື່ອຖືໄດ້ ຜູ້ໃຊ້ສາມາດເອີ້ນໃຊ້ຂໍ້ມູນຮ່ວມກັນໄດ້ ສ່ວນຂໍ້ເສຍ ຄື: ມີຕົ້ນທືນສູງ ມີຄວາມຊັບຊ້ອນ ການສ່ຽງຕໍ່ການບັງຄັບຂອງລະບົບ ແລະ ການສູນເສຍຂໍ້ມູນທີ່ອາດເກີດຂື້ນໄດ້.


ไม่มีความคิดเห็น:

แสดงความคิดเห็น