ປະຫວັດລະບົບການຈັດຖານຂໍ້ມູນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ປະຫວັດລະບົບການຈັດຖານຂໍ້ມູນ

   ປະຫວັດຄວາມເປັນມາຂອງລະບົບການຈັດຖານຂໍ້ມູນ



ການຈັດການຖານຂໍ້ມູນ ເລີ່ມຕົ້ນຈາກການທີ່ອົງກອນການບໍລິຫານການບິນ ອລະ ອະວະກາດສະຫະລັດອາເມລິກາ ຫຼື ນາຊາ ໄດ້ຈ້າງບໍລິສັດ ໄອບີເອັມ (IBM) ປະເທດສະຫະລັດອາເມລິກາ ໃຫ້ອອກແບບລະບົບເກັບລວບລວມຂໍ້ມູນທີ່ໄດ້ຈາກການສໍາຫຼວດດວງຈັນ ໃນໂຄງການອະໂຟນໂລ (ໂຄງການອະໂຟນໂລເປັນໂຄງການສໍາຫຼວດອະວະກາດຢ່າງຈິງຈັງ ແລະ ມີການສົ່ງມະນຸດຂື້ນເທິງດວງຈັນໄດ້ສໍາເລັດດ້ວຍຍານອະໂຟນໂລ 11) ໄດ້ພັດທະນາລະບົບດູແລຂໍ້ມູນ ເອີ້ນວ່າ: ລະບົບ GUAM (Generalized Upgrade Access Method) ເຊິ່ງຖືເປັນຕົ້ນກໍາເນີດຂອງລະບົບຈັດການຖານຂໍ້ມູນ

ຕໍ່ມາ ບໍລິສັດ ໄອບີເອັມ ໄດ້ພັດທະນາລະບົບຈັດການຖານຂໍ້ມູນຂື້ນມາໃໝ່ ເພື່ອໃຫ້ໃຊ້ງານກັບທຸລະກິດທົ່ວໄປໄດ້ ເອີ້ນວ່າ: DL/I (Data language/I) ຈົນໃນທີ່ສຸດກໍໄດ້ກາຍເປັນລະບົບ IBM (Information Management System)

ໃນລະຫວ່າງ ປີ ພ.ສ 2525 ມີການນໍາລະບົບຖານຂໍ້ມູນເຂົ້າມາໃຊ້ກັບເຄື່ອງຄອມພິວເຕີຢ່າງເຕັມທີ່ ໄດ້ມີການຄິດຄົ້ນ ແລະ ຜະລິດຊອບແວຣ໌ ກ່ຽວກັບຖານຂໍ້ມູນອອກມາຢ່າງຫຼວງຫຼາຍ ການຈະເລີນເຕີບໂຕຂອງການຈັດການຖານຂໍ້ມູນໄດ້ພັດທະນາໄປຢ່າງວ່ອງໄວພ້ອມກັບລະບົບຄອມພິວເຕີ ແລະ ມີການພັດທະນາຈົນມາເຖິງທຸກວັນນີ້.

ປະຈຸບັນ ໄດ້ມີການນໍາເອົາຄອມພິວເຕີເຂົ້າມາໃຊ້ໃນການເກັບຂໍ້ມູນ ໂດຍໃຊ້ໂປຣແກຣມສໍາເລັດຮູບທົ່ວໄປ ໂດຍທີ່ຜູ້ໃຊ້ບໍ່ຕ້ອງຂຽນໂປຣແກຣມເອງ ພຽງແຕ່ຮຽນຮູ້ຄໍາສັ່ງການເອີ້ນໃຊ້ຂໍ້ມູນ ຫຼື ການຈັດການຂໍ້ມູນ ເຊັ່ນ: ການປ້ອນຂໍ້ມູນ, ການບັນທຶກຂໍ້ມູນ, ການແກ້ໄຂ ແລະ ປ່ຽນແປງຂໍ້ມູນເປັນຕົ້ນ.

ໃນອະດີດທີ່ມີໄມໂຄຣຄອມພິວເຕີເກີດຂື້ນທໍາອິດ ໂປຣແກຣມສໍາເລັດຮູບ ທາງດ້ານການຈັດການຖານຂໍ້ມູນທີ່ນິຍົມໃຊ້ກັນຢ່າງແຜ່ຫຼາຍ ຄື (Personal Filling System) ຕໍ່ມາໄດ້ມີໂປຣແກຣມຖານຂໍ້ມູນເພີ່ມຂື້ນຫຼາຍໂປຣແກຣມ ເຊັ່ນ: Datastar DB Master ແລະ dBASE II ເປັນຕົ້ນ ໂດຍສະເພາະ ໂປຣແກຣມ dBASE II ໄດ້ຮັບຄວາມນິຍົມຫຼາຍ ຈົນມາຮອດ ປີ ພ.ສ 2528 ຜູ້ຜະລິດໄດ້ສ້າງ dBASE III Plus ອອກມາເຊິ່ງສາມາດຈັດການຖານຂໍ້ມູນແບບສໍາພັນ (relational) ເຊື່ອມໂຍງແຟ້ມຂໍ້ມູນຕ່າງໆ ເຂົ້າດ້ວຍກັນ ແລະ ນໍາມາສ້າງເປັນລາຍງານຕາມຄວາມຕ້ອງການໄດ້ສະດວກ ວ່ອງໄວ ຕໍ່ມາໄດ້ມີການສ້າງ ໂປຣແກຣມສໍາເລັດຮູບ ກ່ຽວກັບຖານຂໍ້ມູນອອກມາເຊັ່ນ: FoxBASE, FoxPro, Microsoft Access ແລະ Oracle ເປັນຕົ້ນ.

ไม่มีความคิดเห็น:

แสดงความคิดเห็น