TCP/IP ແມ່ນຫຍັງ? - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 พฤษภาคม 2562

TCP/IP ແມ່ນຫຍັງ?


TCP/IP ແມ່ນຫຍັງ?




- ເຄື່ອງຄອມພິວເຕີທີ່ໄດ້ເຊື່ອມໂຍງກັນໄວ້ໃນລະບົບ ຈະສາມາດຕິດຕໍ່ສື່ສານໄດ້ ຈໍາເປັນຕ້ອງມີພາສາສື່ສານທີ່ເອີ້ນວ່າ ໂປຣໂຕຄໍ (Protocol) ເຊິ່ງໃນລະບົບອິນເຕີເນັດ ຈະໃຊ້ພາສາສື່ສານມາດຕະຖານທີ່ມີຊື່ວ່າ: TCP/IP ເປັນພາສາຫລັກ.

TCP ແມ່ນຫຍັງ?

- TCP (Transmission Control Protocol) ຄື: ເຮັດຫນ້າທີ່ໃນການແຍກຂໍ້ມູນເປັນສ່ວນ ຫລື ເອີ້ນວ່າ: Package ສົ່ງອອກໄປປາຍທາງ ກໍ່ຈະະເຮັດການລວມຂໍ້ມູນແຕ່ລະສ່ວນເຂົ້າດ້ວຍກັນ ເພື່ອນຳໄປປະມວນຜົນຕໍ່ໄປ ໂດຍລະຫວ່າງການຮັບສົ່ງຂໍ້ມູນນັ້ນກໍ່ຈະມີການກວດສອບຄວາມຖືກຕ້ອງ ຂໍ້ມູນຖ້າເກີດຄວາມຜິດພາດທາງປາຍທາງ ທາງຕົ້ນທາງຈະສົ່ງມາໃຫມ່.

IP ແມ່ນຫຍັງ?

- IP ຄື Internet Protocol : ແມ່ນຊື່ຄອມພິວເຕີນັ້ນໆ ໃຊ້ເພື່ອເຊື່ອມຕໍ່ ສົ່ງຂໍ້ມູນໄປຫາເຄື່ອງຄອມພິວເຕີຫນ່ວຍອື່ນ, ເຮັດຫນ້າທີ່ໃນການສົ່ງຂໍ້ມູນ ຈາກເຄື່ອງຕົ້ນທາງ ໄປຍັງເຄື່ອງປາຍທາງ ໂດຍອາໄສ IP Address. ມີ 2 ແບບຄື:
      *Public IP : ເປັນ IP ແບບວົງເປີດການໃຊ້ງານທີ່ມີການຈົດທະບຽນ ແລະ ເສຍເງິນ, ເປັນ IP ວົງກວ້າງ, ມີການຈົດບັນທຶກໃນລະບົບວ່າ ໃຜໃຊ້ງານ IP ຫຍັງແນ່ໃນວົງກວ້າງ.
      *Private IP : ເປັນ IP ແບບວົງປິດ ມັກຈະໃຊ້ກັນໃນຫ້ອງການ, ບ້ານທີ່ມີຄອມພິວເຕີຫຼາຍໜ່ວຍ.

ไม่มีความคิดเห็น:

แสดงความคิดเห็น