ຄວາມເປັນມາ ແລະ ຄວາມສໍາຄັນຂອງ SQL - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

ຄວາມເປັນມາ ແລະ ຄວາມສໍາຄັນຂອງ SQL


➥ ຄວາມເປັນມາ ແລະ ຄວາມສຳຄັນຂອງ SQL
   → ຄວາມເປັນມາຂອງSQL


      SQL ຫຍໍ້ມາຈາກ Structured English Query Language ຫຼື SEQUEL ຈົນໄດ້ມີການປັບປຸງເວີຊັນເປັນ SEQUELເມື່ອປີ ຄ.ສ 1976 ແລະ ຕໍ່ມາມີການປັບປຸງປ່ຽນຊື່ມາເປັນ SQLເນື່ອງຈາກຄໍາຫຍໍ້ເດີມ ໄປຊໍ້າກັບຜະລິດຕະພັນອື່ນທີ່ມີກ່ອນຫນ້ານີ້ແລ້ວ
SQLຈັດເປັນພາສາມາດຖານຂອງລະບົບຖານຂໍ້້ມູນເຊີ່ງສໍາພັນ
ເປັນພາສາທີ່ສາມາດໄຊ້ງານໄດ້ໃນຄອມພີວເຕີຫຼາຍລະດັບ ເຊັ່ນ: ລະດັບແມນເຟຣມຄອມພີວເຕີ ຈົນໄປເຖີງ ລະດັບໄມໂຄຣຄອມພີວເຕີ ຈື່ງເຮັດໄຫ້ຜະລິດຕະພັນຊອບແວລະບົບການຈັດການຖານຂໍ້ມູນ ລ້ວນແຕ່ສະໜັບສະໜູນຄຳສັງ SQLເກືອບທັງໝົດ.

      ຫຼັງຈາກ ປີ ຄ.ສ 1970 ລະບົບຖານຂໍ້ມູນ ຖືກພັດທະນາໂດຍ ORACLE CORPORATION ແລະ ຖືເປັນບາດກ້າວທຳອິດ ໃນການພັດທະນາລະບົບຈັດການຖານຂໍ້ມູນເຊີ່ງສຳພັນ RDBMS ທີ່ຕັ້ງຢູ່ພື້ນຖານຂອງ SQL ແລະ ຕໍ່ມາມີຜະລິດຕະພັນອື່ນພັດທະນາຕາມມາ ເຊັ່ນ: INGRESS
ປີ ຄ.ສ 1982 ທາງAmerican National Standards Institue (ANSI)ໄດ້ມີການຄິດຄົ້ນມາດຖານຂອງຊຸດຄຳສັ່ງ SQL ເພື່ອສ້າງຊຸດຄຳສັ່ງດັ່ງກ່າວໃຫ້ຢູ່ພາຍໃຕ້ມາດຕະຖານດຽວກັນ ຈື່ງເຮັດໄຫ້ຜະລິດຕະພັນຊອບແວ ມີຄຸນສົມບັດພິເສດເພີ່ມຂື້ນ ໃຫ້ມີປະສິດທິພາບຫຼາຍຂື້ນ ແລະ ຊຸດຄຳສັ່ງດັ່ງກ່າວ ຍັງຄົງຕັ້ງຢູ່ບົນພື້ນຖານທີ່ທາງ ANSI ບັນຍັດໄວ້ ປະຈຸບັນມີຜະລິດຕະພັນລະບົບຈັດການຖານຂໍ້ມູນຕ່າງໆ ຫຼາກຫຼາຍ ເຊັ່ນ: ORACLE, DB2, SYBASE, MS-SQL, MS-Access ເປັນຕົ້ນ.


→ ຄວາມສຳຄັນຂອງ SQL

1.   ສາມາດສ້າງຖານຂໍ້ມູນ ແລະ ຕາຕະລາງໄດ້
2.   ສາມາດສະໜັບສະໜູນການຈັດການຖານຂໍ້ມູນ ເຊີ່ງປະກອບດ້ວຍການເພີ່ມ, ການປັບປຸງ ແລະ ການລົບຂໍ້ມູນ
3.   ສາມາດເອີ້ນໄຊ້ ແລະ ຄົ້ນຫາຂໍ້ມູນໄດ້ງ່າຍ.


ไม่มีความคิดเห็น:

แสดงความคิดเห็น